ອັດຕຣາ ຄົນຫວ່າງງານ ເພີ່ມຂຶ້ນເປັນ 2 ເທົ່າ

ຈຳປາທອງ
2022.03.01
ອັດຕຣາ ຄົນຫວ່າງງານ ເພີ່ມຂຶ້ນເປັນ 2 ເທົ່າ ຈົ້າໜ້າທີ່ ທີ່ໃຫ້ບໍຣິການຄວາມປອດພັຍ ຕາມສຳນັກງານ ແລະ ທຸຣະກິຈສະຖານ ນະຄອນຫຼວງວຽງຈັນ ເດືອນຕຸລາ 2021.
RFA

ອີງຕາມການຣາຍງານ ຍານາງ ຄໍາໃບ ຂັດທິຍະ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ກ່າວຕໍ່ກອງປະຊຸມສໄມສາມັນເທື່ອທີ່ 2 ຂອງສະພາແຫ່ງຊາດຊຸດທີ່ 9 ເມື່ອຕົ້ນເດືອນພຶສຈິກາ ປີກາຍວ່າ ໃນປີ 2021 ທີ່ຜ່ານມາ ພົບວ່າ ມີຄົນຫວ່າງງານພາຍໃນປະເທດລາວ ມີຈໍານວນ 496,000 ຄົນ ເທົ່າກັບ 21.8% ຂອງຄົນລາວທີ່ຢູ່ໃນວັຍເຮັດວຽກ ເພີ່ມຂຶ້ນຈາກປີ 2020 ທີ່ມີຄົນຫວ່າງງານ ຈໍານວນ 439,082 ຄົນ ເທົ່າກັບ 9.24% ຂອງຄົນລາວທີ່ຢູ່ໃນວັຍເຮັດວຽກ ໃນຈໍານວນທີ່ເພີ່ມຂຶ້ນນີ້ ແມ່ນຄົນງານລາວ ທີ່ກັບມາຈາກຕ່າງປະເທດ ຈໍານວນ 56,918 ຄົນ ສາເຫດ ທີ່ມີອັດຕຣາຄົນຫວ່າງງານເພີ່ມຂຶ້ນກໍຍ້ອນວ່າ ການຣະບາດຂອງເຊື້ອໂຄວິດ-19 ເຮັດໃຫ້ມີການປິດປະເທດ ຄົນງານລາວຖືກເລີກຈ້າງ ແລະສ່ວນຫຼາຍ ກໍພາກັນຫຼັ່ງໄຫຼກັບມາຈາກຕ່າງປະເທດ.

ດັ່ງເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 1 ມິນາ ນີ້ວ່າ:

“ແມ່ນແລ້ວ ໂຕນີ້ແຫຼະ ທີ່ອັດຕຣາຫວ່າງງານເພີ່ມຂຶ້ນ ຍ້ອນແຮງງານ ຫຼັ່ງໄຫຼກັບຄືນປະເທດ ຊ່ວງນັ້ນປິດປະເທດແດ່ ວຽກບໍ່ມີ ເຂົາຈໍາເປັນຕ້ອງໄດ້ກັບຄືນມາ.”

ທ່ານຍັງກ່າວອີກວ່າ ເບື້ອງຕົ້ນທາງການລາວ ກໍມີແຜນການຈະແກ້ໄຂ ໃຫ້ຄົນຫວ່າງງານຈໍານວນດັ່ງກ່າວ ໄດ້ມີວຽກເຮັດງານທໍາຫຼາຍຂຶ້ນ ໂດຍເບື້ອງຕົ້ນ ໄດ້ມີແຜນການໃນປີ 2022 ນີ້ໄວ້ວ່າ ຈະຈັດຫາວຽກເຮັດງານທໍາໃຫ້ຄົນລາວ ເຂົ້າສູ່ຕລາດແຮງງານພາຍໃນ ແລະຕ່າງປະເທດ ເພື່ອໃຫ້ຫຼຸດລົງເຫຼືອ 19.4% ໃນນັ້ນ ກໍຈະມີການຝຶກອົບຮົມໃຫ້ກັບຄົນງານລາວກ່ອນ ເພື່ອໃຫ້ມີຄວາມຮູ້ດ້ານວິຊາຊີບໂດຍຕຣົງ ແລ້ວສາມາດໄປເຮັດວຽກ ໃນໂຮງຈັກໂຮງງານໄດ້ຢ່າງມີປະສິດທິພາບ ນອກຈາກນີ້ ກໍມີການເຮັດຂໍ້ຕົກລົງ ກັບທາງການໄທຍ ໃຫ້ຄົນງານລາວ ສາມາດເຂົ້າໄປເຮັດວຽກຜ່ານລະບົບ MOU ໄດ້ ແລະປັດຈຸບັນນີ້ ຄົນງານລາວ ສາມາດໄປລົງທະບຽນ ຍື່ນເອກະສານໄດ້ແລ້ວ.

ດັ່ງທ່ານກ່າວຕື່ມວ່າ:

“ເພິ່ນກະມີໃນແຜນ ວ່າຈະປັບ ລຸງຊຸກຍູ້ໃຫ້ເມືອງ ເປັນເຈົ້າການ ໃນການເຮັດວຽກ ພັທນາສີມືແຮງງານ ຊ່ວຍສາມາດບັນລຸໂຕເລຂຄາດໝາຍ ທີ່ສູນກາງມອບໃຫ້ ການຈັດຕັ້ງປະຕິບັດຫັ້ນນ່າ ວິຊາຊີບມີຊ່າງກໍ ມີຕັດຫຍິບ ມີເສີມສວຍ ມີໄຟຟ້າ ມີກົລຈັກ ປະມານນີ້ ຈະເລັ່ງໃຫ້ເຂົ້າໄປຖືກຕ້ອງຕາມກົດໝາຍຫັ້ນນ່າ ໃຫ້ເຂົາໄປໃນລະບົບ MOU ທີ່ວ່າບໍ່ໄປ ແບບລັກໄປຫັ້ນນ່າ.”

ຂະນະທີ່ ຄົນລາວ ທີ່ຫວ່າງງານຜູ້ນຶ່ງ ກ່າວວ່າ ປັດຈະບັນນີ້ ຍັງຢູ່ເຮືອນລ້າໆ ເຮັດໄຮ່ເຮັດນາ ເຮັດສວນຕາມປາສາຊີວິດຄົນບ້ານນອກ ເພາະໄປຫາເຮັດວຽກຢູ່ໃສກໍຫາຍາກ ສ່ວນໃຫຍ່ເຂົາເຈົ້າຈະບໍ່ຮັບຄົນເພີ່ມ ແລະຖ້າຫາກມີຜູ້ຮັບ ກໍເປັນວຽກທີ່ໜັກ ແລະໄດ້ເງິນເດືອນໜ້ອຍເກີນໄປ ຕ່າງຈາກປະເທດໄທຍ ທີ່ໄດ້ເງິນເດືອນຫຼາຍກວ່າ.

ດັ່ງນາງກ່າວວ່າ:

“ກັບມາຢູ່ບ້ານ ກະກັບຄືນມາເຮັດໄຮ່ເຮັດນາ ໄປຫາແຖວບ້ານມັນບໍ່ມີດອກ ຄັນບໍ່ໄປແຖວວຽງ ແຖວຫຍັງພຸ້ນແຫຼະ ວຽກມັນຫາຍາກ ເຂົາມີຄົນເຂົາກະບໍ່ຮັບ ຖ້າເຂົາບໍ່ມີຄົນ ເຂົາກໍຮັບ ໄລ່ເປັນເງິນກີບເຮົາ ຢູ່ລາວມັນໄດ້ເດືອນລະລ້ານ ຢູ່ໄທຍໄດ້ເດືອນນຶ່ງ 3 ລ້ານພຸ້ນ.”

ຄົນລາວອີກຜູ້ນຶ່ງ ກໍເວົ້າວ່າ ປັດຈຸບັນນີ້ ຢູ່ໃນລາວ ຊອກຫາວຽກເຮັດຫຍັງກໍຍາກ ຮວມເຖິງເສຖກິຈກໍບໍ່ດີ ຫຼາຍໂຮງຈັກໂຮງງານ ສ່ວນໃຫຍ່ເຂົາເຈົ້າ ບໍ່ຮັບຄົນງານໃໝ່ ເພາະຄົນເກົ່າກໍມີຫຼາຍຢູ່ແລ້ວ.

“ກະຢູ່ບ້ານເຮົາ ມັນກະບໍ່ມີວຽກມີງານຈັ່ງນີ້ແລ້ວ ຢູ່ບ້ານນອກບ້ານນາ ມັນກະເສຖກິຈ ມັນກະບໍ່ມີປານໃນ ເຂົາເຈົ້າກະບໍ່ຄ່ອຍຮັບ ເພາະຄົນເກົ່າຂະເຈົ້າກະມີຫຼາຍ.”

ກ່ຽວກັບເຣື່ອງນີ້ ທາງວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມໄປຍັງ ໂຮງງານຕັດຫຍິບແຫ່ງນຶ່ງ ກ່ຽວກັບສາເຫດທີ່ຍັງບໍ່ຮັບຄົນງານເຂົ້າມາເຮັດວຽກໃນໂຮງງານ ເຈົ້າໜ້າທີ່ໂຮງງານຕັດຫຍິບແຫ່ງນຶ່ງ ກ່າວວ່າ ກໍຍ້ອນວ່າທາງໂຮງງານ ບໍ່ຄ່ອຍມີວຽກເຂົ້າມາຫຼາຍ ແລະເສຖກິຈກໍຍັງບໍ່ຄ່ອຍດີນໍາດ້ວຍ ຖ້າຫາກຈະຮັບພະນັກງານເຂົ້າມາເຮັດວຽກໃນໂຮງງານ ກໍຈະຮັບແຕ່ຜູ້ເກົ່າເທົ່ານັ້ນ ແລະຈະຮັບໃນຈໍານວນຈໍາກັດ.

ດັ່ງທ່ານກ່າວວ່າ:

“ຍັງບໍ່ທັນໄດ້ຮັບສມັກເທື່ອເດີ້ ເພາະວ່າ ຍັງບໍ່ທັນໄດ້ມີວຽກຫຼາຍເທື່ອນ່າ ເຮົາຮັບແຕ່ຄົນເກົ່າເຮົາຫັ້ນນ່າ ຜູ້ທີ່ວ່າ ສັກວັກຊິນອິຫຍັງຄົບໝົດແລ້ວ ທີ່ວ່າເຄີຍເຮັດວຽກນໍາເຮົາແລ້ວຫັ້ນນ່າ ບໍ່ໄດ້ຮັບເອົາຜູ້ອື່ນເທື່ອ ຖ້າມັນເລີ່ມດີອີກ ເລີ່ມໂຮງຮຽນເປີດອິຫຍັງ ເຮົາກະຊິຮັບສມັກເພີ່ມ.”

ເຈົ້າໜ້າທີ່ ໂຮງງານຕັດຫຍິບອີກແຫ່ງນຶ່ງກໍກ່າວວ່າ ປັດຈຸບັນນີ້ ກໍຮັບພະນັກງານໃໝ່ຢູ່ ແຕ່ຮັບຈໍານວນຈໍາກັດ ໂດຍຈະຮັບແຕ່ຜູ້ທີ່ມີປະສົບການ ສາມາດຕັດຫຍິບໄດ້ເທົ່ານັ້ນ.

“ຍັງເທື່ອເຈົ້າ ເຂົາເຈົ້າຈະຮັບແຕ່ພະນັກງານ ທີ່ເຂົາເຈົ້າຫຍິບເປັນ ຮັບແຕ່ແບບວ່າ ຄົນທີ່ມີປະສົບການໃນການຫຍິບ.”

ຢ່າງໃດກໍຕາມ ເປົ້າໝາຍຂອງຣັຖບານລາວ ເຣື່ອງການພັທນາສີມືແຮງງານ ກໍຍັງບໍ່ໄດ້ເລີ່ມປະຕິບັດເທື່ອ ຍັງຢູ່ລະຫວ່າງການສຶກສາຄົ້ນຄວ້າກັນຢູ່ ສ່ວນການຊຸກຍູ້ໃຫ້ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຜ່ານ MOU ນັ້ນ ກໍຍັງມີຄວາມຫຍຸ້ງຍາກໃນຫຼາຍຂັ້ນຕອນ ແລະຄົນງານລາວ ກໍຍັງບໍ່ສາມາດເຂົ້າໄປເຮັດວຽກໃນໄທຍໄດ້ເທື່ອ ເຮັດໃຫ້ເກີດມີການລັກລອບເຂົ້າໄປເຮັດວຽກໃນໄທຍແບບຜິດກົດໝາຍເພີ່ມຂຶ້ນຕໍ່ເນື່ອງ.

ນອກຈາກນີ້ແລ້ວ ເຈົ້າໜ້າທີ່ແຮງງານແລະສວັດດີການສັງຄົມ ໃນຫຼາຍເມືອງ ຫຼາຍແຂວງ ກໍເຄີຍເວົ້າເປັນສຽງດຽວກັນວ່າ ການແກ້ໄຂບັນຫາໃຫ້ຜູ້ຫວ່າງງານ ມີວຽກເຮັດງານທໍາເພີ່ມຂຶ້ນນັ້ນ ຖ້າຫາກບໍ່ມີງົບປະມານພຽງພໍ ກໍເປັນເຣື່ອງທີ່ຫຍຸ້ງຍາກຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.