ຄົນງານລາວ ໃນຕ່າງປະເທດ ມີສ່ວນນຳເງິນຕຣາ ຕ່າງປະເທດ ເຂົ້າລາວ

ໄຊຍາ
2022.05.13
ຄົນງານລາວ ໃນຕ່າງປະເທດ ມີສ່ວນນຳເງິນຕຣາ ຕ່າງປະເທດ ເຂົ້າລາວ ຄົນງານລາວຊຸດທຳອິດ ທີ່ເດີນທາງເຂົ້າໄປເຮັດວຽກຢູ່ໄທຍ ຕາມ MOU, ວັນທີ 28 ມີນາ 2022.
RFA

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດລາວ ກ່າວເມື່ອວັນທີ 10 ພຶສພາທີ່ຜ່ານມາວ່າ ທາງການລາວຄວນສນັບສນູນ ໃຫ້ຄົນລາວເດີນທາງໄປເຮັດວຽກຢູ່ຕ່າງປະເທດ ຄືກັນກັບກ່ອນມີການແຜ່ຣະບາດ ຂອງພຍາດໂຄວິດ-19 ໂດຍ ບໍ່ພຽງແຕ່ຈະເຮັດໃຫ້ປະຊາຊົນມີວຽກເຮັດງານທຳເທົ່ານັ້ນ ແຕ່ຍັງເປັນການຊ່ອຍໃຫ້ເງິນຕຣາ ຕ່າງປະເທດເຂົ້າມາພາຍໃນປະເທດລາວຫຼາຍຂຶ້ນ ຊຶ່ງຈະຫຼຸດຜ່ອນການເໜັງຕີງ ຂອງອັດຕຣາແລກປ່ຽນເງິນຕຣາ ແລະການຂາດແຄນນໍ້າມັນ ເຊື້ອໄຟພາຍໃນປະເທດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີເມື່ອວັນທີ 13 ພຶສພາ 2022 ນີ້ວ່າ:

ກໍແຮງງານລາວຫັ້ນ ຝາກເງິນມາໃຫ້ພໍ່ແມ່ອີ່ຫຍັງ ຊື້ຢູ່ຊື້ກີນອີ່ຫຍັງຫັ້ນນ່າ ປະມານຢູ່ລ້ານປາຍອີ່ຫຍັງນ່າ ແຕ່ໂຕນີ້ສິເປັນກໍຣະນີນຶ່ງສິນ່າ ທີ່ວ່າສາມາດເຮັດໃຫ້ອັນນ່າ ມີເງິນຕຣາເຂົ້າມາພາຍໃນປະເທດຫັ້ນນ່າ ແລ້ວພໍດີຊ່ວງໂຄວິດ-19 ທີ່ປິດໂຕໄປເນາະ ແລ້ວກໍແຮງງານລາວກໍກັບບ້ານ.

ຢ່າງໃດກໍຕາມການຫຼຸດຜ່ອນບັນຫາ ການເໜັງຕີງຂອງອັດຕຣາແລກປ່ຽນ ແລະການຂາດແຄນ ນໍ້າມັນເຊື້ອໄຟ ພາຍໃນປະເທດດ້ວຍການສນັບສນູນ ໃຫ້ສົ່ງໜ່ວຍງານທີ່ກ່ຽວຂ້ອງໃຫ້ບູຣິມະສິດ ໃນການສົ່ງຄົນງານລາວໄປເຮັດວຽກ ຢູ່ຕ່າງປະເທດນັ້ນຈະຕ້ອງໄດ້ຮັບ ການພິຈາຣະນາຈາກ ກະຊວງແຮງງານ ແລະສວັດດີການສັງຄົມ ແລະສູນກາງສະຫະພັນກັມມະບານລາວນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຊອກຫາ ແນວທາງໃນການຫຼຸດຜ່ອນບັນຫາເງິນເຟີ້ ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

ອັນເພາະວ່າພວກເຮົາ ກໍມີວຽກງານຫຼາຍກ່ຽວກັບແຮງງານ ແລະຂໍ້ສເນີກ່ຽວກັບການແກ້ໄຂບັນຫາຂາດແຄນ ເງິນຕຣາຕ່າງປະເທດອັນພວກເຮົາ ກໍພ້ອມກັນ 3 ຝ່າຍເນາະໄຕຣພາຄີເນາະ ໃນອົງການສາມຝ່າຍພວກເຮົາເນາະ.

ໃນຂະນະດຽວກັນ ຮອງປະທານສະພາອຸດສາຫະກັມ ແລະການຄ້າ ແຫ່ງຊາດລາວ ຍັງສເນີຄຳເຫັນຕື່ມວ່າ ພາຍຫຼັງເປີດປະເທດ ຢ່າງເປັນທາງການແລ້ວ ທາງການລາວຄວນ ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວເພື່ອຫຼຸດຜ່ອນ ອຸປະສັກຕ່າງໆ ລະຫວ່າງການພັກເຊົາ ຢູ່ພາຍໃນປະເທດລາວ ຄວນຈະປັບປຸງສະພາບແວດລ້ອມ ພາຍໃນປະເທດແບບຮີບດ່ວນ ເພື່ອດຶງດູດນັກລົງທຶນ ຈາກຕ່າງປະເທດ, ຄວນອະນຸຍາດໃຫ້ຄົນລາວ ຢູ່ຕ່າງປະເທດສາມາດຊື້ທີ່ດິນ ພາຍໃນປະເທດລາວໄດ້ ແລະຄວນສນັບສນູນພາກເອກກະຊົນ ໃຫ້ສາມາດສົ່ງອອກສິນຄ້າກະເສດ ໄປຍັງຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະຢາງພາຣາ, ໝາກກ້ວຍ, ມັນຕົ້ນ ແລະ ສາລີຫວານ.

ທາງດ້ານຄົນງານລາວ ຈຳນວນຫຼາຍພັດຢາກເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນແມ່ນປະເທດໄທຍ ເນື່ອງຈາກເປັນປະເທດ ທີ່ມີຊາຍແດນຕິດກັນ, ມີພາສາເວົ້າຄືກັນ ແລະໄດ້ຄ່າຈ້າງ ແຮງງານຂັ້ນຕໍ່າຫຼາຍກວ່າ ຢູ່ປະເທດລາວປະມານ 2-3 ເທົ່າ ຂອງຄ່າແຮງງານຂັ້ນຕໍ່າ ໃນປະເທດລາວຊຶ່ງ ພຽງພໍສຳລັບໃຊ້ຈ່າຍໃນຊີວິດປະຈຳວັນ ແລະສາມາດສົ່ງເງິນຈຳນວນນຶ່ງ ກັບຄືນມາໃຫ້ພໍ່-ແມ່ ທີ່ຢູ່ປະເທດລາວໄດ້.

ດັ່ງຄົນງານລາວ ທີ່ເດີນທາງໄປເຮັດວຽກ ຢູ່ໄທຍນາງນຶ່ງກ່າວວ່າ:

ກໍເຫັນດີນຳເພິ່ນຫັ້ນແຫຼະ ນະໂຍບາຍຂອງພາກຣັຖ ເພິ່ນຊ່ອຍໄດ້ຫຼາຍຖ້າຄົນງານໄດ້ ໄປເຮັດວຽກຢູ່ພຸ້ນມັນກໍໄດ້ເງິນຕຣາ ຕ່າງປະເທດເຂົ້າມາໃນປະເທດນັ້ນເດ ກໍໄດ້ຫຼາຍຢູ່ດອກກໍສົ່ງໃຫ້ພໍ່-ແມ່ນເນາະ ເງິນເດືອນທີ່ເພິ່ນເອົາໄປເກົາຫຼີ ໄປຫຍັງກໍຫຼາຍຂຶ້ນເດ້ ໄທຍກໍໄດ້ຫຼາຍຢູ່.

ປັດຈຸບັນຫົວໜ່ວຍທຸຣະກິຈ ໃນປະເທດໄທຍຂາດເຂີນແຮງງານ ແລະມີຄວາມຕ້ອງການນຳເຂົ້າຄົນງານ 3 ສັນຊາດ ຄືຄົນງານ ລາວ, ພະມ້າ ແລະ ກັມພູຊາ ຢ່າງຫຼວງຫຼາຍ ຊຶ່ງທາງກົມການຈັດຫາງານ ຂອງໄທຍຈັດສົ່ງຈຳນວນຄວາມຮຽກຮ້ອງ ຕ້ອງການແຮງງານໄປຍັງທາງການ ແລະບໍຣິສັດສົ່ງຄົນງານຂອງປະເທດລາວແລ້ວ. ແຕ່ຢ່າງໃດກໍຕາມຂັ້ນຕອນ ໃນການອະນຸມັດນຳເຂົ້າຄົນງານ ຂອງທາງໄທຍພັດໃຊ້ໄລຍະເວລາປະມານ 2 ເດືອນ ເຮັດໃຫ້ຄົນງານຕ້ອງລໍຖ້າເປັນເວລາດົນນານ ແລະບາງສ່ວນພັດປ່ຽນໄປໃຊ້ ວິທີເດີນທາງເຂົ້າປະເທດໄທຍ ແບບບໍ່ຖືກກົດໝາຽ.

ດັ່ງພະນັກງານ ບໍຣິສັດຈັດຫາງານນາງນຶ່ງກ່າວວ່າ:

ອ່າ Name List (ບັນຊີລາຍຊື່) ກາບໍ່ຊ້າ ແມ່ນຕ້ອງລໍຖ້າທາງຝັ່ງໄທຍ ກໍຢາກໃຫ້ແກ້ໄຂໃຫ້ໄວຂຶ້ນ ກໍເຮົາແລ່ນແຮງງານມັນສິບໍ່ໄດ້ຖ້າດົນ

ໄລຍະທ້າຍເດືອນເມສາຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ກວດພົບຮ້ານແລກປ່ຽນເງິນຕຣາ ຈຳນວນ 33 ຮ້ານໃນນີ້ມີ 16 ຮ້ານທີ່ດຳເນີນກິຈການ ແບບບໍ່ໄດ້ຮັບອະນຸຍາດ, ມີລັກສະນະເກັບຊື້ເງິນຕຣາ ຕ່າງປະເທດເພື່ອ ເກັງກຳໄລ ແລະກົດລາຄາເງິນກີບໃຫ້ອ່ອນຄ່າ ເປັນຕົ້ນນັກປັ່ນຕລາດເງິນ ຈຳນວນນຶ່ງຈະເປີດຮັບຊື້ເງິນຕຣາ ຕ່າງປະເທດ ແລະກຳນົດອັດຕຣາເງິນແລກປ່ຽນ ເຊັ່ນ ກີບແລກບາດ ຢູ່ທີ່ 485 ກີບ/ບາດ, ສ່ວນບາດແລກກີບ ຢູ່ທີ່ 1 ບາດ/483 ກີບ, ກີບແລກໂດລ້າຣ໌ສະຫະຣັຖ ຢູ່ທີ່ 17,000 ກີບ/ໂດລາ ສ່ວນໂດລ້າຣ໌ແລກກີບ 1 ໂດລ້າຣ໌/16,900 ກີບ. ສ່ວນຫຼາຍກວດພົບຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນເຂດຕລາດຊັ່ງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ຮວມເຖິງຫົວໜ່ວຍທຸຣະກິຈ ມີການໂຄສະນາຊື້-ຂາຍເງິນຕຣາ ຕ່າງປະເທດຜ່ານສື່ສັງຄົມອ໋ອນລາຍນ໌ ຢ່າງຈະແຈ້ງ ແຕ່ມາຮອດປັດຈຸບັນບັນຫາດັ່ງກ່າວ ບໍ່ສາມາດແກ້ໄຂໄດ້.   

ດັ່ງເຈົ້າໜ້າທີ່ ຕໍາຣວດເສຖກິຈຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ກໍບັນຫາເຣື່ອງເງິນຕຣາຕ່າງປະເທດ ທີ່ມີການຕິດຂັດຫັ້ນນ່າມັນຕິດຂັດ ຢູ່ໃສຫຼາຍອາດຈະກຸ່ມຄົນທຸຣະກິຈແລກປ່ຽນເງິນຕຣາ ຢູ່ນອກຫັ້ນນ່າ ນອກທນາຄານຫັ້ນນ່າ ພວກນີ້ກໍສ່ວນໃນການ ບາງທີອາດຈະກັກຕຸນ ເກັງກຳໄລ ເວລາແລກປ່ຽນເງິນຕຣາຫັ້ນນ່າ.

ອີງຕາມບົດຣາຍງານ ສະພາບອັດຕຣາເງິນເຟີ້ປະຈຳເດືອນມີນາ 2022 ຂອງສູນສະຖິຕິ ແຫ່ງຊາດ, ກະຊວງແຜນການ ແລະການລົງທຶນ ຣະບຸວ່າອັດຕຣາເງິນເຟີ້ພາຍໃນປະເທດລາວ ເຄີຍຂຶ້ນສູງສຸດໃນເດືອນສິງຫາ 2020 ຄື 5.9% ແຕ່ໃນປີ 2022 ນີ້ອັດຕຣາເງິນເຟີ້ ໄດ້ເຮັດສະຖິຕິໃໝ່ຢູ່ທີ່ 6.2% ໃນເດືອນມົກກະຣາທີ່ຜ່ານມາ ແລະເພີ່ມຂຶ້ນ 7.3% ໃນເດືອນກຸມພາ, 8.5% ໃນເດືອນມີນາ ແລະ ຫຼ້າສຸດໃນເດືອນເມສາເພີ່ມຂຶ້ນເປັນ 9.9% ຊຶ່ງເປັນຜົລກະທົບ ຈາກການແຜ່ຣະບາດ ຂອງພຍາດໂຄວິດ-19, ລາຄານໍ້າມັນທີ່ປັບຂຶ້ນຢ່າງຕໍ່ເນື່ອງ ແລະສະພາບຄວາມຜັນຜວນ ຂອງຄ່າເງິນກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.