ທາງການໄທຍ ເຣີ່ມຂຶ້ນທະບຽນ ຄົນງານຕ່າງດ້າວ
2023.02.13
ທາງການໄທຍ ເຫັນດີຂຍາຍເວລາຂຶ້ນ ທະບຽນຄົນງານຕ່າງດ້າວ ຈາກມື້ວັນທີ 13 ກຸມພານີ້ໄປເປັນວັນທີ 15 ພຶສພາ 2023 ເພື່ອໃຫ້ຄົນງານຕ່າງດ້າວ 4 ສັນຊາດ: ລາວ, ພະມ້າ, ກັມພູຊາ ແລະວຽດນາມ ພາຍຫລັງ ທີ່ກວດພົບວ່າ ນັບຕັ້ງແຕ່ເດືອນກໍຣະກະດາ 2022 ເປັນຕົ້ນມາ ພວກເຂົາເຈົ້າ ມາຂຶ້ນທະບຽນພຽງ 403,062 ຄົນ ແລະຄາດວ່າຍັງອີກປະມານ 2,022,800 ຄົນ ທີ່ບໍ່ທັນໄດ້ຂຶ້ນທະບຽນ, ອີງຕາມຄໍາຖແລງ ຂອງຍານາງ ໄຕຣສຸລີ ໄຕຣສະຣະນະກຸນ ຮອງໂຄສົກ ປະຈໍາສໍານັກງານ ນາຍົກຣັຖມົນຕຣີໄທຍ ພາຍຫລັງກອງປະຊຸມ ຄະນະຣັຖມົນຕຣີ.
ກ່ຽວກັບເຣື່ອງທີ່ວ່ານີ້ ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ຈໍານວນນຶ່ງຍັງບໍ່ທັນໄປຂຶ້ນທະບຽນ ຍ້ອນເຫັນວ່າຄ່າຂຶ້ນທະບຽນ ຂ້ອນຂ້າງສູງ ຄືປະມານ 8,000-8,500 ບາທ ເມື່ອທຽບໃສ່ລາຍໄດ້ ດັ່ງຄົນງານລາວ ທີ່ເຮັດວຽກ ຢູ່ຮ້ານອາຫານ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 8 ກຸມພານີ້ວ່າ:
“ມາ ພາສປອດ ຕ້ອງໄປຕໍ່ທຸກເດືອນ ຍັງບໍ່ທັນໄດ້ຂຶ້ນ ເພາະວ່າຍັງບໍ່ມີວຽກເຮັດເນາະ ອີກຢ່າງ ກໍຍັງຕິດເຣື່ອງເງິນຫັ້ນແຫລະ. ກໍຖ້າ ສໍາລັບເອື້ອຍ ກໍວ່າກໍແພງຢູ່ນ່າ ສໍາລັບຄົນທີ່ແບບວ່າ ເຮົາຍັງບໍ່ມີວຽກເຮັດແມ່ນບໍ່, ມັນກໍແພງຢູ່ ກໍສໍາລັບເອື້ອຍ. ເອື້ອຍກໍວ່າມັນແພງໄປ ແຕ່ຖ້າຫລຸດລົງໄດ້ ກໍຢາກໃຫ້ຫລຸດຫັ້ນແຫລະ.”
ແຕ່ຜູ້ຕາງໜ້າ ສະມາຊິກກຸ່ມນາຍຈ້າງ ທີ່ໃຊ້ແຮງງານຕ່າງດ້າວ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຄົນງານຕ່າງດ້າວ ທີ່ຕ້ອງການຂຶ້ນທະບຽນ ຕໍ່ອາຍຸໃບອະນຸຍາດ ເຮັດວຽກສາມາດເຮັດໄດ້ ແຕ່ມື້ວັນທີ 17 ຕຸລາ 2022 ຫາວັນທີ 15 ພຶາພານີ້, ແຕ່ສໍາລັບຄົນງານລາວ ຈະຕ້ອງຂໍໃບອະນຸຍາດ ບັນຊີລາຍຊື່ຈາກໜ່ວຍງານ ແກ້ໄຂບັນຫາແຮງງານລາວ ຂອງກະຊວງແຮງງານ ແລະສວັດດິການສັງຄົມລາວ ທີ່ມີຄ່າໃຊ້
ຈ່າຍ ຜູ້ນຶ່ງ 3,500 ບາທກ່ອນ.
ນາງເວົ້າວ່າ:
“ໂຕນີ້ຄື 3,500 ບາທ, ແຕ່ຖ້າເຮັດພາສປອດ 8,500 ບາທ ໝາຍເຖິງວ່າພາສປອດ ລວມ Name List (ລາຍຊື່) ມັນກໍຄື 8,500 ບາທ ແລະອີກ 3,500 ບາທ, ແຕ່ 3,500 ບາທຂອງຄົນງານນີ້ ກໍແພງສໍາລັບເຂົາ, ເຂົາຍັງມີຄ່າໃຊ້ຈ່າຍອື່ນໆ, ຕ້ອງກວດພະຍາດ ຕ້ອງຕີວີຊາ ຈ່າຍຄ່າໃບອະນຸຍາດເຮັດວຽກ ກໍມີຄ່າໃຊ້ຈ່າຍສູງ, ເສັຍເວລາຫລາຍ ໃນການທີ່ຈະດໍາເນີນການ ແນວນີ້ຢູ່ແລ້ວ.”
ນາງເວົ້າວ່າ ຄົນງານລາວ ໄດ້ຈ່າຍຄ່າເອກກະສານຫລາຍ ຍ້ອນວ່າ ໄດ້ຈ່າຍທັງຄ່າເຮັດໜັງສື ຂຶ້ນທະບຽນ ແລະຄ່າເຮັດໜັງສື ຜ່ານແດນໃໝ່.
ນາງເວົ້າວ່າ:
“ທາງການລາວ ຂໍຄວາມຮ່ວມມືມາ ມັນກໍເລີຍເຮັດໃຫ້ຕ້ອງຈ່າຍພິເສດຄ່າ ເນມລິສທ໌ (Name List) ຊຶ່ງມັນຊໍ້າຊ້ອນ ກັບຄ່າພາສປອດ, ຄ່າໃຊ້ເອກສານ ຫລືພາສປອດ ທີ່ໝົດອາຍຸ ຫລືຄົນທີ່ຕີທ່ອງທ່ຽວ ເຂົ້າມາ ຕ້ອງເຮັດພາສປອດໃໝ່, ມັນກໍໜັກດ້ວຍຄ່າ ພາສປອດຢູ່ແລ້ວ ມາເຈິະຄ່າເນມລິສທ໌ ເຂົ້າໄປອີກ ຊຶ່ງເຫັນວ່າ ມັນບໍ່ມີຄວາມຈະແຈ້ງ ຈາກທາງການລາວມາວ່າ ເຂົາຂໍເກັບຄ່າເນມລິສທ໌ດັ່ງກ່າວນີ້ ຍ້ອນສາເຫດຫຍັງ.”
ນາງເວົ້າຕື່ມວ່າ ການຂໍໃບອະນຸຍາດ ບັນຊີລາຍຊື່ ທີ່ມີຄ່າໃຊ້ຈ່າຍ ຂ້ອນຂ້າງສູງ ຂອງທາງການລາວ ເປັນອຸປະສັກສໍາຄັນ ທີ່ອາຈເຮັດໃຫ້ຄົນງານລາວ ຕັດສິນໃຈເຮັດວຽກຢູ່ໄທຍ ແບບບໍ່ຖືກຕ້ອງຕາມກົດໝາຍ ຕໍ່ໄປ. ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງທາງການລາວ ຜູ້ບໍ່ປະສົງອອກຊື່ ແລະສຽງເວົ້າວ່າ:
“ກ່ອນຄົນງານລາວ ຈະໄປເຮັດວຽກຢູ່ໄທຍ ພວກເຂົາເຈົ້າຈະຕ້ອງດໍາເນີນການ ຜ່ານລະບົບ MOU, ແຕ່ເນື່ອງຈາກ ໃນໄລຍະການແພ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ທາງການໄທຍ ສືບຕໍ່ການຂຶ້ນທະບຽນ ໃຫ້ຄົນງານ ຕ່າງດ້າວ ທີ່ເຂົ້າມາເຮັດວຽກ ແບບບໍ່ຖືກກົດໝາຍ, ສົ່ງຜົລໃຫ້ຄົນງານລາວ ຈໍານວນນຶ່ງເຂົ້າໃຈວ່າ ການຂຶ້ນທະບຽນ ຢູ່ຝັ່ງໄທຍນີ້ ເປັນການເຂົ້າມາເຮັດວຽກ ຕາມລະບົບ MOU, ແຕ່ໂຕຈິງແລ້ວມັນບໍ່ແມ່ນ ຍ້ອນທາງການໄທຍ ເຮັດແຕ່ພຽງຝ່າຍດຽວ. ສະນັ້ນທາງການລາວ ຈຶ່ງກໍານົດໃຫ້ຄົນງານລາວ ທີ່ໄປເຮັດວຽກຢູ່ໄທຍ ຕ້ອງຂຶ້ນທະບຽນ ກັບທາງການລາວ ແລະ ບໍຣິສັດຈັດຫາງານ ທີ່ໄດ້ຖືກຮັບຮອງຈາກທາງການລາວ ຜ່ານລະບົບ ການຂໍໃບອະນະຍຸດ ບັນຊີລາຍຊື່ກ່ອນ.”
ທ່ານເວົ້າວ່າ ເງິນທີ່ເກັບໄດ້ ຈາກການຂໍໃບອະນຸຍາດ ຂອງຄົນງານນັ້ນ ທາງກະຊວງແຮງງານ ແລະສວັດດິການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຈະເກັບໄວ້ ເພື່ອໃຊ້ເຂົ້າໃນການບໍຣິຫານ ຈັດການວຽກງານທີ່ກ່ຽວຂ້ອງ.
ດັ່ງເຈົ້າໜ້າທີ່ ທາງການທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະສຽງອີກທ່ານນຶ່ງເວົ້າວ່າ:
“ເພາະວ່າໂຕນີ້ ມັນເປັນຂອງທາງເບື້ອງຣັຖ ເພາະວ່າເພິ່ນເອົາມາໃຊ້ບໍຣິຫານ ວຽກງານ ງົບປະມານໂຕນີ້ມັນຈະເຂົ້າຣັຖ ແລ້ວກໍເອົາມາເສັຍຄ່າໃຊ້ຈ່າຍ ຄ່າຫ້ອງ, ຄ່ານໍ້າ, ຄ່າໄຟ ແລະຄ່າຜູ້ທີ່ເພິ່ນມາ ປະສານງານ, ຄ່າວຽກປະສານງານ ກັບຝັ່ງໄທຍ. ເງິນນີ້ທາງບໍຣິສັດ ຈັດຫາງານ ຈະບໍ່ໄດ້ຫຍັງ ເຂົ້າຣັຖເບິດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ອະດິສອນ ເກິດມົງຄົນ ຜູ້ປະສານງານ ເຄື່ອຂ່າຍອົງກອນຂ້າມຊາຕ ຫຼື Migrant Working Group (MWG) ກ່າວວ່າ ການຂຶ້ນທະບຽນ ເປັນຄົນງານແບບຖືກກົດໝາຍຕາມລະບົບ MOU ບໍ່ກ່ຽວຂ້ອງ ກັບການຂໍໃບອະນຸຍາດ ບັນຊີລາຍຊື່ ຕາມທີ່ທາງການລາວກໍານົດ ທີ່ເປັນການເພີ່ມພາຣະ ໃຊ້ຈ່າຍໃຫ້ຄົນງານລາວ ແລະນາຍຈ້າງ.
ທ່ານກ່າວວ່າ:
“ເປັນພາຣະຕໍ່ຄົນງານ ກັບນາຍຈ້າງນີ້ແຫລະ ຄືແທ້ໆແລ້ວ ບໍ່ຄວນເອົາຄ່າໃຊ້ຈ່າຍ ໃນການຂໍໃບອະນຸຍາດບັນຊີລາຍຊື່, ມັນຢູ່ຄົນລະລະບົບກັນຢູ່ແລ້ວ ຄືໃນອະນາຄົດກຸ່ມນີ້ຕ້ອງໄປເຮັດ ແອັມໂອຢູ ຈຶ່ງຄອຍໄປເຮັດຕອນນັ້ນກໍໄດ້ ຄືມັນແພງຫລາຍ ຄືມັນ 3,500 ບາທຕໍ່ຄົນ ຕອນນີ້ ທຸກຄົນຈະເຮັດໃນປະເທດໄທຍ ແມ່ນບໍ່ ເມື່ອມັນຄົບຕາມກໍານົດ 2 ປີເຕັມ, ມະຕິເຂົາກໍຈະຜັກໃຫ້ໄປນໍາເຂົ້າ ແອັມໂອຢູ. ສະນັ້ນຄົນກໍຈະໄຫລເຂົ້າລະບົບ ແອັມໂອຢູ, ຕາມປົກຕິກໍໄປຂໍໄປຍື່ນໃນເວລາປົກຕິ ເພາະຕອນນີ້ ຄ່າໃຊ້ຈ່າຍໃນການຂຶ້ນທະບຽນມັນກໍແພງຢູ່ແລ້ວ ຍິ່ງໄປເພີ່ມພາຣະອີກ ກໍຍິ່ງໄປໃຫຍ່.”
ບໍຣິສັດ ຈັດຫາງານຈໍານວນນຶ່ງ ແນະນໍາໃຫ້ຄົນງານລາວ ທີ່ຈະໄປເຮັດວຽກຢູ່ໄທຍ ແລ່ນເອກກະສານຜ່ານລະບົບ MOU ຍ້ອນວ່າ ໄດ້ໃຊ້ຈ່າຍໜ້ອຍກວ່າ ແລະໄດ້ຮັບສິດຕາມລະບົບ MOU.
ດັ່ງພະນັກງານ ບໍຣິສັດຈັດຫາງານ ຜູ້ນຶ່ງເວົ້າວ່າ:
“ສ່ວນຫລາຍອ້າຍເຮັດແອັມໂອຢູ ເດ້ ເຮັດເນມລິສທແລ້ວກໍມາອອກໃບວີຊ້າ ແລ້ວກໍມາອອກໃບອອກແຮງງານ ອີກເນາະ 2,000 ບາທ ມັນມັກແພງເກືອບເປັນ 10,000 ບາທ, ອ້າຍເລີຍບອກໃຫ້ເຂົາເຮັດແອັມໂອຢູ ຍ້ອນແອັມໂອຢູ ມີແຕ່13,000 ບາທ ພໍມັນຂາດກໍເອົາມາເຮັດເຫລັ້ມ ແລ້ວກໍຕີເຂົ້າມາເລີຍ ຕໍ່ໄດ້ອີກ 4 ປີເນາະ ໂຕເນມລິສທ໌ ມີແຕ່ເສັຽເງິນຊື່ໆເນາະ ມີແຕ່ວ່າເອົາໄປເອົາມາຢູ່ໄດ້ແຕ່ 1-2 ປີ ແລ້ວກໍເບິດຫັ້ນນ່າ ເປັນເງິນ ເປັນ 10,000 ບາທເນາະ ເຮົາກໍບໍ່ຢາກໃຫ້ເຮັດ.”
ເມື່ອກ່ອນນີ້ ກຸ່ມນາຍຈ້າງ ທີ່ໃຊ້ຄົນງານຕ່າງດ້າວ ຫລືໂຄງການນາຍຈ້າງສີຂຽວ ໄດ້ຍື່ນຈົດໝາຍເປີດເຜີຍບັນຫາການຂຶ້ນທະບຽນ ແລະຂໍຕໍ່ໃບອະນຸຍາດເຮັດວຽກຂອງຄົນງານຕ່າງດ້າວ ໃນມື້ວັນທີ 4 ກຸມພານີ້ ຕາມມະຕິຂອງຄະນະຣັຖມົນຕຣີໄທຍ ວັນທີ 5 ກໍຣະກະດາ 2022 ວ່າ ຄົນງານລາວຍັງມີບັນຫາເຣື່ອງໜັງສືຮັບຮອງ ການເດີນທາງ ຫລືໃບເຫລືອງຈາກສະຖານທູຕລາວ ປະຈໍາປະເທດໄທຍ ທີ່ວ່າ ໜັງສືຮັບຮອງນັ້ນ ໃຊ້ໄດ້ແຕ່ສະເພາະ ຂາອອກເທົ່ານັ້ນ, ຖ້າຕ້ອງການກັບເຂົ້າມາໄທຍ ຜ່ານດ່ານກວດຄົນເຂົ້າເມືອງ ຈະຖືກຕີເປັນວີຊ້າທ່ອງທ່ຽວ.
ໜ່ວຍງານແກ້ໄຂບັນຫາ ຄົນງານລາວ ກະຊວງແຮງງານ ແລະສວັດດິການສັງຄົມລາວ ປະຈໍາບາງກອກ ໄດ້ເຮັດໜັງສື ເຖິງນາຍຈ້າງ ແລະຄນົງານລາວ ທີ່ເຮັດວຽຢູ່ໄທຍ ໃນມື້ວັນທີ 21 ຕຸລາ 2022 ວ່າ ໃຫ້ຂໍໃບອະນຸຍາດ ບັນຊີລາຍຊື່ ຈາກທາງການລາວ ກ່ອນຈະຂໍບັດອະນຸມັດເຮັດວຽກ ແລະວີຊ້າຈາກໜ່ວຍງານທີ່ກ່ຽວຂ້ອງ ຂອງໄທຍ ເພື່ອໃຫ້ຄົນງານລາວ ໄດ້ຮັບອະນຸຍາດເຮັດວຽກ ຢູ່ໄທຍ ແລະມີຂໍ້ມູນໃນການຕິດຕາມ ແລະຄຸ້ມຄອງ ພວກເຂົາເຈົ້າຕລອດໄລຍະ 2 ປີ ທີ່ເຮັດວຽກຢູ່ນັ້ນ.