ວາຣະ ປະຊຸມສະພາ ເລັ່ງແກ້ວິກິຕ ເສຖກິຈ

ໄຊຍາ
2022.06.14
ວາຣະ ປະຊຸມສະພາ ເລັ່ງແກ້ວິກິຕ ເສຖກິຈ ຊາວລາວທຸກສາຂາອາຊີບ ທັງພະນັກງານ, ທະຫານ ແລະ ຕຳຣວດ ພວມຕໍ່ຄິວລໍຖ້າຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (TS), ວັນທີ 1 ມິຖຸນາ 2022.
RFA

ກອງປະຊຸມສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາດລາວຊຸດທີ 9 ໄດ້ເຣີ່ມເປີດຢ່າງເປັນທາງການໃນວັນທີ 13 ມິຖຸນາ 2022 ທີ່ຜ່ານມາ. ໃນນີ້ວາຣະທີ່ເລັ່ງດ່ວນ ໃນກອງປະຊຸມແມ່ນເລັ່ງ ໃສ່ການແກ້ໄຂວິກິຕ ດ້ານເງິນຕຣາ ແລະໜີ້ສາທາຣະນະ. ນອກຈາກນີ້ ສະພາແຫ່ງຊາດລາວ ຍັງຈະໄດ້ພິຈາຣະນາຮ່າງກົດໝາຽໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ.

ໃນການດຳເນີນກອງປະຊຸມ ວາຣະທີ່ເລັ່ງດ່ວນ ຂອງຣັຖບານລາວ ແມ່ນແນ່ໃສ່ການແກ້ວິກິຕ ທາງດ້ານເງິນຕຣາ ແລະ ໜີ້ສາທາຣະນະ. ສອງບັນຫາດັ່ງກ່າວມັນກ່ຽວພັນ ເຖິງການແຜນພັທນາເສຖກິຈ-ສັງຄົມ  ຊຶ່ງມັນເຮັດໃຫ້ເສຖກິຈຂອງລາວ ໃນປີ 2022 ນີ້ຖົດຖອຍ ແລະ ບໍ່ບັນລຸຕາມທີ່ສະພາແຫ່ງຊາດ ໄດ້ກຳນົດໄວ້.

ດັ່ງທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ກ່າວບົດຣາຍງານ ກ່ຽວກັບສະພາບ ແຜນພັທນາເສຖກິຈ-ສັງຄົມ ໃນກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ເມື່ອວັນທີ 13 ມິຖຸນາ ຜ່ານມາ ມີບາງຕອນທ່ານໄດ້ກ່າວກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ແລະການເງິນວ່າ:

ພາຍໃນປະເທດ ມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນການຂາດດຸນງົບປະມານ ຂາດດຸນເງິນຕຣາຕ່າງປະເທດ ການເໜັງຕີງຂອງອັດຕຣາ ແລກປ່ຽນເງິນຕຣາ ການສນອງ ແລະການເໜັງຕີງຂອງລາຄານໍ້າມັນ ເຊື້ອໄຟ, ສິນຄ້າອຸປໂພກ ແລະ ບໍຣິໂພກ ການແຜ່ຣະບາດ ຂອງພະຍາດໂຄວິດ-19 ແລະ ການຂ້ວມບາດທາງດ້ານເສຖກິຈ ຂອງປະເທດຕາເວັນຕົກຕໍ່ກັບຣັສເຊັຽໄດ້ສົ່ງຜົລກະທົບ ທາງລົບຕໍ່ເສຖກິຈໂລກ ເວົ້າລວມຕໍ່ປະເທດເຮົາ ຢ່າງໜັກໜ່ວງ. ຕາມຂ່າວສານສາກົນ ໃຫ້ຮູ້ວ່າປະເທດມຫາອຳນາດ ຈຳນວນນຶ່ງປະເຊີນກັບບັນຫານີ້ຄືກັນ 2-3 ມື້ກ່ອນໄດ້ອ່ານຂ່າວວ່າ ເງິນເຟີ້ຢູ່ປະເທດຈີນຢູ່ 2.1% ແຕ່ວ່າສະຫະຣັຖອາເມຣິກາແມ່ນ 8.6%.”

ທ່ານ ພັນຄຳ ວິພາວັນ ໄດ້ກ່າວຕື່ມວ່າ ໃນໄລຍະຜ່ານມາຣັຖບານລາວ ຍັງມີຄວາມອາຈສາມາດໃນປະຄັບປະຄອງ ເສຖກິຈບໍ່ໃຫ້ຕົກເຂົ້າສູ່ວິກິຕ ແລະ 6 ເດືອນຕົ້ນປີ 2022 ແລະ ໄປຈົນເຖີງທ້າຍປີ 2022 ເສຖກິຈຍັງຄົງມີແນວໂນ້ມ ຂຍາຍໂຕຕໍ່ເນື່ອງ.

ໃນການແກ້ໄຂບັນຫາລວມຂອງຊາດ ຈຶ່ງໄດ້ເຮັດໃຫ້ພວກເຮົາສາມາດ ປະຄັບປະຄອງເສຖກິຈ ຂອງປະເທດບໍ່ໃຫ້ຕົກເຂົ້າວິກິຈໜັກໜ່ວງ ສັງຄົມມີຄວາມສງົບ ແລະເປັນຣະບຽບຮຽບຮ້ອຍ ໄດ້ໂດຍພື້ນຖານການຂຍາຍໂຕ ທາງດ້ານເສຖກິຈໄດ້ຊຸກຍູ້ ໃຫ້ຫົວໜ່ວຍພື້ນຖານການຜລິດກະສິກັມ, ອຸດສາຫະກັມ ແລະ ບໍຣິການທີ່ເປັນທ່າແຮງ ຂັບເຂື່ອນການຂຍາຍໂຕ ຂອງເສຖກິຈໃຫ້ດີຂື້ນ ອີງໃສ່ການຄິດໄລ່ໃສ່ຈີດີພີໃນໄລຍະ 6 ເດືອນຕົ້ນປີ ເຫັນວ່າເສຖກິຈແຫ່ງຊາດ ຂຍາຍໂຕໃນລະດັບ 4.3% ແລະ ຄາດວ່າໝົດປີຈະຂຍາຍໂຕໃນລະດັບ 4.5% ຊຶ່ງເປັນທ່າອ່ຽງຂຍາຍໂຕ ທີ່ດີຂຶ້ນຖ້າສົມທຽບໃສ່ປີກາຍໃນປີຜ່ານມາ.

ຕໍ່ກັບກອງປະຊຸມສະພາແຫ່ງຊາດ ໃນເທື່ອນີ້ກ່ຽວກັບການແກ້ໄຂບັນຫາໜີ້ສິນ ນັກວິຊາການທ່ານນຶ່ງທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ມິຖຸນາ ຜ່ານມາວ່າ. ເຣື່ອງການແກ້ໄຂບັນຫາໜີ້ສິນ ທີ່ຣັຖບານຖແລງມານັ້ນ ຍັງບໍ່ມີຄວາມຊັດເຈັນວ່າ ຣັຖບານເອົາອັນໃດມາຄໍ້າປະກັນວ່າ ສາມາດໃຊ້ໜີ້ໄດ້.

ແນ່ນອນທີ່ຜູ້ນຳນຳໜີ້ເຂົ້າມາ ແລ້ວຊາດປະຊາຊົນຕ້ອງມີສ່ວນ ໃນການໃຊ້ໜີ້ເຣື່ອງໜີ້ໂຕນີ້ ເປັນໜີ້ຢ່າງມະຫາສານ ພັກ-ຣັຖບໍ່ມີຄວາມສາມາດ ຈະແກ້ໄຂໂດຍສະເພາະ ມັນມີຫຼາຍປະເທດ ລົ້ມລະລາຍເພາະເປັນໜີ້ ເງິນເຟີ້ ເສຖກິຈຂອງປະເທດ ບໍ່ມີໂຮງງານອຸດສາະຫະກັມ ບໍ່ມີການຜລິດຕ່າງໆ 7-8 ປະເທດໃນໂລກນີ້ລົ້ມລະລາຍໄປແລ້ວ ໜີ້ສີນຫຼາຍບໍ່ມິຄວາມສາມາດ ໃຊ້ຊັພຍາກອນທັມມະຊາດ ທີ່ມີຢູ່ຫາຍກ້ຽງແລ້ວສີ່ງທີ່ສ້າງມາເສຖກິຈພິເສດ ຫຼືຈະເປັນເຂື່ອນນໍ້າງື່ມ ຫຼືວ່າຈະເປັນເຂື່ອນໄຟຟ້າຕ່າງໆ ທີມີຢູ່ຫຼືວ່າຈະເປັນເຣື່ອງຣົຖໄຟ ຄວາມໄວສູງທີ່ມີຢູ່ທີ່ວ່າສ້າງລາຍໄດ້ ເຂົ້າປະເທດແທ້ຈິງມັນບໍ່ໄດ້ເປັນຂອງລາວ ມັນບໍ່ໄດ້ເປັນຂອງຣັຖບານ.

ສ່ວນປະຊາຊົນອີກທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມສະພາ ເທື່ອນີ້ວ່າ ຂໍໃຫ້ພວກທ່ານຜູ້ກຳອຳນາດ ທັງໝົດເລັ່ງເຫັນຄວາມເປັນຊາດ ລະຖິ້ມຄວາມເປັນສ່ວນໂຕ ບັງຄັບໃຊ້ກົດໝາຽໃຫ້ເດັດຂາດ ສເມີພາບແລະມີຄວາມຍຸຕິທັມສູງສຸດ ກວາດລ້າງການສໍ້ຣາສບັງຫຼວງທຸກຮູບແບບ ໃຫ້ໝົດໄປຖ້າພວກທ່ານຕ້ອງການເຫັນ ສປປ ລາວ ມີຄວາມຮຸ່ງເຮືອງສີວິໄລ.

ຕລອດໄລຍະການດຳເນີນ ກອງປະຊຸມຊຶ່ງເຣີ່ມແຕ່ວັນທີ 13 ມິຖຸນາເປັນຕົ້ນມານັ້ນ ສ່ວນໃຫຍ່ການຣາຍງານຈະກ່ຽວຂ້ອງກັບ ຂແນງເສຖກິຈ ເຊັ່ນເຣື່ອງແຜນພັທນາເສຖກິຈ-ສັງຄົມ, ງົບປະມານແຫ່ງຣັຖ, ແຜນເງິນຕຣາ, ການປະຕິບັດວາຣະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ແລະ ຄວາມຄືບໜ້າ ກ່ຽວກັບການຈັດຕັ້ງວາຣະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ນອກຈາກນີ້ຣັຖບານ ຍັງມີບົດຣາຍງານກ່ຽວກັບ ການປະເມີນຜົລການ ຈັດຕັ້ງປະຕິບັດກົດໝາຽ 4 ສະບັບຄື ກົດໝາຽວ່າດ້ວຍທີ່ດິນ, ກົດໝາຽວ່າດ້ວຍການສົ່ງເສີມ ການລົງທຶນ, ກົດໝາຽວ່າດ້ວຍຊັພສິນຂອງຣັຖ, ກົດໝາຽວ່າດ້ວຍແຮ່ທາດ, ທິດທາງການປະຕິຮູບຣັຖວິສາຫະກິຈ ຮວມທັງການປັບປຸງໂຄງສ້າງ ຂອງທະນາຄານ ທຸຣະກິຈຣັຖ, ການຈັດຕັ້ງປະຕິບັດແຜນການ ທ່ອງທ່ຽວສີຂຽວ, ການເປີດປະເທດຕິດພັນ ກັບການປ້ອງກັນ ແລະຮັບມືການແຜ່ຣະບາດ ຂອງພະຍາດໂຄວິດ-19, ຣາຍງານປະຕິບັດບັນດາ ຄາດໝາຽໃນຂົງເຂດສຶກສາທິການ ແລະກິລາ ເປັນຕົ້ນການປັບປຸງຄຸນນະພາບ ລະບົບການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ໃນໄລຍະໃໝ່ ແລະການຄຸ້ມຄອງວຽກງານກິລາ-ກາຍກັມ, ບົດຣາຍງານຂອງອົງການໄອຍາການ ປະຊາຊົນສູງສຸດ ກ່ຽວກັບການຂຍາຍວາຣະແຫ່ງຊາດ ວ່າດ້ວຍການປາບປາມຢາເສບຕິດ

ໃນວາຣະສຸດທ້າຍ ຂອງປະຊຸມສະພາເທື່ອນີ້ ສະພາພິຈາຣະນາ ແລະຮັບຮອງເອົາກົດໝາຽໃໝ່ ແລະ ປັບປຸງ 9 ສະບັບດັ່ງ ເຊັ່ນຮ່າງກົດໝາຽໃໝ່ 3 ສະບັບ ເຊັ່ນຮ່າງກົດໝາຽວ່າດ້ວຍ ວິຈິຕສິນ, ຮ່າງກົດໝາຽວ່າ ດ້ວຍຄວາມປອດພັຍຂອງເຂື່ອນ, ຮ່າງກົດໝາຽວ່າດ້ວຍ ການຄຸ້ມຄອງອາວຸດ ແລະວັດຖຸຣະເບີດ ແລະ ກົດໝາຽປັບປຸງ 6 ສະບັບ ຄືກົດໝາຽວ່າດ້ວຍຊັພສິນຂອງຣັຖ, ກົດໝາຽວ່າດ້ວຍການຄຸ້ມຄອງເງິນຕຣາຕ່າງປະເທດ, ກົດໝາຽວ່າດ້ວຍການສົ່ງເສີມ, ຈຸນລະວິສາຫະກິຈ, ວິສະຫະກິຈຂນາດນ້ອຍ ແລະ ກາງ, ກົດໝາຽວ່າດ້ວຍການການປັບປຸງ ບາງມາຕຕຣາຂອງກົດໝາຽ ວ່າດ້ວຍສານປະຊາຊົນ, ກົດໝາຽວ່າດ້ວຍການແກ້ໄຂ ຄຳຮ້ອງທຸກ ແລະ ກົດໝາຽວ່າດ້ວຍ ການປັບປຸງບາງມາຕຣາຂອງກົດໝາຽ ວ່າດ້ວຍນໍ້າ ແລະຊັພຍາກອນນ້ໍາ ສຳລັບກອງປະຊຸມເທື່ອນີ້ ຈະດຳເນີນໄປຈົນເຖິງວັນທີ 08 ກໍຣະກະດາ ປີ 2022 ໂດຍສະພາມີສາຍດ່ວນ ໂທ 156 ໃຫ້ປະຊາຊົນ ໄດ້ອອກຄຳເຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.