ເງິນເຟີ້ສູງ, ຂາດດຸນການຄ້າ ເປັນຄວາມຫຍຸ້ງຍາກ ໃນລາວ

ພູວົງສ໌
2024.05.08
ເງິນເຟີ້ສູງ, ຂາດດຸນການຄ້າ ເປັນຄວາມຫຍຸ້ງຍາກ ໃນລາວ ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເຊິ່ງລາຄາສິນຄ້າ ຫຼາຍຢ່າງແພງຂຶ້ນເລື້ອຍໆ (TS) ເດືອນເມສາ 2024.
RFA

ສ່ວນຕ່າງອັດຕາເງິນເຟີ້ ຂອງລາວ ຫຼຸດລົງເລັກໜ້ອຍ ຈາກ 24.98% ໃນເດືອນມີນາ ມາຢູ່ທີ່ 24.92% ໃນເດືອນເມສາ ທີ່ຜ່ານມານີ້, ອີງຕາມການລາຍງານ ຂອງສູນສະຖິຕິແຫ່ງຊາດ ເມື່ອເດືອນເມສາ ທີ່ຜ່ານມາ.

ຂະນະທີ່ ຄ່າດັດຊະນີ ລາຄາຜູ້ບໍລິໂພກ ຫຼື (Consumer Price Index CPI) ເພີ່ມຂຶ້ນເປັນ 222.34 ໃນເດືອນເມສາ ຈາກ 218.83 ໃນເດືອນມີນາ ສະແດງໃຫ້ເຫັນວ່າ ຄ່າຄອງຊີບ ແລະ ຄ່າໃຊ້ຈ່າຍ ໃນຊີວິດປະຈຳວັນ ຂອງປະຊາຊົນ ຍັງສູງຂຶ້ນ ຢ່າງຕໍ່ເນື່ອງ.

ກ່ຽວກັບເລື່ອງນີ້, ຜູ້ປະກອບການ ຮ້ານອາຫານ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ນາງໜຶ່ງ ກ່າວວ່າ ໃນສະພາບ ຄວາມເປັນຈິງນັ້ນ, ພາວະເງິນເຟີ້ ຍັງສູງຂຶ້ນ ຢ່າງຕໍ່ເນື່ອງ ບໍ່ມີທ່າທີ ວ່າຈະລົງ. ສ່ວນລາຄາເຄື່ອງຂອງນັ້ນ, ກໍຍັງແພງຄືເກົ່າ ຍ້ອນສິນຄ້າ ທີ່ນຳໃຊ້ໃນຮ້ານ ຕ້ອງນຳເຂົ້າມາ ຈາກໄທ ເກືອບ 100%.

ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ພຶດສະພາ 2024 ນີ້ວ່າ:

“ຍັງໆ, ຍັງສູງຢູ່, ສູງໆ. ເອີ, ມັນແພງຫັ້ນແຫຼະ ກະໄລ່ຕາມເງິນຫັ້ນແຫຼະ ເຄື່ອງມາແຕ່ໄທ ພຸ້ນ. ຢາກວ່າຮ້ອຍສ່ວນຮ້ອຍພຸ້ນແຫຼະ. ນ້ຳຕານ, ນ້ຳຕານກໍມາແຕ່ໄທ ແລ້ວກໍມັນມີຮ໋ອດດ໋ອກ ມີແມ່ນຫຍັງ ມີຜົງຟູ ມັນອັນນັ້ນໄດ້ຊື້.”

ຂະນະທີ່ຊາວບ້ານ ຢູ່ເມືອງໂຂງ ແຂວງຈຳປາສັກ ທ່ານໜຶ່ງ ກ່າວວ່າ ສະພາບເງິນເຟີ້ ກໍບໍ່ໄດ້ຫຼຸດລົງ ຍັງສູງຄືເກົ່າ ແລະ ບໍ່ມີທ່າທີວ່າ ຈະຫຼຸດລົງເລີຍ. ສ່ວນສິນຄ້າ ອຸປະໂພກ-ບໍລິໂພກ ຕ້ອງໄດ້ນຳເຂົ້າ ແລະ ຍັງມີລາຄາແພງຂຶ້ນເລື້ອຍໆ ບໍ່ສອດຄ່ອງກັບລາຍຮັບ ຂອງປະຊາຊົນ.

ດັ່ງທ່ານກ່າວວ່າ:

“ອັດຕາເງິນເຟີ້ ຍັງສູງຄືເກົ່າ. ແມ່ນໆ ເງິນເຟີ້ມັນບໍ່ຫຼຸດລົງເລີຍ ເສດຖະກິດກໍໄປໄດ້ຍາກ ໜ້າຈະຄວບຄຸມບໍ່ຢູ່ແລ້ວແຫຼະ ມັນໜ້າຈະແພງຂຶ້ນເລື້ອຍໆ ຍັງຄວບຄຸມ ລາຄາສິນຄ້າບໍ່ໄດ້. ສິ່ງທີ່ເຄີຍຂາຍແພງ ກໍແພງຂຶ້ນໄປເລື້ອຍໆ ບໍ່ເຄີຍຫຼຸດລົງຈັກເທື່ອ. ຫຼຸດຜ່ອນບໍ່ໄດ້ ຫຼຸດຜ່ອນຄືບໍ່ມີກິນໂລດແຫຼະ. ມີແຕ່ວ່າໃຊ້ໄປແຕ່ລະວັນ ຫາໄດ້ມື້ນີ້ ໃຊ້ມື້ນີ້, ຫາມື້ອື່ນ ໃຊ້ມື້ອື່ນ.”

ສຳລັບເລື່ອງການຄ້ານັ້ນ, ໃນເດືອນມີນາ ລາວຂາດດຸນການຄ້າ 81 ລ້ານໂດ່ລ້າຣ໌ສະຫະຣັຖ, ໂດຍມີການສົ່ງອອກສິນຄ້າ ມີມູນຄ່າ 594 ລ້ານໂດ່ລ້າຣ໌ສະຫະຣັຖ. ສ່ວນການນຳເຂົ້າ ມີມູນຄ່າ 675 ລ້ານໂດ່ລ້າຣ໌ສະຫະຣັຖ.

ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ ກະຊວງການເງິນ ຜູ້ຂໍສະຫງວນຊື່ ແລະ ສຽງ ທ່ານໜຶ່ງ ກ່າວວ່າ ໄລຍະຜ່ານມາ ລັດຖະບານລາວ ໄດ້ໃຊ້ຫຼາຍມາດຕະການ ໃນການແກ້ໄຂ ບັນຫາເງິນເຟີ້ ແລະ ການຂາດດຸນການຄ້າ. ໜຶ່ງໃນນັ້ນ, ກໍຄືການຈັດຕັ້ງ ຄະນະກຳມະການ ຊຸກຍູ້ສົ່ງເສີມ ໃຫ້ເກີດການບໍລິໂພກ ແລະ ນຳໃຊ້ສິນຄ້າພາຍໃນ ເພື່ອທົດແທນ ການນຳເຂົ້າສິນຄ້າ ລວມເຖິງສົ່ງເສີມການຜະລິດ ເພື່ອການສົ່ງອອກ, ໂດຍເນັ້ນໃສ່ການແປຮູບ ແລະ ປຸງແຕ່ງສິນຄ້າກະສິກຳ ແລະ ແຮ່ທາດ.

ຢ່າງໃດກໍຕາມ, ມາດຕະການສົ່ງເສີມ ການຜະລິດ ກໍຍັງບໍ່ຊ່ອຍໃຫ້ ສະພາບເງິນເຟີ້ ແລະ ການຂາດດຸນການຄ້າ ຫຼຸດລົງ ຍ້ອນມາດຕະການດັ່ງກ່າວ ແກ້ໄຂບັນຫາ ໄດ້ຊົ່ວຄາວເທົ່ານັ້ນ. ປະຊາຊົນທົ່ວໄປ ຍັງຄົງຕ້ອງນຳເຂົ້າສິນຄ້າ ຈາກໄທ, ຫວຽດນາມ ແລະ ຈີນ ຫຼາຍຢູ່.

ດັ່ງນັກສຶກສາ ດ້ານເສດຖະສາດ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ:

“ເຂົາຈະມີມາດຕະການນຳເຂົ້າ ຂອງສິນຄ້າ ແບບບໍ່ໃຫ້ນຳເຂົ້າສິນຄ້າ ຈາກຕ່າງປະເທດຫຼາຍ ເພື່ອໃຫ້ນຳໃຊ້ສິນຄ້າ ຂອງປະເທດລາວເອງ, ຊີ້ນ່າ. ເທົ່າທີ່ເຫັນມາ ກໍແກ້ໄດ້ໜ້ອຍໜຶ່ງ, ບໍ່ຫຼາຍ. ໂຕນີ້, ມັນເປັນການແກ້ ແບບຊົ່ວຄາວ ຖ້າເຮັດໄລຍະຍາວ ລາຄາເງິນເຟີ້ ກໍຍັງເຟີ້ຄືເກົ່າຢູ່.”

ເພື່ອແກ້ໄຂບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າ, ລັດຖະບານລາວ ຍັງໄດ້ອອກມາດຕະການ ເພື່ອສ້າງລາຍຮັບ ໄປຄຽງຄູ່ກັນ ເປັນຕົ້ນ ການເກັບເງິນ ຈາກການປັບອາກອນມູນຄ່າເພີ່ມ ຈາກ 7% ເປັນ 10%, ໂດຍເລີ່ມໄລ່ເກັບອາກອນ ໃນອັດຕາໃໝ່ ຕັ້ງແຕ່ວັນທີ 1 ພຶດສະພາ 2024 ທີ່ຜ່ານມາ ແລະ ຍັງໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງລາຍຮັບ ເງິນຕາຕ່າງປະເທດ ຈາກການສົ່ງສິນຄ້າອອກ ວ່າຜູ້ສົ່ງອອກ ຕ້ອງນຳລາຍຮັບ ເງິນຕາຕ່າງປະເທດ ເຂົ້າລະບົບທະນາຄານ ຂອງລາວ. ຈຸດປະສົງ ກໍເພື່ອໃຫ້ມີລະບົບ ເງິນຕາຕ່າງປະເທດ ໝູນວຽນໃນລະບົບ ແລະ ສົ່ງເສີມເງິນກີບ ໃຫ້ແຂງຄ່າຂຶ້ນ.

ເພື່ອສ້າງລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບ ໃຫ້ຫຼາຍຂຶ້ນນັ້ນ, ອີກ 2 ມາດຕະການ ທີ່ສາມາດເຮັດໄດ້ ແລະ ໄດ້ຜົນໄວ ກໍຄືການສົ່ງເສີມ ການທ່ອງທ່ຽວ ແລະ ການສົ່ງອອກສິນຄ້າ ບາງປະເພດ ເປັນຕົ້ນ ແຮ່ທາດ ແລະ ໄຟຟ້າ.

ດັ່ງນັກວິຊາການ ດ້ານເສດຖະສາດ ທ່ານໜຶ່ງ ກ່າວວ່າ:

“ໜຶ່ງໃນສິ່ງທີ່ຈະສາມາດ ດຶງດູດເງິນຕາຕ່າງປະເທດ ໃຫ້ໄວ ກໍຄືການທ່ອງທ່ຽວ ແລ້ວກໍການສົ່ງອອກ ສິນຄ້າບາງຢ່າງໄປ. ລາວເຮົາ ມີສັກກະຍະພາບ ເລື່ອງການທ່ອງທ່ຽວ ຂ້ອນຂ້າງຫຼາຍ. ການທ່ອງທ່ຽວ ແບບທຳມະຊາດ ມັນກໍມີແຫຼ່ງທ່ອງທ່ຽວ ທີ່ເປັນທຳມະຊາດ ຂ້ອນຂ້າງຫຼາຍ ຢູ່ທາງພາກໃຕ້, ແຕ່ວ່າ ເຮົາກໍບໍ່ໄດ້ໂປໂມທ ຢ່າງຈິງຈັງ.”

ກ່ອນໜ້ານີ້, ທະນາຄານພັດທະນາເອເຊັຽ ຫລື ADB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍໂຕ ໃນລະດັບປານກາງ ປະມານ 4% ໃນປີ 2024 ແລະ 2025 ຍ້ອນຂະແໜງການທ່ອງທ່ຽວ ແລະ ການບໍລິການ. ສ່ວນຂະແໜງການອື່ນໆ ຍັງບໍ່ທັນຂະຫຍາຍໂຕ ດີປານໃດ ຍ້ອນອັດຕາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນສາທາລະນະສູງ, ອີງຕາມບົດລາຍງານ ເສດຖະກິດລາວ ປະຈໍາເດືອນເມສາ 2024 ຂອງທະນາຄານພັດທະນາເອເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.