ສນາມບິນ ປາກເຊ ເກັບເງິນຄ່າຣົຖ ຜ່ານປະຕູ
2022.09.23
ສນາມບິນສາກົລປາກເຊ ໃນແຂວງຈຳປາສັກ ເປັນອີກສາຖານທີ່ແຫ່ງນຶ່ງ ທີ່ຜູ້ຂັບຣົຖເຂົ້າມາສົ່ງຜູ້ໂດຍສານ ຫຼືຂັບຣົຖມາສົ່ງຍາດພີ່ນ້ອງ ທີ່ຈະເດີນທາງຂຶ້ນຍົນ ຈະຕ້ອງເສັຽເງິນຄ່າຜ່ານປະຕູ ຣົຖຄັນນຶ່ງລາຄາ 5,000 ກີບ ຊຶ່ງສ່ວນໃຫຍ່ ຫຼາຍຄົນຈະພຽງແຕ່ ຂັບຣົຖມາສົ່ງບໍ່ເກີນ 10-15 ນາທີ່ເທົ່ານັ້ນ ບໍ່ໄດ້ຈອດຣົຖດົນ ເປັນຊົ່ວໂມງ.
ເຣື່ອງດັ່ງກ່າວ ເຮັດໃຫ້ຊາວແຂວງຈຳປາສັກ ຫຼາຍຄົນເຣີ່ມບໍ່ພໍໃຈ ຄິດວ່າທາງການ ຄວນຈະແກ້ໄຂຄືກັບ ຢູ່ສະຖານີຣົຖໄຟ ລາວ-ຈີນ ທີ່ເກັບເງິນນຳຣົຖ ທີ່ເຂົ້າມາສົ່ງຜູ້ໂດຍສານ ເຊັ່ນກັນ ຊຶ່ງຫຼາຍຄົນຢາກໃຫ້ທາງການ ປັບປຸງໂດຍກຳນົດເວລາ ການຈອດຈັກນາທີ ໃຫ້ຈະແຈ້ງ ແລະຖ້າຈອດເກີນເວລາ ກຳນົດ ກໍຄວນຈະເກັບເງິນ ເພື່ອເປັນການບໍ່ເອົາປຽບ ປະຊາຊົນເກີນໄປ.
ດັ່ງຊາວແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 23 ກັນຍານີ້ວ່າ:
“ໃນກໍຣະນີ ທີ່ຂີ່ຜ່ານແຕ່ໄປຮັບໄປສົ່ງສື່ໆ ບໍ່ຄວນເກັບປານໃດ ຖ້າວ່າຈອດເກີນ 15 ນາທີ ກາເກັບເງິນນ່າຄັນວ່າເອີ ຝາກໝົດມື້ ເອີກາເກັບໄດ້ ຂ້ອຍຄິດວ່າເບິ່ງສນາມບິນ ເພື່ອນບ້ານເຂົາເຮັດບໍ່ ບາງຄົນກໍຜ່ານໄປຮັບໄປສົ່ງສື່ໆ, ສໍ່າ 5 ນາທີ, 10 ນາທີ ກາບໍ່ຄວນເກັບ ຫຼືວ່າກຳນົດຈັກ 20 ນາທີຖ້າຈອດດົນຫຼາຍກາເກັບເງິນ ເບິ່ງບັດຫັ້ນນ່າ.”
ຊາວແຂວງຈຳປາສັກ ອີກທ່ານນຶ່ງກ່າວວ່າ ເຣື່ອງດັ່ງກ່າວນີ້ ຖ້າຫາກເປັນໄປໄດ້ ກໍຢາກໃຫ້ຍົກເລີກ ການເກັບເງິນ ຄ່າຜ່ານປະຕູ ຮັບ-ສົ່ງ ຜູ້ໂດຍສານຄືກັບ ສນາມບິນສາກົລວັດໄຕ ນະຄອນຫຼວງວຽງຈັນ ແລະ ສນາມບິນ ຫຼວງພຣະບາງ ທີ່ບໍ່ມີການເກັບເງິນ ຄ່າຜ່ານທາງເຂົ້າປະຕູ ເວລາມີຣົຖໄປສົ່ງ ຜູ້ໂດຍສານ ຫຼືສົ່ງຍາດພີ່ນ້ອງ ເຂົາເຈົ້າກໍບໍ່ໄດ້ເກັບ ຄືສນາມບິນສາກົລປາກເຊ.
“ເກັບມາແຕ່ດົນແລ້ວຫັ້ນນ່າ ບໍ່ສົມຄວນເພາະວ່າ ຢູ່ວັດໄຕ, ຢູ່ຫຼວງພຣະບາງຈັ່ງຊີ້ ເຂົາເຈົ້າກາບໍ່ໄດ້ເກັບ ແລະຖ້າເປັນໄປໄດ້ ກໍຢາກໃຫ້ຍົກເລີກຄື ເຂົ້າໄປແຄ່ເຮົາໄປສົ່ງ ເຮົາບໍ່ໄດ້ໄປຈອດຫັ້ນນ່າ ແຄ່ແບບເອົາກະເປົາ ແລ້ວກາອອກມາເລີຍ ປະມານ 5 ນາທີ, 10 ນາທີ ຖ້າວ່າເຮົາເອົາຣົຖໄປຈອດ ຢູ່ໃນລານຈອດຣົຖ ກໍບໍ່ໄດ້ວ່າຫຍັງ ຈັ່ງຊີ້ຫັ້ນນ່າ.”
ຊາວນະຄອນປາກເຊ ກໍກ່າວວ່າ ເຣື່ອງດັ່ງກ່າວນີ້ ເປັນມາແຕ່ດົນແລ້ວ ເວລາຜູ້ໃດຂັບຣົຖ ເຂົ້າໄປສົ່ງຍາດຕິພີ່ນ້ອງ ຫຼື ໄປຮັບ-ສົ່ງ ຜູ້ໂດຍສານບໍ່ເກີນ 5-10 ນາທີກໍເສັຽເງິນ 5,000 ກີບຕໍ່ຄັ້ງ ທີ່ຜ່ານມາຫຼ າຍຄົນ ກໍຍອມຈ່າຽ ເພາະກໍບໍ່ສາມາດ ເຮັດຫຍັງໄດ້ຂຶ້ນກັບພາກຣັຖ.
“ຊິວ່າໄປຈອດຄາວດຽວ ບໍ່ເສັຽເງິນບໍ່ແມ່ນ ກ່ອນຈະເຂົ້າປະຕູເດີ່ນບິນຫັ້ນ ກໍຕ້ອງເສັຽແລ້ວ 5,000 ກີບ ມັນເປັນກົດຂອງເຂົາ ແຕ່ໃດມາ ປະເພນີຂອງເຂົາວ່າຊັ້ນສະ. ເຂົ້າ 10 ເທື່ອ ເຈົ້າກາເສັຽ 10 ເທື່ອ ບໍ່ພໍໃຈ ກາບໍ່ໄດ້ ກົດຂອງເຂົາແນວນັ້ນ ຈະໄປຮັບພີ່ ຮັບນ້ອງກາຕ້ອງເສັຽ.”
ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນແຂວງຈຳປາສັກ ຜູ້ຂໍສງວນຊື່ແລະຕຳແໜ່ງ ກໍໄດ້ກ່າວວ່າເຣື່ອງນີ້ ທາງການແຂວງຈຳປາສັກ ຮັບຮູ້ເຣື່ອງມາດົນແລ້ວ ຊຶ່ງຢາກໃຫ້ຫຼາຍຄົນເຂົ້າໃຈວ່າ ການເກັບເງິນຄ່າຜ່ານປະຕູ ເປັນຄ່າບໍຣິການ ແລະບຳຣຸງຮັກສາອື່ນໆ ໃນສນາມບິນ.
“ໂຕນີ້ ມັນເປັນຂອງສນາມບິນ ໂຕນີ້ມັນເປັນຄ່າບໍຣິການຫັ້ນ ລະວ່າຣົຖມາຈອດອີ່ຫຍັງຕ່າງໆ ຫັ້ນນ່າເພາະມັນຕ້ອງຮັບຜິດຊອບ ທັງການເສັຽຫາຍ ອີ່ຫຍັງຕ່າງໆຫັ້ນເດ້ ເຂົາຈະຍົກເວັ້ນ ແຕ່ຣົຖຫຼວງ ສ່ວນເອກຊົນເຂົາຈະເກັບເນາະ.”
ນັກກົດໝາຽ ທີ່ຂໍສງວນຊື່ ໄດ້ກ່າວເຖິງເຣື່ອງນີ້ວ່າ ບັນຫານີ້ທາງສນາມບິນສາກົລ ປາກເຊ ບໍ່ໜ້າຈະເຮັດຕາມໃຈ ຕ້ອງໄດ້ຜ່ານພາກຣັຖ ຮັບຮູ້ຢູ່ ແລ້ວຈຶ່ງສາມາດເກັບເງິນ ຄ່າຜ່ານປະຕູໄດ້ ເມື່ອຜ່ານພາກຣັຖ ກໍຖືວ່າບໍ່ຜິດກົດໝາຽ.
“ໃຫ້ຜິດ ມັນບໍ່ຜິດດອກ ແຕ່ກ່ອນເຂົາຈະເຮັດນີ້ ມັນກໍຕ້ອງໄດ້ຮັບການ ອະນຸຍາດ ການປຶກສາຫາລື ຈາກທາງພາກຣັຖສາກ່ອນ ເຂົາກາບໍ່ເຮັດແບບພາຣະການດອກ ຢູ່ໃນເຂດຄຸ້ມຄອງ ສະເພາະຂອງເຂົາ ຖ້າຈະເອົາຣົຖ ເອົາລາງ ເຂົ້າໄປ ເຂົ້າໄປຫັ້ນນີ້ ແນ່ນອນແລ້ວ ມັນກໍຕ້ອງໄດ້ເສັຽໃຫ້ເຂົາ.”
ເມື່ອສັປດາທີ່ຜ່ານມາ ບັນຫາການເກັບເງິນ ຄ່າຝາກຣົຖກໍເກີດຂຶ້ນ ຢູ່ສະຖານີຣົຖໄຟ ລາວ-ຈີນ ກັບຣົຖທຸກຄັນທີ່ເຂົ້າມາຈອດ ຮັບ-ສົ່ງ ຜູ້ໂດຍສານ ແລະ ຍັງມີສະຖານທີ່ ອີກຫຼາຍແຫ່ງ ຫຼາຍແຂວງ ທີ່ມີລັກສະນະເປັນແບບດຽວກັນ ຊຶ່ງປະຊາຊົນ ກໍຢາກໃຫ້ທາງການແກ້ໄຂ.