ປັບປ່ຽນການສົ່ງ ຄົນງານລາວ ໄປຕ່າງປະເທດ

ກຸ່ມຄົນລາວ ທີ່ຂ້າມໄປເຮັດວຽກ ຢູ່ປະເທດໄທຍ, ດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ.
ກຸ່ມຄົນລາວ ທີ່ຂ້າມໄປເຮັດວຽກ ຢູ່ປະເທດໄທຍ, ດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ. (RFA)

0:00 / 0:00

ກະຊວງແຮງງານ ແລະສວັດດິການສັງຄົມ ເຜີຍແພ່ດໍາຣັຖ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຕື່ມອີກ, ໄດ້ເນັ້ນໃສ່ພາຣະບົດບາດ ແລະໜ້າທີ່ຂອງພາກສ່ວນ ທີ່ກ່ຽວຂ້ອງ ຂອງອໍານາດ ການປົກຄອງທ້ອງຖິ່ນ ເນື່ອງຈາກວ່າ ທີ່ຜ່ານມາ ມີຊາວໜຸ່ມສົນໃຈ ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍຫລາຍຂຶ້ນ ສ່ວນຫລາຍກໍພາກັນລັກໄປ. ໃນນັ້ນຈໍານວນນຶ່ງ ກໍຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສ. ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ທີ່ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້ວ່າ:

“ເອີ ເພິ່ນກໍເພີ່ມກ່ຽວກັບໂຕນັ້ນ ມອບອໍານາດ ໃຫ້ອົງການປົກຄອງ ຂັ້ນທ້ອງຖິ່ນເນາະ. ມີບົດບາດເພີ່ມຕື່ມເນາະໃນການຄຸ້ມຄອງແຮງງານຫັ້ນ. ບໍ່ວ່າຈະເປັນຂັ້ນບ້ານບໍ່ ຂັ້ນເມືອງບໍ່ ກໍຈະມີບົດບາດ ໃນການຄຸ້ມຄອງຕື່ມເນາະ. ກໍຄືເຮົາຈະໃຫ້ທາງບໍຣິສັດເນາະ ທີ່ຈັດສົ່ງແຮງງານໄປເຮັດວຽກ ຢູ່ຕ່າງປະເທດນີ້ ຕ້ອງໄດ້ໄປຜ່ານໃສ່ ຊື່ຢູ່ຂັ້ນບ້ານຂັ້ນເມືອງເນາະ ຂັ້ນແຂວງ ແລ້ວຈຶ່ງມາກະຊວງເຮົາເນາະ ກ່ອນທີຈະຈັດສົ່ງຫັ້ນ.”

ດໍາຣັຖສະບັບດັ່ງກ່າວ ລະບຸວ່າ ອໍານາດການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ຕິດຕາມ ແລະຮິບໂຮມຂໍ້ມູນຂອງປະຊາຊົນ ຢູ່ທ້ອງຖິ່ນຂອງຕົນ ທີ່ຕ້ອງການເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ແລະໃຫ້ຄວາມຊ່ອຍເຫລືອ ຖ້າຫາກວ່າ ພວກເຂົາເຈົ້າປະສົບບັນຫາ ໃນລະຫວ່າງການເຮັດວຽກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການສົ່ງຄົນງານລາວໄປເຮັດວຽກ ຕ່າງປະເທດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນສມື້ດຽວກັນນີ້.

“ກໍໝາຍຄວາມວ່າ ອົງການປົກຄອງຂັ້ນທ້ອງຖິ່ນ ກໍຊ່ວຍຕິດຕາມຄຸ້ຄອງ ແຮງງານຫັ້ນແຫລະເນາະ. ໃນກໍຣະນີທີ່ແຮງງານ ເຂົາອອກໄປຫັ້ນນ່າ ອົງການປົກຄອງຂັ້ນທ້ອງຖິ່ນ ກໍຊ່ວຍຕິດຕາມໃຫ້ການຊ່ວຍເຫລືອເຂົາເຈົ້າ ເວລາໄປເຮັດວຽກ ຢູ່ຕ່າງປະເທດ ເຮົາຈະຕ້ອງເປັນຜູ້ເກັບກໍາຂໍ້ມູນວ່າ ມີຜູ້ອອກໄປເປັນຈໍານວນເທົ່າໃດ ຜູ້ກັບຄືນມາຈໍານວນເທົ່າໃດ ອິຫຍັງຫັ້ນນ່າ. ຂນາດຂອງຣັຖບານເຮົາພີ້ ຍັງມີການປັບປຸງສ່ວນຮ່ວມ ໃນການຄຸ້ມຄອງແຮງງານ ແຕ່ວ່າຂະບວນການ ໃນການຈັດສົ່ງກໍຍັງຄືເກົ່າຢູ່.”

ທີ່ຜ່ານມາ ມີຄົນງານລາວຈໍານວນຫລາຍ ພາກັນຕັດສິນໃຈໄປເຮັດວຽກ ຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ ໂດຍບໍ່ແຈ້ງໃຫ້ອໍານາດ ການປົກຄອງບ້ານຮູ້. ເມື່ອພວກເຂົາເຈົ້າຖືກນາຍຈ້າງ ເອົາລັດເອົາປຽບ, ຂູດຮີດແຮງງານ ຫລືຕົກເປັນເຫຍື່ອຂອງພວກຄ້າມະນຸສ ພາກສ່ວນທີ່ກ່ຽວຂ້ອງ ທາງການລາວກໍບໍ່ສາມາດ ໃຫ້ຄວາມຊ່ອຍເຫລືອໄດ້.

ດັ່ງເຈົ້າໜ້າທີ່ ອໍານາດການປົກຄອງບ້ານ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້ວ່າ:

“ແກ້ໄຂໃບຢັ້ງຢືນທີ່ຢູ່ ໃຫ້ຂະເຈົ້າໄປຊອກວຽກ ຈໍານວນສ່ວນຫລາຍ ເຂົາກໍແຈ້ງ. ສ່ວນຫລາຍແລ້ວ ເຂົາລັກໄປ. ລັກໄປເຮົາກໍບໍ່ຮູ້ຮັບຜິດຊອບແລ້ວ, ລັກໄປກໍມີໝູ່ມີຜູ້ເພິ່ນເນາະ ໄປນໍາໝູ່ນໍາຄູ່. ຜົລຮ້າຍຕາມມາຫັ້ນກໍບໍ່ຮູ້ ຖືກກວ່າຫລາຍ. ໂຕຢ່າງພົລເມືອງ ລ້ານນຶ່ງ 200,000 ຫລືວ່າ 300,000 ຫັ້ນແຫລະ.”

ສາເຫດສໍາຄັນ ທີ່ເຮັດໃຫ້ຄົນງານລາວສົນໃຈ ໄປເຮັດວຽກຢູ່ຕ່າງປະເທດຫລາຍ ເປັນຕົ້ນປະເທດໄທຍ, ເກົາຫລີໃຕ້ ແລະຍີ່ປຸ່ນນັ້ນ ກໍເປັນຍ້ອນພວກເຂົາເຈົ້າທຸກຍາກ, ບໍ່ມີວຽກເຮັດ ແລະການເຮັດວຽກຢູ່ປະເທດເລົ່ານັ້ນ ໄດ້ຮັບຄ່າແຮງງານສູງກວ່າ ຢູ່ປະເທດລາວຫລາຍເທົ່າ ແລະກໍມີນາຍໜ້າ.

ດັ່ງຄົນງານລາວ ທີ່ເຄີຍໄປເຮັດວຽກຢູ່ຕ່າງປະເທດ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ເຂົາກໍມີນາຍໜ້າຂອງໃຜ ຂອງມັນຫັ້ນນ່າ. ບາງຄົນເຂົາກໍໄປໄທຍ ສ່ວນຫລາຍເຂົາກໍໄປເກົາຫລີແລ້ວດຽວນີ້ນ່າ. ກໍຄືເຫັນຫັ້ນແຫລະ ໄທຍຄົນກໍໄປຫລາຍ ກໍຄືເຫັນນໍາກັນຫັ້ນແຫລະ. ເງິນຍີ່ປຸ່ນອີ່ຫຍັງມັນກໍແພງກ່ອນຫັ້ນແຫລະ ເງິນຍີ່ປຸ່ນ, ເງິນເກົາຫລີແດ່ ພີ່ນ້ອງດຶງກັນໄປແຫລະ ສາເຫດໄປ, ສົມມຸດເຫັນຜູ້ນີ້ໄປກໍຢາກໄປນໍາຊີ້ນ່າ ເກີດຈາກແຮງຈູງໃຈຊວນກັນຫັ້ນນ່າ.”

ແລະຄົນງານລາວ ທີ່ກໍາລັງຈະເດີນທາງໄປເຮັດວຽກ ຢູ່ປະເທດໄທຍຜູ້ນຶ່ງກໍເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 29 ສິງຫານີ້ວ່າ ຍ້ອນຢູ່່ລາວ ຄ່າຄອງຊີບແພງ, ຄ່າແຮງງານຕໍ່າ, ເຮັດວຽກຢູ່ຕ່າງປະເທດ ມີລາຍໄດ້ດີກວ່າຫລາຍ, ເງິນກີບເຟີ້ແຮງ ກໍຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກ, ເຮັດໃຫ້ຄົນງານລາວ ຈໍານວນຫລວງ ຫລາຍ ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດຫລາຍຂຶ້ນ.

“ສ່ວນຫລາຍມັນເວົ້າເຣື່ອງຄ່າຄອງຊີບເນາະ ມັນຢູ່ຕ່າງປະເທດ ມັນຈະໄດ້ສູງກວ່າ ຢູ່ລາວຫັ້ນແຫລະເນາະ. ເວົ້າເຣື່ອງ ຄືເວົ້າ ປັດຈຸບັນນີ້ກໍອັດຕຣາແລກປ່ຽນເນາະ ຄືເງິນບາທນີ້ ທຽບໃສ່ເງິນບາທນີ້ມັນ ຖ້າໄດ້ຮ້ອຍນຶ່ງມັນຈະຖືກຢູ່ 40 ປາຍພັນເນາະ. ອັດຕຣາແລກປ່ຽນ ຄ່າຄອງຊີບຢູ່ບ້ານເຮົານີ້ ມັນແພງເນາະ ຄ່າໃຊ້ຈ່າຍມັນສູງ ແລ້ວບາດນີ້ເງິນກີບກໍອ່ອນຄ່າຫັ້ນນ່າ. ເປັນຫຍັງພວກຂະເຈົ້າຈຶ່ງຢາກໄປ, ຈຶ່ງສົນໃຈຢາກ ຄືວ່າເງິນບາທ ມັນແຂງຄ່າເນາະ.”

ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຫລາຍຂຶ້ນ ສ່ວນນຶ່ງກໍເປັນຍ້ອນຢູ່ລາວ ຍັງບໍ່ມີໂຮງ ຈັກໂຮງງານຫລາຍ, ຕໍາແໜ່ງງານທີ່ມີລາຍໄດ້ສູງ ສ່ວນຫລາຍກໍບໍ່ສາມາດເຮັດໄດ້ ຍ້ອນບໍ່ມີວິຊາສະເພາະ ແລະບໍ່ມີສີມືພໍ.

ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກກ່ຽວກັບ ການພັທນາສີມືແຮງງານ ຢູ່ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

" ກໍວຸດຮັບການສຶກສາ ຂອງຂະເຈົ້າກໍຂ້ອນຂ້າງວ່າ ຕໍ່າແນ່ຫັ້ນນ່າເນາະ ຄັນວ່າເຮັດວຽກນໍາບໍຣິສັດ ຫລືວ່າເຮັດວຽກຣັຖວິສາຫະກິຈ ມັນກໍຕ້ອງຈົບວິຊາສະເພາະ ດ້ານໃດດ້ານນຶ່ງເນາະ ຈັ່ງວ່າຈົບ ມ.7 ບໍ່ ຖືກເງື່ອນໄຂ ໂຮງຈັກໂຮງງານ ມັນກໍບໍ່ຫລາກຫລາຍຫັ້ນນ່າ. "

ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າກົມຈັດຫາງານ ໄດ້ກ່າວຢູ່ໃນກອງປະຊຸມ ທີ່ເມືອງວັງວຽງ ແຂວງວຽງຈັນ ທີ່ຜ່ານມາວ່າ ການຣະບາດຂອງ ໂຄວິດ-19 ສົ່ງ ຜົລກະທົບຕໍ່ການເຕີບໂຕ ຂອງໜ່ວຍແຮງງານ ແລະໂຄງການ ລົງທຶນຕ່າງໆ ຢູ່ປະເທດລາວ ແລະຄວາມຕ້ອງການ ແຮງງານຫລຸດລົງ, ອັດຕຣາການຈ້າງງານຫລຸດລົງ ແລະການສົ່ງເສີມຄົນງານ ໄປເຮັດວຽກຕ່າງປະເທດ ກໍຢຸດຊະງັກ, ຄົນງານທີ່ກັບຄືນມາຈາກຕ່າງ ປະເທດມີ 243,000 ປາຍຄົນ, ຄາດວ່າ ໃນປີ 2020 ມີຄົນວ່າງງານ 443,800 ປາຍຄົນ ແລະໃນປີ 2021 ມີຄົນວ່າງງານເພີ່ມຂຶ້ນອີກ. ຫລັງຈາກການຣະບາດຂອງ ໂຄວິດ-19 ບັນເທົາລົງ ແລະການເປີດປະເທດໃນ 6 ເດືອນຕົ້ນປີ 2022 ນີ້ ສາມາດຈັດຫາງານໃຫ້ຄົນໄດ້ 27,100 ປາຍຄົນ. ໃນຈໍານວນນີ້ ໄປເຮັດວຽກຢູ່ຕ່າງປະເທດ 13,300 ປາຍຄົນ.

ກົມຈັດຫາງານ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກໃນໂຮງງານອຸດສາຫະກັມ ຂນາດນ້ອຍ ແລຂນາດກາງຢູ່ເກົາຫລີໃຕ້ ຕື່ມອີກໃນມື້ວັນມີ 28 ສິງຫານີ້ 29 ຄົນ ເປັນເວລາ 3 ຫາ 5 ປີ. ສ່ວນຄົນງານຣະດູການ ໄລຍະສັ້ນ 5-6 ເດືອນ ແມ່ນຍັງບໍ່ທັນມີຕໍ່ເທື່ອ ຍ້ອນມີຄົນງານຈໍານວນນຶ່ງໂຕນໜີ ຂະນະທີ່ເຮັດວຽກຢູ່ປະ ເທດເກົາຫລີໄຕ້.