ຊາວໝຸ່ມລາວ ນິຍົມເຮັດວຽກນຳ ບໍຣິສັດຈີນ
2022.10.05
ແຂວງອຸດົມໄຊ ໄດ້ຈັດຕລາດນັດ ເພື່ອສົ່ງເສີມ ການຈ້າງ ແຮງງານລາວ ພາຍໃນແຂວງ. ໃນຂະນະທີ່ຊາວໜຸ່ມລາວ ຈຳນວນຫຼາຍຕ້ອງການ ເຮັດວຽກນໍາບໍຣິສັດຈີນ ຫຼືເດີນທາງ ໄປເຮັດວຽກ ຢູ່ປະເທດໄທຍຍ້ອນໄດ້ຮັບ ຄ່າຈ້າງຫຼາຍກ່ວາ.
ດັ່ງຊາວບ້ານ ຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 05 ຕຸລາ 2022 ນີ້ວ່າ:
“ຊ່ວງນີ້ ເຂົາໄປໄທຍຫຼາຍ ແຕ່ວ່າຈີນ ຄັນວ່າຊິໄປຢູ່ປະເທດຈີນ ບໍ່ແມ່ນເຂົາເຮັດ ເຂົາໄປຢູ່ຄາສິໂນນີ້ ເດັກນ້ອຍວັຍລຸ້ນ ເຂົາໄປຢູ່ຄາສິໂນ. ຄາສິໂນບໍ່ແກ້ວ ຄາສິໂນບໍ່ເຕັນ ແມ່ນແຫຼະ ຄັນວ່າອອກໄປທາງປະເທດນັ້ນ ແມ່ນມັນບໍ່ໄດ້ໄປທາງໃດ ມັນໄປແຕ່ທາງທິດປະເທດໄທຍ ສື່ໆ ເງິນເດືອນໜ້ອຍ ເຂົາກໍບໍ່ຢາກໄດ້ແນ່ ບ່ອນອື່ນຫຼາຍເຂົາໄປຫຼາຍ.”
ທີ່ຜ່ານມາ ເມືອງຕ່າງໆ ພາຍໃນແຂວງອຸດົມໄຊ ຍັງບໍ່ທັນມີການຈ້າງງານ ພໍເທົ່າໃດ ອີກທັງຫົວໜ່ວຍແຮງງານ ສ່ວນຫຼາຍພັດຮັບສມັກ ແຕ່ຄົນງານທີ່ເຮັດວຽກ ການສຶກສາຂັ້ນສູງ ແລະມີສີມືແຮງງານ ຂະນະທີ່ຊາວໜຸ່ມລາວ ຫຼາຍຄົນພັດບໍ່ທັນ ໄດ້ມີໂອກາດຮຽນໜັງສື ໃນລະດັບສູງ, ບໍ່ມີປະສົບການ ໃນການເຮັດວຽກ ແລະບໍ່ຮູ້ວ່າຊິໄປຂໍ ຄຳແນະນຳຈາກຜູ້ໃດເທື່ອ.
ດັ່ງກັມມະກອນ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽກັວກັນວ່າ:
“ວຽກກໍຍັງບໍ່ມີເທື່ອຢູ່ອຸດົມໄຊ ຫາວຽກມັນກໍຫາຍາກຫັ້ນແຫຼະ ຖ້າເປັນວຽກເຮັດ ນຳພັກ ນໍາຣັຖ ມັນກໍຫາຍາກຢູ່ ແຕ່ຄັນວ່າວຽກເອກຊົນຫັ້ນ ກໍມີຢູ່. ຕ້ອງການເຮັດວຽກ ຢູ່ໂຮງຈັກ ໂຮງງານ ກໍຕ້ອງລົງໄປເຮັດວຽກ ຢູ່ວຽງຈັນບໍ່, ຢູ່ນະຄອນຫຼວງບໍ່, ຢູ່ເມືອງໄຊ ມັນບໍ່ມີ. ມັນຂຶ້ນກັບບາງບ່ອນ ບາງບ່ອນກໍໄດ້ໜ້ອຍ ບາງບ່ອນກໍໄດ້ຫຼາຍ ເງິນເດືອນມັນບໍ່ປົກກະຕິເດ້ ພວກເສີບອາຫານບໍ່ ເສີບອັນນີ້ ອັນນັ້ນ ຢູ່ໂຮງອາຫານຫັ້ນ.”
ເຖິງແມ່ນວ່າ ທາງການລາວ ຈະປັບຂຶ້ນຄ່າຈ້າງ ແຮງງານຂັ້ນຕໍ່າຈາກ 1,100,000 ກີບຕໍ່ເດືອນ ເປັນ 1,200,000 ກີບ ນັບແຕ່ວັນທີ 01 ສິງຫາ ຜ່ານມາ ແຕ່ພັດມີຫົວໜ່ວຍທຸຣະກິຈ ຫຼາຍແຫ່ງ ຍັງຄົງຈ່າຍຄ່າແຮງງານ ໃຫ້ແກ່ຄົນງານລາວໃນອັດຕຣາເກົ່າ ເປັນຕົ້ນພະນັກງານເສີບ ຢູ່ຕາມຮ້ານອາຫານຕ່າງໆ ຍ້ອນເຫດຜົລດັ່ງກ່າວນີ້ ຈຶ່ງເຮັດໃຫ້ຊາວໜຸ່ມລາວ ຈຳນວນນຶ່ງນິຍົມໄປເຮັດວຽກ ນຳນາຍຈ້າງຊາວຈີນເນື່ອງຈາກ ໄດ້ຄ່າຈ້າງສູງກ່ວາ.
ດັ່ງແມ່ຄ້າຂາຍເຄື່ອງຍົກ, ເຄື່ອງຫຍ່ອຍ ຢູ່ບ້ານແຟນ ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງ ກ່າວວ່າ:
“ສ່ວນຫຼາຍແມ່ນບໍຣິສັດຈີນ ເພາະວ່າຜົລຕອບແທນ ມັນສູງ ຈະສູງກ່ວາ ປະມານ 50%, ເຄິ່ງນຶ່ງ ບາງຄົນ ບາງຄົນ ກໍໄປໄທຍ. ເຮັດຢູ່ລາວນີ້ແຫຼະ ຕາມທີ່ນ້ອງເຫັນຫັ້ນນ່າ ຍັງບໍ່ທັນມີບໍຣິສັດ ຢູ່ແຖວເຂດອຸດົມໄຊຫັ້ນນ່າ ຍັງມີໜ້ອຍ ແມ່ນຕ້ອງເຮັດຢູ່ນະຄອນຫຼວງ ຈຶ່ງມີຫຼາຍ.”
ການຈັດຕັ້ງ ຕລາດນັດແຮງງານ ໃນຄັ້ງນີິ້ ມີຜູ້ປະກອບການ ຊາວລາວ ແລະຊາວຈີນ ເປີດຮັບ
ສມັກຄົນງານ ເປັນຈຳນວນຫຼາຍ ໂດຍສະເພາະ ພນັກງານຕັດຫຍິບ ເພື່ອໄປເຮັດວຽກ ຢູ່ນະຄອນຫຼວງວຽງຈັນ, ແຕ່ພັດບໍ່ມີຄົນງານລາວ ພາຍໃນແຂວງອຸດົມໄຊ ແລະແຂວງໃກ້ຄຽງ ເດີນທາງມາຮ່ວມງານ ແລະສມັກງານພໍເທົ່າໃດ.
ດັ່ງຕາງໜ້າ ຜູ້ປະກອບການ ໂຮງງານຕັດຫຍິບ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:
“ອໍ ມັນກໍມີຂອງຈີນແດ່ ລາວແດ່ນຳ ຂາດແຄນແຮງງານຫັ້ນນ່າ ຕັດຫຍິບຂາດຊ່ວງນີ້ ເຮົາກໍມີ ເຮົາຢາກໄດ້ຄົນຫຍິບ ເປັນຈຳນວນຫຼາຍ ມັນເປັນຂອງແຕ່ລະບໍຣິສັດ ວ່າແຕ່ລະບໍຣິສັດ ແມ່ນຫຍັງ ຕ້ອງການແຮງງານເທົ່າໃດ ຂະເຈົ້າກໍມາຮັບສມັກ ເອງເລີຍຫັ້ນນ່າ ຂະເຈົ້າກໍລົງທະບຽນ ມາແລ້ວ ແຕ່ຜູ້ຊອກວຽກ ເພິ່ນຢາກໄປໂຮງງານບໍ່ ຈະມີຫຼາຍໆບໍຣິສັດ ມາຈາກໂຮງງານເກີບ, ວິກຜົມ ປະມານນີ້.”
ສຳລັບກຸ່ມເປົ້າໝາຽ ຂອງການຈັດຕັ້ງຕລາດນັດ ແຮງງານດັ່ງກ່າວນີ້ ແມ່ນຕ້ອງການ ໃຫ້ຊາວໜຸ່ມລາວ ທີ່ຢູ່ລະຫວ່າງ ການຊອກວຽກເຮັດ ງານທັມ ແລະຕ້ອງການຫາລາຍໄດ້ ເສີມສາມາດສມັກວຽກ ນຳບັນດາຫົວໜ່ວຽ ແຮງງານ ທີ່ມີຄວາມຕ້ອງການ ຄົນງານຫຼາຍກວ່າ 4,000 ຄົນ ໄດ້ອີກ ທັງຍັງສາມາດຂຶ້ນທະບຽນ ຜູ້ທີ່ຕ້ອງການຝຶກອົບຮົມ ວິຊາຊີພ ແລະພັທນາສີມືແຮງງານ ແລະ ຂໍຄຳປຶກສາ ກ່ຽວກັບວຽກເຮັດ ງານທຳ ຢູ່ພາຍໃນ ແລະຕ່າງປະເທດ ຈາກພາກສ່ວນທີ່ກ່ຽວຂ້ອງໄດ້.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ຢູ່ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ໂຮງຈັກ ໂຮງງານ ແລ້ວກໍບ້ານພັກ ໂຮງແຮມ ແລ້ວກໍສະຖານບັນເທີງ ທ່ອງທ່ຽວຕ່າງໆຫັ້ນນ່າ. ບໍຣິສັດຈັດຫາງານນີ້ນ່າ 2-3 ບໍຣິສັດ ສ່ວນຫຼາຍຢູ່ທາງເຮົານີ້ ກໍແມ່ນເປັນກຸ່ມຫັ້ນນ່າ ກຸ່ມໄວລຸ້ນ ກຸ່ມເດັກນ້ອຍນີ້ກໍໄປວຽກ ທີ່ວ່າມັນຢູ່ໃນພື້ນທີ່ ກໍຄຶືວຽກຂົນສົ່ງບໍ່ ພວກຈັດສົ່ງຟູດແພນດ້າບໍ່ ອີ່ຫຍັງຕ່າງໆ ແລ້ວກໍພວກບໍຣິສັດບໍ່, ຮ້ານອາຫານ, ໂຮງແຮມ ທີ່ວ່າຂະເຈົ້າເຮັດໄດ້ ຕອນຄໍ່າ ຕອນສວຍ ເວລາຫວ່າງ.”
ການຈັດຕລາດນັດແຮງງານ ທີ່ເກີດຂຶ້ນ ພັດຍັງບໍ່ທັນມີຊາວໜຸ່ມລາວ ເດີນທາງເຂົ້າມາຮ່ວມງານ ຫຼາຍພໍເທົ່າໃດ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ໃຫ້ຄຄວາມສຳຄັນ ໃນການໂຄສະນາ ປະຊາສັມພັນ ພາຍໃນແຂວງອຸດົມໄຊ ແລະແຂວງອື່ນໆ ທາງພາກເໜືອ ຂອງລາວເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ ຜູ້ດຽວກັນນີ້ກ່າວຕື່ມວ່າ:
“ການໂຄສະນາ ເຮົາມັນບໍ່ໄດ້ທົ່ວເຖິງປານໃດ ເບິ່ງແລ້ວທາງແຂວງເຮົາ ເປັນຕົ້ນວ່າ ແຂວງທາງພາກເໜືອເນາະ ຂອງລາວກໍຄື ຫຼວງພຣະບາງ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ຄັນວ່າເຮົາເຮັດແບບນີ້ເຮົາກໍບໍ່ຈຳເປັນ ເອົາແຕ່ແຂວງເຮົາ ມັນກໍຊິຕ້ອງໄດ້ໂຄສະນາໄປ ເຂົາກໍໜ້າຈະມາໂຕນີ້ ຄົນຫວ່າງງານມັນຂ້ອນຂ້າງຫຼາຍເດ້ ດຽວນີ້ຄົນລາວເປັນຫຍັງ ກໍຄືວ່າຫຼາຍແທ້ ແຕ່ວ່າຄົນມາສມັກ ກໍຄືໜ້ອຍແທ້.”
ເມື່ອວັນທີ 04 ຕຸລາ ທີ່ຜ່ານມາ ຜແນກແຮງງານ ແລະສວັດດີການ ສັງຄົມໄດ້ຈັດຕລາດນັດ ແຮງງານດັ່ງກ່າວນີ້ ເປັນຄັ້ງທີ 2 ໂດຍມີເປົ້າໝາຽ ເພື່ອຊ່ອຍໃຫ້ຄົນງານລາວ ພາຍໃນແຂວງອຸດົມໄຊ ໄດ້ມີໂອກາດເຂົ້າເຖິງ ຕຳແໜ່ງງານຫວ່າງ ຂອງບໍຣິສັດຕ່າງໆ ທັງພາຍໃນ ແລະຕ່າງແຂວງ ເປັນຕົ້ນວຽກງານ ພາກຣ໌ທາມ໌ ທີ່ກ່ຽວກັບການຂົນສົ່ງສີນຄ້າພາຍໃນເມືອງແລະລະຫວ່າງເມືອງ, ວຽກກັມມະກອນພາຍໃນໂຮງຈັກ ໂຮງງານ ແລະວຽກງານ ວິຊາສະເພາະ ທີ່ຕ້ອງການຜູ້ອອກແຮງງານ ທີ່ສຳເຣັດການສຶກສາ ໃນລະດັບສູງ ອີກທັງຍັງມີບໍຣິສັດ ຈັດຫາງານ ມາເຂົ້າຮ່ວມ ເພື່ອຄອຍໃຫ້ຄຳປຶກສາ ແກ່ຄົນງານລາວ ທີ່ຕ້ອງການ ຊອກວຽກເຮັດ ງານທຳພາຍໃນ ແລະຕ່າງປະເທດ.