ຈີນຕຣຽມເປີດ ບໍຣິການ ທ່າເຮືອ ກວນເຫຼີ້ຍ
2022.09.22
ອີງຕາມການຣາຍງານ ຂອງຍານາງ ຜກາຍມາສ ເວັຍຣ໌ຣາ ຮອງປະທານຫໍການຄ້າ ແຂວງຊຽງຣາຍຂອງໄທຍ ໃນວັນທີ 17 ກັນຍາ 2022 ສຳນັກກິຈການຕ່າງປະເທດ ເຂດປົກຄອງສິບສອງປັນນາ ມົນທົນຢູນານ ປະເທດຈີນ ໄດ້ແຈ້ງການເຖິງການເປິດບໍຣິການ ທ່າເຮືອກວນເຫຼີ້ຍ ວ່າຕັ້ງແຕ່ວັນທີ 15 ກັນຍາ 2022 ທ່າເຮືອກວນເຫຼີ້ຍ ສາມາດໃຫ້ເຮືອສິນຄ້າ ຈາກປະເທດຕ່າງໆ ໃຊ້ເສັ້ນທາງຂົນສົ່ງສິນຄ້າ ຜ່ານແມ່ນໍ້າຂອງ ເຂົ້າສູ່ປະເທດຈີນໄດ້ ເພື່ອຮອງຮັບສິນຄ້າຕ່າງໆ ແຕ່ຍັງບໍ່ອານຸຍາດ ໃຫ້ຄົນເຮືອຂຶ້ນຝັ່ງໄດ້ເທຶ່ອ ເພາະຍັງຕ້ອງປ້ອງກັນ ການຣະບາດຂອງເຊື້ອ ໂຄວິດ-19 ເຊິ່ງທາງຜູ້ປະກອບການ ທີ່ຂົນສົ່ງສິນຄ້າຕ່າງໆ ທີ່ ຈະສົ່ງສິນຄ້າຜ່ານເຂົ້າໄປທ່າ ເຮືອກວນເຫຼີ້ຍ ຈະຕ້ອງແຈ້ງຣາຍລະອຽດ ປະເພດສິນຄ້າ ຈຳນວນຄົນໃນເຮືອ ໃຫ້ຈະແຈ້ງ ກ່ອນຈະສົ່ງສິນຄ້າໄປຍັງປະເທດຈີນ.
ດັ່ງຍານາງ ຜກາຍມາສ ເວັຍຣ໌ຣາ ຮອງປະທານຫໍການຄ້າ ແຂວງຊຽງຣາຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ກັນຍານີ້ວ່າ:
“ເປີດມັນກໍມີຜົລດີກັບຊາດຕ່າງໆ ຂອງແມ່ນໍ້າຂອງ ເຊື່ອມທັງທ່າພະມ້າ ທັງທ່າລາວ ທ່າໄທຍເຊື່ອມຫາກັນໄດ້ໝົດ ແລ້ວການສົ່ງສິນຄ້າ ທາງນໍ້າຖືກກວ່າທາງບົກ ໄປທີ 200-300 ຕັ່ນ ຕາມທີ່ເຮືອບັນທຸກ ລູກເຮືອທີ່ຈະຂື້ນບົກ ຈີນກໍຍັງບໍ່ອານຸຍາດ ຂອງຈີນກັບພະມ້າ ທີ່ບຸກຄົນຍັງບໍ່ໃຫ້.”
ຍານາງກ່າວຕື່ມວ່າ ການເປີດທ່າເຮືອກວນເຫຼີ້ຍນີ້ ຖືວ່າເປັນເຣຶ່ອງທີ່ດີທາງດ້ານເສຖກິຈ ການຂົນສົ່ງສິນຄ້າເຂົ້າ-ອອກ ອີກເສັ້ນທາງນຶ່ງ ທີ່ສິນຄ້າຈາກປະເທດໄທຍ, ລາວ ແລະ ພະມ້າ ສາມາດຂົນສົ່ງໄປຍັງປະເທດຈີນ ໄດ້ສດວກຂຶ້ນ ແລະ ການຂົນສົ່ງສິນຄ້າທາງເຮືອ ຍັງມີຣາຄາຖືກກວ່າ ການຂົນສົ່ງທາງບົກ ສາມາດໃຫ້ຜູ້ປະກອບການ ຂົນສົ່ງທາງເຮືອຫລຸດຕົ້ນທຶນ ຂົນສົ່ງໄດ້ຫລາຍເທົ່າ ເພາະເຮືອ 1 ລຳ ສາມາດ ຮອງຮັບສິນຄ້າໄດ້ເຖິງ 200-300 ຕັນ.
ທີ່ຜ່ານມາ ທ່າເຮືອກວນເຫຼີ້ຍ ໄດ້ປິດມາສອງປີປາຍ ຫລືຕັ້ງແຕ່ວັນທີ 31 ມີນາ 2020 ເພາະທາງການຈີນ ຕ້ອງປ້ອງກັນ ການຣະບາດຂອງ ໂຄວິດ-19 ເຊິ່ງກໍສົ່ງຜົລກະທົບ ທາງດ້ານທຸຣກິຈ ການຂົນສົ່ງສິນຄ້າທາງເຮືອ ໃນແມ່ນໍ້າຂອງຢ່າງໜັກ ໂດຍສະເພາະສິນຄ້າ ປະເພດແຊ່ແຂງ ທີ່ໄທຍເຄີຍສົ່ງອອກໄປຈຳນວນຫລາຍ ຕ້ອງງຽບເຫົງາ ເຊິ່ງລວມມູລຄ່າສິນຄ້າ ທີ່ໄທຍຈະສົ່ງອອກ ເສັຍຫາຍປີລະຫລາຍໝື່ນລ້ານບາທ.
ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າໜ້າທີ່ຫ້ອງການແຂວງບໍ່ແກ້ວ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ສຳລັບແຈ້ງການ ເປີດທ່າເຮືອກວນເຫຼີ້ຍຄັ້ງຫລ້າສຸດນີ້ ຍັງບໍ່ທັນໄດ້ຮັບແຈ້ງການ ຈາກທາງການຈີນເທຶ່ອ ແລະ ການເດີນເຮືອສິນຄ້າ ກໍຍັງປິດຢູ່ ເຊິ່ງຕ້ອງລໍຖ້າແຈ້ງການ ຫລືຂໍ້ມູນເພີ່ມຕື່ມ ຈາກຝ່າຍຈີນກ່ອນ.
“ຢູ່ທາງບໍ່ແກ້ວ ຍັງບໍ່ໄດ້ແຈ້ງການ ກໍຍັງບໍ່ເຫັນແຈ້ງມາເທຶ່ອນ່າ ມີແຕ່ຂົວມິຕພາບ 4 ເດິ້ ຂ້າມໄດ້. ຕ້ອງລໍແຈ້ງການກ່ອນ ຖ້າວ່າມີແຈ້ງການອອກ ຈຶ່ງຈະເປິດໄດ້ນ່າ.”
ກ່ອນໜ້ານີ້ ໃນວັນທີ 3 ທັນວາ 2020 ຫ້ອງວ່າການແຂວງບໍ່ແກ້ວ ໄດ້ແຈ້ງສັ່ງໂຈະ ກິຈການເດີນເຮືອຂົນສົ່ງສິນຄ້າ ຜ່ານຈຸດດ່ານ ທ່າເຮືອສາກົລບ້ານມອມ ແລະ ການນຳເຂົ້າ-ອອກ ສິນຄ້າທຸກປະເພດ ຈາກປະເທດໃກ້ຄຽງ ທີ່ຕິດກັບຊາຍແດນແຂວງບໍ່ແກ້ວ ຍ້ອນມີການຣະບາດ ຂອງເຊື້ອໂຄວິດ-19.
ທາງດ້ານຜູ້ປະກອບການ ຂົນສົ່ງສິນຄ້າທາງເຮືອ ໃນລາວ ທ່ານນຶ່ງກໍກ່າວວ່າ ເປັນເຣຶ່ອງທີ່ດີຫລາຍ ຖ້າຫາກທ່າເຮືອກວນເຫຼີ້ຍ ກັບມາເປີດບໍຣິການອີກຄັ້ງ ເພາະການຂົນສົ່ງທາງເຮືອ ສາມາດຂົນສົ່ງໄດ້ຖ່ຽວລະ ຈຳນວນຫລາຍຕັນ ແລະ ສຳລັບຜູ້ທີ່ເຮັດທຸຣກິຈ ຂົນສົ່ງສິນຄ້າ ກໍຖືວ່າຄຸ້ມຄ່າ ເພາະຣາຄາຖືກກວ່າການຂົນສົ່ງທາງບົກ ເຊິ່ງຫລຸດຕົ້ນທຶນໄດ້ຫລາຍກວ່າ.
“ທາງດ້ານເຮືອນີ້ ມັນເທຶ່ອນຶ່ງນີ້ ມັນຕ່າງໄດ້ຫລາຍພັນ ຫລາຍຕື້ຕັນ ມັນຂື້ນຕາມເຮືອແຫລະ ມັນຖືກ ຄືແບບວ່າ ບໍຣິສັດທີ່ຂົນສົ່ງອອກສິນຄ້າ ນຳເຂົ້າສິນຄ້າຫລາຍ.”
ຜູ້ປະກອບການຂົນສົ່ງ ໃນລາວທ່ານນຶ່ງ ກໍໄດ້ກ່າວວ່າ ການຂົນສົ່ງສິນຄ້າທາງເຮືອໄປຈີນ ທາງແຂວງບໍ່ແກ້ວ ຖືວ່າສະດວກກວ່າແຂວງອື່ນໆ ເພາະແຂວງບໍ່ແກ້ວໃກ້ກັບ ປະເທດຈີນ ແລະ ມີຣາຄາທີ່ຖືກກວ່າທາງບົກ.
“ບໍ່ແກ້ວ ມັນກະມີດ່ານເຂົ້າໄປຫາໄທຍ ຂົນສົ່ງຜ່ານທ່າເຮືອນີ້. ປະຫຍັດຕົ້ນທືນກວ່າ ຈາກລາວໄປຈີນນ່າເນາະ.”
ຜູ້ປະກອບການຢູ່ໄທຍ ທ່ານນຶ່ງ ກໍໄດ້ກ່າວວ່າ ທີ່ຜ່ານມາ ບໍ່ສາມາດຂົນສົ່ງທາງເຮືອໄດ້ ເພາະຕິດລະຫວ່າງປະເທດ ແຕ່ຖ້າທ່າເຮືອກວນເຫຼີ້ຍເປີດປົກກະຕິ ໃນອະນາຄົຕກໍຈະສາມາດ ເດີນໄດ້ສດວກຂຶ້ນ.
“ຕອນນີ້ເຂົາກໍເດີນກັນຄ່ອງນະ ເພາະວ່າກ່ອນໜ້ານີ້ ມັນຕິດລະຫວ່າງປະເທດ ຂອງທີ່ຈະໄປພະມ້າ ສ່ວນມາກຈະເປັນພວກປູນ. ມັນຈະກ່ຽວກັບອຸດສາຫະກັມ ເບິ່ງອານາຄົດ ມັນເດີນໜ້າໄດ້ຢູ່ແລ້ວ.”
ປັດຈຸບັນນີ້ ທ່າເຮືອກວນເຫຼີ້ຍ ສາມາດເປີດການຂົນສົ່ງສິນຄ້າ ຜ່ານແມ່ນໍ້າຂອງໄດ້ເປັນປົກກະຕິ ແຕ່ເປັນໄລຍະສັປດາທຳອິດ ຂອງການເປີດບໍຣິການ ນີ້ກໍຈະມີພຽງແຕ່ ຕິດຕໍ່ດ້ານທຸຣກິຈກັນກ່ອນ. ຫລັງຈາກນັ້ນ ການຂົນສົ່ງສິນຄ້າ ທາງເຮືອ ກໍຈະກັບມາຄືກຄື້ນຄືແຕ່ກ່ອນ ແຕ່ຍັງບໍ່ອະນຸຍາດ ໃຫ້ຜູ້ໂດຍສານ ແລະ ນັກທ່ອງທ່ຽວທົ່ວໄປ ເຂົ້າ-ອອກໄດ້ເທຶ່ອ.
ອີງຕາມການຣາຍງານ ຂອງສະຖາບັນຂົນສົ່ງ ຈຸລາລົງກອນມະຫາວິທະຍາລັຍ ຂອງໄທຍ ຣາຍງານວ່າ ທ່າເຮືອກວນເຫຼີ້ຍ ຕັ້ງຢູ່ເມືອງລາກິ່ງ ແຂວງສິບສອງປັນນາ ທີ່ມີຊາຍແດນ ຕິດກັບປະເທດພະມ້າ ແລະ ລາວ ເຊິ່ງທ່າເຮືອກວນເຫີ້ຍ ສາມາດຮັບຮອງສິນຄ້າ ໄດ້ 200,000 ພັນຕັ່ນຕໍ່ປີ ແລະ ຮັບຮອງຜູ້ໂດຍສານໄດ້ 150,000 ພັນຄົນຕໍ່ປີ. ທ່າທຽບເຮືອ ມີຄວາມຍາວທັງໝົດ 380 ແມັດ ແລະ ສາມາດຮອງຮັບເຮືອ ຂນາດ 300 ຕັນ ປະກອບດ້ວຍທ່າທຽບເຮືອສິນຄ້າ 2 ທ່າ ແລະ ທ່າທຽບເຮືອໂດຍສານ 1 ທ່າ. ສິ່ງອຳນວຍຄວາມສດວກ ໃນທ່າເຮືອ ປະກອບດ້ວຍລານວາງສິນຄ້າ ອາຄານຜູ້ໂດຍສານ ໜ່ວຍງານທີ່ຕັ້ງຢູ່ໃນທ່າເຮືອ ແລະ ຍັງມີການທ່າເຮືອກົງສູນ ແລະ ດ່ານກວດຄົນເຂົ້າເມືອງນຳພ້ອມ.
ທ່າເຮືອໃນປະເທດລາວ ທີ່ຈະສາມາດໃຊ້ເສັ້ນທາງ ໄປຍັງທ່າເຮືອກວນເຫຼີ້ຍໄດ້ແຕ່ ຢູ່ແຂວງຫລວງນໍ້າທາ ແຂວງບໍ່ແກ້ວ ແຂວງຫລວງພຣະບາງ ໄດ້ແກ່ ທ່າເຮືອບ້ານຊາຍ ທ່າເຮືອບ້ານມອມ ເມືອງຕົ້ນເຜິງ ແຂວງບໍ່ແກ້ວ ທ່າເຮືອບ້ານຄວນ ເມືອງຫ້ວຍຊາຍ ແລະ ທ່າເຮືອຫລວງພຣະບາງ.
ສ່ວນທ່າເຮືອໃນປະເທດໄທຍ ທີ່ສາມາດໃຊ້ເສັ້ນທາງ ໄປຍັງທ່າເຮືອກວນເຫຼີ້ຍ ມີ 2 ທ່າ ຄື ທ່າເຮືອຊຽງແສນ ແລະ ທ່າເຮືອຊຽງຂອງ. ສ່ວນທ່າເຮືອໃນປະເທດພະມ້າ ທີ່ສາມາດໃຊ້ເສັ້ນທາງ ໄປຍັງທ່າເຮືອກວນເຫຼີ້ຍ ມີ 2 ທ່າ ຄືທ່າເຮືອ ວັນເສ້ງ ແລະ ທ່າເຮືອວັນປົງ ທັງໝົດຢູ່ແຂວງຊຽງຕຸງ ຣັຖຊານ. ສະບາຍດີ.