ຄົນງານລາວ ເຂົ້າບໍ່ເຖິງ ລະບົບບໍຣິການ ສຸຂພາບ ໃນໄທຍ

ສຸພັດຕາ
2022.06.13
ຄົນງານລາວ ເຂົ້າບໍ່ເຖິງ ລະບົບບໍຣິການ ສຸຂພາບ ໃນໄທຍ ກອງປະຊຸມດ້ານແຮງງານຂ້າມຊາດ ທີ່ຈັດຂຶ້ນ ທີ່ນະຄອນຫຼວງບາງກອກ ປະເທດໄທຍ ເມື່ອວັນທີ່ 13 ມິຖຸນາ 2022.
RFA

ໃນກອງປະຊຸມດ້ານແຮງງານຂ້າມຊາດ ທີ່ຈັດຂຶ້ນ ທີ່ນະຄອນຫຼວງບາງກອກ ປະເທດໄທຍ ເມື່ອວັນທີ່ 13 ມິຖຸນາ ທີ່ຜ່ານມາ ນັກຊ່ຽວຊານດ້ານແຮງງານຂ້າມຊາດ ກ່າວວ່າ ຄົນງານລາວຈໍານວນນຶ່ງ ທີ່ເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ເມື່ອມີການເຈັບປ່ວຍ ຈໍາເປັນຕ້ອງໄດ້ປິ່ນປົວໂຕເອງຢູ່ເຮືອນ ໂດຍສະເພາະ ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຍ້ອນບໍ່ທັນເຂົ້າໃຈ ແລະເຂົ້າບໍ່ເຖິງລະບົບການໃຫ້ບໍຣິການ  ດ້ານສຸຂພາບຂອງໄທຍ ພໍເທົ່າໃດ.

ດັ່ງຄົນງານລາວ ທີ່ມາເຮັດວຽກຢູ່ໄທຍ ແບບຖືກກົດໝາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 13 ມິຖຸນາ 2022 ນີ້ວ່າ:

“ບໍ່ເຄີຍເຂົ້າ ໂຮງພຍາບານຈັກເທື່ອ ສິດວັກຊິນ ອ້າຍກໍໄປອະນາມັຍ ຄັນຕິດໂຄວິດ ພວກອ້າຍກະຊື້ຢາມາກິນ ພວກອ້າຍບໍ່ໄດ້ເຂົ້າໂຮງບານຈັກເທື່ອ ບໍ່ໄດ້ໄປກັກໂຕຈັກເທື່ອ ກັກໂຕໃນທີ່ທໍາງານເລີຍ ເຮົາບໍ່ໄປ ເພາະວ່າ ມັນບໍ່ພໍໄປຫັ້ນນ່າ ເພາະຮັກສາເອງໄດ້ກໍຮັກສາ ຊ່ວງໂຄວິດ.”

ທ່ານກ່າວຕື່ມວ່າ ຄົນງານລາວຈໍານວນຫຼາຍ ທີ່ມາເຮັດວຽກຢູ່ໄທຍ ມັກຢູ່ໃນຊ້ວງວັຍອອກແຮງງານ ມີສຸຂພາບແຂງແຮງ ແລະບໍ່ຈໍາເປັນຕ້ອງ ໄດ້ເຂົ້າຮັບການປິ່ນປົວແນວໃດຢູ່ໂຮງໝໍ ເຮັດໃຫ້ພວກເຂົາເຈົ້າ ບໍ່ໃຫ້ຄວາມສົນໃຈ ກ່ຽວກັບການເຂົ້າ ເຖິງການບໍຣິການດ້ານສຸຂພາບ, ສະນັ້ນ ເມື່ອເກີດສະຖານະການສຸຂເສີນ ເປັນຕົ້ນ: ການແຜ່ຣະບາດຂອງ ເຊື້ອໂຄວິດ-19 ຫຼື ມີອາການເຈັບປ່ວຍ ຢ່າງຮຸນແຮງ ຈາກພຍາດສ່ວນໂຕ ພັດເຮັດໃຫ້ພວກເຂົາເຈົ້າສັບສົນ ແລະບໍ່ທັນຮູ້ວ່າ ຈະສາມາດເຂົ້າເຖິງ ການບໍຣິການດ້ານສຸຂພາບດ້ວຍວິທີການໃດ.

ທີ່ຜ່ານມາ ຜູ້ຈະສາມາດເຂົ້າເຖິງ ການບໍຣິການດ້ານສຸຂພາບ ຂອງທາງການໄທຍ ຕ້ອງມີເອກສານຢັ້ງຢືນຕົວຕົນ, ຕ້ອງດໍາເນີນການຜ່ານລະບົບນາຍຈ້າງ ແລະການຈ່າຍເງິນ ໃນຮູບແບບອີເລັກໂທຣນິກ(Electronic) ເຮັດໃຫ້ຄົນງານຕ່າງດ້າວ ທັງທີ່ຮູ້ສິທ ແລະບໍ່ຮູ້ສິທຂອງໂຕເອງ ບໍ່ສາມາດເຂົ້າເຖິງ ສວັດດີການດ້ານສຸຂພາບດັ່ງກ່າວນີ້ ຈາກທາງການໄທຍໄດ້.

ດັ່ງທ່ານ ປະພົບ ສຽມຫານ ຜູ້ແທນມູນນິທິ ເພື່ອສິດທິມະນຸສ ແລະການພັທນາ (Human Rights and Development Foundation) ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກົດໝາຍທີ່ອອກມາ ໃນໄລຍະ 2 ປີນີ້ ມັນມີການກໍານົດເງື່ອນໄຂຫຼາຍເກີນໄປ ເປັນການກໍານົດວ່າ ບຸກຄົນຕ້ອງມີສັນຊາດເທົ່ານັ້ນ ຮວມໄປເຖິງເຣື່ອງຂອງການກໍານົດວ່າ ຄັນວ່າຈະສາມາດເຂົ້າສູນໄດ້ ຈະຕ້ອງມີເລຂ 13 ຫຼັກ ທີ່ເປັນບັດປະຊາຊົນ ຮວມໄປເຖິງ ເຣື່ອງຂອງໂຕວິທີ່ການເຂົ້າເຖິງ ວ່າຕ້ອງເປັນນາຍຈ້າງ ທີ່ຕ້ອງຍື່ນເຣື່ອງຮ້ອງຮຽນໄປ ແລ້ວກໍຮວມໄປເຖິງວ່າ ແຮງງານຂ້າມຊາດ ກໍໄດ້ໄປສາມາດເຂົ້າເຖິງໄດ້.”

ທ່່ານກ່າວຕື່ມວ່າ ເຖິງແມ່ນວ່າ ທາງການໄທຍ ຈະມີນະໂຍບາຍຈະແຈ້ງ ໃນການຊ່ອຍເຫຼືອຄົນງານຕ່າງດ້າວ ທີ່ຕິດເຊື້ອໂຄວິດ-19 ແຕ່ໃນສະພາບໂຕຈິງແລ້ວ ຄົນງານກຸ່ມດັ່ງກ່າວນີ້ ຍັງປະສົບບັນຫາໃນການເຂົ້າເຖິງ ການບໍຣິການດ້ານສຸຂ ເປັນຕົ້ນ: ການລົງທະບຽນປິ່ນປົວ ໃນຮູບແບບ Home Isolation (ການແຍກໂຕຢູ່ໃນເຮືອນ ສຳລັບຜູ້ຕິດເຊື້ອໂຄວິດ-19) ທີ່ກໍານົດໃຫ້ຄົນງານ ຈະຕ້ອງແຍກກັກໂຕໃນທີ່ພັກຂອງໂຕເອງ, ປະຣິມານອາຫານ ທີ່ແຈກຢາຍພາຍໃນໂຮງໝໍສນາມ ບໍ່ພຽງພໍ ແລະການຮຽກເກັບຄ່າມັດຈໍາ ແລະຄ່າປິ່ນປົວຈາກຄົນງານຕ່າງດ້າວ ຍ້ອນລະບົບເບີກຈ່າຍງົບປະມານ ມີຄວາມຊັກຊ້າ.

ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໜ່ວຍງານທີ່ເຮັດວຽກ ກ່ຽວກັບແຮງງານຕ່າງດ້າວ ຄວນຈັດການບໍຣິການດ້ານສຸຂພາບ ໃຫ້ແກ່ຄົນງານທຸກກຸ່ມ ຢ່າງເທົ່າທຽມກັນ ໂດຍບໍ່ແບ່ງແຍກວ່າ ເປັນຄົນໄທຍ ຫຼືຄົນຕ່າງດ້າວ ຫຼືແບ່ງແຍກ ວ່າເປັນຄົນຕ່າງດ້າວ ທີ່ເຂົ້າມາເຮັດວຽກແບບຖືກຕ້ອງ ຕາມກົດໝາຍ ຫຼືບໍ່ຖືກຕ້ອງຕາມກົດໝາຍ ໂດຍຜ່ານມາ ຄົນງານຕ່າງດ້າວ ພັດໄດ້ຮັບສວັດດີການ ທີ່ໜ້ອຍກວ່າຄົນໄທຍ ອີກທັງຄົນງານຕ່າງດ້າວ ຈໍານວນນຶ່ງພັດບໍ່ສາມາດ ເຂົ້າເຖິງການບໍຣິການ ດ້ານສຸຂພາບໄດ້ ຍ້ອນເປັນຄົນງານທີ່ເຂົ້າມາເຮັດວຽກ ແບບບໍ່ຖືກຕ້ອງຕາມກົດໝາຍ.

ດັ່ງຍານາງ ຫຼິນຟ້າ ອຸປັດສະນາ ຜູ້ຈັດການໂຄງການສື່ສານຄວາມສ່ຽງ ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃນກຸ່ມປະຊາກອນຂ້າມຊາດ ຂອງມູນນິທິ ສຸພະນິມິຕ ແຫ່ງປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເປັນຫຍັງ ເຮົາຈຶ່ງເອົາສິດທິໃນການຮັກສາພຍາບານ ໄປຜູກມັດກັບການມີວຽກເຮັດ ຄັນວ່າມາຢູ່ທາງພີ້ ຄັນວ່າ ຢາກຈະມີສິດ ມັນກໍຄືກັນກັບປະກັນສຸຂພາບ ໃນເມື່ອເຮົາມີຄວາມສາມາດ ແລ້ວເຮົາກໍຢາກມີປະກັນສຸຂພາບ ເປັນຫຍັງຈຶ່ງຕ້ອງເອົາໄປຜູກມັດວ່າ ມີໃບອະນຸຍາດໃຫ້ເຮັດວຽກຫຼືບໍ່ ຄືຖ້າມັນຢູ່ແຍກກັນ ຄືຜູ້້ໃດມີຄວາມສາມາດ ທີ່ຈະຊື້ໄດ້ ກໍໄປຊື້ ກໍໜ້າຈະແຍກກັນ.”

ປັດຈຸບັນ ປະເທດໄທຍ ມີຄົນງານ 3 ສັນຊາດ ຈາກປະເທດລາວ, ກັມພູຊາ ແລະພະມ້າ ປະມານ 1,700,000 ຄົນ ໃນນີ້ ມີຄົນງານຕ່າງດ້າວຫຼາຍກວ່າ 800,000 ຄົນ ທີ່ຍັງບໍ່ທັນໄດ້ຮັບສິທ ໃນການເຂົ້າເຖິງການບໍຣິການ ດ້ານສຸຂພາບຂອງໄທຍ ເຊິ່ງເປັນປະເດັນສໍາຄັນ ທີ່ທາງການໄທຍຄວນເລັ່ງແກ້ໄຂ.

ດັ່ງ ທ່ານ ອະດິສອນ ເກີດມົງຄົນ ຜູ້ປະສານງານ ເຄືອຂ່າຍອົງກອນ ດ້ານປະຊາກອນຂ້າມຊາດ (Migrant Working Group) ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຕເລຂທີ່ເຮົາພົບ ກໍຄື ແທ້ໆມັນມີແຮງງານຂ້າມຊາດ ປະມານ 1,600,000 ຫາ 1,700,000 ຄົນ, ແຕ່ວ່າ ມີແຮງງານຂ້າມຊາດ ເຂົ້າມາເປັນ 900,000 ປາຍໆ ເພາະສະນັ້ນ ມັນເສັຽໄປຂ້ອນຂ້າງຫຼາຍສົມຄວນ ເພາະສະນັ້ນໂຕການ ໃນການນໍາໃຊ້ກົດໝາຍນີ້ ຈໍາເປັນທີ່ຈະຕ້ອງມີຄວາມຈິງຈັງ ໃນແງ່ຂອງການບັງຄັບໃຫ້ນາຍຈ້າງ ຈັດງົບເຂົ້າປະກັນສັງຄົມ ເຊິ່ງກໍເປັນລູກຈ້າງ ໃນງົບປະກັນສັງຄົມດ້ວຍ.”

ທີ່ຜ່ານມາ ທາງສະຫະພາບຢູໂຣບ ໄດ້ສນັບສນູນໃຫ້ມູນນິທິ Action Aid ປະຈໍາປະເທດໄທຍ ຫຼື (Action Aid International Foundation) ແລະພາຄີເຄືອຂ່າຍດໍາເນີນການ ໃຫ້ການຊ່ອຍເຫຼືອ ແລະພັທນາຊ່ອງທາງ ການເຂົ້າເຖິງການບໍຣິການ ດ້ານສຸຂພາບ ແລະຂໍ້ມູນຂ່າວສານ ໃຫ້ແກ່ກຸ່ມຄົນ ທີ່ໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອໂຄວິດ-19 ພາຍໃນປະເທດໄທຍ ເຊິ່ງມີຈໍານວນທັງໝົດ 387,038 ຄົນ ໃນນີ້ ເປັນຄົນງານຂ້າມຊາດ 315,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.