ທະນາຄານໂລກ ຄາດການເສຖກິຈລາວ ຈະຂຍາຍໂຕຂຶ້ນ

ໄຊຍາ
2022.02.04
ທະນາຄານໂລກ ຄາດການເສຖກິຈລາວ ຈະຂຍາຍໂຕຂຶ້ນ ຜູ້ປະກອບການ ທຸຣກິຈຂະນາດນ້ອຍ ໃນປະເທດລາວ ແລະການຣະບາດຂອງ ໂຄວິດ-19.
RFA

ທະນາຄານໂລກ ຫລື World Bank ຄາດການເສຖກິຈລາວ ຈະຂຍາຍໂຕຂຶ້ນ 4.5% ໃນປີ 2022 ນີ້ ແລະ 4.8% ໃນປີ 2023, ອີງຕາມຣາຍງານຂອງທະນາຄານໂລກ ປະຈຳເດືອນມົກກະຣານີ້ ຊຶ່ງປັດຈັຍທີ່ສຳຄັນທີ່ເຮັດໃຫ້ເສຖກິຈລາວ ຂຍາຍໂຕຂຶ້ນ ຍັງມາຈາກການພັທນາ ດ້ານພລັງງານໄຟຟ້າ ເຊັ່ນການລົງທຶນສ້າງເຂື່ອນ, ການຂຸດຄົ້ນບໍ່ແຮ່ ແລະ ການ ຜລິດສິນຄ້າການກະເສຕ.

ດັ່ງເຈົ້າໜ້າທີ່ທະນາຄານໂລກ ປະຈຳລາວ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

ເພິ່ນປະເມີນວ່າເສຖກິຈຈະດີຂຶ້ນເນາະມັນໜ້າຈະບໍ່ວິດເຂື່ອນ, ເໝືອງ ພວກນັ້ນແຫລະສ້າງຜົລກຳໄລແຕ່ວ່າກະເສຕຂ້ອນຂ້າງບຸ້ມມີຜລິດຕະພັນລາວພວກຜົລໄມ້ພວກຜັກຫລາຍ ຂຶ້ນ, ພວກນຳເຂົ້າ-ສົ່ງອອກໜັກເລີຍພວກ SME ກາໜັກເລີຍ.

ທ່ານກ່າວອີກວ່າ ໃນໄລຍະການຣະບາດຂອງ ໂຄວິດ-19 ພາຍໃນປະເທດລາວ ກໍເຣີ້ມຫລຸດລົງ ແລະ ຄົນລາວສ່ວນໃຫຍ່ ກໍສາມາດປັບໂຕເຂົ້າກັບສະພາບ ການຣະບາດໃນປັດຈຸບັນໄດ້ ເປັນຢ່າງດີ ເຮັດໃຫ້ປະຊາຊົນ ແລະ ພາກທຸຣະກິຈ ກັບມາເຄື່ອນໄຫວໄດ້ແລ້ວ ຊຶ່ງຈະຊ່ອຍຊຸກ ຍູ້ເສຖກິຈລາວໄດ້ເປັນຢ່າງດີ. ຂະນະທີ່ຊາວລາວຈຳນວນນຶ່ງ ຍັງເຫັນວ່າເຖິງສະພາບການຣະບາດຂອງ ໂຄວິດ-19 ໃນລາວຈະຫລຸດລົງ ແລະຫລາຍພາກສ່ວນກັບມາເຄື່ອນໄຫວ ວຽກງານໄດ້ຕາມປົກກະຕິ ແຕ່ຜົລກະທົບທີ່ເກີດຂຶ້ນກ່ອນໜ້ານີ້ ກໍຍັງຂ້ອນຂ້າງຮຸນແຮງ ແລະຫລາຍຄົນກໍຍັງບໍ່ສາມາດ ຊອກວຽກເຮັດ ງານທຳໄດ້ ກໍຍັງມີຜົລກະທົບຕໍ່ລາຍຮັບ ໃນຂະນະທີ່ລາຍຈ່າຍ ຍັງຕ້ອງຈ່າຍຄືເກົ່າ.

ດັ່ງຊາວລາວ ຜູ້ນຶ່ງໃນເມືອງສາຣະວັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

ຍາກຫັ້ນແຫລະ ການໃຊ້ຈ່າຍມັນກາຄືເກົ່າ ແຕ່ວ່າລາຍໄດ້ມັນພັດບໍ່ຄືເກົ່າ ມັນບໍ່ມີລາຍໄດ້ເວົ້າຄວາມສື່ນີ້, ໂອລຳບາກ ການກຳມີແຕ່ນັ່ງໃຊ້ເງິນ ຄ່ານໍ້າ ຄ່າໄຟ ຜູ້ໃດຢູ່ໄດ້ກາຢູ່ໄປ.

ຜູ້ປະກອບການເຮືອນພັກ ໃນນະຄອນປາກເຊ ແຂວງຈຳປາສັກ ກ່າວວ່າ ກັບມາເປີດເຮືອນພັກຕາມປົກກະຕິແລ້ວ ແຕ່ບໍ່ມີແຂກມາເຂົ້າພັກຫລາຍ ຄືແຕ່ກ່ອນ. ຂະນະທີ່ການເຄື່ອນໄຫວທຸຣະກິຈ ໃນໄລຍະນີ້ກໍຂ້ອນຂ້າງຫຍຸ້ງຍາກ ລຳບາກຫລາຍ ລາຍຮັບຫລຸດລົງ.

ດັ່ງເຈົ້າຂອງເຮືອນພັກ ຜູ້ນຶ່ງໃນນະຄອນປາກເຊ ແຂວງຈຳປາສັກກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

ເອີ ກາມີບໍ່ຫລາຍແລ້ວເລັກໆ ນ້ອຍໆ ໄປຊັ້ນແຫລະບໍ່ມີຫລາຍຄື ແຕ່ເກົ່າວ່າຊັ້ນສ່າກາມີຄົນໃນແຂວງ ວ່າຊັ້ນສ່າ.

ຊາວລາວຜູ້ນຶ່ງ ໃນແຂວງສວັນນະເຂດ ກ່າວວ່ານັບແຕ່ມີການຣະບາດ ຂອງໂຄວິດ-19 ຈົນນຳໄປສູ່ການປິດປະເທດ ແລະ ລ໊ອກດ໋າວນ໌ພື້ນທີ່ກໍເຮັດໃຫ້ສະພາບເສຖກິຈຕົກຕໍ່າເຣື້ອຍໆ ຫາວຽກເຮັດງານທຳຍາກຂຶ້ນຫາເງິນຍາກຂຶ້ນແລະຂະນະທີ່ໜີ້ສິນທີ່ກູ້ຢືມມາລົງທຶນກ່ອນໜ້າ ນີ້ກໍຍັງຕ້ອງໃຊ້ຄືນເປັນປົກກະຕິນັບມື້ຈະທຸກຍາກລົງຕື່ມ.

ດັ່ງຊາວລາວຜູ້ນຶ່ງໃນນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 4 ກຸມພາ ນີ້ວ່າ.

ໂຕເງິນນີ້ແຫລະ ມັນມີບໍ່ຫລາຍຫາ ມັນບໍ່ຄືເກົ່າຫາ ມັນບໍ່ໄດ້ຍັງເປັນໜີ້ສິນຢູ່ນີ້ ຍັງໄດ້ຮັບຜິດຊອບລ້ຽງລູກເຂົາກາບໍ່ໄດ້ໃຫຍ່ເຕັມ ທີ່ເຂົາກາຍັງບໍ່ໄດ້ມີຄອບມີຄົວ.

ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິຈ ຂນາດນ້ອຍ ແລະຂນາດກາງກ່າວວ່າ ດຽວນີ້ສະພາບການເຄື່ອນໄຫວ ທຸຣະກິຈຂນາດນ້ອຍ ແລະຂນາດກາງໃນລາວ ສ່ວນຫລາຍກໍຫັນໄປເຮັດ ແບບລະບົບອອ໋ນລາຍນ໌ກັນຫລາຍຂຶ້ນ ເພື່ອຄວາມຢູ່ລອດຂອງທຸຣະກິຈແຕ່ກຸ່ມທຸຣະກິຈທີ່ຕິດພັນກັບການທ່ອງທ່ຽວແລະບໍຣິການຍັງຖື ວ່າຍັງບໍ່ທັນຟື້ນໂຕໄດ້ດີ.

ປັດຈັຍທີ່ເຮັດໃຫ້ທຸຣະກິຈຂນາດນ້ອຍແລະຂນາດກາງກັບມາເຄື່ອນໄຫວໄດ້ຕາມປົກກະຕິດຄື ການເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ.

ດັ່ງເຈົ້າໜ້າທີ່ສະມາຄົມ ສົ່ງເສີມຜູ້ປະກອບການ ວິສາຫະກິຈຂນາດນ້ອຍ ແລະຂນາດກາງ ນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

ກາມີການເຄື່ອນໄຫວປົກກະຕິຫັ້ນແຫລະ ແຕ່ສ່ວນຫລາຍມັນກໍຈະເປັນທາງອອ໋ນລາຍນ໌ ຫລາຍກ່ວາຫັ້ນນ່າບາງອັນກາດຳເນີນໄປຢູ່ ສ່ວນຫລາຍເພິ່ນກາບຸກບືນໄປຫັ້ນແຫລະ ເອົາອັນອື່ນມາເສີມກັນສ່ວນຫລາຍໜັກແນ່.

ທ້າຍປີ 2021 ທີ່ຜ່ານມາກອງທຶນການເງິນສາກົລ ຫລື IMF ໄດ້ເຄື່ອນໄຫວວຽກງານ ຜ່ານຣະບົບທາງໄກ ໃນການຕິດຕາມເສຖກິຈ ມະຫາພາກຂອງປະເທດລາວ ປະຈຳປີ 2021 ຕາມລະບຽບ IMF ລະຫວ່າງວັນທີ 6-21 ທັນວາ 2021 ນີ້ຊຶ່ງລະບຸວ່າ ສະພາບເສຖກິຈໃນລາວ ມີການຂຍາຍໂຕຊ້າລົງໃນປີ 2021 ຍ້ອນປະເຊີນກັບການຣະບາດຂອງ ໂຄວິດ-19 ຄືກັນກັບຫລາຍປະເທດ ທົ່ວໂລກ ແລະຄາດການວ່າເສຖກິຈລາວ ຈະຂຍາຍໂຕພຽງ 3% ໃນປີ 2022.

ນອກຈາກນີ້ ທາງການລາວ ຈຳເປັນຕ້ອງສົ່ງເສີມອາຊີບ ການຜລິດ ແລະສົ່ງອອກໃຫ້ໄດ້ຕາມໂຄຕ້າ ແຕ່ຄວາມສ່ຽງກໍຍັງສູງຄືກັນ ຍ້ອນພັຍທັມມະຊາຕ ທີ່ອາດຈະເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນບັນຫາພັຍແລ້ງ ທີ່ຈະເຮັດໃຫ້ປະຣິມານນໍ້າ ບໍ່ພຽງພໍຕໍ່ການປູກຝັງ ຫລືຜລິດໄຟຟ້າ ຊຶ່ງເປັນສ່ວນສຳຄັນ ຕໍ່ການພັກດັນເສຖກິຈລາວ ໃຫ້ບັນລຸຕາມການຄາດການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.