ສປປ ລາວ ຂາດດຸນ ການຄ້າສູງຫຼາຍ ໃນປີ 2022
2023.01.13
ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ພົບວ່າ ເດືອນທັນວາ ປີ 2022 ປະເທດລາວ ຂາດດຸນການຄ້າ ປະມານ 23 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມີການນໍາເຂົ້າສິນຄ້າ ປະມານ 556 ລ້ານໂດລ້າຣ໌ສະຫະຣັຖ ຫຼາຍກວ່າການສົ່ງອອກສິນຄ້າ ປະມານ 532 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງຖ້າຫາກລວມມູນຄ່າ ການຂາດດຸນການຄ້າ ໃນປີ 2022 ຕັ້ງແຕ່ເດືອນເມສາ ຮອດເດືອນທັນວາ ປະເທດລາວ ຂາດດຸນການຄ້າທຸກເດືອນ ຍົກເວັ້ນເດືອນມົກກະຣາ ຫາເດືອນມິນາ ປີ 2022 ຮວມມູນຄ່າການຂາດດຸນການຄ້າໝົດປີີ ປະມານ 926 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມີການນໍາເຂົ້າສິນຄ້າ ປະມານ 6,787 ລ້ານໂດລ້າຣ໌ສະຫະຣັຖ ຫຼາຍກວ່າການສົ່ງອອກສິນຄ້າ ປະມານ 5,861 ລ້ານໂດລ້າຣ໌ສະຫະຣັຖ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວໃນວັນທີ 13 ມົກກະຣາ ນີ້ວ່າ:
“ໂອ້ໂຕນີ້ ກໍແມ່ນນໍາເຂົ້າຫຼາຍແຫຼະເນາະ ຜລິຕສົ່ງອອກໜ້ອຍ ກໍຂາດດຸນແຫຼະເນາະ ເພິ່ນກໍຄຶດວ່າ ສົ່ງເສີມຜລິຕພາຍໃນ ໃຫ້ຫຼາຍຂຶ້ນແຫຼະເນາະ ເພື່ອມີການສົ່ງອອກ ໃຫ້ມັນຫຼາຍກວ່ານໍາເຂົ້າພຸ້ນແຫຼະ.”
ຍ້ອນບັນຫາດັ່ງກ່ວານີ້ ຈຶ່ງເຮັດໃຫ້ປະເທດລາວ ມີສະພາບເງິນເຟີ້ຕໍ່ເນື່ອງ ແຕ່ທາງການລາວ ກໍໄດ້ມີການແກ້ໄຂບັນຫາ ການຂາດດຸນການຄ້າໃນເບື້ອງຕົ້ນ ໂດຍການປິດຮ້ານ ແລກປ່ຽນເງິນຕຣາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະຫຼ້າສຸດ ໄດ້ຫ້າມນໍາເຂົ້າສິນຄ້າບາງປະເພດຈໍານວນນຶ່ງ ເຊັ່ນ ກະລໍ່າປີ, ໝາກເຜັດ, ຫົວຜັກບົ່ວ, ກະລໍ່າດອກຂຽວ, ໄຂ່ໄກ່, ຊິ້ນສ່ວນສັດຕ່າງໆ ຮວມເຖິງຊີ້ນໝູ, ຊີ້ນເປັດ, ຊີ້ນແບ້, ຊີ້ນງົວ ແລະ ປານໍ້າຈືດ ທຸກຊະນິດ ຍ້ອນປະເທດລາວ ຍັງສາມາດຜລິຕເອງໄດ້ ແລະກໍຈະມີການສົ່ງເສີມ ໃຫ້ຄົນລາວ ຫັນມາຊົມໃຊ້ສິນຄ້າລາວ ແລະຜລິຕສິນຄ້າ ຂາຍພາຍໃນ ໃຫ້ຫຼາຍຂຶ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວເມື່ອທ້າຍປີຜ່ານມາວ່າ:
“ກໍມີແຜນ ໃນປີຊິມາ ເພິ່ນວ່າຈະຫຼຸດຜ່ອນໃນເຣື່ອງການນໍາເຂົ້າ ພະຍາຍາມສົ່ງເສີມ ການຜລິຕພາຍໃນ ຊົມໃຊ້ພາຍໃນ ໃຫ້ມັນຫຼາຍຂຶ້ນ ຄວາມຈິງແລ້ວ ຜລິຕພັນພາຍໃນເຮົາ ມັນມີຫຼາຍອັນ ທີ່ສາມາດທົນແທນໄດ້ ພຍາຍາມສົ່ງເສີມນໍາໃຊ້ພາຍໃນ ແຕ່ວ່າ ຄ່ານິຍົມຫັ້ນ ໄປໃຊ້ສິນຄ້າທີ່ນໍາເຂົ້າສ່ວນຫຼາຍ.”
ຂະນະທີ່ ນັກວິຊາການດ້ານເສຖກິຈ ທ່ານນຶ່ງ ກໍໄດ້ກ່າວວ່າ ຖ້າຫາກປະເທດລາວ ຂາດດຸນການຄ້າຕໍ່ເນື່ອງ ເສຖກິຈລາວ ກໍຈະມີຜົລກະທົບໃນຫຼາຍດ້ານ ເຊິ່ງທາງການລາວ ຄວນສົ່ງເສີມໃຫ້ປະຊາຊົນ ຜລິຕສິນຄ້າໃຫ້ຫຼາຍຂຶ້ນ ແລະຈິງຈັງ ໃຫ້ສາມາດສົ່ງຂາຍພາຍໃນປະເທດໄດ້ ແລ້ວການນໍາເຂົ້າກໍຈະຫຼຸດລົງໄປເອງ ເທື່ອລະກ້າວ:
“ກໍເປັນຜົລກະທົບຢູ່ ແຕ່ເຮົາຕ້ອງມີການຜລິຕພາຍໃນ ເວົ້າເຣື່ອງລາຄາເດ້ ຖ້າແມ່ນເຮົາ ສາມາດແຂ່ງຂັນ ເຣື່ອງລາຄາໄດ້ ເຮົາກໍບໍ່ນໍາເຂົ້າ ຖ້ານໍາເຂົ້າມາກໍຫຼຸບທຶນເດ້ ຣັຖບານໃໝ່ ບາງເທື່ອເພິ່ນກໍຈະປັບໃຫ້ມັນດີຂຶ້ນ.”
ບັນຫາດັ່ງກ່າວນີ້ ຜູ້ປະກອບການທີ່ນໍາເຂົ້າສິນຄ້າ ຈາກຕ່າງປະເທດ ທ່ານນຶ່ງ ກໍກ່າວວ່າ ທ່ານເອງ ກໍໄດ້ຮັບຜົລກະທົບ ຕໍ່ສະພາບເງິນເຟີ້ໃນລາວ ບໍ່ຕ່າງຈາກຄົນອື່ນໆ ເພາະການນໍາເຂົ້າສິນຄ້າ ຈາກຕ່າງປະເທດ ເຂົ້າມາຂາຍໃນລາວ ຕ້ອງໄດ້ແລກປ່ຽນເງິນກີບ ໃຫ້ເປັນເງິນຕຣາ ຕ່າງປະເທດ ເພີ່ມຂຶ້ນ ເພື່ອຈະສາມາດຊື້ສິນຄ້າ ມາຂາຍໄດ້ ແຕ່ສິນຄ້າທີ່ໄດ້ ມີປະຣິມານເທົ່າເກົ່າ ແລະປັດຈຸບັນ ຄົນລາວກໍມີກໍາລັງຊື້ເຄື່ອງໜ້ອຍລົງ ເພາະສິນຄ້າມີລາຄາແພງ ສ່ວນການຊ່ອຍເຫຼືອ ຂອງຣັຖບານ ກໍຍັງມີຢ່າງຈໍາກັດທີ່ສຸດ.
“ປົກກະຕິ ບໍ່ມີຊ່ອຍເຫຼືອຫຍັງ ມັນກໍກະທົບຫຼາຍຢ່າງແຫຼະ ເງິນກໍຂຶ້ນ ແລ້ວກໍລາຄາ ເວລາຂາຍກໍໄດ້ຂາຍລາຄາແພງຂຶ້ນ ຈັ່ງຊັ້ນກໍບໍ່ໄດ້ກໍາໄລ ແລ້ວກໍຄົນຊື້ກໍບໍ່ຄ່ອຍຫຼາຍຄືແຕ່ກີ້.”
ດ້ານຜູ້ປະກອບການ ນໍາເຂົ້າສິນຄ້າ ຈາກຕ່າງປະເທດອີກທ່ານນຶ່ງ ກໍກ່າວວ່າ ທ່ານເອງກໍມີຍອດຂາຍຫຼຸດລົງ ຍ້ອນຈໍາເປັນຕ້ອງໄດ້ປັບ ລາຄາສິນຄ້າແພງຂຶ້ນ ຕາມເຣທເງິນ ເຮັດໃຫ້ຄົນບໍ່ກ້າຈັບຈ່າຍ ຊື້ເຄື່ອງໃຊ້ສອຍເທົ່າທີ່ຄວນ ສ່ວນນະໂຍບາຍ ຂອງທາງການກໍຄືເກົ່າ ບໍ່ໄດ້ມີການຊ່ອຍເຫຼືອ.
“ໃຊ້ເງິນຫຼາຍຂຶ້ນ ຍອດຂາຍກໍຫຼຸດລົງໜ້ອຍນຶ່ງເນາະ ເພາະວ່າລາຄາເພີ່ມຂຶ້ນ ລູກຄ້າກໍເລີຍບໍ່ມີກໍາລັງຊື້ ເທົ່າທີ່ຄວນຫັ້ນນ່າ ອັນນະໂຍບາຍ ຍັງຄືເກົ່າໝົດເລີຍ ບໍ່ໄດ້ມີຫຍັງ.”
ຢ່າງໃດກໍຕາມ ຫຼາຍຄົນກໍຫວັງວ່າ ໃນປີ 2023 ນະໂຍບາຍຂອງຣັຖບານ ທີ່ຫ້າມນໍາເຂົ້າສິນຄ້າບາງປະເພດນັ້ນ ຈະຊ່ອຍໃຫ້ລາວ ມີຄວາມສົມດຸນການຄ້າທີ່ດີຂຶ້ນ.
- ສໍາລັບເດືອນ ທັນວາ ປີ 2022 ສິນຄ້າທີ່ປະເທດລາວ ນໍາເຂົ້າສ່ວນໃຫຍ່ ແມ່ນນໍ້າມັນເຊື້ອເພີງ, ອຸປະກອນກົລຈັກ, ຊິ້ນສ່ວນອາໄຫຼ່ຣົຖ, ພະຫະນະທາງບົກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຄື່ອງດື່ມ, ເຫຍື່ອໄມ້ ແລະເສດເຈັ້ຍ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ແລະເຄື່ອງໃຊ້ໄຟຟ້າ.
- ສ່ວນສິນຄ້າທີ່ສົ່ງອອກ ສ່ວນຫຼາຍແມ່ນ ຄໍາປະສົມ, ຄໍາແທ່ງ, ມັນຕົ້ນ, ເຄື່ອງທີ່ເຮັດດ້ວຍເຈັ້ຍ, ຢາງພາຣາ, ເກືອກາລີ, ເຫຍື່ອໄມ້, ເສດເຈັ້ຍ, ແຮ່ທອງ ແລະເຄື່ອງນຸ່ງຫົ່ມ.
ນອກຈາກນີ້ ການຂາດດຸນການຄ້າ ຂອງປະເທດລາວ ໃນໄລຍະ 12 ເດືອນ ຂອງປີ 2022 ພົບວ່າ ເດືອນກັນຍາ ເປັນເດືອນທີ່ຂາດດຸນການຄ້າສູງສຸດ ປະມານ 233 ລ້ານໂດລ້າຣ໌ສະຫະຣັຖ ແລະພົບວ່າ ເດືອນມິນາ ເກີນດຸນການຄ້າ ສູງສຸດ 100 ລ້ານໂດລ້າຣ໌ສະຫະຣັຖ.