ລາວເລັ່ງແກ້ໄຂ ອັດຕຣາເງິນເຟີ້ ພາຍໃນປີ 2024
2024.01.02
ຄະນະກັມມະການ ນະໂຍບາຍເງິນຕຣາ ທະນາຄານແຫ່ງປະເທດລາວ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕຣາ ໃນທິດທາງທີ່ຮັດກຸມ ໂດຍການສຸມໃສ່ ເຮັດໃຫ້ອັດຕຣາ ແລກປ່ຽນ ບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້, ຄວບຄຸມອັດຕຣາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກິນ 9% ໃນທ້າຍປິ 2024 ຄຸ້ມຄອງປະຣິມານເງິນ M2 ໃຫ້ຂຍາຍໂຕ ໃນລະດັບບໍ່ເກິນ 25% ທຽບໃສ່ປີທີ່ຜ່ານມາ ຕາມທີ່ສະພາແຫ່ງຊາຕຮັບຮອງ. ໂດຍໃນນີ້ ຈະຄົ້ນຄ້ວາ ປັບປຸງກົລ ໄກການກໍານົດອັດຕຣາ ດອກເບັ້ຍພື້ນຖານ ຂອງທະນາຄານ ແຫ່ງປະເທດລາວ ປັບປຸງການກຳນົດ ອັດຕຣາສ່ວນເງິນແຮຝາກ ບັງຄັບໃຫ້ແທດເໝາະຕາມແຕ່ໄລຍະ ຄວບຄຸມການຄຸ້ມຄອງໄປຕາມກົລໄກ ຕລາດທີ່ມີການຄຸ້ມຄອງ ຂອງຣັຖຢ່າງມີປະສິດທິຜົລ ຈະໃຫ້ການຄຸ້ມຄອງ ເງິນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ ໃຫ້ຫຼາຍຂຶ້ນ ເພື່ອຊ່ອຍໃຫ້ອັດຕຣາແລກປ່ຽນ ມີສະເຖັຍລະພາບ. ອີງຕາມກອງປະຊຸມ ຄະນະກັມມະການ ນະໂຍບາຍເງິນຕຣາ (Monetary Policy Committee) ຄັ້ງທີ 4 ຂອງປີ 2023 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້. ຂະນະທີ່ແມ່ຄ້ານາງນຶ່ງກ່າວວ່າ ປັດຈຸບັນນີ້ສິນຄ້າ ຍັງແພງບໍ່ເຫັນວ່າ ຈະມີທ່າອ່ຽງຫຼຸດລົງ ເຊິ່ງປີໃໝ່ສາກົລ 2024 ນີ້ ຊີ້ນໝູລາຄາສົ່ງຢູ່ໜ້າຟາມ ຂຶ້ນເປັນ 52,000 ກີບຕໍ່ກິໂລ. ກ່ອນປີໃໝ່ສາກົລ ຍັງຢູ່ທີ່ 49,000 ກີບຕໍ່ກິໂລ ເປັນໄປໄດ້ຍາກທີ່ຣັຖ ບານຈະຄວບຄຸມ ເຊິ່ງຍັງບໍ່ມີທ່່າອ່ຽງຫຼຸດລົງ.
“ເປັນໝູດິບ ເອົາມາແຕ່ຟາມເດ້ຊີ້ນໝູ ເພິ່ນຍັງຂຶ້ນອີກແລ້ວ. ປີໃໝ່ນີ້ເຂົາເຈົ້າຂຶ້ນ 52 ພັນ. ຊື້ກ່ອນປີໃໝ່ແລ້ວແມ່ນ 49. ສູງໆ ມັນບໍ່ຢູ່ແລ້ວບໍ່ມີທາງຫຼຸດມີແຕ່ຄຳເວົ້າເວົ້າວ່າຫຼຸດ ມັນບໍ່ຫຼຸດແຮງ ຫ່ວຍລົງວ່າຊີ້ສາ. ເງິນກີບເຮົາມັນບໍ່ມີຄ່າເດ້.”
ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກ່າວວ່າ ຍັງຖືວ່າລາຄາສິນຄ້າແພງຄືເກົ່າ ບໍ່ໄດ້ຫຼຸດລົງ ເຊິ່ງປີໃໝ່ສາກົລ 2024 ນີ້, ໝູລາດໂຕນ້ອຍ 1 ໂຕ ລາຄາ 1 ລ້ານປາຍກີບ ຫາ 2 ລ້ານກີບ ແຕ່ກ່ອນ 7-8 ແສນກີບຕໍ່ໂຕ. ທີ່ຜ່ານມາຣັຖບານ ພະຍາຍາມຄວບຄຸມ ໃຫ້ຫຼຸດລົງ ຢູ່ແຕ່ຍັງບໍ່ທັນຄວບຄຸມໄດ້ເທື່ອ.
“ສິນຄ້ານີ້ຖືວ່າແພງ, ແພງ, ແພງຫຼາຍ ຄືໝູ່ໂຕນ້ອຍໆນີ້ ຄືລ້ານປາຍ, 2 ລ້ານ. ໝູລາດນ່າ ແຕ່ກີ້ 7-8 ແສນ. ແພງສຸດເພິ່ນວ່າ ເພິ່ນຄວບຄຸມຢູ່ເນາະ ເຣື່ອງສິນຄ້າ ແຕ່ວ່າດຽວນີ້ ມັນກໍຍັງອັນສູງ. ສູງຫຼາຍແລ້ວເພິ່ນຄຸມຢູ່ບໍ່.”
ຊາວລາວອີກທ່ານນຶ່ງ ກ່າວວ່າ ປັດຈຸບັນນີ້ຖືວ່າ ສິນຄ້າຍັງລາຄາແພງຢູ່ ເຊິ່ງປີໃໝ່ສາກົລ 2024 ນີ້ ມີຄົນກິນລ້ຽງ, ຊຸມແຊວກັນຫຼາຍຂຶ້ນ ເຖິງຈະຮູ້ວ່າ ສິນຄ້າແພງ, ແຕ່ຫຼາຍຄົນກໍຢາກສັງສັນ ແລະສັງສັນກັນແບບຄອບຄົວ, ໝູ່ຄູ່ ແລະ ຊ່ອຍກັນອອກ. ອອກເງິນຊື້ອາຫານ ເພາະສິນຄ້າແພງ ເຊິ່ງຕ້ອງລໍຖ້າເບິ່ງວ່າ ໃນປີ 2024 ລາຄາສິນຄ້າ ຈະສູງຂຶ້ນອີກບໍ່.
“ປີນີ້ຄຶກຄື້ນກ່ວາປີກາຍຫຼາຍ. ໃຜກໍຊຸມແຊວ. ໃຜກາກິນ. ແພງຄືເກົ່າຫັ້ນແຫຼະ ແຕ່ເຮົາກໍແຊກັນ. ກິນຍັງບໍ່ທັນໄດ້ ມີການຫຍັງເທື່ອ. ຟັງໄປອີກ ເພາະສະນັ້ນ ຟັງໄປອີກຈັກ 4-5 ມື້ ຫຼື ອາທິດ ຫາກຈະຮູ້ແຫຼະວ່າມັນຈະຄົງທີ່ບໍ່ ຫຼືວ່າ ບໍ່. ມັນຈະກະຕຸ້ນຂຶ້ນອີກ.”
ດ້ານເຈົ້າໜ້າທີ່ ການຄ້າ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ການທີ່ຣັຖບານລາວ ພະຍາຍາມແກ້ໄຂເຣື່ອງເງິນເຟີ້, ອັດຕຣາແລກປ່ຽນ ໃຫ້ຫຼຸດລົງ ທ່ານເອງບໍ່ໝັ້ນໃຈວ່າ ຈະຫຼຸດລົງຫຼືບໍ່ ເພາະສິນຄ້າຍັງຂຶ້ນໄປຕາມອັດຕຣາແລກປ່ຽນ.
“ບໍ່ແນ່ໃຈ ແຕ່ເຂົາກໍພະຍາຍາມ ໃຫ້ມັນລົງຫັ້ນແຫຼະ ຄົນລາວເຮົາກໍບໍ່ໄດ້ມີຄວາເດືອດຮ້ອນ ພໍປານໃດດອກ. ສິນຄ້າມັນກໍຂຶ້ນຕາມເຣດເງິນຫັ້ນ ຕາມຈັງຫວະຂອງມັນ. ພວກເຮົາກໍຫາວິທີແກ້ຢູ່.”
ສໍາລັບອັດຕຣາແລກປ່ຽນ ໃນປັດຈຸບັນ ຍັງບໍ່ມີຄວາມຄົງທີ່ ຫຼືຫຼຸດລົງ ຕາມທີ່ຣັຖຫວັງໄວ້ ເຊິ່ງອີງຕາມການຣາຍງານ ຂອງທະນາຄານ ພົງສະຫວັນ ຫຼ້າສຸດ ໃນວັນທີ 29 ທັນວາ 2023, 1 ບາທເທົ່າກັບ 646 ກີບ ແລະ 1 ໂດລ້າຣ໌ ເທົ່າກັບ 20,599 ກີບ. ຕລອດໄລຍະເວລາ 1 ປີ ຄືປີ 2023 ອັດຕຣາແລກປ່ຽນເງິນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນໃເດືອນພຶສຈິກາ 2023, 1 ບາທເທົ່າກັບ 638 ກີບ, ເດືອນຕຸລາ 1 ບາທເທົ່າກັບ 616 ກີບ, ເດືອນກັນຍາ 1 ບາທເທົ່າກັບ 593 ກີບ, ເດືອນສິງຫາ 1 ບາທເທົ່າກັບ 588 ກີບ ເຊິ່ງເຫັນໄດ້ວ່າ ຣັຖບານຍັງຄວບຄຸມບໍ່ໄດ້.