ຄະດີ ສໍ້ໂກງຊັພ ເຈ້ທິບ ປະຊາຊົນຄາດວ່າ ອາຈບໍ່ໄດ້ເງິນຄືນ
2022.10.01

ຄະດີ ສໍ້ໂກງຊັພ ເຈ້ທິບ ປະຊາຊົນຄາດວ່າ ອາຈບໍໄດ້ເງິນຄືນ ເພາະຜ່ານມາ ຄະດີທີ່ຄ້າຍຄືກັນ ປະຊາຊົນ ຜູ້ເຄາະຮ້າຍ ທີ່ຫຼົງກົນເອົາເງິນ ໄປລົງທຶນ ຕ່າງກໍເສັຽເງິນໄປ ເຖິງວ່າ ຜູ້ສໍ້ໂກງຊັພ ຈະຖືກຕັດສິນຈຳຄຸກ ແລ້ວກໍຕາມ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ເຂົ້າມາສູ່ “ຣາຍການ ມາຟັງນໍາກັນ”, ຊຶ່ງເປັນຣາຍການນໍາສເນີ ເຫດການເດັ່ນ ໃນຮອບສັປດາ ຜ່ານມາ. ສຳລັບມືືຶ້ນີ້ ຫົວຂໍ້ໃນຣາຍການ ຂອງພວກເຮົາແມ່ນ ຄະດີ ສໍ້ໂກງຊັພເຈ້ທິບ ປະຊາຊົນ ຄາດວ່າ ອາຈບໍ່ໄດ້ເງິນຄືນ. ທ່ານຜູ້ຟັງ ຖ້າຫາກວ່າ ຕ້ອງການເຂົ້າຮ່ວມສົນທະນາ ໃນຣາຍການ ຂອງພວກເຮົາ ໃນຮູບແບບສັມພາດ ກະຣຸນາ ສົ່ງໝາຽເລກໂທຣະສັບ ຂອງທ່ານ ລົງໃນຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ຢູ່ໃນຂະນະນີ້ ແລ້ວພວກເຮົາ ຈະໂທຫາສັມພາດ ເພື່ອມາອອກຣາຍການ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ສັປດານີ້ ມາເວົ້າເຖິງ ຄວາມຄືບໜ້າ ຂອງຄະດີເຈ້ທິບ ຊຶ່ງຕົກເປັນຜູ້ຕ້ອງຫາ ໃນຄະດີສໍ້ໂກງຊັພ ພົລເມືອງ ເວົ້າຕາມ ພາສາຊາວບ້ານ ກໍຄື ຕົ້ມຕຸນ ເອົາເງິນ ປະຊາຊົນດ້ວຍວິທີການນຳເອົາ ເງິນມາຝາກ ແລ້ວໃຫ້ດອກເບັ້ຽເຖິງ 30% ໃນຂະນະທີ່ ຜູ້ກ່ຽວເອງ ສ້າງພາບວ່າ ເປັນຄົນທີ່ມີ ຖານະໝັ້ນຄົງ ແລະ ມີທຸຣະກິຈ ທີ່ໜ້າເຊື່ອຖື ເພື່ອເຮັດໃຫ້ເຫຍື່ອ ຫຼົງເຊື່ອວ່າ ຈະໄດ້ຜົລຕອບແທນຫຼາຍສຸດທ້າຍ ກໍເສັຽເງິນໄປ ຄືກັນກັບ ຫຼາຍຄະດີ ທີ່ຄ້າຍຄືກັນ ທີ່ຕຳຣວດ ໄດ້ທຳການ ຈັບກຸມຜ່ານມາ. ໂດຍເຫດການ ຈະເປັນແນວໃດ ພວກເຮົາ ມາຕິດຕາມຄວາມຄືບໜ້າ ຂອງຄະດີເຈ້ທິບກັນ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)