ລາວຂາດດຸນການຄ້າ 45 ລ້ານໂດລ້າຣ໌ ເດືອນພຶສຈິກາ
2022.12.22
ເວັບໄຊຕ໌ການຄ້າລາວ ຫຼື (Lao Trade Portal) ຣາຍງານວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2022 ບັນລຸໄດ້ປະມານ 1,083 ລ້ານ ໂດລ້າຣ໌ສະຫະຣັຖ. ໃນນີ້, ມູນຄ່າການສົ່ງອອກ ປະມານ 519 ລ້ານ ໂດລ້າຣ໌ສະຫະຣັຖ. ມູນຄ່າການນໍາເຂົ້າ ປະມານ 564 ລ້ານໂດລ້າຣ໌ສະຫະຣັຖ ແລະ ຂາດດຸນການຄ້າ ປະມານ 45 ລ້ານໂດລ້າຣ໌ສະຫະຣັຖ.
ສິນຄ້າທີ່ສົ່ງອອກຫຼາຍ ພາຍໃນເດືອນ ປະກອບມີ ຄຳປະສົມ ແລະ ຄຳແທ່ງ, ເຍື່ອໄມ້ ແລະ ເສດເຈັ້ຍ, ເຈັ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈັ້ຍ, ຢາງພາຣາ, ເກືອກາລີ.
ສິນຄ້າທີ່ນໍາເຂົ້າ ຫຼາຍພາຍໃນເດືອນ ປະກອບມີ ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ແກ້ວປະເສີດ ຫຼື ເຄິ່ງປະເສີດ, ເຍື່ອໄມ້ ແລະ ເສດເຈັ້ຍ.
ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ ມູນຄ່າການສົ່ງອອກທັງໝົດ ປະມານ 519 ລ້ານໂດລ້າຣ໌ສະຫະຣັຖ ໃນນີ້, ສິນຄ້າທີ່ສົ່ງອອກ 10 ອັນດັບພາຍໃນເດືອນ ໄດ້ແກ່: ຄຳປະສົມ ແລະ ຄຳແທ່ງ 63 ລ້ານໂດລ້າຣ໌ສະຫະຣັຖ, ເຍື່ອໄມ້ ແລະ ເສດເຈັ້ຍ 54 ລ້ານໂດລ້າຣ໌ສະຫະຣັຖ, ເຈັ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈັ້ຍ 44 ລ້ານໂດລ້າຣ໌ສະຫະຣັຖ, ຢາງພາຣາ 41 ລ້ານໂດລ້າຣ໌ສະຫະຣັຖ, ເກືອກາລີ 37 ລ້ານໂດລ້າຣ໌ສະຫະຣັຖ, ແຮ່ທອງ31 ລ້ານໂດລ້າຣ໌ສະຫະຣັຖ, ເຄື່ອງນຸ່ງຫົ່ມ 23 ລ້ານໂດລ້າຣ໌ສະຫະຣັຖ, ນ້ຳຕານ 22 ລ້ານໂດລ້າຣ໌ສະຫະຣັຖ, ເກີບ 19 ລ້ານໂດລ້າຣ໌ສະຫະຣັຖ ແລະ ໝາກກ້ວຍ 15 ລ້ານໂດລ້າຣ໌ສະຫະຣັຖ.
ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ ມູນຄ່າການນຳເຂົ້າທັງໝົດ ປະມານ 564 ລ້ານໂດລ້າຣ໌ສະຫະຣັຖ ໃນນີ້, ສິນຄ້າທີ່ສົ່ງນໍາເຂົ້າ 10 ອັນດັບພາຍໃນເດືອນ ໄດ້ແກ່ ນ້ຳມັນກາຊວນ 85 ລ້ານໂດລ້າຣ໌ສະຫະຣັຖ, ອຸປະກອນກົນຈັກ 51 ລ້ານໂດລ້າຣ໌ສະຫະຣັຖ ພາຫະນະທາງບົກ 35 ລ້ານໂດລ້າຣ໌ສະຫະຣັຖ, ແກ້ວປະເສີດ ຫຼື ເຄິ່ງປະເສີດ 29 ລ້ານໂດລ້າຣ໌ສະຫະຣັຖ, ເຍື່ອໄມ້ ແລະ ເສດເຈັ້ຍ 23 ລ້ານໂດລ້າຣ໌ສະຫະຣັຖ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 18 ລ້ານໂດລ້າຣ໌ສະຫະຣັຖ, ນ້ຳມັນແອັດຊັງ 18 ລ້ານໂດລ້າຣ໌ສະຫະຣັຖ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 18 ລ້ານໂດລ້າຣ໌ສະຫະຣັຖ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 18 ລ້ານໂດລ້າຣ໌ສະຫະຣັຖ ແລະ ຊິ້ນສ່ວນອາໄຫຼ່ຣົຖ 17 ລ້ານໂດລ້າຣ໌ສະຫະຣັຖ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ ທີ່ ສປປລາວ ສົ່ງອອກ 05 ອັນດັບພາຍໃນເດືອນ ໄດ້ແກ່: ຈີນ 218 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ 107 ລ້ານໂດລ້າຣ໌ສະຫະຣັຖ, ໄທຍ 62 ລ້ານໂດລ້າຣ໌ສະຫະຣັຖ, ອົດສະຕາລີ 40 ລ້ານໂດລ້າຣ໌ສະຫະຣັຖ ແລະ ຮົງກົງ 16 ລ້ານໂດລ້າຣ໌ສະຫະຣັຖ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ ທີ່ ສປປລາວ ນໍາເຂົ້າ 05 ອັນດັບ ພາຍໃນເດືອນ ໄດ້ແກ່ ໄທຍ 277 ລ້ານໂດລ້າຣ໌ສະຫະຣັຖ, ຈີນ 145 ລ້ານໂດລ້າຣ໌ສະຫະຣັຖ, ສະວິດເຊີຣ໌ແລນດ໌ 30 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ 24 ລ້ານໂດລ້າຣ໌ສະຫະຣັຖ ແລະ ສະຫະຣັຖອາເມຣິກາ 22 ລ້ານໂດລ້າຣ໌ສະຫະຣັຖ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 11 ປີ 2022 ແມ່ນຍັງບໍ່ກວມເອົາ ມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ພວກເຮົາຈະເອົາລົງ ພາຍຫຼັງທີ່ເກັບກໍາຕົວເລຂສະຖິຕິ ໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ) ອີງຕາມການຣາຍການ ຂອງເວັບໄຊຕ໌ການຄ້າລາວ ຫຼື (Lao Trade Portal).
ເມື່ອວັນທີ 14 ທັນວາ 2022 ວິທຍຸ ເອເຊັຽ ເສຣີ ຣາຍງານວ່າ ໃນເດືອນຕຸລາ ທີ່ຜ່ານມາ ສປປ ລາວ ແຮ່ງຂາດດຸນການຄ້າຫຼາຍ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງສິນຄ້າອອກ ຂອງປະເທດລາວ ໃນເດືອນຕຸລາ 2022 ມີປະມານ 1,074 ລ້ານໂດລ້າຣ໌ສະຫະຣັຖ. ໃນນັ້ນ ມູນຄ່າການນໍາເຂົ້າປະມານ 652 ລ້ານໂດລ້າຣ໌ ແລະມູນຄ່າການສົ່ງອອກ ປະມານ 422 ລ້ານໂດລ້າຣ໌, ຂາດດຸນການຄ້າປະມານ 230 ລ້ານໂດລ້າຣ໌, ເປັນການຂາດດຸນຕໍ່ເນື່ອງ ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ. ປັດຈັຍ ທີ່ເຮັດໃຫ້ລາວຂາດດຸນການຄ້າຫຼາຍຄືແນວນັ້ນ ແມ່ນຍ້ອນເງິນກີບເຟີ້ຮຸນແຮງ ແລະເງິນກີບສືບຕໍ່ອ່ອນຄ່າລົງ, ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ທັນວາ ນີ້ວ່າ: ນອກຈາກປັດຈັຍເງິນເຟີ້ຮຸນແຮງ ແລະເງິນກີບອ່ອນຄ່າລົງແລ້ວ ທາງການລາວ ຍັງບໍ່ທັນມີມາຕການຄວບຄຸມ ເຣື່ອງການນໍາສິນຄ້າ ຈາກຕ່າງປະເທດເຂົ້າມາ ຢ່າງຈິງຈັງ ເຮັດໃຫ້ສິນຄ້າເກືອບທຸກປະເພດ ຫຼັ່ງໄຫຼເຂົ້າມາໃນທົ່ວປະເທດຫຼາຍ:
“ໄທເຮົາຫັ້ນກະບໍ່ໄດ້ຫ້າມ ເຣື່ອງປະເພດສິນຄ້າ ການເຂົ້າ ຫຼືີອອກຫັ້ນນ່າ. ຢູ່ລາວ, ໄທເຮົາລະແມ່ນປ່ອຍ ກະສ້າງຄວາມລໍາບາກຄືກັນເນາະ ຕ້ອງປະຕິບັດ ໃນການຄວບຄຸມ ຫັ້ນແຫຼະ.”
ກ່ຽວເຣື່ອງທີ່ວ່ານີ້ ຜູ້ປະກອບການ ທີ່ຂາຍສິນຄ້ານຳເຂົ້າ ໃນລາວທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ທ່ານເອງ ໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດມາຂາຍ ເຊິ່ງເປັນສິນຄ້າ ທີ່ຄົນລາວຮູ້ຈັກດີ ເຊັ່ນ: ນໍ້າປາແດກຈາກໄທຍ ເພາະວ່າ ຂາຍງ່າຍກວ່າຂອງລາວ:
“ສ່ວນຫຼາຍ ກໍໃຊ້ຂອງໄທຍຫັ້ນແຫຼະ ບາງເທື່ອປາແດກມໍ່າບໍ່ ປາແດກເພັດບໍ່ ໂອ້ມັນກໍຫຼາຍປາແດກເຫຼືອເກີນ ກໍຄົນຮູ້ຈັກລາວຫຼາຍ ເຖິງຈະແຊບບໍ່ແຊບ ເຮົາກາຂາຍໄດ້ ເຮົາເປັນແມ່ຄ້າຊີ້ ເຮົາຈະໄປເຮັດປາແດກ ສົ່ງບໍ່ໄດ້ເນາະ ເພາະເຮົາຂາຍເຄື່ອງ ເຮັດອີ່ຫຍັງ ມັນກໍຕ້ອງໄດ້ໃຊ້ເງິນລົງທຶນ ຫລາຍເດ້ ຖ້າບໍ່ມີເງິນ ກໍເຮັດອີ່ຫຍັງບໍ່ໄດ້.”
ເວົ້າເຖິງສິນຄ້າຕ່າງປະເທດ ທີ່ນໍາເຂົ້າມາຂາຍຢູ່ລາວ ຊາວລາວຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ຕັ້ງແຕ່ອາດີດເຖິງປັດຈຸບັນ ກໍເຫັນແຕ່ສິນຄ້າ ມາຈາກປະເທດໄທຍ ຫຼວງຫຼາຍຢູ່ຕາມຕລາດສົດ ແລະຮ້ານຄ້າທົ່ວໄປ. ສ່ວນສິນຄ້າລາວ ແມ່ນມີຈໍານວນໜ້ອຍທີ່ນໍາມາວາງຂາຍ. ໃນໄລຍະ 4-5 ປີທີ່ຜ່ານມານີ້ ກໍເຣີ່ມມີສິນຄ້າ ຈາກຈີນ ແລະວຽດນາມ ເຂົ້າມາຫຼາຍ ໂດຍສະເພາະ ສິນຄ້າປະເພດ ອຸປະກອນໄຟຟ້າ, ໂທຣະສັບ ແລະເສື້ອຜ້າ, ດັ່ງທ່ານກ່າວວ່າ:
“ສ່ວນຫຼາຍ ທາງໄຊຍະເຮົານີ້ ແມ່ນຈະນໍາເຂົ້າ ຈາກໄທຍເນາະສິນຄ້າ. ສິນຄ້າລາວນີ້ ບາງຢ່າງມັນກະມີຢູ່ ເຈົ້າ ເປັນສິ້ນເປັນຫຍັງ ສ່ວນຫຼາຍຈະແມ່ນຂອງລາວເຮົານີ້ແຫຼະ ເປັນຜັກເປັນຫຍັງ ກະຂະເຈົ້າປູກເອງ. ເຄື່ອງປຸງນີ້ສ່ວນຫຼາຍຈະແມ່ນນໍາເຂົ້າ. ຮ້ານຜ້າຮ້ານແພສ່ວນຫຼາຍ ຈະນໍາເຂົ້າຈາກຈົນແດ່.”
ທີ່ແຂວງບໍ່ແກ້ວ ຊາວລາວຜູ້ນຶ່ງເວົ້າວ່າ ຕົນບໍ່ໄດ້ແປກໃຈ ທີ່ລາວຂາດດຸນການຄ້າ ຕິດຕໍ່ກັນເປັນໄລຍະຫຼາຍເດືອນ ຊຶ່ງຢູ່ແຂວງບໍ່ແກ້ວນີ້ ກໍນໍາເຂົ້າສິນຄ້າເກືອບທຸກປະເພດມາຈາກໄທຍ ບໍ່ວ່າຈະເປັນຜັກສົດ, ເຄື່ອງໃຊ້ຄົວເຮືອນ, ອຸປະກອນໄຟຟ້າ ແລະເຄື່ອງນຸ່ງຫົ່ມ. ສ່ວນສິນຄ້າລາວ ບໍ່ຄ່ອຍຈະເຫັນ:
“ສິນຄ້ານີ້ບໍ່ຄ່ອຍຈະເຫັນ ສ່ວນຫຼາຍແມ່ນຂອງນໍາເຂົ້າ ຈາກໄທຍພຸ້ນແຫຼະ ໃຊ້ຂອງໄທຍໝົດ ພວກເຄື່ອງໃຊ້ຄົວເຮືອນ ສ່ວນໃຫຍ່ມັນກະບໍ່ມີຂອງເຮົາ ມາຂາຍເລີຍ. ຜູ້ໃດກະນິຍົມກັນໃຊ້ຂອງໄທຍ ຄືປະເພດແຟັບ ລາວ ແມ່ນຫຍັງກະບໍ່ເຫັນຈະມີ ແຕ່ເຫັນໂຄສະນາຢູ່ ແຕ່ບໍ່ເຫັນວາງຂາຍ..”
ເວົ້າເຖິງເຣື່ອງການຂາດດຸນ ການຄ້າຂອງລາວ ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງລາວ, ໃນເດືອນເມສາ ລາວ ຂາດດຸນການຄ້າ 102 ລ້ານໂດລ້າຣ໌, ເດືອນມິຖຸນາ ຂາດດຸນ 133 ລ້ານໂດລ້າຣ໌, ເດືອນສິງຫາ ຂາດດຸນ 166 ລ້ານໂດລ້າຣ໌, ເດືອນກັນຍາ ແລະເດືອນຕຸລາ ຂາດດຸນ 230 ລ້ານໂດລ້າຣ໌ ສະຫະຣັຖ.