ມູນຄ່າການນໍາເຂົ້າ ແລະສົ່ງສິນຄ້າອອກ ຂອງປະເທດລາວ ໃນເດືອນຕຸລາ 2022 ນີ້ ມີປະມານ 1,074 ລ້ານໂດລ້າຣ໌ສະຫະຣັຖ. ໃນນັ້ນ ມູນຄ່າການນໍາເຂົ້າປະມານ 652 ລ້ານໂດລ້າຣ໌ ແລະມູນຄ່າການສົ່ງອອກປະມານ 422 ລ້ານໂດລ້າຣ໌, ຂາດດຸນການຄ້າປະມານ 230 ລ້ານໂດລ້າຣ໌, ເປັນການຂາດດຸນຕໍ່ເນື່ອງ ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ. ປັດໄຈທີ່ເຮັດໃຫ້ລາວຂາດດຸນການຄ້າ ຫລາຍຄືແນວນັ້ນ ແມ່ນເປັນຍ້ອນເງິນກີບເຟີ້ ຮຸນແຮງ ແລະເງິນກີບສືບຕໍ່ອ່ອນຄ່າລົງ.
ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 14 ທັນວານີ້ວ່າ ນອກຈາກປັດໄຈເງິນເຟີ້ຮຸນແຮງ ແລະເງິນກີບອ່ອນຄ່າລົງແລ້ວ ທາງການລາວ ຍັງບໍ່ທັນມີມາຕການຄວບຄຸມ ເຣື່ອງການນໍາສິນຄ້າ ຈາກຕ່າງປະເທດເຂົ້າມາ ຢ່າງຈິງຈັງ ເຮັດໃຫ້ສິນຄ້າເກືອບທຸກປະເພດ ຫລັ່ງ ໄຫລເຂົ້າມາໃນທົ່ວປະເທດຫລາຍ.
" ໄທເຮົາຫັ້ນກະບໍ່ໄດ້ຫ້າມ ເຣື່ອງປະເພດສິນຄ້າ ການເຂົ້າ ຫລື ອອກຫັ້ນນ່າ. ຢູ່ລາວ, ໄທເຮົາລະແມ່ນປ່ອຍ ກະສ້າງຄວາມລໍາບາກ ຄືກັນເນາະ ຕ້ອງປະຕິບັດ ໃນການຄວບຄຸມ ຫັ້ນແຫລະ. "
ທ່ານກ່າວຕື່ມວ່າ ໃນຂະນະທີ່ ສະພາບເສຖກິຈ-ການເງິນ ຂອງປະເທດ ຍັງບໍ່ທັນຟື້ນຕົວໄດ້ດີຢູ່ນີ້ ທາງການລາວ ຄວນຈະມີມາຕການ ເຂັ້ມງວດ ໃນການຄວບຄຸມ ບໍ່ໃຫ້ມີການນໍາສິນຄ້າ ຕ່າງປະເທດເຂົ້າມາຊະຊາຍ ຫລື ສິນຄ້າທີ່ບໍ່ຈໍາເປັນ ແລ້ວຫັນມາສົ່ງເສີມ ຜູ້ປະກອບການ ແລະຄົນລາວພາຍໃນປະເທດ ຜລິດສິນຄ້າ ສະບຽງອາຫານ ແລະສິນຄ້າສົ່ງອອກ ຢ່າງຈິງຈັງ ແລະເປັນຮູບປະທັມ. ມາດຕາການທີ່ວ່ານີ້ ຈະຊ່ອຍ ບໍ່ໃຫ້ເງິນຕຣາຕ່າງປະເທດ ອອກຈາກປະເທດ ແລະຍັງເປັນການຮັກສາ ສະເຖັຍຣະພາບ ທາງດ້ານການເງິນ ໃຫ້ລາວ ມີຄວາມໝັ້ນຄົງ ແລະບໍ່ເຮັດໃຫ້ເກີດພັຍເງິນເຟີ້ ຮຸນແຮງ ຄືໃນປັດຈຸບັນນີ້ ນໍາດ້ວຍ.
ຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເວົ້າເຖິງສິນຄ້າ ເກືອບທຸກປະເພດ ຢູ່ພາຍໃນແຂວງ ໂດຍສະເພາະ ອຸປກອນກໍ່ສ້າງ, ເຄື່ອງໃຊ້ໃນຄົວເຮືອນ ວ່າສ່ວນໃຫຍ່ ແມ່ນໍາເຂົ້າມາຈາກປະເທດ ອ້ອມຂ້າງ ຂະນະທີ່ສິນຄ້າ ຂອງຄົນລາວ ເກືອບຈະບໍ່ເຫັນ ມາວາງຂາຍໃນຕລາດ ຫລືຮ້ານຄ້າທົ່ວໄປ. ເມື່ອເວົ້າເຖິງເຣື່ອງການສົ່ງເສີມ ອາຊີພໃຫ້ຜູ້ປະກອບການ ແລະຄົນລາວ ຢູ່ເຂດຊົນນະບົດ ໃນການຜລິດສະບຽງອາຫານ ແລະສິນຄ້າ ສົ່ງອອກນັ້ນ ທ່ານກໍເວົ້າວ່າ ຍັງບໍ່ມີການສົ່ງເສີມ ຢ່າງຈິງຈັງເທື່ອ.
ດັ່ງທີ່ທ່ານກ່າວວ່າ:
" ຄັນວ່າສົ່ງເສີມເປັນຜລິດສິນຄ້າ ສົ່ງອອກເລີຍ ສ່ວນຫລາຍ ກະຍັງບໍ່ທັນມີເນາະ ມີແຕ່ວ່າສົ່ງເສີມ ໂດຍທົ່ວໄປຫັ້ນແຫລະ ທີ່ວ່າມີລະດັບໂຮງງານ ທີ່ວ່າເປັນຜລິດເປັນສິນຄ້າ ສົ່ງເສີມແບບເປັນສິນຄ້າ ຂ້ອນຂ້າງມີຕລາດໃຫຍ່ແນ່ຫັ້ນນ່າ ບໍ່ທັນມີ ຖ້າຕລາດດຂະເຈົ້າກໍຜະລິດໄດ້ຫັ້ນນ່າ. "
ເວົ້າເຖິງສິນຄ້າຕ່າງປະເທດ ຊາວລາວຜູ້ນຶ່ງ ຢູ່ແຂວງໄຊຍະບູຣີ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີວ່າ ຕັ້ງແຕ່ອາດີດເຖິງປັດຈຸບັນ ກໍເຫັນແຕ່ສິນຄ້າ ມາຈາກປະເທດໄທຍ ຫລວງຫລາຍຢູ່ ຕາມຕລາດສົດ ແລະຮ້ານຄ້າທົ່ວໄປ. ສ່ວນສິນຄ້າລາວ ແມ່ນມີຈໍານວນໜ້ອຍ ທີ່ນໍາມາວາງຂາຍ. ໃນໄລຍະ 4-5 ປີທີ່ຜ່ານມານີ້ ກໍເຣີ່ມມີສິນຄ້າ ຈາກຈີນ ແລະວຽດນາມ ເຂົ້າມາຫລາຍ ໂດຍສະເພາະສິນຄ້າ ປະເພດອຸປກອນໄຟຟ້າ, ໂທຣະສັບ ແລະເສື້ອຜ້າ.
ດັ່ງທີ່ທ່ານກ່າວວ່າ:
" ສ່ວນຫລາຍທາງໄຊຍະເຮົານີ້ ແມ່ນຈະນໍາເຂົ້າຈາກໄທຍເນາະສິນຄ້າ. ສິນຄ້າລາວນີ້ບາງຢ່າງມັນກະມີຢູ່ ເຈົ້າ ເປັນສິ້ນເປັນຫຍັງ ສ່ວນຫລາຍຈະແມ່ນຂອງລາວເຮົານີ້ແຫລະ ເປັນຜັກເປັນຫຍັງ ກະຂະເຈົ້າປູກເອງ. ເຄື່ອງປຸງນີ້ສ່ວນຫລາຍຈະແມ່ນນໍາເຂົ້າ. ຮ້ານຜ້າຮ້ານແພສ່ວນຫລາຍ ຈະນໍາເຂົ້າຈາກຈນແດ່. "
ທີ່ແຂວງບໍ່ແກ້ວ ຊາວລາວຜູ້ນຶ່ງເວົ້າວ່າ ຕົນບໍ່ໄດ້ແປກໃຈ ທີ່ລາວຂາດດຸນການຄ້າ ຕິດຕໍ່ກັນເປັນໄລຍະຫລາຍເດືອນ ຊຶ່ງຢູ່ແຂວງບໍ່ແກ້ວນີ້ ກໍນໍາສິນຄ້າເກືອບທຸກປະເພດ ມາຈາກໄທຍ ບໍ່ວ່າຈະເປັນຜັກສົດ, ເຄື່ອງໃຊ້ຄົວເຮືອນ, ອຸປກອນໄຟຟ້າ ແລະເຄື່ອງນຸ່ງຫົ່ມ. ສ່ວນສິນຄ້າລາວເອງບໍ່ຄ່ອຍຈະເຫັນ.
" ສິນຄ້ານີ້ບໍ່ຄ່ອຍຈະເຫັນ ສ່ວນຫລາຍແມ່ນຂອງນໍາເຂົ້າ ຈາກໄທຍພຸ້ນແຫລະ ໃຊ້ຂອງໄທຍໝົດ ພວກເຄື່ອງໃຊ້ຄົວເຮືອນ ສ່ວນໃຫຍ່ມັນກະບໍ່ມີຂອງເຮົາ ມາຂາຍເລີຍ. ຜູ້ໃດກະນິຍົມກັນໃຊ້ຂອງໄທຍ ຄືປະເພດແຟັບ ລາວ ແມ່ນຫຍັງກະບໍ່ເຫັນຈະມີ ແຕ່ເຫັນໂຄສະນາຢູ່ ແຕ່ບໍ່ເຫັນວາງຂາຍ. . "
ເວົ້າເຣື່ອງການຄວບຄຸມ ສິນຄ້ານໍາເຂົ້າ ແລະສົ່ງເສີມການຜລິດ ສະບຽງອາຫານ ຢູ່ໃນປະເທດ ທ່ານ ວໍລະສິດ ສີວົງດາວ ສະມາຊິກສະພາແຫ່ງຊາຕ ເຂດ 13 ແຂວງສວັນນະເຂດ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາຕ ໃນມື້ວັນທີ 8 ທັນ ວານີ້ວ່າ ຢາກໃຫ້ຣັຖບານລາວ ແກ້ໄຂບັນຫາ ການນໍາສິນຄ້າບາງປະເພດ ເຂົ້າມາ ຍ້ອນສິນຄ້າທີ່ຜລິດຢູ່ພາຍໃນປະເທດ ບໍ່ສາມາດຂາຍ ໃນລາຄາແຂ່ງຂັນໄດ້ ຊຶ່ງທາງຣັຖບານ ກໍຕ້ອງຊ່ອຍຫາວິທີແກ້ໄຂ ເພື່ອໃຫ້ສິນຄ້າລາວໄດ້ຂາຍ.
" ຜົນຜລິດພາຍໃນ ຂອງພວກເຮົາ ຂອງຜູ້ປະກອບການ ຂອງປະຊາຊົນພວກເຮົານີ້ ບໍ່ໄດ້ຂາຍເນາະ. ເຫດຜົນໃນການບໍ່ໄດ້ຂາຍ ບາດນີ້ ຍ້ອນວ່າບໍ່ສູ້ກັບຜົນຜລິດ ກັບສິນຄ້າທີ່ນໍາເຂົ້າ ຈາກປະເທດເພື່ອນບ້ານ ເຮັດແນວໃດກະເຮັດ ຄັນຖ້າບໍ່ສະກັດການນໍາເຂົ້າອັນນີ້ ເພື່ອວ່າສິໃຫ້ສົ່ງເສີມແນວໃດ ຂະເຈົ້າກໍບໍ່ຜລິດໃຫ້ເຮົາຢູ່ດີ. . "
ໃນເດືອນຕຸລາທີ່ຜ່ານມາ ສິນຄ້າທີ່ນໍາເຂົ້າມາລາວ ຫລາຍທີ່ສຸດ ແມ່ນນໍ້າມັນເຊື້ອເພີງ, ພາຫານະທາງບົກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອາໄລ່ຣົຖ, ເຄື່ອງດື່ມ. ສິນຄ້າທີ່ລາວ ສົ່ງອອກຫລາຍທີ່ສຸດ ແມ່ນຄໍາປະສົມ ຫລືຄໍາແທ່ງ, ຢາງພາຣາ, ເກືອກາລີ, ແຮ່ທອງ, ແຮ່ເຫລັກ, ນໍ້າຕານ, ເຄື່ອງນຸ່ງຫົ່ມ ແລະ ກ້ວຍ.
ສິນຄ້າທີ່ລາວ ນໍາເຂົ້າມາຫລາຍ ແມ່ນຈາກປະເທດໄທຍ, ຈີນ ແລະວຽດນາມ ເປັນສ່ວນໃຫຍ່.
ເວົ້າເຖິງເຣື່ອງການຂາດດຸນ ການຄ້າຂອງລາວ ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງລາວ, ໃນເດືອນເມສາ ລາວຂາດດຸນການຄ້າ 102 ລ້ານໂດລ້າຣ໌, ເດືອນມິຖຸນາ ຂາດດຸນ 133 ລ້ານໂດລ້າຣ໌, ເດືອນສິງຫາ ຂາດດຸນ 166 ລ້ານໂດລ້າຣ໌ ແລະເດືອນຕຸລາ ຂາດດຸນ 230 ລ້ານໂດລ້າຣ໌ ສະຫະຣັຖ.