ໂຊເຟີ້ ຣົດຂົນສົ່ງ ຍັງຄົງຕິດຢູ່ດ່ານສາກົລບໍ່ເຕັນ
2021.10.31

ໂຊເຟີ້ຊາວລາວຜູ້ຂັບຣົດ ຂົນສົ່ງສິນຄ້າລາວ-ຈີນ ປະມານ 900 ຄົນທີ່ຍັງຕິດຢູ່ໃນບໍຣິເວນ ດ່ານສາກົລບໍ່ເຕັນໄດ້ປະສົບຄວາມເດືອດຮ້ອນ ເພີ່ມຕື່ມຍ້ອນຂາດລາຍໄດ້ ຈາການຂົນ ສົ່ງສິນຄ້າ. ເນື່ອງຈາກພວກເຂົາເຈົ້າ ບໍ່ສາມາດຂົນສົ່ງສິນຄ້າໄປຈີນ ໄດ້ຕາມປົກກະຕິເປັນເວລາເກືອບ 1 ເດືອນແລ້ວ ແລະ ຫຼາຍຄົນກໍບໍ່ມີເງິນຈ້າງ ພະນັກງານບໍຣິສັດດ່ັງກ່າວ ຕັ້ງແຕ່ 4 ແສນກີບ ຫາ 1 ລ້ານກີບຕໍ່ຖ້ຽວໃຫ້ເປັນຜູ້ຂັບຣົດຂົນສົ່ງສິນຄ້າແທນຈາກສາງຂ່ຽນຖ່າຍສິນຄ້າໄປໜ້າດ່ານສາກົລບໍ່ເຕັນແລະດ່ານສາກົລບໍ່ຫານເບື້ອງຈີນ. ດັ່ງໂຊເຟີ້ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີໃນວັນທີ 29 ຕຸລານີ້ວ່າ:
“ຍັງຄືເກົ່າຍັງປິດດ່ານຮອດວັນທີ 07 ຍັງບໍ່ມີພາກສ່ວນໃດລົງມາແກ້ໄຂມັນກາມີບັນຫາຫຼາຍຢ່າງບາງຄົນເນາະຂະເຈົ້າຣົດຂະເຈົ້າມີໄຟແນ້ນເນາະມາຈອດຄ້າງປ່າຢູ່ນີ້ດົນຫຼາຍຄືວ່າແຫຼະເນາະມັນກໍສົ່ງຜົລກະທົບຕໍ່ການເງິນເຂົາເຈົ້າຫັ້ນແຫຼະ.”
ທ່ານໄດ້ກ່າວຕື່ມວ່າ ເຈົ້າຂອງຣົດຄົນລາວອີກຫຼາຍຄົນ ກໍຢ້ານວ່າຄັນປ່ອຍໃຫ້ ຣົດບັນທຸກຈອດຄາໄວ້ດົນ ກໍອາດຈະກໍໃຫ້ເກີດຄວາມເສັຽຫາຍ ຕໍ່ຣະບົບເຄື່ອງຈັກ ຈົນສົ່ງຜົລໃຫ້ເປ່ເພໄດ້. ໃນຂນະທີ່ຫຼາຍຄົນກໍບໍ່ສາມາດຂັບຣົດ ບັນທຸກກັບບ້ານໄດ້ ໃນຕ່າງແຂວງໄດ້ ຍ້ອນບໍ່ມີເງິນເສັຽຄ່ານໍ້າມັນ ອັນເກີດຈາກການຂາດລາຍໄດ້ ຫຼວງຫຼາຍໃນໄລຍະທີ່ຕິດຄາຢູ່ດ່ານສາກົລບໍ່ເຕັນນີ້.
ນອກຈາກນີ້ ຖ້າໂຊເຟີ້ລາວຜູ້ໃດ ຖືກກວດພົບວ່າຕິດໂຄວິດ-19 ກໍຕ້ອງຖືກນໍາໄປກັກໂຕ ໃນສະຖານີທີ່ີ ທີ່ທາງບໍຣິສັດຈັດຕຽມໄວ້ໃຫ້ ໂດຍຕ້ອງໄດ້ເສັຽຄ່າບ່ອນກັກໂຕ ຈຳນວນ 650,000 ກີບແຕ່ບໍ່ໄດ້ຮັບການປີ່ນປົວທີ່ດີ ແລະບໍ່ມີການແຈກຢາຍອາຫານໃຫ້. ດັ່ງໂຊເຟີ້ອີກທ່ານນຶ່ງໄດ້ກ່າວວ່າ:
“ໃສ່ຂໍ້ຫາຜູ້ນັ້ນ ຜູ້ນີິ້ຕິດເຊື້ອນີ້ແຫຼະ ຕິດເຊື້ອກໍບໍ່ມີການຢຽວຢາ ບາດນີ້ເຂົາເອົາມາແລ້ວບ່ອນກັກໂຕຫັ້ນມັນນ້ອຍ ບາງຄົນກໍເອົາໄປໄວ້ຢູ່ຕູ້ຄອນເທນເນີ້ ແລ້ວບາດນີ້ມັນບໍ່ມີຫຍັງຊິກີນ ຢູ່ຫັ້ນເນາະເຂົາກໍຍ່າງຄືນໄປ ອີຄືນໄປບ່ອນຕູບເຂົານອນນີ້ນ່າ ເຂົາຍ່າງຄືນກໍຕິວ່າໂຊເຟີ້ນີ້ໂຕນໜີອີກ.”
ທ່ານກ່າວຕື່ມວ່າໃນວັນທີ 28 ຕຸລາທີ່ຜ່ານມານີ້ ທາງຄນະສະເພາະກິຈໂຄວິດ-19 ແຂວງຫຼວງນໍ້າທາກໍໄດ້ມາກວດກາ ບັນດາໂຊເຟີ້ທີ່ຕິດໂຄວິດ-19 ທີ່ບໍ່ມີເງິນໄປຢູ່ບ່ອນກັກໂຕ ຂອງບໍຣິສັດ ໄອຊີດີ ແລະ ແອວເອສ ແຕ່ເຈົ້າໜ້າທີ່ບໍ່ທັນໄດ້ແຈກຢາຍຢາປີ່ນປົວໃຫ້ ແຕ່ຢ່າງໃດ ຍ້ອນຢາບໍ່ພຽງພໍ ແລະໃນວັນທີ 29 ຕຸລານີ້ ກໍຍັງບໍ່ເຫັນເຈົ້າໜ້າທີ່ກັບມາ ແຈກຢາຍຢາປີ່ນປົວໃຫ້ເທື່ອແຕ່ໂຊເຟີ ຈຳນວນນຶ່ງຕິດໂຄວິດ-19 ກໍໄດ້ແຍກໂຕເອງອອກໄປ ກັກໂຕຢູ່ບ່ອນປ່ຽວທີ່ຫ່າງໄກ ຈາກໂຊເຟີ້ຄົນອື່ນ ໆ ຈົນກວ່າຈະເຊົາຈາກໂຄວິດ-19.
ສ່ວນໂຊເຟີ້ລາວອີກຄົນນຶ່ງ ໄດ້ກ່າວວ່າລາວເອງ ແລະໂຊເຟີ້ຄົນລາວຫຼາຍຮ້ອຍຄົນຕິດຄາຢູ່ ດ່ານສາກົລບໍ່ເຕັນ ພາກັນບໍ່ມີເງິນຕິດໂຕແລ້ວ ຍ້ອນບໍ່ໄດ້ຄ່າຈ້າງຈາກການຂົນສົ່ງ ສິນຄ້າໄປຈີນແຕ່ໃນຂນະທີ່ຣົດບັນທຸກຂົນສົ່ງເຄື່ອງ ແລະອຸປະກອນຂອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ພັດສາມາດແລ່ນເຂົ້າ-ອອກໄດ້ຕາມປົກກະຕິ ໂດຍບໍ່ມີການກັກໂຕຄົນຂັບຣົດແຕ່ຢ່າງໃດ.
ສາເຫດທີ່ຕ້ອງມີການໃຫ້ໂຊເຟີ້ລາວ ເສັຽເງິນຄ່າຈ້າງພະນັກງານຂອງບໍຣິສັດ ເປັນຜູ້ຂັບຣົດແທນຈາກສາງຂ່ຽນຖ່າຍສິນຄ້າ ໄປຫາໜ້າດ່ານສາກົລບໍ່ເຕັນ ແລະດ່ານສາກົລບໍ່ຫານນັ້ນ ຍ້ອນເຄີຍກວດພົບວ່າໂຊເຟີ້ຈຳນວນນຶ່ງ ຕິດເຊື້ອໂຄວິດ-19 ສະນັ້ນຈຶ່ງມີບໍຣິສັດ ໄອຊີດີ ແລະ ແອວເອສ ຊຶ່ງເປັນບໍຣິສັດຈີນເປັນຜູ້ບໍຣິການ ຂັບຣົດຂົນສົ່ງສິນຄ້າລາວ ຈາກສາງຂ່ຽນຖ່າຍສິນຄ້າ ໄປໜ້າດ່ານສາກົລບໍ່ເຕັນ ແລະດ່ານສາກົລບໍ່ຫານ ເບື້ອງຈີນຕາມມາຕການປ້ອງກັນ ໂຄວິດ-19 ແຕ່ຕ້ອງໃຫ້ເຈົ້າຂອງຣົດ ເປັນຜູ້ເສັຽຄ່າບໍຣິການ, ດັ່ງເຈົ້າໜ້າທີ່ຂອງບໍຣິສັດ ໄອຊີດີ ແລະ ແອວເອສ ກ່າວວ່າ:
“ອັນນີ້ກາບໍ່ຊ່າງວ່ານ່າ ເຂົາຍັງປຶກສາກັນຢູ່ ເຣື່ອງໂຕນີ້ ບໍ່ຢາກໃຫ້ໂຊເຟີລາວນີ້ເຂົ້າໄປໂຊເຟີ້ລາວນີ້ ເອົາໂຄວິດມາຕິດ ກ່ອນແລ້ວຫັ້ນນ່າ ຢາກໃຫ້ຊຸດຂາວຂັບຮອດເດີ່ນແລ້ວ ກໍໃຫ້ຊຸດຂາວຂັບໄປເລີຍຊິນ່າ.”
ສຳລັບການເກັບເງິນ ບ່ອນກັກໂຕແກ່ໂຊເຟີ້ ທີ່ຕິດໂຄວິດ-19 ນັ້ນເຈົ້າໜ້າທີ່ທ່ານນີ້ບໍ່ສາມາດກ່າວເຖິງຣາຍລະອຽດໄດ້ຍ້ອນເປັນວຽກ ແລະນະໂຍບາຍຂອງທາງຄນະຜູ້ບໍຣິຫານ ຂອງບໍຣິສັດ. ປັດຈຸບັນໂຊເຟີ້ຈຳນວນ 900 ຄົນທີ່ຄາຢູ່ດ່ານ ດັ່ງກ່າວ ສ່ວນຜົລການກວດໂຄວິດ-19 ຂອງແຕ່ລະຄົນນັ້ນຈະຮູ້ໃນອີກບໍ່ດົນນີ້. ດັ່ງເຈົ້າໜ້າທີ່ຄນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງຫຼວງນໍ້າທາໄດ້ກ່າວວ່າ:
“ໄກ່ເກັ່ຽແລ້ວ ກໍວັດໂຄວິດໂຊເຟີ້ຣົດຫັ້ນ ມື້ວານນີ້ກາໄປເອົາໂຕຢ່າງເນາະ ແຕ່ເຂົາຍັງບໍ່ຖແລງເທື່ອມັນມີຄົນເຂົາເກັບກຳຂໍ້ມູນຢູ່ຫັ້ນ ປະມານ 900 ປາຍພຸ້ນໃດມັນຍັງອັ່ງອໍກັບບ້ານແລ້ວກໍມີ.”
ທ່ານໄດ້ກ່າວອີກວ່າສຳລັບໂຊເຟີ້ ຣົດທີ່ຕິດໂຄວິດ-19 ແລ້ວກຳລັງກັກໂຕດ້ວຍໂຕເອງຢູ່ນັ້ນ ທາງເຈົ້າໜ້າທີ່ກໍຈະນໍາຢາປີ່ນປົວ ຮວມທັງອາຫານໄປໃຫ້ໃນໝໍ່ໆ ນີ້ແລະຈະຫາແນວທາງຊ່ອຍເຫຼືອ ຕື່ມອີກໃນຂັ້ນຕອນຕໍ່ໄປ.
ກ່ອນໜ້ານີ້ເມື່ອເດືອນ ມິຖຸນາ ຜ່ານມາກໍເຄີຍເກີດເຫດການແນວນີ້ມາແລ້ວ ໂດຍໂຊເຟີ້ີຣົດບັນທຸກຄົນລາວຫຼາຍຮອ້ຍຄັນ ບໍ່ອະນຸຍາດໃຫ້ຂ້າມໄປສົ່ງສິນຄ້າ ຢູ່ຈີນເປັນຕົ້ນແຮ່ຫີນແລະອື່ນໆ ເນື່ອງຈາກບໍ່ຍອມເສັຽຄ່າຈ້າງພະນັກງານ ຂອງບໍຣິສັດດ່ັງກ່າວໃຫ້ຂັບຣົດແທນ ໃນຣາຄາປະມານ 400,000 ຫາ 1,000,000 ກີບຕໍ່ຖ້ຽວ. ໃນຂນະທີ່ໄລຍະທາງຈາກ ສາງຂ່ຽນຖ່າຍສິນຄ້າຂອງບໍຣິສັດ ໄອຊີດີ ແລະ ແອວເອສ ໄປຫາດ່ານສາກົລບໍ່ເຕັນມີພຽງ 2 ກິໂລແມັດເທົ່ານັ້ນ ເຮັດໃຫ້ໂຊເຟີ້ຫຼາຍຄົນບໍ່ຍອມ.
ບໍຣິສັດໄອຊີດີ ແລະ ແອວເອສ ເປັນບໍຣິສັດໃນເຄືອຂ່າຍຂອງບໍຣິສັດລາວ ສາກົລຈຳກັດ ຊຶ່ງໄດ້ມີການເປີດນໍາໃຊ້ສາງຂ່ຽນຖ່າຍສິນຄ້າ ນຳເຂົ້າ-ສົ່ງອອ ພາຍໃນແລະຕ່າງປະເທດ ຢູ່ດ່ານສາກົລບໍ່ເຕັນ ຕັ້ງແຕ່ເດືອນ ມີນາ ປີ 2018 ເພື່ອບໍຣິການອຳນວຍຄວາມສະດວກ ການຂົນສົ່ງສິນຄ້າ ຂ້າມຊາຍແດນ ລາວ-ຈີນ ໂດຍມີອາຍຸສຳປະທານ 28 ປີ.