ອັດຕຣາເງິນເຟີ້ ໃນເດືອນຕຸລາ 2023 ຍັງຢູ່ໃນລະດັບສູງ
2023.10.31
ສູນສະຖິຕິແຫ່ງຊາຕ ຣາຍງານສະພາບສິນຄ້າ ແລະການບໍຣິການ ໃນເດືອນຕຸລາ 2023 ແມ່ນຍັງມີທ່່າອຽງເພີ່ມຂຶ້ນ ເຮັດໃຫ້ອັດຕຣາເງິນເຟີ້ ໃນປະເທດລາວ ໃນເດືອນຕຸລາ 2023 ນີ້ ຢູ່ໃນລະດັບ 25.8% ໂດຍສະເພາະ ແມ່ນໝວດຮ້ານອາຫານ ແລະໂຮງແຮມ ເພີ່ມຂຶ້ນປະມານ 34%, ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນປະມານ 29% ແລະໝວດເຄື່ອງນຸ່ງຫົ່ມ ແລະເກີບ ເພີ່ມຂຶ້ນປະມານ 28% ແລະອື່ນໆຕາມລໍາດັບ.
ຂະນະທີ່ ຊາວລາວຫຼາຍຄົນ ກໍຮູ້ສຶກສິ້ນຫວັງກັບຣັຖບານລາວ ບໍ່ເຫັນຈະແກ້ໄຂໃຫ້ດີຂຶ້ນເທື່ອ ຫຼືອາດເປັນເພາະພາກຣັຖ ບໍ່ໄດ້ເດືອດຮ້ອນ ຄືກັບ ຊາວລາວທີ່ໃຊ້ຊີວິດຫຍຸ້ງຍາກກັນຫຼາຍ ໂດຍສະເພາະຄົນຫາເຊົ້າກິນຄໍ່າ ແລະສິນຄ້າຕ່າງໆໃນຕລາດ ກໍຍັງມີທ່າອຽງເພີ່ມສູງຂຶ້ນ ເປັນຕົ້ນ ມີ່ໄວໆ 10 ຫໍ່ ລາຄາ 50,000 ກີບ ເດືອນທີ່ແລ້ວ ຍັງຢູ່ປະມານ 40,000 ກີບ ສ່ວນການແລກປ່ຽນເງິນຕຣາ ຕ່າງປະເທດນອກລະບົບ 1 ບາທ ເທົ່າກັບ 660 ກີບ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:
“ຣັຖບານເຂົາເຈົ້າບໍ່ໄດ້ທຸກຈັກຄົນ ເພິ່ນບໍ່ເດືອດຮ້ອນດອກ ຄົນເດືອດຮ້ອນ ແມ່ນກຫາເຊົ້າກິນຄໍ່າ ແພງບໍ່ມີຫຍັງລົງ 1,000, 2,000 ມັນບໍ່ມີທາງຢຸດນ່າ ຂຶ້ນຕລອດ ອັນເງິນບາທ ແຮງໄປ 65-66 ພຸ້ນ່າ ມີ່ໄວໆເດ້ ຂອງຫຍັງກໍຂຶ້ນໝົດນ່າດຽວນີ້ນ່າ ບາງບ່ອນກໍຂາຍ 50 ພັນ 10 ຫໍ່ຫັ້ນນ່າ ເດືອນທີ່ແລ້ວ ບໍ່ຮອດ 40,000 ແມ້ແຕ່ນໍ້າດື່ມລາວເຮົາ ກະຍັງຂຶ້ນ.”
ຂະນະທີ່ ຊາວລາວໃນແຂວງບໍ່ແກ້ວ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ສິນຄ້າຕ່າງໆ ກໍຍັງມີລາຄາສູງ ບໍ່ໄດ້ມີທ່າອຽງຈະຫຼຸດລົງເລີຍ ມີແຕ່ເພີ່ມຂຶ້ນ ເປັນຕົ້ນ ນໍ້າຢາສະຫົວ ກ່ອງນຶ່ງປະມານ 120 ບາທ ຈາກແຕ່ກ່ອນ 70 ບາທ ກໍໃຊ້ຊີວິດ ແບບອົດໆຢາກໆກັນໄປ ແລະກໍອາສັຍປູກຜັກ, ລ້ຽງເປັດ ລ້ຽງໄກ່ ແຕ່ກໍບໍ່ໄດ້ກຸ້ມກິນ.
“ສິນຄ້າບາງອັນກໍເພີ່ມຂຶ້ນໃໝ່ອີກ ບໍ່ມີແຫຼະຈະລົງນີ້ ທຸກຢ່າງ ເຄື່ອງໃຊ້ ຫຼືວ່າ ເປັນເຄື່ອງນຸ່ງ ມັນມາທາງໄທຍນີ້ ຖືວ່າ ເພີ່ມລາຄາຂຶ້ນ ເປັນແຊມພູສະຜົມ ມັນຈະເປັນກ່ອງໃຫຍ່ ມັນຈະຢູ່ 70 ບາທ. ດຽວນີ້ ມັນຈະຢູ່ 120 ບາທ ບໍ່ຊື້ມັນກະບໍ່ມີ ອົດໆຢາກໆນໍາກັນຫັ້ນແຫຼະ. ບາງອັນກໍປູກຜັກ ລ້ຽງເປັດລ້ຽງໄກ່.”
ຢູ່ພ້ອມດຽວກັນນີ້ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໄດ້ກ່າວວ່າ ສິນຄ້າຕາມຕລາດ ກໍຖືວ່າ ລາຄາກໍຍັງສູງ ບໍ່ໄດ້ມີທ່າອຽງຈະຫຼຸດລົງເລີຍ ເປັນຕົ້ນ ປະເພດຜັກ ເຊິ່ງເກືອບທຸກຊະນິດ ກໍຍັງມີລາຄາຂ້ອນຂ້າງແພງ ເຊິ່ງທ່ານຄິດວ່າ ທັມມະດາໃນຣະດູໜາວນີ້ ອາກາດເຢັນໆ ຄວນຈະຂາຍຜັກຫຼາກຫຼາຍຂຶ້ນ ແຕ່ຜັກບາງຊະນິດຍັງຂາດຕລາດກໍມີ ຈຶ່ງເຮັດໃຫ້ລາຄາຜັກ ມີລາຄາສູງຢູ່ ເປັນຕົ້ນ ຫອມບົ່ວ, ຫອມປ້ອມ, ຫອບລາບ, ຜັກຊີ 1 ກິໂລກຣາມ ຢູ່ປະມານ 50,000-60,000 ປາຍກີບ:
“ທັມມະດາໜ້ານີ້ ໜ້າມັນໜາວ ມັນເຢັນລະ ໜ້າຈະຜັກມີຫຼາຍ ແຕ່ວ່າ ດຽວນີ້ຍັງບໍ່ມີຫຼາຍ ຄືທຸກປີຫັ້ນນ່າ ຍັງແພງຢູ່ ກະຢາກວ່າ ເກືອບທຸກຜັກເລີຍເດ້ ຫອມລາບ, ຫອມປ້ອມ, ຜັກຊີ ອີ່ຫຍັງທຸກຢ່າງ ປີນີ້ ກໍຍັງລາຄາສູງຢູ່ ມັນຄືແບບວ່າ ມັນຍັງຢູ່ລະຫວ່າງ 50-60 ພັນ ຂຶ້ນເມືອຢູ່ ຖືວ່າຍັງສູງຢູ່ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສະພາບເງິນເຟີ້ ເງິນກີບອ່ອນຄ່າແນວນີ້ ກໍໃຊ້ຊີວິດຫຍຸ້ງຍາກຫຼາຍຢູ່ ຮ້ານອາຫານຂອງທ່ານ ກໍຕ້ອງໄດ້ປັບລາຄາອາຫານຂຶ້ນ ໄປຕາມສະພາບເສຖກິຈ ແຕ່ທ່ານກໍບໍ່ໄດ້ປັບຫຼາຍ ປັບຢ່າງລະ 5,000 ກີບ 10,000 ກີບ ຫຼື 20,000 ກີບ ເຊິ່ງລູກຄ້າທີ່ມາໃຊ້ບໍຣິການກໍເຂົ້າໃຈ:
“ຖູໄຖກັນໄປໄດ້ຢູ່ ມີແຕ່ວ່າ ປັບລາຄາອາຫານ ເຈົ້າຂອງແຕ່ລະຮ້ານ ກໍບໍ່ຄືກັນ ສ່ວນຫຼາຍລູກຄ້າເຮົາ ຈະເປັນຕ່າງຊາຕ ລູກຄ້າເຂົ້າໃຈຫັ້ນນ່າ ວ່າລາຄາໂຕໃດ ແບບໃດ ເຮົາກໍຈະປັບຂຶ້ນ ຢ່າງລະ 5,000, 10,000. ບາງອັນກໍ 20,000 ແບບນີ້ຫັ້ນນ່າ ສິນຄ້າບ້ານເຮົາ ມັນກໍນໍາເຂົ້າ ມັນບໍ່ແມ່ນ ທີ່ວ່າ ທຸກຢ່າງຂອງເຮົາເຮັດເອງ ຢູ່ບ້ານເຮົາຫັ້ນນ່າ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ເຖິງແມ່ນວ່າ ໃນລາວ ຈະປະສົບບັນຫາເງິນເຟີ້ ກໍບໍ່ໄດ້ມີຜົລກະທົບຕໍ່ການລົງທຶນໃນລາວ ແລະຣັຖບານລາວ ກໍຍັງມີລາຍຮັບເຂົ້າມາຫຼາຍທາງຢູ່ ເພາະຍັງມີສິນຄ້າສົ່ງອອກໄປຂາຍຕ່າງປະເທດ ຮວມເຖິງ ນັກລົງທຶນຕ່າງປະເທດ ກໍເຂົ້າມາລົງທຶນໃນລາວກັນຫຼາຍ ໂດຍສະເພາະ ດ້ານການກະເສດ, ອຸດສາຫະກັມ ແລະການພັທນາແຫຼ່ງທ່ອງທ່ຽວ:
“ເງິນເຟີ້ ກໍບໍ່ມີບັນຫາກັບພວກຂະເຈົ້າດອກ ເສຖກິຈບ້ານເມືອງ ພວກເຮົາ ມັນມີລາຍຮັບຫຼາຍແຫຼ່ງເດ້ ປະຊາຊົນກໍ ທໍາການຜລິດໄປນໍາ ຄ້າຂາຍໄປນໍາຊີ້ນ່າ ຄົນລົງທຶນຫຼາຍດຽວນີ້ ດິນຈົນບໍ່ມີບ່ອນວ່າງ ເວົ້າເຣື່ອງການປູກ ການລ້ຽງ ການພັທນາແຫຼ່ງທ່ອງທ່ຽວ.”
ຢູ່ມາຮອດປັດຈຸບັນນີ້ ອັດຕຣາເງິນເຟີ້ ແລະເງິນກີບອ່ອນຄ່າໃນລາວ ຍັງບໍ່ມີທ່າທີຈະດີຂຶ້ນເທື່ອ ສາເຫດສ່ວນນຶ່ງ ກໍຍ້ອນວ່າ ການຜລິດພາຍໃນບໍ່ເຂັ້ມແຂງ ແລະສະພາບອັດຕຣາເງິນກີບ ກໍຍັງອ່ອນຄ່າ ອີງຕາມຣາຍງານ ຂອງທະນາຄານພົງສະຫວັນ ໃນວັນທີ 31 ຕຸລາ 2023 ນຶ່ງບາທ ເທົ່າກັບ 635 ກີບ ຈາກວັນທີ 2 ຕຸລາ 1 ບາທ ເທົ່າກັບ 594 ກີບ ສ່ວນ 1 ໂດລ້າຣ໌ ເທົ່າກັບ 20,669 ກີບ ຈາກວັນທີ 2 ຕຸລາ 2023 ນຶ່ງໂດລ້າຣ໌ ເທົ່າກັບ 20,353 ກີບ ແລະທະນາຄານໃນລາວ ກໍຍັງຈໍາກັດໃນການແລກປ່ຽນ ເງິນຕຣາຕ່າງປະເທດອີກນໍາດ້ວຍ ຈຶ່ຍັງເຮັດໃຫ້ຊາວລາວ, ຊາວຄ້າຂາຍ ໃນລາວ ກໍຍັງຕ້ອງລັກແລກປ່ຽນເງິນຕຣາຕ່າງປະເທດກັນ ນອກລະບົບຄືເກົ່າ ເຊິ່ງນອກລະບົບຕອນນີ້ 1 ບາທ ປະມານ 660 ກີບ ແລະ 1 ໂດລ້າຣ໌ ປະມານ 20,800 ກີບ.