ອັຕຣາຄົນຫວ່າງງານ ຫຼາຍຂຶ້ນ ເຣີ່ມແຕ່ ໂຄວິດ-19 ຣະບາດ
2021.11.05

ຈາກການຣາຍງານຂອງກະຊວງແຮງງານ ແລະສວັສດີການສັງຄົມ ຕໍ່ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ພົບວ່າ ປັດຈຸບັນມີຜູ້ຫວ່າງງານທັງໝົດ 439,082 ຄົນ. ເບື້ອງຕົ້ນທາງການ ມີພຽງແຕ່ເກັບກຳຂໍ້ມູນ ໂດຍໃຫ້ຂື້ນທະບຽນອອນລາຍນ໌ ທາງເວບໄຊຕ໌ຕ່າງໆ ເພື່ອຈະຊ່ອຍເຫຼືອໃນການຈັດຫາວຽກງານ ໃຫ້ກຸ່ມດັ່ງກ່າວແລະເຖິງແມ່ນວ່າ ທາງການຈະມີສູນຝຶກວິຊາຊິີບ ແຕ່ກໍບໍ່ມີງົບປະມານ ແລະອຸປະກອນພຽງພໍ. ເຈົ້າໜ້າທີ່ແຮງງານໃນ ນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວໃນວັນທີ 5 ພຶສຈິການີ້ວ່າ:
“ຄືເຮົາເກັບແມ່ນແຜນຊ່ອຍເຫຼືອເຂົາຫັ້ນແຫຼະ ແມ່ນເຮົາມີສູນຕັ້ງແຕ່ວ່າ ການຝຶກການຫຍັງນີ້ ເຮົາຈະຕ້ອງໄດ້ເບິ່ງວ່າເຮົາຈະມີງົບປະມານ ຫຼືແຫຼ່ງທືນໃດແດ່ທີ່ຈະຊ່ອຍ ເຂົາເຈົ້າໄດ້ຢູ່ໃນສູນຝຶກຂອງພວກເຮົາກໍຍັງບໍ່ທັນພຽງພໍຈຳກັດທາງດ້ານການສນອງອຸປະ ກອນການຝຶກໃຫ້ເຂົາງົບປະມານຣັຖ ຍັງຖືວ່າຍັງຂາດດຸນດ້ານງົບປະມານທີ່ຈະຊ່ອຍເຫຼືອບໍ່ ທັນໄດ້ມີຄວາມຊັດເຈັນເທື່ອເນາະ ວ່າຈະຊ່ອຍເຂົາຈັ່ງໃດມີງົບປະມານແຫຼ່ງທືນໃດແດທ້ນ່າ.”
ອີງຕາມການຣາຍງານຂອງ ຍານາງ ຄຳໃບ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມຂອງວັນທີ 4 ພຶສຈິກາວ່າ ຈຳນວນ 4 ແສນປາຍຄົນ ທີ່ຫວ່າງງານນັ້ນ ຍ້ອນວ່າຖືກເລີກຈ້າງ ແລະຖືກໂຈະການເຮັດວຽກ. ຕັ້ງແຕ່ປີ 2021 ມາຮອດເດືອນຕຸລາ ທາງການລາວສາມາດຈັດຫາວຽກງານ ໃຫ້ກຸ່ມຄົນຫວ່າງງານ ດັ່ງກ່າວໄດ້ເຮັດ ຈຳນວນ 18,628 ຄົນ ແລະ ຍັງມີຕຳແໜ່ງງານຫວ່າງ ທີ່ຍັງເຫຼືອປະມານ 6,626 ຕໍາແໜ່ງ ທີ່ຈະສາມາດຮັບເອົາ ຄົນງານລາວເຂົ້າເຮັດວຽກໄດ້.
ຢ່າງໃດກໍຕາມ ຄົນວ່າງງານຫຼາຍຄົນ ກໍຕ້ອງການໃຫ້ທາງການລາວ ຫາແນວທາງຊ່ອຍເຫຼືອຢ່າງຮີບດ່ວນຍ້ອນວ່າ ການແຜ່ຣະບາດຂອງໂຄວິດ-19 ກໍຍືດຍາວມາດົນ ຊຶ່ງຫຼາຍຄົນຕ້ອງ ການມີວຽກເຮັດງານທຳເພື່ອຫາລ້ຽງຊີບ ທີ່ຜ່ານມາທາງການບໍ່ໄດ້ມີການຊ່ອຍເຫຼືອ ທົ່ວເຖິງ ຫຼາຍຄົນກໍກັບສູ່ວັງວົນເດີມ ໂດຍຫາຂອງປ່າ ຂອງດົງປະທັງຊີວິດ ແລະເຮັດສວນປູກຜັກກິນ ພໍໄດ້ກິນແຕ່ບໍ່ໄດ້ມີເງິນໃຊ້ຈ່າຍ. ຄົນຫວ່າງງານທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:
“ຫວ່າງມາດົນແລ້ວ ບໍ່ໄດ້ເຮັດວຽກຫຍັງ ກໍຢູ່ເຮືອນປູກຜັກກາດ ເອົາຜັກຢູ່ເຮືອນເອົານັ້ນມາໃສ່ກິນຊື່ໆ ລຳບາກແຮງ ແລະກໍມີລູກໄປຮຽນແດ່ 3-4 ຄົນ ຢາກໃຫ້ຊ່ອຍແບບອັນມີບ່ອນເຮັດວຽກ ຄັນວ່າມີວຽກເຮັດກໍຢາກເຮັດຢູ່.”
ປັດຈຸບັນການເດີນທາງ ຂ້າມແຂວງກໍຍັງບໍ່ສາມາດໄປໄດ້ ແບບສະດວກສະບາຍຍັງມີມາຕການລ໊ອກດາວຕໍ່ເນື່ອງ ແລະການຊອກວຽກເຮັດກໍຍາກຂື້ນ ຊຶ່ງໃນໄລຍະຣະດູເຮັດນາ ຫຼາຍຄົນກໍພໍໄດ້ໄປຮັບຈ້າງດຳນາ ແລະກ່ຽວເຂົ້າໄດ້, ພໍມີເງິນຊື້ອາຫານການກິນ. ດັ່ງຜູ້ຫວ່າງງານທີ່ເຄີຍເຮັດວຽກ ຢູ່ປະເທດໄທຍກ່າວວ່າ:
“ຫວ່າງງານ ຫວ່າງງານ ມັນກໍຫຍຸ້ງຍາກໄປໝົດຫັ້ນລະ ໂຮງງານ ໂຮງຫຍັງເຂົາບໍ່ຮັບ ມັນຕ້ອງຮູ້ຈັກກັບຄົນຢູ່ຂ້າງໃນ ກ່ອນຄ່ອຍຈັ່ງໄປ ໄດ້ກ່ຽວເຂົ້າຈ້າງໄປຊັ້ນລະ ຢູ່ໃຜ ຢູ່ມັນ ຢູ່ຕາດທັງໄຮ່ທັງນາບໍ່ສົນ ວຸ້ນວາຍກັນແດ່ ເຈົ້າມີກິນກໍແລ້ວ ບໍ່ມີກາຊ່າງເຈົ້າເນາະ ຄັນວ່າຈະຊ່ອຍກັນຊອກຫາເຮັດງານທຳຫັ້ນແຫຼະເນາະ.”
ສ່ວນສະຖານະການໂຄວິດ-19 ກໍຍັງມີຜູ້ຕິດເຊື້ອເພີ່ມຂື້ນທຸກມື້ໂດຍໃນວັນທີ 5 ພຶສຈິກາ ທາງການລາວຣາຍງານວ່າມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 959 ຄົນ, ຕິດເຊື້ອໃນຊຸມຊົນ 948 ຄົນ, ຕິດເຊື້ອກໍຣະນີນໍາເຂົ້າ 11 ຄົນ. ນະຄອນຫຼວງວຽງຈັນກໍຍັງສູງກວ່າໝູ່ ຮອງລົງມາຄືແຂວງຫຼວງນໍ້າທາ.
ສາເຫດທີ່ມີຜູ້ຕິດເຊື້ອສູງ 200 ຄົນຕໍ່ມື້ ຍ້ອນປະຊາຊົນໄປມາຫາສູ່ກັນ ແລະປິດບັງທາມລາຍນ໌ ເຮັດໃຫ້ເຊື້ອໂຄວິດ-19 ແຜ່ກະຈາຍຢ່າງໄວວາ. ປັດຈຸບັນທາງການແຂວງຫຼວງນໍ້າທາ ພະຍາຍາມຄວບຄຸມບໍ່ໃຫ້ມີຜູ້ຕິດເຊື້ອຫຼາຍເກີນໄປ ໂດຍໄດ້ຣະດົມໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງນຳໂຕຜູ້ໃກ້ຊິດທັງໝົດ ໄປກັັກໂຕແລະປິດການເດີນທາງ ເຂົ້າ-ອອກ ໃນເທສບານເມືອງ ແລະກໍຍັງບໍ່ໃຫ້ຣົດຂົນສົ່ງສິນຄ້າ ໄປສົ່ງເຄື່ອງໃນເທສບານເຊັ່ນກັນ ນັບແຕ່ວັນທີ 2-9 ພຶສຈິກາ ນີ້ຖ້າຫາກໂຕເລກຫຼຸດກໍສືບຕໍ່ມາຕການຕື່ມ.
ປັດຈຸບັນໂຮງໝໍສນາມ ໃນແຂວງຫຼວງນໍ້າທາ ກໍຍັງມິພຽງພໍຢູ່ ເບື້ອງຕົ້ນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຈຳນວນ 2 ແຫ່ງ ຢູ່ສະໂມສອນຂອງແຂວງຫຼວງນໍ້າທາ ແລະໂຮງຮຽນ ມສ ແຂວງຫຼວງນໍ້າທາ . ເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງຫຼວງນໍ້າທາໄດ້ກ່າວວ່າ:
“ປັດຈຸບັນພວກເຮົາຍັງໃຊ້ຢູ່ 2 ແຫ່ງ ເປັນຫຼັກເນາະຢູ່ໂຮງໝໍພາກ ສນາມຂອງອັນສະໂມສອນແຂວງມັນກໍຈະຮັບໄດ້ປະມານ 100 ກັບໂຮງໝໍພາກສນາມຂອງໂຮງຮຽນ ມສ ແຂວງ ຖືວ່າເຮົາຈະຮັບໄດ້ປະມານຈັ ກປະມານ 500.”
ພ້ອມດຽວກັນນີ້ ຢູ່ນະຄອນຫຼວງວຽງຈັນ ກໍຍັງສາມາດຮອງຮັບ ຄົນຕິດເຊື້ອໂຄວິດ-19 ໄດ້ຢູ່ ເພາະແຕ່ລະມື້ກໍມີຜູ້ຕິດເຊື້ອໂຄວິດ-19 ປິ່ນປົວເຊົາແລ້ວ ແລະກໍຕ້ອງອອກຈາກສູນກັບບ້ານ. ສ່ວນເຈົ້າໜ້າທີ່ ແພດ-ໝໍ ທີ່ປະຈຳການຢູ່ສູນປິ່ນປົວແຕ່ລະແຫ່ງ ກໍບໍ່ໄດ້ພຽງພໍເທົ່າທີ່ຄວນ ແຕ່ກໍມີການປ່ຽນເວນຍາມກັນເປັນແຕ່ລະໄລຍະໄປ. ເຈົ້າໜ້າທີ່ແພດທີ່ຢູ່ສູນປີ່ນປົວໂຄວິດ-19 ແຫ່ງນຶ່ງໃນນະຄອນຫຼວງວຽງຈັນກ່າວວ່າ:
“ດຽວນີ້ກາຢູ່ສູນປີ່ນປົວ ມັນກໍບໍ່ຢາກພຽງພໍຫັ້ນແຫຼະ ຄົນມັນມາມື້ນຶ່ງບໍ່ແມ່ນນອ້ຍ ຂ້ອຍຢູ່ນີ້ນ່າ 21 ມື້ ກໍຕ້ອງໄດ້ປ່ຽນ ໄປກັກໂຕ 14 ມື້.”
ໃນວັນທີ 5 ພືສຈິການີ້ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 45,020 ຄົນ ມີຜູ້ເສັຽຊີວິດສະສົມ 77 ຄົນ, ປິ່ນປົວເຊົາ 38,681 ຄົນ ແລະກຳລັງປິ່ນປົວ 6,262 ຄົນ.