ຫຼາຍປັດໄຈ ເຮັດໃຫ້ ເສຖກິຈລາວ ຟື້ນໂຕຊ້າ

ຈຳປາທອງ
2022.09.23
ຫຼາຍປັດໄຈ ເຮັດໃຫ້ ເສຖກິຈລາວ ຟື້ນໂຕຊ້າ ຮ້ານຄ້າຂາຍແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ, ເດືອນກໍຣະກະດາ ປີ 2022.
RFA

ການຟື້ນຟູເສຖກິຈ ຂອງລາວລ່າຊ້າ ຍ້ອນຫລາຍບັນຫາ ຮວມທັງການສນອງ ສິນຄ້າມີບັນຫາ ແລະລາຄາເຄື່ອງຂອງແພງຂຶ້ນ. ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ປັບຫລຸດອັດຕຣາ ການຂຍາຍຕົວທາງດ້ານເສຖກິຈ ຂອງລາວ, ຂອງລວມຍອດມູນຄ່າ ຜລິຕພັນພາຍໃນ ຫລື GDP ໃນປີ 2022 ນີ້ ລົງມາຢູ່ທີ່ 2.5% ຈາກການຄາດຄະເນໄວ້ກ່ອນໜ້ານີ້ 3.4% ຍ້ອນການເງິນຂອງລາວ ຂາດສະພາບຄ່ອງຕົວ ບວກກັບເງິນກີບອ່ອນຄ່າ ທີ່ກົດດັນໃຫ້ສະພາບເງິນເຟີ້ ເພີ່ມສູງເຖິງ 30.1% ໃນເດືອນສິງຫາທີ່ຜ່ານມາ, ເຮັດໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນ ແລະສົ່ງຜົລໃຫ້ການຊົມໃຊ້ ພາຍໃນປະເທດຫລຸດລົງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທະນາຄານພັທນາ ເອເຊັຽ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 23 ກັນຍານີ້.

ປັດຈັຍຄື ຄ່າເງິນນີ້ ຄືຊ່ວງນີ້ຄ່າເງິນກີບ ກະອ່ອນຫລາຍ. ເບິ່ງແນວນຶ່ງກະຄື ການສົ່ງອອກມັນກະດີຂຶ້ນ  ເຮັດໃຫ້ການຈ້າງງານພາຍໃນ ກະດີຂຶ້ນ ແຕ່ມັນຫາກມາປັດຈັຍ ຢູ່ບ່ອນວ່າ ຕ້ອງເປັນໜີ້ຫລາຍ ມັນກະຕ້ອງໄດ້ເວົ້າ ເອົາເງິນຈາກສະກຸນເງິນ ປ່ຽນເອົາເງິນໂດລ້າຣ໌ ມັນແພງຫລາຍດຽວນີ້.

ອີງຕາມລາຍງານ ຂອງທະນາຄານ ADB, ອັດຕຣາເງິນເຟີ້ ໃນເດືອນສິງຫາ ເພີ່ມຂຶ້ນຢູ່ໃນລະດັບສູງສຸດໃນຮອບ 22 ປີ ຄືຢູ່ທີ່ 30.1% ຫລັງຈາກມີວິກິຕການ ການເງິນເອເຊັຽ ຫລື ວິກິຕ ຕົ້ມຍໍາກຸ້ງ ປີ 1997 ເຮັດໃຫ້ອັດຕຣາ ສະເລັ່ຍຢູ່ທີ່ 15.5% ໃນ 8 ເດືອນທໍາອິດ ຂອງປີນີ້, ລາຄານໍ້າມັນເຊື້ອເພີງ ໄດ້ເພີ່ມຂຶ້ນແຕ່ເດືອນມົກກະຣາ ຫາເດືອນກັນຍາ ເຮັດໃຫ້ລາຄານໍ້າມັນ ກາຊວນເພີ່ມຂຶ້ນ 90.3% ແລະລາຄານໍ້າມັນແອັດຊັງ ເພີ່ມຂຶ້ນ 62.3%.

ຄຽງຄູ່ກັນໄປນັ້ນ ຄ່າເງິນກີບຫລຸດລົງ 1/3 ເມື່ອທຽບກັບເງິນໂດລ້າຣ໌ສະຫະຣັຖ ແລະເງິນບາທໄທຍ. ນັບແຕ່ເດືອນມົກກະຣາ ຫາເດືອນສິງຫາ ຄາດວ່າອັດຕຣາເງິນເຟີ້ ສູງຂຶ້ນເຖິງ 17% ໃນປີ 2022 ເນື່ອງຈາກລາຄານໍ້າມັນ ເພີ່ມສູງກວ່າ ທີ່ຄາດໝາຍໄວ້ ແລະການອ່ອນຄ່າ ຂອງເງິນກີບ.

ໃນຂະນະດຽວກັນ ໜີ້ສິນສາທາຣະນະ ແລະການຄໍ້າປະກັນ ຂອງພາກຣັຖ ສ່ວນໃຫຍ່ແລ້ວ ແມ່ນສ່ວນທີ່ເປັນຂອງຕ່າງປະເທດ. ຕາມການຣາຍງານ ຕິດໜີ້ເຖິງ 88% ຂອງ GDP ໃນປີ 2021 ຫລືປະມານ 14,514 ລ້ານໂດລ້າຣ໌ສະຫະຣັຖ ຄືເພີ່ມຂຶ້ນຈາກ 72% ໃນປີ 2020 ຍ້ອນການກູ້ຢືມເງິນ ທັງຢູ່ພາຍໃນປະເທດ ແລະຕ່າງປະເທດ, ການຜ່ອນຜັນໜີ້ສິນ ຈາກບັນດາເຈົ້າໜີ້ຫລາຍແຫ່ງ ສະສົມມູນຄ່າເຖິງ 984 ລ້ານໂດລ້າຣ໌ສະຫະຣັຖ ໃນໄລຍະປີ 2019 ຫາ 2021.

ກ່ຽວກັບບັນຫາດັ່ງກ່າວ ປະຊາຊົນລາວຈໍານວນນຶ່ງ ເຫັນວ່າ ຣັຖບານລາວ ຄວນເລັ່ງແກ້ໄຂ ບັນຫາເງິນເຟີ້ຢ່າງຈິງຈັງ ເພາະປັດຈຸບັນ ລາຄາສິນຄ້າ ທຸກປະເພດ ນັບມື້ແພງຂຶ້ນເລື້ອຍໆ ເຮັດໃຫ້ມີຜົລກະທົບຕໍ່ການດໍາເນີນຊີວິຕ ຂອງປະຊາຊົນ ຢ່າງໜັກໜ່ວງ ແລະໃນໄລຍະ 2-3 ເດືອນຜ່ານມານີ້ ເມື່ອໄດ້ຮັບເງິນເດືອນ 1 ລ້ານປາຍກີບມາແລ້ວ ກໍບໍ່ພຽງພໍກັບການໃຊ້ຈ່າຍ ຍ້ອນລາຍຈ່າຍຕໍ່ເດືອນ ເພີ່ມສູງຂຶ້ນເຖິງ 3-4 ລ້ານປາຍກີບ ຈຶ່ງຈະພໍ.

ດັ່ງຊາວລາວ ຜູ້ນຶ່ງ ຢູ່ແຂວງອຸດົມໄຊ ເວົ້າໃນມື້ດຽວກັນນີ້ວ່າ:

ແພງຂຶ້ນເປັນເທົ່າ. ເທົ່າເຄິ່ງພຸ້ນແຫລະ ແພງໝົດທຸກຢ່າງ ນໍ້າມັນລິດນຶ່ງ 20 ປາຍພັນ. ລາຍຈ່າຍເດືອນນຶ່ງ 4-5 ລ້ານບາທ, ເງິນເດືອນເດືອນນຶ່ງລ້າຍປາຍ ຈັກຊິເອົາໃສມາກິນ ຢາກໃຫ້ແກ້ໄຂໂດຍໄວນີ້ແລ່ວ.

ແລະປະຊາຊົນລາວ ອີກຜູ້ນຶ່ງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ກໍເວົ້າວ່າ ໄລຍະນີ້ ລາຄາສິນຄ້າທຸກຢ່າງແພງຂຶ້ນຫລາຍ ໂດຍສະເພາະສິນຄ້າ ອຸປໂພກ-ບໍຣິໂພກ ເປັນຕົ້ນເຂົ້າເປືອກ ກ່ອນໜ້ານີ້ ລາຄາປະມານ 7-8 ພັນກີບຕໍ່ກິໂລ ແຕ່ ດຽວນີ້ຂຶ້ນເປັນ 10 ພັນກີບຕໍ່ກິໂລ ແລະເຂົ້າສານ ກ່ອນໜ້ານີ້ ປະມານ 13-14 ພັນກີບຕໍ່ກິໂລ ກໍຂຶ້ນເປັນ 16 ພັນກີບຕໍ່ກິໂລ ເນື່ອງຈາກຕົ້ນທຶນ ໃນການປູກເຂົ້າຂ້ອນຂ້າງສູງ ເພາະຈະຕ້ອງໄດ້ໃສ່ປຸ໋ຍ ແລະໃຊ້ນໍ້າມັນເຊື້ອເພີງ, ສິ່ງດັ່ງກ່າວ ໄດ້ສົ່ງຜົລກະທົບ ຢ່າງໜັກໜ່ວງໃສ່ການຄອງຊີບ, ຕ້ອງໄດ້ປັບຕົວ ໃນການດໍາເນີນຊີວິຕ. ເພື່ອຫລຸດຜ່ອນການໃຊ້ຈ່າຍ ໂດຍເຣີ່ມຕັ້ງແຕ່ການເດີນທາງ, ການຊື້ເຄື່ອງຂອງຕ່າງໆ, ຕ້ອງໄດ້ປະຢັດ,​ ປູກຜັກກິນເອງ ຊອກຫາຢູ່ຫາກິນ ໄປຕາມທັມມະຊາຕ.

ແພງເນາະ ປະເພດເຂົ້າເປືອກນີ້ ລາຄາປະເພດ 1 ແມ່ນ 10 ພັນກີບ. ແລ້ວເຂົ້າສານປະເພດ 1 ລະແມ່ນ 16 ພັນກີບຕໍ່ກິໂລ. ໂອ໋ ຄ່າຄອງຊີບນີ້ເພີ່ມຂຶ້ນຫລາຍ ເຮົາຢູ່ຕາມທັມມະຊາຕ ເຮົາຢູ່ທາງນີ້ ເຮົາຊອກຫຍັງໄດເຮົາກໍກິນອັນນັ້ນ.

ຢູ່ແຂວງບໍຣິຄໍາໄຊ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງຄໍາເກີດ ກໍກ່າວວ່າ ສະພາບເງິນເຟີ້ ທີ່ນັບມື້ຈະເພີ່ມສູງຂຶ້ນ ສົ່ງຜົລກະທົບ ຕໍ່ການດໍາລົງຊີວິຕ ຂອງພະນັກງານ ພັກ-ຣັຖຊັ້ນຜູ້ນ້ອຍ ທີ່ໄດ້ເງິນເດືອນປະມານ 1 ລ້ານ 2 ລ້ານປາຍກີບ ນັ້ນຫລາຍສົມຄວນ, ຍ້ອນຄ່າຄອງຊີບຖີບຕົວສູງຂຶ້ນຫລາຍ ຊຶ່ງໃນແຕ່ລະເດືອນ ຕ້ອງໄດ້ໃຊ້ຈ່າຍຫລາຍເຖິງ 3 ຫາ 5 ລ້ານປາຍກີບ ແລະຍັງຕ້ອງໄດ້ເບິ່ງແຍງຄອບຄົວນໍາອີກ.

ທ່ານກ່າວຕໍ່ໄປວ່າ ການດໍາລົງຊີວິຕໃນປັດຈຸບັນ ຕ້ອງໄດ້ປັບຕົວຫລາຍສົມຄວນ ຄືຕ້ອງໄດ້ປູກຜັກ ແລະຊອກຫາຢູ່-ຫາກິນຕາມທັມມະຊາຕ ເພື່ອຫລຸດຜ່ອນ ຄ່າໃຊ້ຈ່າຍລົງຕື່ມ, ໄດ້ຊື້ແຕ່ຂອງຈໍາເປັນແທ້ໆ.

ຖ້າວ່າຢູ່ແຖວເຂດນອກພີ້ ສ່ວນຫລາຍເຂົາກະຈະຫາກິນ ຕາມທັມມະຊາຕຫັ້ນແຫລະ ເພາະວ່າເຂົາກະຊື້ໄດ້ແຕ່ສິ່ງຈໍາເປັນເທົ່ານັ້ນ. ໝາກເຜັດຕົ້ນຫອມ ອິຫຍັງເຂົາຊິປູກເອງ ທຽບໃສ່ເງິນເດືອນຈັ່ງຊີ້ ມັນກະຕ້ອງລໍາບາກຫັ້ນແຫລະ ຄັນຄືປັດຈຸບັນນີ້ ລະກໍກໍຖືວ່າລໍາບາກຫັ້ນແຫລະ ມັນກະມີແຕ່ລ້ານປາຍເງິນເດືອນ.

ທີ່ນະຄອນປາກເຊ ແຂວງຈໍາປາສັກ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນທໍານອງດຽວກັນນີ້ວ່າ ໄລຍະນີ້ ຂ້ອນຂ້າງຈະໄດ້ຮັບຜົລກະທົບ ຫລາຍສົມຄວນ. ຄ່າໃຊ້ຈ່າຍພາຍໃນຄອບຄົວ ແມ່ນເພີ່ມສູງຂຶ້ນເກືອບ 3 ເທົ່າ ເພາະມີລູກນ້ອຍ 2 ຄົນ ທີ່ກໍາລັງຢູ່ໃນວັຍຮຽນ ແລະຄ່າໃຊ້ຈ່າຍໂດຍສເລັ່ຍ ຈະຢູ່ປະມານ 100,000 ກີບຕໍ່ມື້ ຂະນະທີ່ລາຍໄດ້ ຄືເງິນເດືອນຣັຖກອນ ປະມານ 1 ລ້ານປາຍກີບ. ເມື່ອບໍ່ມີເງິນພຽງພໍໃນການໃຊ້ຈ່າຍ ກໍໄປຫາກູ້ຢືມນໍາໝູ່ຄູ່ ຫລືອອກໄປຫາຮັບຈ້າງ ໃນມື້ພັກ ວັນເສົາ ວັນອາທິດ.

ດັ່ງທີ່ທ່ານກ່າວວ່າ:

ລາຍຈ່າຍມັນບໍ່ຄືກັນ ບາງມື້ກະແສນປາຍ ບາງມື້ກະ 70-80 ພັນກີບ ໂດຍ ພໍໃຊ້ແຕ່ລະມື້ຫັ້ນແຫລະອ້າຍ. ເອີ... ແລ້ວເງິນເດືອນເອື້ອຍ ມີແຕ່ລ້ານ 4 ແສນປາຍ ມັນກໍບໍ່ພໍໄດ້ໃຊ້ຈ່າຍປາຍໃດ.

ເມື່ອວັນທີ 15 ກັນຍານີ້ ສະຖາບັນວິທຍາສາຕເສຖກິຈ ແລະສັງຄົມແຫ່ງຊາຕ ຂອງລາວ ໄດ້ອອກບົດປະເມີນເສຖກິຈ ມະຫາພາກຂອງລາວ ໂດຍໄດ້ສເນີຂໍ້ຫຍຸ້ງຍາກຕ່າງໆ ໄປເຖິງຣັຖບານລາວ ໃຫ້ເອົາໃຈໃສ່ເປັນພິເສດ ເພື່ອເຮັດໃຫ້ເສຖກິຈໃນລາວ ກັບມາຟື້ນຕົວດີຂຶ້ນ ເປັນຕົ້ນ ຣັຖບານລາວ ຕ້ອງສ້າງສະພາບເສຖກິຈມະຫາພາກ ໃຫ້ມີສະເຖັຍຣະພາບ ໂດຍສະເພາະເຣື່ອງ ການຄຸ້ມຄອງອັດ ຕຣາເງິນເຟີ້, ອັດຕຣາແລກປ່ຽນ, ແກ້ໄຂບັນຫາໜີ້ສິນ ສາທາຣະນະ, ບໍ່ໃຫ້ມີຄວາມກົດດັນ ແລະຮັບປະກັນ ບໍ່ໃຫ້ຜິດນັດຊໍາຣະໜີ້; ເອົາໃຈໃສ່ສນອງ ນໍ້າມັນເຊື້ອເພີງ ແລະສິນຄ້າທີ່ຈໍາເປັນ ຈໍານວນນຶ່ງ ເພື່ອບໍ່ໃຫ້ການຜະລິຕຢຸດສະງັກ, ບໍ່ກະທົບຕົ້ນທຶນ ການຜະລິຕ ແລະຫລຸດຜ່ອນ ການໃຊ້ຈ່າຍ ດ້ວຍເງິນຕຣາຕ່າງປະເທດ ທີ່ບໍ່ຈໍາເປັນ; ຈັດເກັບພາສີອາກອນເພີ່ມ ສໍາລັບສິນຄ້າຟູມເຟືອຍ, ຣົຖຫລູຫລາ ແລະສິ່ງຟູມເຟືອຍອື່ນໆ. ຈັດເກັບລາຍຮັບເຂົ້າງົບປະມານ ໂດຍຫັນປ່ຽນ ໄປໃຊ້ລະບົບທັນສມັຍ ເພື່ອຄວາມໂປ່ງໄສ, ສາມາດກວດສອບ ຄວາມຖືກຕ້ອງໄດ້ ໃນທຸກຂັ້ນຕອນ ແລະບັນຫາອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.