ເສຖກິຈລາວ ກຳລັງ ລົ້ມລະລາຍ

ອຸ່ນແກ້ວ
2022.06.08
ເສຖກິຈລາວ ກຳລັງ ລົ້ມລະລາຍ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ [ທ່ານ ຍັງເປັນຮອງປະທານປະເທດ ໃນເວລານັ້ນ] ເຂົ້າຮ່ວມ ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ (ຜູ້ເກົ່າ) ແລະ ທ່ານ ວັນໄຊ ພອງສະຫວັນ ຮັກສາການເຈົ້າແຂວງ ຄຳມ່ວນ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2020 ທີ່ສະໂມສອນຫ້ອງວ່າການແຂວງຄໍາມ່ວນ.
ຮູບພາບ: KPL

ປັດ​ຈຸ​ບັນເສ​ຖ​ກິ​ຈ​ລາວ ນັບ​ມື້​ນັບ​ວິ​ກິຕຂຶ້ນກວ່າ​ເກົ່າ ຄ້າຍ​ຄື​ກັບຟອງ​ສະ​ບູ ແລະເສ​ຖ​ກິ​ຈ​ລາວ ມີ​ໂອ​ກາດລົ້ມ​ລະ​ລາຍ ຍ້ອນ​ວ່າເງິນ​ຕຣາ​ຕ່າງ​ປະ​ເທດ ​ຢູ່​ໃນ​ຄັງ​ສະ​ສົມ​ບໍ່​ມີ ແຕ່ໄປ​ຢູ່​ໃນ​ຖົງ​ຂອງ​ສ່ວນ​ບຸກ​ຄົນ​ຫຼາຍກວ່າ.

ນັກ​ທຸ​ຣະ​ກິຈທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ນັກ​ຂ່າວ: ເສ​ຖ​ກິ​ຈ​ລາວດຽວນີ້ ມັນ​ບອບ​ບາງ​ຈັ່ງ​ໃດ​ນີ້?

ນັກ​ທຸ​ຣະ​ກິ​ຈ: ໜັກ​ຫຼາຍບອບ​ບາງ​ຈົນ​ເກີນ​ໄປ ບັບ​ໂບ້ ນີ້​ແຫ່ງ​ໜັກ ໂອ​ກາດ​ແຕກ​ແຫ່ງ​ຫຼາຍ ໂອ​ກາດ​ແຕກ​ສູງ​ຫຼາຍ.

ນັກ​ຂ່າວ: ເປັນ​ຈັ່ງ​ໃດ​ຄ່ອຍ​ວ່າ​ສູງ?

ນັກ​ທຸ​ຣະ​ກິ​ຈ: ມັນ​ເງິນບໍ່​ເຂົ້າ​ສູ່​ລະ​ບົບ. ໜັກໆ ຄື​ເງິນບໍ່​ເຂົ້າ​ສູ່​ລະ​ບົບ ເງິນ​ມັນ​ໄປ​ຢູ່​ໃນ​ກຸ່ມ​ຄົນ ມີ​ສອງ​ກຸ່ມ​ຄົນ​ເທົ່າ​ນັ້ນ ທີ່​ກຸມ​ຊັ​ພ​ຍາ​ກອນ​ຂອງ​ຊາຕ. ນຶ່ງ​ກຸ່ມ​ຄົນ​ມີ​ອຳ​ນາດ, ສອງ​ກຸ່ມ​ຄົນ ພວກ​ທີ່​ມີ​ໂອ​ກາດ ກຸ່ມ​ຄົນ​ມີ​ເງິນ. ເງິນ​ຢູ່​ນຳ​ຄົນ ບໍ່​ຮອດ 5 ເປີ​ເຊັນ ຂອງ​ຄົນ​ທົ່ວ​ປະ​ເທດ ແລະ ເງິນ​ຢູ່ນອກບໍ່​ໄດ້​ເຂົ້າ​ລະ​ບົບ ເຫັນ​ບໍ່ ທະ​ນາ​ຄານບໍ່​ມີ ແຕ່ແລກ​ຢູ່ນອກ ເຈົ້າ​ຢາກ​ແລກ​ທໍ່​ໃດ. ຊິ​ແລກ​ຈັກແສ​ນ​ຫຼຽນ ມີບໍ່​ຄົນ​ຊິ​ແລກ ຂ​ນາດ​ເຂົາ​ຮູ້​ແຕ່ສອງ​ຮ້ານ​ນຶ່ງ​ໃດ ຊຶ່ງ​ເອົາ​ຈັກແສນ​ຫຼຽນ. ຢູ່​ວຽງ​ມີ​ຈັກ​ຮ້ານ​ລະ ສະ​ແດງວ່າ ເງິນ​ຢູ່ນອກ ມີ​ເປັນ 100-200 ລ້ານ​ຫຼຽນ ຫຼື 1,000 ລ້ານ​ໂດ​ລ້າ​ຣ໌ ກະ​ບໍ່​ຮູ້. ຂ​ນາດສອງ​ຮ້ານ​ທັມມະ​ດາ ເຂົາ​ຍັງ​ວ່າ ຊິ​ເອົາ​ຈັກ​ແສນ​ຫຼຽນ. ຂອງ​ເຂົາ​ເປັນ​ຜູ້​ກຳ​ນົດ​ລາ​ຄາ ຄື ນາງ ວາ​ລີ ແວດ​ສະ​ພົງ​ ເວົ້າ​ຫັ້ນ​ແຫຼະ ຄື​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫັ້ນ ແມ່ນ​ຄວາມ​ລາວ. ລະ​ບົບ​ບໍ່​ມີ​ເງິນ ແຕ່ນອກ​ລະ​ບົບ​ເງິນ​ເຕັມ ນັ້ນ​ແຫຼະ ລົມ​ທີ່​ສູບ​ເຂົ້າ​ຟອງ​ສະ​ບູ ລົມ​ທີ່​ດັນ​ເຂົ້າບັບ​ໂບ້ ມັນ​ເປັນ​ແບບນີ້. ເງິນບໍ່​ເຂົ້າ​ລະ​ບົບ ມັນ​ກະ​ເກີດ​ພັຍ​ເງິນ​ເຟີ້ ແມ່ນບໍ່. ພັຍ​ເງິນ​ເຟີ້ ມາ​ຈາກ​ຫັ້ນ​ບໍ່ ກະ​ສ່ວນ​ນຶ່ງ ຕົວ​ແຮງ​ຜັກ​ດັນ​ຂອງ​ມັນ ຕົວ​ເສີມ​ຕົວ​ກະ​ຕຸ້ນ. ຕົວ​ຫຼັກ​ ມັນ​ຄື ສິນ​ຄ້າ​ຂາດ​ແຄນ. 

ນັກ​ທຸ​ຣະ​ກິຈ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເຊັຽ​ເສ​ຣີ ວ່າ: ແກບ​ໝົດ​ລະ​ນ່າ ເງິນ​ແລ່ນ​ຂຶ້ນ​ຕີ້​ມັນ​ຕາຍ ນ້ຳ​ມູກ​ນ້ຳ​ມັນ ນີ້​ກະ​ຕາຍ​, ຕາຍ​ໝົດ​ລະ ໝົດ​ແທ້​ລາວນີ້ຊ່ຳ​ ສີ​ລັງ​ກາ​ລະ​ນ່າ ລາວນີ້, ແຕ່ ທາງ​ອອກ ຂ້ອຍ​ກະ​ບືນ​ໃສ່​ຄຳ ກະ​ຫຼາຍ​ເຕີບ​ຢູ່.

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ວ່າ: ອັນ​ຕ​ລາຍ​ຫຼາຍ​ຕອນນີ້ ຂ້ອຍ​ມີ​ເງິນ​ຝາກ​ປະ​ຈຳ​ໄວ້​ປະ​ມານ 2 ຕື້ ແຕ່​ກະ​ຕາຍ​ເລີຍ​ອັນ​ນັ້ນ ອີກ 5 ປີ ຂ້າງ​ໜ້າ​ຈັກ​ວ່າ​ຊິ​ເປັນ​ຈັ່ງ​ໃດ ມູນ​ຄ່າ​ຊິ​ເຫຼືອ​ເທົ່າ​ໃດ ກະ​ຍັງ​ບໍ່​ຮູ້.

ປະ​ຊາ​ຊົນ ກໍ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ຍ້ອ​ນ​ວ່າເງິນ​ກີ​ບບໍ່​ເປັນ​ລາ​ຄາ ເຊິ່ງ​ອັດ​ຕ​ຣາ​ເງິນ​ເຟີ້ ຍັງ​ຄົງ​ສືບ​ຕໍ່​ໄປ​ເລື້ອຍໆ ແລະ ລາ​ຄາ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ມາກໍສູງ​ຂຶ້ນ.

ປະ​ຊາ​ຊົນ ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່າ​ນ​ນຶ່ງ​ໃຫ້​ສັມພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: ປະ​ຊາ​ຊົນ: ທາງ​ເພິ່ນ​ກະ​ບໍ່​ເຫັນ​ເວົ້າ ບໍ່​ເຫັນ​ວ່າ​ຫຍັງ ໂອ້ຍ​ງຽບ ກະ​ຄື​ເວົ້າ​ຫັ້ນ​ແຫຼ ບໍ່​ເຫັນ​ເວົ້າ ບໍ່​ເຫັນ​ວ່າ ຫຍັງ. ເງິນ​ເຮົາ​ບໍ່​ເປັນ​ຣາ​ລາ​ເນາະ ສົມ​ມຸດ​ວ່າ ເງິນແສນ​ກີບ ນີ້​ນ່າ ເຮົາ​ອອກ​ຕ​ລາດ ບໍ່​ຫຍັງ​ນີ້ ນ່າ ເຣື່ອງ​ຂອງ​ເຣື່ອງ. ເວົ້າ​ງ່າຍໆ ຊ້ວງ​ໂຄວິດ ບາງ​ຄົນ​ນີ ກະ​ຍັງ​ເປັນ​ຫາ​ຢູ່​ຫາ​ກິນ​ຢູ່ ທາງນອກ​ກະ​ຍັງ​ບໍ່​ໄດ້​ເນາະ ແຕ່ ວ່າ ໄປ​ນອກ​ກະ​ໄປ​ບໍ່​ໄດ້​ເນາະ ບໍ່​ມີ​ນ້ຳ​ມັນ​ນ່າ. ດຽວນີ້ ກະ​ແຫ່ງ​ອັດ​ຕະ​ຄັດ​ຫັ້ນ​ແຫຼະເນາະ ໄປ​ນອກ​ ມັນ​ໄປ​ບໍ່​ໄດ້​ເດ້ ເພາະ​ວ່າ ມັນ​ບໍ່​ມີ​ນ້ຳ​ມັນ​ຣົ​ຖ ຊິ​ຊື້​ນ້ຳ​ມັນ​ນີ້ ກະ​ຍາກ​ຫັ້ນ​ນ່າ ມັນ​ກະ​ລຳ​ບາກ​ຫັ້ນ​ແຫຼະ ລຳ​ບາກກວ່າ​ໂຄວິດ-19 ຊໍ້າ. ດຽວນີ້ ກະ​ເຂົ້າເບີ​ນຶ່ງ ກະ​ບໍ່​ຕ່ຳ​ກວ່າ 130,000 ກີບ ຕໍ່​ມື່ນ ຫຼື​ວ່າ 12 ກິ​ໂລ​ຫັ້ນ​ນ່າ, ຊີ້ນນີ້​ກະ​ແມ່ນ 90 ພັນ ຂຶ້ນ​ໄປ​ລະ​ດຽວນີ້ ໂອຍບໍ່​ຊ່າງ​ຊິ​ບັນ​ຍາຍ. ຊິ​ອິວນີ້​ນ່າ ເຮົາ​ເຄີຍ​ຊື້​ຂວດ​ນຶ່ງ 7,000-8,000 ກີບ ບາດນີ້ ຫັ້ນ 18,000 ກີບ ໄລ່​ເປັນ​ເງິນໂດ​ລ້າ​ຣ໌ ກະ​ໂດ​ລ້າ​ຣ໌ ປາຍ​ລະ.

ອີງ​ຕາມ​ຂໍ້​ມູ​ນ​ຈາກ​ກະ​ທະ​ນາ​ຄານ​ແຫ່ງ ສ​ປ​ປ​ລາວ, ອັດ​ຕ​ຣາ​ເງິນ​ເຟີ້ ໃນ​ເດືອນ​ພຶ​ສ​ພາ ທີ່​ຜ່ານ ​ເກືອບ 13 ເປີ​ເຊັນ ໃນ​ຂະ​ນະ​ທີ່​ອັດ​ຕ​ຣາແລກ​ປ່ຽນ​ເງິນ​ຢູ່​ ​​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ໃນ​ວັນ​ທີ 8 ມິ​ຖຸ​ນາ ຢູ່​ທີ່ 495.99 ກີບ ຕໍ່ 1 ບາດ ແລະ 14,364 ກີບ ຕໍ່ 1 ໂດ​ລ້າ​ຣ໌.

ສ່ວນ​ວ່າ ອັດ​ຕ​ຣາ​ປ່ຽນເງິນ​ຢູ່​ຮ້ານ​ແລກ​ປ່ຽນ​ນອກ​ລະ​ບົບ ຢູ່​ທີ່ 500 ປາຍ ກີບຕໍ່ 1 ບາດ ແລະ 16,000 ປາຍ​ກີບ ຕໍ່ 1 ໂດ​ລ້າ​ຣ໌ ແລ້ວ.

ທະ​ນາ​ຄານ​ໂລກ ໄດ້​ອອກ​ບົດ​ຄົ້ນ​ຄວ້າ​ທາງ​ເສ​ຖ​ກິ​ຈ​ ຂອງ​ສ​ປ​ປ​ລາວ ວ່າ: ການ​ເຕີບ​ທີ່​ເຂັ້ມ​ແຂງ ຂອງ​ລວມຍອດ​ ຜ​ລິດ​ຕະ​ພັນ​ພາຍ​ໃນ​ລາວ ຍັງ​ບໍ່​ທັນ​ເຮັດ​ໃຫ້ເກີດ​ມີ​ການ​ສ້າງ​ງານ​ ຢ່າງກວ້າງ​ຂວາງ. ການ​ຂ​ຍາຍ​ໂຕ​ຢ່າງວ່ອງ​ໄວ ​ທາງ​ເສ​ຖ​ກິ​ຈ​ຂອງ​ລາວ ຍັງ​ບໍ່​ທັນ​ມີ​ຄວາມ​ຍືນ​ຍົງ​ຕໍ່​ສິ່ງ​ແວດ​ລ້ອມ ເຊິ່ງ​ແຫຼ່ງ​ຊັ​ພ​ຍາ​ກອນ​ຫຼຸດ​ລົງ ເຖິງ​ແມ່ນ​ວ່າ ຈະ​ຫຼຸດ​ລົງ​ໃນ​ອັດ​ຕ​ຣາ​ທີ່​ຊ້າ ກໍ​ຕາມນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ ຊັ​ພຍາກອນ​ປ່າ​ໄມ້ ແລະ ແຫຼ່ງ​ນ້ຳສ່ວນ​ໃຫຍ່​ຂອງ​ປະ​ເທດ ​ມີ​ຄວາມ​ບອບ​ບາງ.

ທະ​ນາ​ຄານ​ໂລກ ຍັງ​ລະ​ບຸ​ວ່າ: ການ​ເພິ່ງ​ພາ​ຊັ​ພ​ຍາ​ກອນ​ທັມມະ​ຊາດ​ ຢ່າ​ງ​ຕໍ່​ເນື່ອງ ເຮັດ​ໃຫ້​ເສ​ຖ​ກິ​ຈ​ມະ​ຫາ​ພາກ ມີ​ຄວາມບອບ​ບາງ. ນັ​ບ​ແຕ່​ປີ 2017 ການ​ສົ່ງ​ອອກ​ຊັ​ພ​ຍາ​ກອນ ແລະນຳ​ໃຊ້​ແຫຼ່ງ​ທຶນ​ຕ່າງໆ ພາຍ​ໃນ​ປະ​ເທດ ໄດ້​ເຮັດ​ໃຫ້ເງິນ​ກີບ​ແຂງ​ຄ່າ ແລະ ຄ່າ​ແຮງ​ງານທີ່​ສູງ​ຂຶ້ນ ໄດ້​ບັ່ນ​ທອນ​ຄວາມ​ສາ​ມາດ ​ໃນ​ການ​ແຂ່ງຂັນ​ສົ່ງ​ອອກ​ສິນ​ຄ້າ ທີ່ບໍ່​ແມ່ນ​ຊັ​ພ​ຍາ​ກອນ​ ແລະ ໄດ້​ເຮັດ​ໃຫ້​ການ​ເຕີບ​ໂຕ ໃນ​ຂ​ແນງ​ການ​ດັ່ງ​ກ່າວ​ຊ້າ​ລົງ.

ໃນ​ຂະ​ນະ​ດຽວ​ກັນ, ໜີ້​ສິນ​ພາກ​ຣັ​ຖ ໄດ້​ເພີ່ມ​ສູງ​ຂຶ້ນ ໃນ​ລະ​ດັບ​ທີ່​ມີ​ຄວາມ​ສ່ຽງ ເນື່ອງ​ຈາກ​ອັດ​ຕ​ຣາ​ການ​ເກັບ​ລາຍ​ຮັບຕໍ່າ, ການ​ກູ້​ຢືມ​ເພື່ອ​ມາ​ລົງ​ທຶນ​ ໃສ​ຂ​ແນງ​ການ​ໄຟ​ຟ້າ, ການ​ສະ​ສົມ ແລະ ເງິນ​ຕ້ອງ​ຈ່າຍ​ຄືນມາ, ແລະ ຜົ​ລ​ກະ​ທົບ​ໃນ​ການ​ປະ​ເມີນ ​ມູນ​ຄ່າ​ທີ່​ຕິດ​ພັນ​ກັບ​ການ​ອ່ອນຄ່າ​ ຂອງ​ເ​ງິນ​ກີບ ​ອີງ​ຕາມຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ.

ເພື່ອ​ແກ້​ໄຂ​ບັນ​ຫາ​ເສ​ຖ​ກິ​ຈ, ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ ໄດ້​ອອກ​ຂໍ້​ຕົກ​ລົງ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ ຄະ​ນະ​ສະ​ເພາະ​ກິຈ ຮັບ​ຜິດ​ຊອບ​ຊີ້​ນຳ ແລະ ວາງ​ມາ​ຕ​ການ​ຮີບ​ດ່ວນ ໃນ​ການ​ແກ້​ໄຂບັນ​ຫາ​ນ້ຳ​ມັນ​ເຊື້ອ​ໄຟ, ລາ​ຄາ​ສິນ​ຄ້າ ແລະ ເງິນຕ​ຣາ​ຕ່າງ​ປະ​ເທດ ເຊິ່ງ​ຄະ​ນະ​ສະ​ເພະ​ກິ​ຈ​ມີ​ທັງ​ໝົດ 8 ທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.