ເສຖກິຈລາວ ຍັງຕ້ອງໃຊ້ເວລາ ໃນການຟື້ນໂຕ

ສຸພັດຕາ
2022.05.31
ເສຖກິຈລາວ ຍັງຕ້ອງໃຊ້ເວລາ ໃນການຟື້ນໂຕ ສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ ໃນໄລຍະເງິນກີບເຟີ້ , ຮູບຖ່າຍເມື່ອວັນທີ 5 ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ເສຖກິຈລາວ ຍັງຕ້ອງການເວລາໃນການຟື້ນໂຕ ແລະສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນ ເນື່ອງຈາກ ໄດ້ຮັບຜົລກະທົບຈາກການຣະບາດ ຂອງເຊື້ອໂຄວິດ-19 ແລະພາວະສົງຄາມ ລະຫວ່າງ ຣັສເຊັຽກັບຢູເຄຣນ ເຊິ່ງສົ່ງຜົລຕໍ່ເສຖກິຈທົ່ວໂລກ ເກີດຄວາມເໜັງຕີງ ບໍ່ມີສະຖຽນລະພາບ ຂະນະທີ່ປະເທດລາວ ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະຍັງຕ້ອງເພິ່ງພາການນໍາເຂົ້າເປັນຫຼັກ ຖືວ່າໄດ້ຮັບຜົລກະທົບຢ່າງໜັກໜ່ວງ ແລະຮຸນແຮງທີ່ສຸດ.

ດັ່ງເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ຫຼື ADB ປະຈໍາລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ພຶສພາ ນີ້ວ່າ:

“ການຟື້ນໂຕຂອງລາວເຮົາ ກະຈະຊ້າແດ່ໜ້ອຍນຶ່ງເນາະ ຍ້ອນປັດຈັບຂອງໂຄວິດ-19, ອັນທີ່ 2 ມາກະ ສະພາບການປົກຄອງຂອງພາກຣັຖ ຍັງມີຂໍ້ຈໍາກັດ, 3 ມາກະແມ່ນຕົ້ນທຶນທີ່ສູງຂຶ້ນ ການແຂ່ງຄ່າຂອງເງິນໂດລາເນາະ ລະກະນໍ້າມັນອີກ ຍ້ອນວິກິຈຂອງຢູເຄຣນນີ້ ເຊິ່ງຈະເຮັດໃຫ້ຕົ້ນທຶນການຜລິດກະສິກັມ ການໄປການມາ ການຈັບຈ່າຍມັນກະຈະຫຼຸດລົງ.”

ທ່ານກ່າວຕື່ມອີກວ່າ ຣັຖບານລາວ ຄວນເອົາໃຈໃສ່ ປັບປຸງກົດໝາຍ ລະບຽບການ ແລະນະໂຍບາຍຕ່າງໆ ໃຫ້ສອດຄ່ອງກັບສະພາບການ ທີ່ເກີດຂຶ້ນໃນປັດຈຸບັນ ແລະພັທນາບຸຄລາກອນ ໃຫ້ເຂົ້າເຖິງບັນຫາ ແລະວິທີແກ້ໄຂ ເພາະຍັງເຫັນວ່າ ໜ່ວຍງານຂອງຣັຖ ຍັງບໍ່ໄດ້ເອົາໃຈໃສ່ໃນບັນຫາທີ່ເກີດຂຶ້ນ ຢ່າງຈິງຈັງ ແລະບໍ່ທັນມີປະສິດທິພາບເທົ່າທີ່ຄວນ ເຊິ່ງຍິ່ງຈະເຮັດໃຫ້ ສະພາບເສຖກິຈລາວຕົກຕໍ່າລົງໄປເລື້ອຍໆ.
ຫາກໜ່ວຍງານພາກຣັຖ ບໍ່ສາມາດຮັບມືກັບສະພາບເສຖກິຈທີ່ຕົກຕໍ່າໄດ້ດີ ກໍຄວນຈະເຊີນ ພາກທຸຣະກິຈເອກກະຊົນພາຍໃນ ແລະຕ່າງປະເທດ, ກຸ່ມທະນາຄານ ຫຼື ຜູ້ຊ່ຽວຊານເສຖກິຈ-ການເງິນ ເພື່ອຣະດົມຄວາມຄິດເຫັນ ແລະຮ່ວມມືກັນແກ້ໄຂບັນຫາຢ່າງຈິງຈັງ ເຊິ່ງຈະເປັນການຊ່ອຍຊຸກຍູ້ເສຖກິຈລາວ ໃຫ້ກັບມາຟື້ນໂຕໄດ້ດີຂຶ້ນ ໃນອີກ 2-3 ປີ ຫຼັງຈາກນີ້ໄປ.

ກ່ຽວກັບສະພາບ ບັນຫາທາງເສຖກິຈໃນລາວຄັ້ງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງອັດຕະປື ກ່າວວ່າ ດ້ວຍສະພາບເສຖກິຈທີ່ຕົກຕໍ່າ ເຄື່ອງຂອງຂຶ້ນລາຄາ, ນໍ້າມັນຂາດຕລາດ, ຊາວບ້ານຂາດລາຍໄດ້ ກໍໄດ້ສົ່ງຜົລກະທົບຢ່າງໜັກໜ່ວງໃຫ້ກັບຊາວບ້ານ ໂດຍສະເພາະຄອບຄົວຜູ້ທຸກຍາກ ທີ່ບໍ່ມີເງິນທີ່ຈະຊື້ຮອດນໍ້າມັນ ເພື່ອທໍາການກະເສດ ເຊິ່ງເປັນປະກົດການ ທີ່ສ້າງຄວາມຫົດຫູ່ໃຈທີ່ສຸດ.

ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ພຶສພາ ນີ້ວ່າ:

“ໃນຊ່ວງນີ້ ທັງແພງທັງຂາດ ປັດຈຸບັນນີ້ ຊາວໄຮ່ຊາວນາ ຊິລົງນາ ໃສ່ຣົຖໄຖເຂົານິ່ ມັນກະມີໃດ໋ບາດນີ້ ສະພາບການຜລິດຢູ່ພີ້ ດຽວກນີ້ຫັ້ນ ລົງມືຫັ້ນໜ້ອຍຄົນທີ່ສຸດ ມັນຄາເຣື່ອງນໍ້າມັນນີ້ແຫຼະ ກໍຣະນີວ່າມັນລົງສະກ່ອນ ຈັ່ງພາລົງນາ ຕາມວ່າເບິ່ງຫັ້ນໃດ໋.”

ສ່ວນຜູ້ປະກອບການທຸຣະກິຈ ໃນນະຄອນຫຼວງວຽງຈັນ ກ່າວວ່າຈາກສະພາບເສຖກິຈ ທີ່ຕົກຕໍ່າໃນລາວນີ້ ສົ່ງຜົລໃຫ້ຜູ້ປະກອບການ ທຸຣະກິຈຂນາດນ້ອຍ ແລະຂາດນາດກາງຈໍານວນຫຼາຍ ໃນລາວກໍາລັງຈະໝົດໂອກາດລົງເລື້ອຍໆ ແລະບາງແຫ່ງ ກໍປິດໂຕໄປແບບຖາວອນແລ້ວ ເພາະບໍ່ສາມາດກັບມາຟື້ນໂຕໄດ້, ຂະນະທີ່ທາງການລາວ ກໍບໍ່ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ມີປະສິດທິພາບ ແລະສນັບສນູນຢ່າງຕໍ່ເນື່ອງ.

ດັ່ງຜູ້ປະກອບການທຸຣະກິຈ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 30 ພຶສພາ ນີ້ວ່າ:

“ທຸຣະກິຈນາດນ້ອຍ ຂາດກາງເຮົານະ ຢູ່ໃນປະເທດລາວເຮົານີ້ ມີຫຼາຍແຮງເນາະ ອັນ Marketing ຫຼືວ່າຜູ້ຊື້ ຜູ້ສນອງຈັ່ງຊີ້ ມັນເຮັດໄປແລ້ວບໍ່ມີທາງກະຈາຍອິຫຍັງຈັ່ງຊີ້ ມັນກະຍາກທີ່ຈະຂຍາຍທຸຣະກິຈ ໃຫ້ມັນເພີ່ມລາຍຮັບ ໃຫ້ແກ່ປະເທດຫັ້ນ.”

ແລະຜູ້ປະກອບການທຸຣະກິຈ ອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ຫາກເປັນຊາວບ້ານທົ່ວໄປ ຫຼືຜູ້ປະກອບການທຸຣະກິຈ ຂນາດນ້ອຍແລະຂນາດກາງ ກໍຖືວ່າເປັນຊ່ວງເວລາທີ່ຕ້ອງດິ້ນຮົນ ເພື່ອຄວາມຢູ່ລອດໂດຍແທ້ຈິງ ເພາະສິນຄ້າອຸປໂພກ-ບໍຣິໂພກເກືອບທຸກປະເພດ ໄດ້ປັບລາຄາຂຶ້ນແພງຫຼາຍ ຂະນະທີ່ລາຍຮັບຍັງໄດ້ທໍ່ເກົ່າ ຫຼືບາງຄົນກໍອາຈຫຼຸດລົງ.
ໃນຂະນະດຽວກັນ ຜູ້ປະກອບການທຸຣະກິຈແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ພຶສພາ ນີ້ວ່າ ດ້ວຍສະພາບເສຖກິຈທີ່ຕົກຕໍ່າ ແລະຝືດເຄືອງຮຸນແຮງແບບນີ້ ແລະບໍ່ຮູ້ວ່າ ຕ້ອງພະເຊີນກັບສະພາບເສຖກິຈແບບນີ້ ໄປອີກດົນປານໃດ ກໍຢາກໃຫ້ຣັຖບານລາວ ເອົາໃຈໃສ່ຊຸກຍູ້ໃຫ້ຄົນລາວໃນປະເທດ ຫັນມາທໍາການກະເສດເພີ່ມຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະຊື້ສິນຄ້າໂດຍບໍ່ຈໍາເປັນ ເພື່ອເປັນການປະຢັດ.

“ບໍ່ກ້າຈ່າຍ ກ້າຫຍັງແລ້ວ ສໍາຮອງກະເອົາໄວ້ກິນແຫຼະເນາະ ມັນຍາກ ບໍ່ກ້າລົງທຶນ ບໍ່ກ້າຈົກນີ້ແຫຼ້ວ ຜູ້ໃດກະຄືກັນແຫຼ້ວ ໂອ້ຍ ອີກຫຼາຍປີຢູ່ ຊິຟື້ນໂຕຄືເກົ່າ ທາງອອກແມ່ນປະເທດໃດກະຢ່າ ຕ້ອງແມ່ນປູກປູກຝັງ ຈັ່ງກະຢ່າ ໃຜກະຕ້ອງກິນຜັກ ກິນຫຍ້າຢູ່ ກິນໄກ່ຢູ່ເນາະ ມັນຕ້ອງ ຢ່າງຕໍ່າຢູ່ໄດ້.”

ກ່ຽວກັບເຣື່ອງນີ້ ນັກເສຖສາຕລາວ ທ່ານນຶ່ງ ກ່າວວ່າ ຣັຖບານລາວ ຄວນມີມາຕການທີ່ເຂັ້ມງວດໃນການຄວບຄຸມ ແລະຈັດເກັບເງິນຕຣາຕ່າງປະເທດ ໃຫ້ຮັດກຸມ ບໍ່ໃຫ້ເກີດການຮົ່ວໄຫຼ ແລະຕ້ອງເພີ່ມທຶນສໍາຮອງລະຫວ່າງປະເທດ ໃຫ້ຫຼາຍຂຶ້ນກວ່ານີ້ ເພື່ອສ້າງຄວາມໝັ້ນຄົງ ແລະສະຖຽນລະພາບທາງດ້ານການເງິນ ຂອງປະເທດໃຫ້ດີຂຶ້ນກວ່າເກົ່າ.

ດັ່ງນັກເສຖສາຕລາວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 30 ພຶສພາ ນີ້ວ່າ:

“ການຮັກສາ ເງິນຕຣາໃຫ້ໝັ້ນທ່ຽງ ເບິ່ງວ່າ ປະຣິມານເງິນໃນລະບົບຫັ້ນເນາະ ໃຫ້ມັນຢູ່ໃນຈັງຫວະ ການຂຍາຍໂຕຂອງເສຖກິຈ ໃຫ້ມັນມີສະຖຽນລະພາບ.”

ຂະນະທີ່ ທະນາຄານໂລກປະຈໍາລາວ ກໍໄດ້ອອກບົດຣາຍງານ “ການຟື້ນໂຕຂອງເສຖກິຈພະເຊີນກັບອຸປະສັກດ້ານໜີ້ສິນ ແລະລາຄາສິນຄ້າທີ່ເພີ່ມສູງຂຶ້ນ” ເມື່ອເດືອນເມສາ 2022 ທີ່ຜ່ານມາ ລະບຸວ່າ ປະເທດລາວ ໄດ້ພະເຊີນກັບອັດຕຣາເງິນເຟີ້ສູງເຖິງ 9.9% ໃນເດືອນເມສາ ປີ 2022 ຈາກ 2% ໃນເດືອນເມສາ ປີ 2021, ເສຖກິຈລາວ ຄາດວ່າຈະເຕີບໂຕໃນອັດຕຣາ 3.8% ໃນປີ 2022 ແລະຄາດວ່າ ການເຈຣະຈາໜີ້ສິນ ກັບປະເທດເຈົ້າໜີ້ ຈະມີຄວາມຄືບໜ້າທີ່ດີ ແລະຈະບໍ່ມີການລ໊ອກດາວ ຫຼືໃຊ້ມາຕການປ້ອງກັນໂຄວິດ-19 ຮອບໃໝ່.

ຂະນະທີ່ ໜີ້ສິນສາທາຣະນະຂອງປະເທດ ປັດຈຸບັນ ໄດ້ເພີ່ມຂຶ້ນມາຮອດ 88% ຂອງໃນປີ 2021 ເຊິ່ງໃນນັ້ນ ເປັນໜີ້ສິນທີ່ມາຈາກຂແນງພະລັງງານ ຈໍານວນ 30% ຂອງຍອດໜີ້ສິນສະສົມທັງໝົດ, ຄັງສໍາຮອງເງິນຕຣາຕ່າງປະເທດຍັງຕໍ່າ ຄາດການວ່າ ຢູ່ປະມານ 800 ລ້ານໂດລ້າຣ໌ສະຫະຣັຖເທົ່ານັ້ນ.

ທະນາຄານໂລກປະຈໍາລາວ ຍັງໄດ້ແນະນໍາທາງການລາວ ເພື່ອຟື້ນຟູສະຖຽນລະພາບ ຂອງເສຖກິຈມະຫາພາກ ເປັນຕົ້ນ: ການເພີ່ມການເກັບລາຍຮັບ ແລະເພີ່ມປະສິດທິຜົລ ດ້ານລາຍຈ່າຍ, ປັບປຸງວຽກງານ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງໜີ້ສິນ ແລະປັບປຸງຄວາມໂປ່ງໃສ, ການປັບປຸງສະຖຽນລະພາບຂອງຂແນງການເງິນ ໂດຍນໍາໃຊ້ເຄື່ອງມືທັນສໄມ ແລະນໍາໃຊ້ນະໂຍບາຍຊ່ອຍເງິນອຸດໜູນ ໃຫ້ກັບກຸ່ມຄົມທຸກຍາກ ໃນການຟື້ນຟູການເປັນຢູ່ ຫຼັງຈາກຣະບາດຂອງໂຄວິດ-19.

ນອກຈາກນີ້ ຍັງຕ້ອງປັບປຸງສະພາບແວດລ້ອມ ການດໍາເນີນທຸຣະກິຈ ເພື່ອດຶງດູດການລົງທຶນ ແລະສ້າງວຽກເຮັດງານທໍາ, ຄວນສົ່ງເສີມຂແນງການທີ່ມີຄວາມໄດ້ປຽບ ເຊັ່ນ: ຜລິດຕະພັນປຸງແຕ່ງ ທີ່ມີມູນຄ່າເພີ່ມສູງ, ສິນຄ້າກະສິກັມ, ຜລິດຕະພັນກະສິກັມ ແລະການທ່ອງທ່ຽວທາງທັມມະຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.