ສປປ ລາວ ຂາດດຸນ ການຄ້າ 5 ເດືອນ ຕໍ່ເນື່ອງ

ພອນ ພູມມີທອນ
2022.09.27
ສປປ ລາວ ຂາດດຸນ ການຄ້າ 5 ເດືອນ ຕໍ່ເນື່ອງ ຮ້ານຄ້າ ອຸປະກອນ ເຄື່ອງໃຊ້ຕ່າງໆ ໃນເມືອງວັງວຽງ ແຂວງວຽງຈັນ ທີ່ຢູ່ໃນສະພາບງຽບເຫງົາ, ເດືອນກໍຣະກະດາ ປີ 2022.
RFA

ໃນເດືອນສິງຫາ ປີ 2022 ນີ້ ປະເທດລາວຂາດດຸນການຄ້າ ປະມານ 166 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງມູນຄ່າການສົ່ງອອກ ມີປະມານ 427 ລ້ານ ໂດລ້າຣ໌ ສະຫະຣັຖ ໃນຂະນະທີ່ການນຳເຂົ້າ ມີຈຳນວນ 593 ລ້ານ ໂດລ້າຣ໌ສະຫະຣັຖ, ສຳລັບປະເທດທີ່ສົ່ງອອກຫລັກ ແມ່ນຈີນ 173 ລ້ານ ໂດລ້າຣ໌ສະຫະຣັຖ, ວຽດນາມ 81 ລ້ານ ໂດລ້າຣ໌ສະຫະຣັຖ ແລະ ໄທຍ 46 ລ້ານ ໂດລ້າສະຫະຣັຖ, ສ່ວນປະເທດທີ່ນຳເຂົ້າຫລັກ ແມ່ນໄທຍ 290 ລ້ານ ໂດລ້າຣ໌ສະຫະຣັຖ, ຈີນ 145 ລ້ານ ໂດລ້າຣ໌ສະຫະຣັຖ ແລະ ວຽດນາມ 37 ລ້ານ ໂດລ້າຣ໌ສະຫະຣັຖ, ອີງຕາມຂໍ້ມູນຈາກເວັບໄຊຕ໌ ສູນຂໍ້ມູນຂ່າວສານ ທາງການຄ້າຂອງລາວ

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ອຸຕສາຫະກັມ ແລະ ການຄ້າ ທ່ານນຶ່ງກ່າວວ່າ ສຳລັບສະພາບຂາດດຸນການຄ້າ ກໍເປັນເຣຶ່ອງຍາກ ທີ່ຈະສາມາດແກ້ໄຂໄດ້ ເຊິ່ງທ່ານເອງກໍເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈຳເປັນຕ້ອງສົ່ງເສີມ ການຜລິຕ ພາຍໃນໃຫ້ຫລາຍຂຶ້ນ ເພຶ່ອເພີ່ມປະຣິມານ ການສົ່ງອອກສິນຄ້າ ໄປຕ່າງປະເທດ ຄວບຄູ່ໄປກັບການແກ້ໄຂ ບັນຫາເງິນກີບອ່ອນຄ່າ ຈຶ່ງຈະສາມາດແກ້ໄຂ ສະພາບຂາດດຸນການຄ້າ ໃຫ້ເຫລືອໜ້ອຍລົງໄດ້.

ດັ່ງທ່ານທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 27 ກັນຍາ ນີ້ວ່າ:

“ມີແຕ່ພະຍາຍາມສົ່ງເສີມ ການຜລິຕພາຍໃນນີ້ແຫລະ ໃຫ້ຫລາຍຂຶ້ນ ໃນລາຄາເໝາະສົມເນາະ ແລ້ວກະປະສານນຳກັນແຫລະ ເພາະວ່າຄັນປັບປຸງເງິນຕຣາ ລົງໄດ້ນີ້ນ່າ ມັນກະຊິປົກກະຕິເນາະເງິນຕຣາ ອັດຕຣາແລກປ່ຽນ ດຽວນີ້ນໍ້າມັນໜັກໜ່ວງ ລາຄານໍ້າມັນ ນຳເຂົ້າເປັນເງິນໂດລ້າຣ໌ເນາະ ແລ້ວກະເງິນບາທໄທຍ ກະມາຂາຍຕາມລາຄາ ໂຄງສ້າງຂອງຣັຖບານ.”

ໃນສະພາບທີ່ປະເທດລາວ ພວມປະສົບບັນຫາ ຂາດດຸນການຄ້າ ຢູ່ໃນເວລານີ້ ກໍເຮັດໃຫ້ລາຄາ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ຍິ່ງມີລາຄາສູງຂຶ້ນ ໂດຍສະເພາະ ວັສດຸ ອຸປກອນສຳລັບກໍສ້າງເຮືອນ ແລະ ອາຄານຕ່າງໆ ທີ່ຕ້ອງອາສັຍການນຳເຂົ້າຈາກໄທຍ ແລະ ຈີນ ທີ່ຍັງມີລາຄາສູງ ຍ້ອນ ອີງຕາມອັຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕຣາຕ່າງປະເທດ ເຮັດໃຫ້ຜູ້ປະກອບການ ຮ້ານຂາຍວັສດຸກໍ່ສ້າງ ໄດ້ຮັບຜົລກະທົບຢ່າງໜັກ.

ດັ່ງຜູ້ປະກອບການ ຮ້ານຂາຍວັສດຸກໍ່ສ້າງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

“ສູງຂຶ້ນຫລາຍເຕີບ ກະມີຜົລກະທົບຫລາຍ ເຄື່ອງຂາດ ເຄື່ອງບໍ່ເຂົ້າ ແລ້ວກະເຄື່ອງສູງຂຶ້ນ ຢູ່ລາວເຂົາໄດ້ເອົາເງິນກີບມາຊື້ເດ່ ເງິນກີບມາຊື້ ບາດນີ້ມັນລາຄາຄູນສອງ ຍັງແກ້ໄຂບໍ່ໄດ້ ເຣທເງິນຍັງສູງຂຶ້ນ.”

ສຳລັບລາຄາເຫລັກ ເສັ້ນມາຕຖານ ທີ່ໄວ້ສຳລັບສ້າງເຮືອນ ປັຈຸບັນລາຄາຢູ່ທີ່ 12 ລ້ານກີບຕໍ່ຕັນ ຂະນະທີ່ໄລຍະຕົ້ນປີ 2022 ມີລາຄາ 6 ຫາ 7 ລ້ານ ກີບຕໍ່ຕັນ ສ່ວນລາຄາຊິມັງ ສເລັຍແລ້ວ ປັຈຸບັນມີລາຄາຢູ່ທີ່ 46,000 ກີບຕໍ່ເປົາ ຂະນະທີ່ໄລຍະຕົ້ນປີ 2022 ມີລາຄາ 44,000 ກີບຕໍ່ເປົາ, ອີງຕາມຂໍ້ມູນຈາກຮ້ານຂາຍວັສດຸກໍ່ສ້າງ, ຂະນະທີ່ຜູ້ປະກອບການ ຮ້ານຄ້າຂາຍວັສດຸກໍ່ສ້າງ ຢູ່ແຂວງຫລວງພຣະບາງ ນາງນຶ່ງກ່າວວ່າ ລາຄາວັສດຸກໍ່ສ້າງ ເປັນຕົ້ນ ຊິມັງ ຫລື ເຫລັກເສັ້ນ ທີ່ນຳເຂົ້າຈາກປະເທດໄທຍ ມາຂາຍຢູ່ລາວ ກໍຍັງມີລາຄາສູງຢູ່ ເຊິ່ງຮ້ານຂອງຍານາງເອງ ກໍໄດ້ຊື້ວັສດຸກໍ່ສ້າງ ມາຈາກຮ້ານຢູ່ ນະຄອນຫລວງວຽງຈັນ ເພື່ອມາຂາຍ ຢູ່ຫລວງພຣະບາງອີກເທຶ່ອນຶ່ງ.

ດັ່ງຍານາງກ່າວວ່າ:

“ແມ່ນແຫລະ ສິນຄ້າມັນຢາກສູງຊ່ວງນີ້ ສ່ວນຫລາຍກະມາເອົາທາງວຽງ ວັສດຸກໍ່ສ້າງມັນກໍ່ມີຫລາຍຢ່າງ ຍົກໂຕຢ່າງກະຄືຊິມັງ ເຫລັກເສັ້ນ ວັສດຸກໍ່ສ້າງປູນເບາະ ແມ່ນຫຍັງຫັ້ນນ່າ ວັສດຸກະຂຶ້ນບໍ່ຊ່າງຊິວ່າ.”

ຈາກສະພາບ ທີ່ວັສດຸກໍ່ສ້າງມີລາຄາສູງໃນເວລານີ້ ກໍເຮັດໃຫ້ຜູ້ປະກອບການ ຮັບເໝົາກໍ່ສ້າງຫລາຍຄົນ ໄດ້ຮັບຜົລກະທົບນຳດ້ວຍ ເນຶ່ອງຈາກຕ້ອງໄດ້ຊື້ວັສດຸກໍ່ສ້າງ ໃນລາຄາສູງຂຶ້ນ ເພື່ອໃຊ້ໃນວຽກຮັບເໝົາກໍ່ສ້າງເຮືອນ ຫລື ອາຄານຕ່າງໆ ແລະ ໃນຂະນະດຽວກັນ ກໍ່ມີລູກຄ້າຈ້າງເຮັດວຽກກໍ່ສ້າງ ໜ້ອຍລົງ ຍ້ອນລາຄາວັສດຸ ກໍ່ສ້າງແພງ ເຮັດໃຫ້ລູກຄ້າສ່ວນໃຫຍ່ຍັງບໍ່ມີແຜນ ຈະປຸກເຮືອນໃນມໍ່ໆນີ້ ເຖິງແມ່ນວ່າໂດຍປົກກະຕິແລ້ວ ຊາວລາວຫລາຍຄົນມັກ ຈະປຸກເຮືອນ ໃນໄລຍະຫລັງຈາກບຸນອອກພັນ ສາກໍ່ຕາມ.

ດັ່ງຜູ້ປະກອບການ ຮັບເໝົາກໍ່ສ້າງທ່ານນຶ່ງ ກ່າວວ່າ:

“ວັສດຸກໍ່ສ້າງກະຂຶ້ນລາຄາແຫລະ ວັສດຸຫລາຍຢ່າງ ກະໄດ້ບວກເພີ່ມນ່າ ເງິນບາທກະຂຶ້ນ ເງິນໂດລ້າຣ໌ກະຂຶ້ນ ມັນເໜັງໂຕຕລອດ ອອກພັນສານີ້ຫວ່າ ກະມີຈຳນວນນຶ່ງຫັ້ນແຫລະ ເຂົາເຈົ້າກະລໍເບິ່ງລາຄາວັສດຸນີ້ແຫລະ.”

ສ່ວນຜູ້ປະກອບການ ຮັບເໝົາກໍ່ສ້າງ ອີກທ່ານນຶ່ງ ກ່າວວ່າ ທ່ານເອງກໍ່ເປັນຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບຈາກສະພາບ ວັສດຸກໍ່ສ້າງມີລາຄາແພງ ອີງຕາມສະພາບການອ່ອນຄ່າ ຂອງເງິນກີບ ແລະ ຈົນມາຮອດປັຈຸບັນ ກໍ່ເຫັນວ່າ ເປັນບັນຫາທີ່ຍັງແກ້ໄຂບໍ່ໄດ້ ແລະ ກໍ່ບໍ່ໝັ້ນໃຈວ່າ ທາງການລາວ ຈະແກ້ໄຂໄດ້ໃນມໍ່ໆນີ້.

ດັ່ງທ່ານກ່າວວ່າ:

“ຖືວ່າກະທົບຫລາຍເຕີບຢູ່ ກະສູງຫລາຍເຕີບຢູ່ ກະຖືວ່າເກືອບປີເຄິ່ງຫັ້ນລະໄປ່ ເງິນກີບກະອ່ອນຄ່າ ລາຄາກະເລີຍສູງ ອັນນີ້ກະບໍ່ກາຣັນຕີໄດ້ເທຶ່ອ.”

ເຖິງຢ່າງໃດກໍ່ຕາມ ນັບແຕ່ເດືອນເມສາ ປີ 2022 ເປັນຕົ້ນມາ ປະເທດລາວ ກໍ່ໄດ້ປະສົບກັບບັນຫາຂາດດຸນ ການຄ້າຕິດຕໍ່ກັນເລື້ອຍໆ ເປັນເວລາ 5 ເດືອນແລ້ວ ໂດຍໃນເດືອນເມສາປີນີ້ ລາວຂາດດຸນການຄ້າປະມານ 48 ລ້ານ ໂດລ້າຣ໌ສະຫະຣັຖ, ເດືອນມິຖຸນາ ຂາດດຸນການຄ້າປະມານ 133 ລ້ານ ໂດລ້າຣ໌ສະຫະຣັຖ, ເດືອນ ກໍຣະກະດາ ຂາດດຸນການຄ້າປະມານ 114 ລ້ານ ໂດລ້າຣ໌ສະຫະຣັຖ ແລະ ເດືອນສິງຫາ ຂາດດຸນການຄ້າ ປະມານ 166 ລ້ານ ໂດລ້າຣ໌ສະຫະຣັຖ.

ໃນຂະນະດຽວກັນທີ່ 3 ເດືອນທຳອິດຂອງປີ 2022 ນີ້, ປະເທດລາວ ເກີນດຸນການຄ້າ ເປັນເວລາ 3 ເດືອນຕິດຕໍ່ກັນ ເຊິ່ງໃນເດືອນມົກກະຣາ ເກີນດຸນການຄ້າປະມານ 41 ລ້ານໂດລ້າຣ໌ສະຫະຣັຖ, ເດືອນກຸມພາ ເກີນດຸນການຄ້າ ປະມານ 48 ລ້ານໂດລ້າຣ໌ສະຫະຣັຖ ແລະ ເດຶອນມີນາ ເກີນດຸນການຄ້າປະມານ 100 ລ້ານ ໂດລ້າຣ໌ສະຫະຣັຖ, ອີງຕາມຂໍ້ມູນຈາກເວັບໄຊຕ໌ ສູນຂໍ້ມູນຂ່າວສານ ທາງການຄ້າຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.