ຄົນງານລາວ ເງິນເດືອນ​ຕ່ຳ, ສວັດດີການ ບໍ່ພຽງພໍ

ໄຊຍາ
2022.04.29
ຄົນງານລາວ ເງິນເດືອນ​ຕ່ຳ, ສວັດດີການ ບໍ່ພຽງພໍ ຄົນງານລາວ ກຳລັງເຮັດວຽກ ຕາມເສັ້ນທາງ ຣົຖໄຟລາວ-ຈີນ, ທີ່ສຖານີຣົຖໄຟລາວ-ຈີນ ນະຄອນຫຼວງວຽງຈັນ.
RFA

ການຣະບາດຂອງໂຄວິດ-19 ທົ່ວໂລກ ໄດ້ສົ່ງຜົລກະທົບຢ່າງໜັກໜ່ວງ ໃຫ້ກັບຫຼາຍປະເທດ ແລະປະເທດລາວ ຍັງຖືເປັນປະເທດທີ່ດ້ອຍພັທນາ ກໍເປັນນຶ່ງປະເທດທີ່ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງເຊັ່ນດຽວກັນ ຊຶ່ງນຳພາໃຫ້ເສຖກິຈໃນລາວຕົກຕໍ່າ ຕ້ອງປະເຊີນກັບອັດຕຣາເງິນເຟີ້ຮຸນແຮງ, ເງິນກີບອ່ອນຄ່າລົງ ເຮັດໃຫ້ຄ່າຄອງຊີບພາຍໃນແພງຂຶ້ນເກືອບ 10% ເມື່ອທຽບໃສ່ປີ 2021 ທີ່ຜ່ານມາແລະຍັງເຮັດໃຫ້ອັດຕຣາວ່າງງານ ເພີ່ມສູງຂຶ້ນມາຢູ່ທີ່ 21.8% ໃນປີ 2021-2022 ນີ້.

ຈາກສະພາບທີ່ເກີດຂຶ້ນ ໄດ້ມີຄົນງານລາວຈຳນວນຫຼາຍ ພະຍາຍາມດີ້ນຮົນໂຕເອງ ຂ້າມໄປເຮັດວຽກຢູ່ປະເທດໄທຍ ເພື່ອຄວາມຢູ່ລອດຂອງຕົນເອງ ແລະຄອບຄົວ ຫາກຈະເຮັດວຽກຢູ່ພາຍໃນປະເທດ ກໍໄດ້ຮັບເງິນເດືອນໜ້ອຍ ແລະສວັດດີການສັງຄົມ ຍັງຈຳກັດ, ຄ່າຕອບແທນທີ່ ສົມເຫດສົມຜົລ ກັບຄ່າຄອງຊີບໃນປັດຈຸບັນ.

ດັ່ງເຈົ້າໜ້າທີ່ ສະຫະພັນກັມມະບານລາວ ແຂວງສວັນນະເຂດທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 29 ເມສານີ້ວ່າ:

ຄົນລາວນີ້ອາຊີບຂະເຈົ້າ ມັນມີອາຊີບທີ່ວ່າເປັນອາຊີບຊາວໄຮ່ ຊາວນາ ຊາວສວນ. ຖ້າວ່າຄ່າຈ້າງແຮງງານຂະເຈົ້າມັນບໍ່ກຸ້ມຄ່າຈ້າງ ແຮງງານ ຂະເຈົ້າມັນບໍ່ກຸ້ມຄ່າກັບການກະເສດ ກັບຢູ່ເສຖກິຈຄອບຄົວຂະເຈົ້າ ຂະເຈົ້າກາຢາກເຮັດຫັ້ນແລ້ວ ບັນຫາໂຕນັ້ນມັນບໍ່ສາມາດ ດຶງເອົາຂະເຈົ້າມາຢູ່ໃນໂຮງງານ ອຸສາຫະກັມໄດ້ ຄັນວ່າໃຫ້ຂະເຈ້າເຮັດທຸກມື້ ພັດເງິນເດືອນບໍ່ກຸ້ມຢູ່ກຸ່ມກິນ ຂະເຈົ້າກາບໍ່ຢູ່ຫັ້ນນ່່າເວົ້າງ່າຍໆ.

ທ່ານໄດ້ກ່າວຕື່ມວ່າ ເປົ້າໝາຍສຳຄັນຂອງຄົນງານລາວ ຄືຕ້ອງການເຮັດວຽກຫາເງິນ ໃຫ້ໄດ້ຫລາຍທີ່ສຸດ ເພື່ອນຳໄປປັບປຸງຄຸນນະພາບຊີວິດ ຂອງໂຕເອງ ແລະຄອບຄົວໃຫ້ດີຂຶ້ນກວ່າເກົ່າ ຊຶ່ງທາງເລືອກທີ່ດີກໍຄື ຕ້ອງຂ້າມໄປເຮັດວຽກຢູ່ປະເທດໄທຍ ເພາະມີຄ່າແຮງງານທີ່ແພງກວ່າລາວ.

ໃນຂະນະທີ່ຫຼາຍບໍຣິສັດ ຫຼາຍໂຮງງງານໃນເຂດເສຖກິຈພິເສດ ສວັນ-ເຊໂນ ຫລື ເຂດເສຖກິຈອື່ນໆ ພາຍໃນປະເທດ ກໍເປີດໂອກາດໃຫ້ຄົນງານລາວສມັກ ເຂົ້າໄປເຮັດວຽກ ແຕ່ບໍຣິສັດ ຫຼືໂຮງງານນັ້ນໃຫ້ເງິນເດືອນໜ້ອຍ ສະເລັ່ຍ 1-2 ລ້ານກີບ ແລະສ່ວນໃຫຍ່ຈະບໍ່ມີສວັດດີການ ໃຫ້ກັບຄົນງານ ຊຶ່ງຄົນງານລາວສ່ວນຫລາຍ ຕ່າງກໍເຫັນວ່າບໍ່ກຸ້ມຄ່າແຮງ.

ຂະນະທີ່ຄົນງານລາວຜູ້ນຶ່ງທີ່ເດີນທາງກັບຈາກປະເທດໄທຍໄລຍະທີ່ເກີດການຣະບາດຂອງໂຄວິດ-19 ເມື່ອປີ 2020 ຜ່ານມາກ່່າວວ່າຍັງຕ້ອງການເດີນທາງກັບໄປເຮັດວຽກທີ່ປະເທດໄທຍອີກຄັ້ງນຶ່ງເພາະໄດ້ຮັບຄ່າຕອບແທນທີ່ດີປະມານ 500-700 ບາດຕໍ່ມື້ແລະຍັງອາສັຍການກິນຢູ່ກັບນາຍຈ້າງໂດຍບໍ່ມີລາຍຈ່າຍເພີ່ມແລະທີ່ສຳຄັນປະສົບການ, ສີມື, ສວັດດີການ ຕ່າງ ໆ ທີ່ໄດ້ຮັບນັ້ນບໍ່ສາມາດຫາໄດ້ໃນປະເທດລາວ.

ຂະນະທີ່ການເປັນຄົນງານລາວ ທີ່ເຮັດວຽກຢູ່ໃນລາວ ມັນກາຈະຖືກເອົາປຽບສເມີ ທັງເຣື່ອງເງິນເດືອນທີ່ໄດ້ຮັບໜ້ອຍ, ບໍ່ມີສວັດດີການໃຫ້ຄົນງານ, ເຮັດວຽກເກີນໂມງ, ບໍ່ມີມື້ພັກມື້ຢຸດ ຊຶ່ງເປັນປັດຈັຍສຳຄັນທີ່ເຮັດໃຫ້ຄົນງານລາວບໍ່ພໍໃຈ.

ດັ່ງຄົນງານລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສານີ້ວ່າ:

ຢູ່ລາວ ນຶ່ງມາຄ່າໃຊ້ຈ່າຍມັນສູງຫລາຍ ຄ່າແຮງງານມັນຕໍ່າ ຢູ່ລາວກັບໄທຍມັນກາຄືກັນ ເຣື່ອງວຽກຫັ້ນປະສົບການໃນການເຮັດວຽກ ຢູ່ໄທຍກັບຢູ່ລາວມັນຕ່າງກັນ ສົມມຸດວ່າເຮົາເຮັດວຽກ ບໍ່ໄດ້ເຮົາເຈັບເຮົາເປັນຈັ່ງສິ ເພິ່ນກາພາໄປໂຮງໝໍ ເຮົາກາບໍ່ໄດ້ເສັຍຄ່າໂຮງບານ.

ສ່ວນຄົນງານລາວທີ່ເຮັດວຽກ ເປັນກັມມະກອນຢູ່ນຳບໍຣິສັດຂົນສົ່ງ ສິນຄ້າໃນແຂວງອຸດົມໄຊ ກ່າວວ່າປັດຈຸບັນເຮັດວຽກນໍາບໍຣິສັດ ຂົນສົ່ງສິນຄ້າດັ່ງກ່າວມາແລ້ວ 5 ປີປາຍ ແລະໄດ້ຮັບພຽງແຕ່ເງິນເດືອນຢ່າງດຽວ 2.5 ລ້ານກີບ ຫລືປະມານ 200 ໂດລາຣ໌ສະຫະຣັຖ. ຂະນະທີ່ລາຍຈ່າຍຕໍ່ເດືອນສູງເຖິງ ເກືອບ 5 ລ້ານກີບຕໍ່ເດືອນ ໂດຍທີ່ສວັດດີການສັງຄົມອື່ນໆ ບໍ່ໄດ້ຮັບການຄຸ້ມຄອງ. ຢ່າງໃດກໍຕາມ ຄ່າຕອບແທນທີ່ໄດ້ຮັບນັ້ນ ກໍຂຶ້ນກັບບໍຣິສັດ, ໂຮງງານນັ້ນໆ ກຳນົດໄວ້.

ຫາກຣັຖບານລາວ ສາມາດເຮັດໃຫ້ຄົນງານລາວ ໄດ້ຮັບສວັດດີການສັງຄົມທີ່ດີ ກໍຈະຊ່ອຍໃຫ້ຄົນງານລາວ ມີກຳລັງໃຈຂຶ້ນໃນການເຮັດວຽກ.

ດັ່ງຄົນງານລາວຜູ້ນຶ່ງ ໃນແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 29 ເມສານີ້ວ່າ:

ເພາະວ່າຂະເຈົ້າໃຫ້ແຕ່ເງິນເດືອນ ຂຶ້ນກັບວ່າບໍຣິສັດໃດ ຂະເຈົ້າຈ້າງລູກນ້ອງ ຄ່າແຮງງານຖືກ ຫລືແພງ ມັນກາຂຶ້ນຕາມວຽກແດ່ ເອີບໍ່ມີແຕ່ພວກສວັດດີການນີ້ ຄັນວ່າທາງພາກຣັຖຫັ້ນ ຢາກໃຫ້ເພິ່ນແກ້ໄຂໄດ້້.

ຄົນງານລາວອີກຜູ້ນຶ່ງ ໃນແຂວງວຽງຈັນ ຊຶ່ງກ່ອນທີ່ຈະເກີດການຣະບາດຂອງ ໂຄວິດ-19 ໄດ້ເຮັດວຽກຢູ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ແລ້ວໄດ້ລາອອກຈາກໂຮງງານດັ່ງກ່າວ ເນື່ອງຈາກໄດ້ຮັບເງິນເດືອນໜ້ອຍ ປະມານ 1.5 ລ້ານກີບ ຕໍ່ເດືອນ ຫລືປະມານ 125 ໂດລາຣ໌ສະຫະຣັຖ ຊຶ່ງບໍ່ສອດຄ່ອງກັບສະພາບ ເສຖກິຈຂອງລາວໃນຕອນນີ້.

ປັດຈຸບັນໄດ້ເຮັດວຽກ ເປັນພະນັກງານໂຮງແຮມແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງເປັນຂອງນັກລົງທືນຈີນ ກໍໄດ້ຮັບເງິນເດືອນທີ່ເພີ່ມຂຶ້ນເຫຼັກໜ້ອຍ ແຕ່ກໍຍັງຖືກຈຳກັດດ້ານສວັດດີການສັງຄົມ ໂດຍບໍ່ສາມາດຮຽກຮ້ອງຫຍັງໄດ້.

ດັ່ງຄົນງານລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ເມສານີ້ວ່າ:

ອໍຕອນນີ້ນ້ອງເຮັດວຽກຢູ່ໂຮງແຮມ, ອໍ (ເງິນເດືອນ) ເຣີ່ມຕົ້ນແມ່ນລ້ານແປດ (ປະມານ 150 ໂດລາຣ໌ສະຫະຣັຖ), ສວັດດີການຕ້ອງຢູ່ວຽກຮອດປີ ຂະເຈົ້າເຖິງສິເຮັດໃຫ້ ເພາະວ່າເຮັດນໍາຄົນຈີນເດ້ ຖາມວ່າໄຄເບາະ ມັນກາໄຄກວ່າໜ້ອຍນຶ່ງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສູນກາງສະຫະພັນ ກັມມະບານລາວ ກ່າວວ່າຮູ້ສຶກເຫັນໃຈຄົນງານລາວ ທຸກຄົນທີ່ຕ້ອງປະເຊີນ ກັບສະພາບເສຖກິຈຕົກຕໍ່າ, ຂະນະທີ່ຄ່າແຮງງານຂັ້ນຕໍ່າ ຍັງເທົ່າເກົ່າ ຊຶ່ງຣັຖບານລາວເອງກໍບໍ່ໄດ້ມີແນວທາງ ແກ້ໄຂທີ່ເປັນຮູບປະທັມ ໃນການແກ້ໄຂນີ້ຈາກບັນຫາ ທີ່ເກີດຂຶ້ນ ກໍເປັນສ່ວນສຳຄັນທີ່ເຮັດໃຫ້ຄົນງານລາວ ຈຳນວນບໍ່ໜ້ອຍຂ້າມໄປເຮັດວຽກ ຢູ່ປະເທດໄທຍ ທັງຮູບແບບຖືກກົດໝາຍ ແລະບໍ່ຖືກກົດໝາຍ.

ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ສູນກາງສະຫະພັກກັມມະບານລາວ ກໍໄດ້ປຶກສາຫາລືຮ່ວມກັບ ກະຊວງແຮງງານ ແລະສວັດດີການສັງຄົມ ເມື່ອຕົ້ນເດືອນຕຸລາ 2021 ທີ່ຜ່ານມາກ່ຽວກັບເຣື່ອງ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 1.1 ລ້ານກີບ ມາເປັນ 1.5 ລ້ານກີບ ເພື່ອຊ່ອຍຊຸກຍູ້ ແລະສົ່ງເສີມສວັດດີການສັງຄົມ ຂອງຄົນງງານລາວໃນປະເທດ ໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ ແລະສອດຄ່ອງກັບສະພາບເສຖກິຈໃນປັດຈຸບັນ.

ດັ່ງເຈົ້າໜ້າທີ່ ສູນກາງສະຫະພັນ ກັມມະບານລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ເມສານີ້ວ່າ:

ແຕ່ກ່ອນຫັ້ນ ຄ່າແຮງງານຂັ້ນຕໍ່າ ເຮົາມັນຕົກເປັນເງິນໂດລາຣ໌ປະມານ 130, ວ່າສິເນາະ ແຕ່ວ່າດຽວນີ້ເງິນມັນຜັນຜວນ ແລະຄ່າແຮງງານເຮົາຍັງທໍ່ເກົ່າ ແຕ່ວ່າຖ້າໄປທຽບເປັນເງິນໂດລາຣ໌ນີ້ ມັນບໍ່ເຖິງຮອດ 100 ພຸ້ນນ່າ ກັມມະກອນເຮົາສິບໍ່ມີກິນແລ້້ວ ຄັນມັນຕໍ່າຫຼາຍເພິ່ນກາສິໜີໄປ ເຮັດວຽກຢູ່ທາງອື່ນຫັ້ນນ່າ.

ປັດຈຸບັນເຖິງວ່າຣັຖບານລາວ ຈະມີມາຕການຜ່ອນຜັນໃນການປ້ອງກັນ ໂຄວິດ-19 ແລ້ວກໍຕາມ ແຕ່ພາກທຸຣະກິຈ ແລະອຸດສາຫະກັມຈຳນວນນຶ່ງ ພາຍໃນລາວຍັງບໍ່ສາມາດ ເປີດດຳເນີນກິຈການໄດ້ເຕັມ 100% ຈຶ່ງເຮັດໃຫ້ມີຜົລກະທົບໂດຍກົງ ຕໍ່ຄົນງານລາວ ແລະເຮັດໃຫ້ອັດຕຣາຫວ່າງງານ ຢູ່ປະເທດລາວເພີ່ມຂຶ້ນຈາກ 9.24% ໃນປີ 2020 ມາເປັນ 21.8% ໃນປີ 2021-202 ນີ້ ໂດຍມີຜູ້ຫວ່າງງານຫຼາຍກວ່າ 4 ແສນຄົນທົ່ວປະເທດ. ອີງຕາມການຣາຍງານ ຂອງສູນກາງສະຫະພັນ ກັມມະບານລາວ.

ຂະນະທີ່ກອງປະຊຸມຣັຖບານລາວ ສມັຍສາມັນປະຈຳເດືອນເມສາ 2022 ນີ້ ທ່ານພັນຄຳ ວິພາວັນ ນາຍົກຣັຖມົນຕຣີຂອງລາວ ເຫັນດີດ້ານຫຼັກການໃນປັບຂຶ້ນຄ່າແຮງງານຂັ້ນຕໍ່າໃໝ່ ຕາມທີ່ສູນກາງສະຫະພັນ ກັມມະການບານລາວ ໄດ້ສເນີກ່ອນໜ້ານີ້ ໂດຍໃຫ້ກະຊວງແຮງງານ ແລະ ສວັດດດີການສັງຄົມ ແຈ້ງການຕໍ່ຫົວໜ່ວຍທຸຣະກິຈ ໃນປະເທດໃຫ້ກຳນົດເວລາເຣີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກພາບ ຈາກນັ້ນນຳໄປຣາຍງານ ຕໍ່ກອງປະຊຸມສູນກາງ ໃນເດືອນພຶສພາ 2022 ນີ້.

ສ່ວນການສເລີມສລອງ ວັນກັມມະກອນສາກົນຄົບຮອບ 136 ປີ ທີ່ຈະມາເຖິງນີ້ ຄະນະບໍຣິຫານສູນກາງສະຫະພັັນ ກັມມະບານລາວ ແລະ ນະຄອນຫລວງວຽງຈັນ ກໍຈະຈັດຕັ້ງປະຖະກະຖາ ຫວນຄືນມູນເຊື້ອປວັດຄວາມເປັນມາ ຂອງວັນກັມມະກອນສາກົນ ຕາມເງື່ອນໄຂ ແລະຄວາມເໝາະສົມໂຕຈິງ ໃນສະພາບການຣະບາດຂອງ ໂຄວິດ-19.

ສ່ວນແຂວງໃດທີ່ມີເງື່ອນໄຂ ກໍໃຫ້ຈັດຂະບວນການຕ່າງໆ ເຊັ່ນ ຈັດຂະບວນການແຂ່ງຂັນ ສີມືແຮງງານ, ແຂ່ງຂັນກິລາມວນຊົນ, ອະນາໄມຕາມສຳນັກງານ-ອົງການ, ຈັດກິຈກັມຕອບ-ຖາມ ກ່ຽວກັບມູນເຊື້ອ ຂອງວັນກັມມະກອນສາກົນ ແລະມູນເຊື້ອຂອງວັນກັມມະກອນລາວ, ກິຈກັມສະແດງສິລປະ, ກິຈກັມບໍຣິຈາກເລືອດເພື່ອສັງຄົມ ແລະ ກິຈກັມອື່ນໆ ຕາມຄວາມເໝາະສົມ ຂອງແຕ່ລະພື້ນທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.