ເຣື້ອງທີ່ເກັບບັນທຶກໄວ້
2021-11-06
ນັບຕັ້ງແຕ່ ປີ 2019 ເປັນຕົ້ນມາ ທາງການລາວກວດພົບ ໂຄງການຕ່າງໆ ທີ່ກຳລັງຢູ່ໃນຂັນຕອນ ການພິຈາຣະນາອະນຸມັດ ມີມູນຄ່າສູງເກີນຈິງ ຊຶ່ງຖືເປັນການສວຍໂອກາດ ສໍ້ຣາດບັງຫຼວງ ແລະອາດສ້າງຄວາມເສັຽ ຫາກໂຄງການເຫຼົ່າຜ່ານ.
2021-11-05
ກະຊວງແຮງງານ ແລະ ສວັສດີການສັງຄົມ ຍອມຮັບວ່າ ມີຄົນຫວ່າງງານຫຼາຍ ດ້ວຍເຫດນີ້ ຄົນລາວ ຈຳນວນນຶ່ງ ຕ້ອງໄປເຮັດວຽກ ໃນຕ່າງປະເທດ ເນື່ອງຈາກວ່າ ບໍ່ມີວຽກເຮັດ ພາຍໃນປະເທດ..
2021-11-05
ປ້ຳນຳມັນບາງແຫ່ງ ປິດໃຫ້ບໍຣິການ ຍ້ອນຂາດນ້ຳມັນ ໂດຍສະເພາະນ້ຳມັນແອັດຊັງ ເນື່ອງຈາກຣັຖວິສາຫະກິດເຊື້ອໄຟລາວ ບໍ່ມີເງິນໂດລາຣ໌ພຽງພໍ ຊຶ່ງເປັນເງິນຕຣາທີ່ໃຊ້ຊື້ ສິນຄ້າຈາກຕ່າງປະເທດ.
2021-11-04
ຄົນຈີນ ທີ່ເຮັດວຽກຢູ່ສວນກ້ວຍຈີນ ພ້ອມອາວຸດຄົບມື ອອກມານາບຂູ່ຄົນລາວ ທີ່ຂາຍເຄື່ອງຢູ່ໜ້າສວນກ້ວຍ ໃນເຂດບ້ານທ່າເຮືອ ແລະບ້ານຫາດຍືນແຂວງບໍຣິຄຳໄຊ ບໍ່ຢາກໃຫ້ຄົນງານ ໃນສວນກ້ວຍ ອອກມາຊື້ເຄື່ອງ ນຳພໍ່ຄ້າ-ແມ່ຄ້າຄົນລາວ.
2021-11-03
ມາຮອດປັດຈຸບັນ ຄົນງານລາວ ຈໍານວນ 617 ຄົນ ຈຳຕ້ອງໄດ້ຈາກບ້ານເກີດ ເມືອງນອນ ເພື່ອເດີນທາງກັບໄປປະເທດ ມາເລເຊັຽ ຫຼັງຈາກ ກັບຄືນປະເທດລາວ ໃນຊ່ວງເຣີ່ມຕົ້ນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະແມ່ນວ່າ ປັຈຈຸບັນນີ້ເຊື້ອໂຄວິດ-19 ຍັງຣະບາດຢູ່ກໍຕາມ.
2021-10-31
ໂຊເຟີ້ຣົດບັນທຸກຂົນສົ່ງສິນຄ້າ ຂາດລາຍໄດ້ ເນື່ອງຈາກ ບໍ່ສາມາດຜ່ານດ່ານ ເຂົ້າໄປປະເທດຈີນເພື່ອຖ່າຍສິນຄ້າໄດ້ຕາປົກກະຕິ ແລະ ຫຼາຍຄົນບໍ່ມີເງີນຈ່າຍຄ່າຈ້າງພະນັກງານ ບໍຣິສັດຖ່າຍສິນຄ້າຂັບຣົດໃຫ້ ຊຶ່ງເປັນລາຄາທີ່ແພງ.
2021-10-30
ດ້ວຍເຫດຜົລໃດ ນັກຄ້າຢາເສບຕິດຣາຍໃຫຍ່ ບາງຄົນຖືກຈັບໄດ້ຫຼາຍປີແລ້ວ, ແຕ່ທາງການລາວ ຍັງບໍ່ສົ່ງໂຕຂຶ້ນສານເພື່ອພິພາກສາຄະດີ ຫຼືເປັນເພາະວ່າ ເຈົ້າໜ້າທີ່ ມີສ່ວນຮ່ວມ ເພື່ອຊ່ອຍໃຫ້ນັກຄ້າຢາເຫຼົ່າພົ້ນຄະດີຄວາມ.
2021-10-29
ຊາວບ້ານ ບ້ານກິ່ວງິ້ວ, ເມືອງເງິນ ແຂວງໄຊຍະບູຣີ ທີ່ຖືກໂຍກຍ້າຍ ຫຼີກທາງໃຫ້ໂຄງການ ໂຮງໄຟຟ້າຫົງສາ ກັງວົນໃຈ ບໍ່ມີດິນທຳການກະເສຕ, ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າ ຈະຈັດສັນເນື້ອທີ່ປ່າ ໃຫ້ຊາວບ້ານເຮັດໄຮ່ ຕາມພາຍຫຼັງ ເມື່ອຍ້າຍໄປຢູ່ບ້ານໃໝ່.
2021-10-29
ຣົດຂົນສົ່ງລາວ ຈຳຍອມປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ຕ້ອງໄດ້ປ່ຽນໂຊເຟີ ຢູ່ຫຼັກໝາຍກຳນົດ, ເສັຍຄ່າທຳນຽມ ແລະ ມີຄວາມຊ່ຽງທີ່ຣົດເປ່ເພ ເພາະຜ່ານມາເຫດການນີ້ ໄດ້ສ້າງຜົລກະທົບໃຫ້ຣົດຂົນສົ່ງລາວ ທັງຣົດເພ ແລະທັງຂາດທືນ.
2021-10-28
ເຖິງວ່າກາງການລາວ ຈະມີການກວດຍຶດຢາບ້າ ໄດ້ເປັນໄລຍະໆ ກໍ່ຕາມ ແຕ່ ເມື່ອວັນທີ່ 27 ຕຸລາ ນີ້ ເຈົ້າໜ້າທີ່ຕຳຣວດແຂວງບໍ່ແກ້ວ ສາມາດຈັບຜູ້ກ່ຽວຂ້ອງກັບການຂົນສົ່ງຢາບ້າ ຄັ້ງໃຫຍ່ທີ່ສຸດ ຊຶ່ງສະແດງໃຫ້ເຫັນເຖິງການຜລິດຢາເສບຍັງເປັນບັນຫາໃຫຍ່ໃນສັງຄົມລາວ.
2021-10-28
ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກຫຼາຍໂຄງການ ຫວັງຮຽກຮ້ອງໃຫ້ກອງປະຊຸມ ສມັຍສາມັນ ຂອງສະພາແຫ່ງຊາດ ຊຸດທີ່ 9 ຮັບຄຳຮ້ອງ ແລະແກ້ໄຂບັນຫາ ທີ່ບໍ່ເປັນທັມໃຫ້ເຂົາເຈົ້າ ເປັນຕົ້ນເຣື່ອງທີ່ດິນ ທີ່ຖືກໂຄງການທາງຣົດໄຟ ລາວ-ຈີນ.
2021-10-28
ອອກຫວຍ 3 ຄັ້ງຕໍ່ສັປດາ ມີແຕ່ຈະຍິ່ງເພີ່ມບັນຫາການພະນັນໃຫ້ປະຊາຊົນ ແທນທີ່ຈະແກ້ບັນຫາຫວຍເຖື່ອນໄດ້ ເພາະບັນຫາຫວຍເຖື່ອນບໍ່ໄດ້ຢູ່ກັບຫວຍລາວຢ່າງດຽວ ຍັງມີຫວຍຕ່າງປະເທດ ເຊັ່ນ ຫວຍວຽດ ແລະ ຫວຍໄທຍ.
2021-10-27
ການຈັບຢາບ້າຄັ້ງໃຫຍ່ທີ່ສຸດໃນປະເທດລາວ ນອກຈາກຈະເປັນຜົລງານ ຂອງເຈົ້າໜ້າທີ່ຕຳຣວດແລ້ວ ຍັງສະແດງໃຫ້ເຫັນວ່າ ບັນຫາຢາເສບຕິດໃນລາວ ບໍ່ສາມາດແກ້ໄຂໄດ້ ບໍ່ວ່າຈະເປັນ ຜູ້ເສບ ຫຼືຜູ້ຂາຍ ໂດຍສະເພາະຜູ້ຜລິດລາຍໃຫຍ່.
2021-10-27
ເປັນເວລາຫຼາຍປີແລ້ວ ທີ່ເງິນເດືອນຂອງພະນັກງານຣັຖກອນ ບໍ່ໄດ້ປັບຂຶ້ນ ໃນຂນະທີ່ ສິນຄ້າປະເພດຕ່າງໆ ມີລາຄາແພງຂຶ້ນ ໃນຍຸກການຣະບາດ ຂອງເຊື້ອໂຄວິດ-19, ຣັຖກອນຫຼາຍຄົນຕ້ອງປັບໂຕ ແລະຫວັງໃຫ້ທາງຣັຖບານ ປັບຂຶ້ນເງິນເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບ.
2021-10-25
ຂແນງທ່ອງທ່ຽວຖືວ່າເປັນແຫຼ່ງລາຍໄດ້ ອັນດັບຕົ້ນໆ ຂອງລາວ, ເຖິງຢ່າງໃດກໍຕາມ ເຣິ່ມແຕ່ໂຄວິດ-19 ຣະບາດ ຂແນງການທ່ອງທ່ຽວຖືກກະທົບຢ່າງໜັກໜ່ວງ ເຮັດໃຫ້ເຈົ້າຂອງທຸຣະກິຈທ່ອງທ່ຽວ ຕ້ອງແບກຮັບພາລະ ການຂາດທຶນຮ່ວມທັງຢຸດກິຈການ.