ຍຶດຢາບ້າຄັ້ງໃຫຍ່ທີ່ສຸດໃນ ແຂວງບໍ່ແກ້ວ

ຈຳປາທອງ
2021.10.27
ຍຶດຢາບ້າຄັ້ງໃຫຍ່ທີ່ສຸດໃນ ແຂວງບໍ່ແກ້ວ ຍຶດຢາບ້າ ຄັ້ງວັນທີ່ 27 ເດືອນ ຕຸລາ ປີ 2021 ນີ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຮູບພາບ: ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວ ກວດ-ຍຶດຢາເສບຕິດໃນມື້ວັນທີ 27 ຕຸລາ 2021 ໄດ້ເປັນຈໍານວນຫລາຍຄື ຢາບ້າ 55,665,000 ເມັດ, ຢາໄອ໋ 1,537 ກິໂລ, ຈັບຜູ້ຕ້ອງຫາໄດ້ 2 ຄົນ ແລະຍຶດຣົດບັນທຸກ 12 ລໍ້ໄດ້ 1 ຄັນ, ອີງຕາມຣາຍງານຂອງວາຣະສານ ປ້ອງກັນຄວາມສະຫງົບ ວັນທີ 27 ຕຸລານີ້. ກ່ອນໜ້ານັ້ນ ໃນມື້ວັນທີ 25 ຕຸລານີ້ ເຈົ້າໜ້າທີ່ກອງບັນຊາການຕໍາຣວດປ້ອງກັນຄວາມສະຫງົບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກວດຍຶດຢາບ້າໄດ້ 6 ລ້ານເມັດ ທີ່ຖືກເຊື່ອງໄວ້ໃນຣົດບັນທຸກ 2 ຄັນຢູ່ຣະຫວ່າງບ້ານໃຫຍ່ສີເມືອງງາມ ແລະບ້ານດອນທາດ ແລະມື້ວັນທີ 20 ຕຸລາ 2021 ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງບໍ່ແກ້ວ ກໍຍຶດຢາບ້າໄດ້ 10 ລ້ານເມັດ ທີ່ຖືກເຊື່ອງໄວ້ໃນຣົດບັນທຸກຂົນສົ່ງເບັຍລາວ. ຈາກການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ຄົນຂັບຣົດທີ່ເປັນຜູ້ຕ້ອງຫາ ບອກໃຫ້ເຈົ້າໜ້າທີ່ຮູ້ວ່າ ຕົນເປັນພຽງພະນັກງານຂັບຣົດຂົນສົ່ງເບັຍລາວ, ເຖົ້າແກ່ໄດ້ສັ່ງໃຫ້ຕົນຂັບຣົດຈາກແຂວງບໍ່ແກ້ວ ໄປສົ່ງເຄື່ອງທີ່ນະຄອນຫລວງວຽງຈັນ ໂດຍທີ່ຕົນບໍ່ຮູ້ວ່າ ມີຢາບ້າ 10 ລ້ານເມັດ ຖືກເຊື່ອງໄວ້ຢູ່ໃນຣົດນັ້ນ. ຂະນະນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍາລັງສອບສວນຄົນຂັບ ຣົດນັ້ນຕື່ມ ເພື່ອຫາຂໍ້ມູນ ນໍາໄປສູ່ການຈັບກຸມເຈົ້າຂອງຢາບ້ານັ້ນຢູ່. ເວົ້າສະເພາະ ກໍຣະນີວັນທີ 25 ຕຸລານີ້ ທີ່ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສະຫງົບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກວດຍຶດຢາບ້າໄດ້ 6 ລ້ານເມັດ ແຕ່ຄົນຂັບຣົດຫລົບໜີໄປໄດ້ນັ້ນ ຂະນະນີ້ທາງຕໍາຣວດກໍາລັງຕິດຕາມຈັບຕົວຢູ່ ດັ່ງເຈົ້າໜ້າທີ່ຕໍາ ຣວດປ້ອງກັນຄວາມສະ ຫງົບເມືອງຕົ້ນເຜິ້ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 27 ຕຸລານີ້ວ່າ:

ດຽວນີ້ເປົ້າໝາຍ ຍັງເອົາໂຕຫລົບໜີຢູ່ ບໍ່ສາມາດກັກໂຕລາວໄດ້. ລາວຫລົບໜີໃຫ້ຢູ່ຈຸ ສືບສວນຂະເຈົ້າຊອກນໍາຫາຢູ່ ເປັນມົ້ງເປັນລາວສູງນ່າ.

ກ່ຽວກັບຂ່າວການລັກລອບ ຂົນສົ່ງຢາເສບຕິດຢູ່ແຂວງບໍ່ແກ້ວທີ່ເຈົ້າໜ້າທີ່ແຂວງບໍ່ແກ້ວ ຍຶດຣົດບັນທຸກທີ່ໃຊ້ຂົນສົ່ງຢາເສບຕິດຜິດກົດໝາຍ ໂດຍໃຊ້ລັງເປົ່າທີ່ມີໂລໂກ້ ຜລິດຕະພັນເບັຍລາວ ເປັນສິ່ງປົກປິດນັ້ນ ທາງບໍຣິສັດເບັຍລາວຈໍາກັດ ກໍໄດ້ອອກບົດຖແລງຂ່າວໃນມື້ວັນທີ 27 ຕຸລານີ້ວ່າ ບໍຣິສັດເບັຍລາວຈໍາກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບກໍຣະນີການລັກລອບຂົນສົ່ງຢາເສບຕິດ ທີ່ເກີດຂື້ນຢູ່ແຂວງບໍ່ແກ້ວນັ້ນແຕ່ຢ່າງໃດ. ກ່ຽວກັບເຣື່ຶອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງເວົ້າວ່າ ໃນເບື້ອງຕົ້ນ ຍັງບໍ່ຮູ້ຄັກແນ່ວ່າ ກຸ່ມຄົນຮ້າຍນັ້ນ ມີນໍາກັນຈັກຄົນ, ພວກເຂົາໄດ້ຫລົບໜີໄປ ທາງເບື້ອງຊາຍແດນ ລະຫວ່າງເມືອງຕົ້ນເຜິ້ງ ແລະປະເທດພະມ້າ ຊຶ່ງຄາດວ່າ ຈະຫລົບໜີເຂົ້າໄປປະເທດພະມ້າ. ແຕ່ກໍໄດ້ສັ່ງໃຫ້ເຈົ້າໜ້າທີ່ທີ່ຢູ່ເຂດນັ້ນ ຕັ້ງດ່ານສະກັດກວດກາຢ່າງເຂັ້ມງວດແລ້ວ. ສ່ວນຢາບ້າທີ່ຍຶດໄດ້ກໍເອົາເປັນຂອງກາງ ໂດຍມອບໃຫ້ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະຕໍາຣວດ ປກສ ເມືອງຕົ້ນເຜິ້ງ ກໍໄດ້ແຈ້ງໄປຍັງອໍານາດການປົກຄອງບ້ານຕ່າງໆ ເພື່ອໃຫ້ຊ່ອຍກວດກາ ແລະເປັນຫູເປັນຕາຕິດຕາມຊ່ອຍ, ຫາກພົບເຫັນບຸກຄົນຕ້ອງສົງສັຍ ທີ່ຄາດວ່າເປັນຄົນຮ້າຍນັ້ນ ກໍໃຫ້ແຈ້ງເຈົ້າໜ້າທີ່ ປກສ ຊາບທັນທີ, ຂະນະນີ້ເຈົ້າໜ້າທີ່ກໍາລັງຕິດຕາມຢູ່ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ບ້ານທ່ານນຶ່ງຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:

ເຈົ້າໜ້າທີ່ເຂົາກະຍັງຕິດຕາມຢູ່ ເຈົ້າຂອງຫລົບໜີໄດ້ຫັ້ນນະ ກະເປັນຣາຍໃຫຍ່ສຸດຄັ້ງແລກເລີຍ ໃນເມືອງຕົ້ນເຜິ້ງພວກເຮົາ ຜ່ານມາກະເກີດຢູ່ບ້ານອື່ນແຂວງອື່ນ ເລັດລອດໄປທາງໃຕ້ພຸ້ນກະສິ ຣະບາດແຮງແຫລະ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວເມືອງຕົ້ນເຜິ້ງທ່ານນຶື່ງເວົ້າວ່າ ຕົນກໍຫາຮູ້ຂ່າວນີ້ ເຖິງແມ່ນເຫດ ການນັ້ນເກີດຂຶ້ນຢູ່ບໍ່ຫ່າງຈາກບ້ານຂອງຕົນພໍເທົ່າໃດ ແຕ່ກໍເຊື່ອວ່າ ເຈົ້າໜ້າທີ່ຕໍາຣວດ ຈະສາມາດຕິດຕາມຈັບຄົນຮ້າຍນັ້ນໄດ້ ຍ້ອນຮູ້ຂໍ້ມູນເປົ້າໝາຍຢູ່ແລ້ວ:

ໂອ໋ ເຫັນຫັ້ນຊື່ໆ ແຕ່ບໍ່ຮູ້ ແຕ່ເພິ່ນກະກໍາລັງຕິດຕາມຢູ່ ກະຮູ້ເປົ້າໝາຍຢູ່ແລ້ວ ອັນນີ້ໆປົກກະຕິນີ້ມັນບໍ່ວ່າປະ ເທດໃດ ກະຜິດກົດໝາຍໄປຊັ້ນແຫລະ.

ຢູ່ແຂວງຫລວງພຣະບາງ ຊາວບ້ານທ່ານນຶ່ງທີ່ຮູ້ຂ່າວນັ້ນ ທາງສື່ສັງຄົມອອນລາຍ ກໍດີໃຈແລະສັນລະເສີນເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ທີ່ຍຶດຢາບ້າໄດ້ຫລາຍ ຈາກຂະບວນການຄ້າຢາເສບຕິດລາຍໃຫຍ່ໄດ້ ແລະກໍຢາກໃຫ້ຕິດຕາມຈັບຄົນຮ້າຍ ທີ່ຍັງຫລົບໜີຢູ່ໃຫ້ໄດ້:

ກໍດີອົກດີໃຈ ເພາະວ່າໄດ້ປາບແກ້ງໃຫຍ່ນີ້ນ່າເນາະ ຊົເຊີຍຫັ້ນເນາະເພາະວ່າເພິ່ນເຮັດໄດ້ ກໍວ່າຢາກໃຫ້ປາບໄປຕລອດຫັ້ນແຫລະເນາະ ຄືສິເຄືອຄ່າຍໃຫຍ່ຢູ່ລະຕີ໋ ຜູ້ລະຄັນເດ໋ ຣົດຫັ້ນເນາະ.

ຢາບ້າ 6​ ລ້ານເມັດ ທີ່ຕໍາຣວດຍຶດໄດ້ໃນເທື່ອນີ້ ແມ່ນເວລາປະມານບ່າຍ 2:00 ໂມງ ຂອງມື້ວັນທີ 25 ຕຸລາ 2021 ຍ້ອນເຈົ້າໜ້າທີ່ຕໍາຣວດ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບຂໍ້ມູນຈາກປະຊາຊົນວ່າ ຈະມີການຂົນສົ່ງຢາເສບຕິດ ຈາກເມືອງຕົ້ນເຜິ້ງ ໄປຫາເມືອງຫ້ວຍຊາຍ. ດັ່ງນັ້ນ ຈຶ່ງໄດ້ຕັ້ງດ່ານສະກັດຢູ່ບໍຣິເວນທາງໂຄ້ງ ເຂົ້າໂຄງການກໍ່ສ້າງສນາມບິນ ໃນເຂດບ້ານໃຫຍ່ສີເມືອງງາມ. ເມື່ອມີຣົດໃຫຍ່ 2 ຄັນແລ່ນອອກຈາກທາງເວັ້ນສນາມບິນ ທາງເຈົ້າໜ້າທີ່ ກໍໄດ້ບອກໃຫ້ຣົດຢຸດ ເພື່ອຂໍກວດຄົ້ນ, ແຕ່ຄົນຂັບຣົດພະຍາຍາມຂັບຣົດໜີແລະແລ່ນຫລົບເຂົ້າໄປໃນປ່າ, ປະຖິ້ມຣົດ 2​ ຄັນ ແລະຢາບ້າຄັນລະ 3 ລ້ານເມັດ ຮວມທັງໝົດ 6 ລ້ານເມັດ ແລະໃນລະຫວ່າງມື້ວັນທີ 27 ຫາວັນທີ 31 ສິງຫາ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການຕໍາຣວດປ້ອງກັນຄວາມສະຫງົບ ແຂວງຫລວງ ພຣະບາງ ໄດ້ຈັບກຸ່ມຄ້າຢາເສບຕິດຣາຍໃຫຍ່ຂອງແຂວງພາກເໜືອ 3 ຄົນ ພ້ອມກັບຍຶດຂອງກາງ-ຢາບ້າ ປະມານ 3 ລ້ານເມັດ ຊຶ່ງຂະນະນີ້ ກໍາລັງດໍາເນີນຄະດີ ກັບຜູ້ຕ້ອງຫາ ແລະຕິດຕາມຫາຂະບວນການຄ້າຢາເສບຕິດ ທີ່ຍັງຫລົບໜີນັ້ນຢູ່. ບັນຫາການຣະບາດຂອງຢາເສບຕິດໃນລາວຍັງມີຫລາຍຢູ່ ເຖິງແມ່ນວ່າໃນກອງປະຊຸມສມັຍວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ຂອງ ສປປລາວ ເມື່ອເດືອນສິງຫາທີ່ຜ່ານມາ ຣັຖບານລາວ ຖືເອົາບັນຫາຢາເສບຕິດ ເປັນວາຣະແຫ່ງຊາດ ທີ່ຈະຕ້ອງໄດ້ຮັບການແກ້ໄຂກໍຕາມ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.