ນັກຄ້າຢາເສບຕິດຣາຍໃຫຍ່ ຍັງບໍ່ຖືກສົ່ງຂຶ້ນສານ
2021.10.30

ນັກວິຊາການ ແລະ ເຈົ້າໜ້າທີ່ຢູ່ລາວ ໃຫ້ທັດສະນະວ່າ ນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ເປັນຕົ້ນ ສີສຸກ ດາວເຮືອງ ຖືກຈັບມາໄດ້ຫຼາຍປີແລ້ວ ແຕ່ສານຍັງບໍ່ທັນມີການຕັດສິນ (ພິພາກສາ). ສາເຫດທີ່ບໍ່ມີການຕັດສິນ ກໍຄື ນັກຄ້າຢາເສບຕິດ ຣາຍໃຫຍ່ລະດັບ ສີສຸກ ດາວເຮືອງ ມີເງິນແລະເຈົ້າໜ້າທີ່ລາວຈັບ ທ້າວ ສີສຸກ ດາວເຮືອງ ຍ້ອນວ່າ ຖືກປະເທດເພື່ອນບ້ານ ແລະຕຳຣວດສາກົນກົດດັນ, ສະນັ້ນ ເຈົ້າໜ້າທີ່ລາວ ຈຳເປັນຕ້ອງໄດ້ຈັບ. ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ຕຳຣວດລະດັບສູງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ການຫລິ້ນລະຄອນ ໃນເວລາທີ່ຂ່າວຮ້ອນ ເຈົ້າໜ້າທີ່ກໍຈັບ ສີສຸກ ດາວເຮືອງ ພໍໃຫ້ມັນຄື ຈັບພໍມັນຄື ເພາະວ່າ ຖືກປະເທດເພື່ອນບ້ານ ບັງຄັບໃຫ້ຈັບ ຕຳຣວດສາກົນ ເປັນຜູ້ກົດດັນ ເຮົາກໍຮູ້ວ່າ ຕຳຣວດລາວຊິມີຄວາມສາມາດ ມາຈັບຕົວຄົນເຫລົ່ານັ້ນ ໂດຍສະເພາະ ຄົນລະດັບ ສີສຸກ ດາວເຮືອງ ແລະໄຊຊະນະ ແກ້ວພິມພາ.”
ການຕັດສິນຄະດີໃຫຍ່ ຕຸລາການ ບໍ່ມີຄວາມເປັນອິສຣະ ທີ່ຈະສາມາດຕັດສິນໄດ້ຕາມຂະບວນການ ຍຸຕິທັມ, ແຕ່ ຕ້ອງມີຄຳສັ່ງຈາກພັກ. ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ຕຳຣວດ ລະດັບສູງ ກ່າວຕື່ມອີກວ່າ:
“ໃນເວລາຈັບແລ້ວ ຂະບວນການຍຸຕິທັມ ຕ້ອງຂຶ້ນກັບທາງການລາວ ແລະອົງການຕຸລາການທີ່ຈະຕັດສິນ ພັດບໍ່ມີຄວາມເປັນອິສຣະ ແຕ່ຂຶ້ນກັບພັກ ຊຶ່ງການຕັດສິນຕ້ອງແມ່ນພັກ ເປັນຄົນສັ່ງຈຶ່ງໄດ້.”
ການຕັດສິນຄະດີຂອງ ສີສຸກ ດາວເຮືອງ ມີຄວາມຊັກຊ້າ ຍ້ອນວ່າ ເຈົາໜ້າທີ່ຈົງໃຈທີ່ຈະເຮັດໃຫ້ຄະດີ ຊັກຊ້າແລະ ມີການຊື້ເວລາໄປເລື້ອໆ. ອະດີດເຈົ້າໜ້າທີ່ ທະຫານທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ກໍລະນີຂອງສີສຸກ ດາວເຮືອງ ຊຶ່ງເປັນບຸກຄົນທີ່ມີເງິນ ແລ້ວເຈົ້າໜ້າທີ່ບາງຄົນກໍໄດ້ເງິນນຳ ສະນັ້ນ ເຂົາຈຶ່ງເຮັດໃຫ້ຂະບວນການຊັກຊ້າ ໄປເລື້ອຍໆ ໂດຍບໍ່ມີການຕັດສິນ.”
ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຕຳຣວດຈັບ ໃນວັນທີ 1 ເມສາ 2017 ຢູ່ແຂວງຫຼວງພຣະບາງ ຊຶ່ງເປັນຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ຂອງລາວອີກຄົນນຶ່ງ.
ເຖິງວ່າ ປັດຈຸບັນ ການຈັບຢາເສບຕິດຈະງຽບ ຍ້ອນວ່າ ເປັນໄລຍະເຜົ້າລະວັງ ການລະບາດຂອງໂຄວິດ-19, ແຕ່ກໍຍັງປະກົດມີຂ່າວການຈັບກຸມຢູ່. ປະຊາຊົນຜູ້ທີ່ຮູ້ເຫດການ ຄົນນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ດຽວນີ້ມັນກໍງຽບຢູ່ໄດ໋ ກະໍແຕ່ວ່າ ມີແຕ່ໄທແຄມຂອງພຸ້ນໄດ໋ເອົາຂ້າມ ຂະເຈົ້າລັກລອບເອົາຂ້າມຢູ່ຫາກແຕ່ວ່າ ຂ້າມມັນກະບໍ່ອັນນັ້ນ ມີແຕ່ໄທແຄມຂອງພຸ້ນເອົາຂ້າມ ຊຸມຖືກຈັບວ່າງກີ້ນີ້ ກະຊຸມໜ້າໃໝ່.”
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
“ຊຸມນີ້ ແມ່ນຊຸມໃໝ່ ບໍ່ແມ່ນຊຸມເກົ່ານະ ເຂົາເຈົ້າລັກເອົາຂ້າມເລື້ອຍຢູ່ ຫາກແຕ່ວ່າ ເທື່ອນີ້ ມັນບໍ່ຜ່ານເດ້ ມັນໃຫຍ່ນະ ຊຸມນີ້ໜ້າໃໝ່ ບໍ່ແມ່ນຊຸມເກົ່າທີ່ເຄີຍເຮັດຜ່ານມາ.”
ການດຳເນີນຄະດີ ຢາເສບຕິດຢູ່ປະເທດລາວ ສ່ວນຫຼາຍແມ່ນຜູ້ຄ້າລາຍນ້ອຍ ສ່ວນວ່າ ຜູ້ຄ້າຣາຍໃຫຍ່ກໍຕັດສິນພຽງແຕ່ເປັນຮູບການເທົ່ານັ້ນ ແລະບໍ່ມີການຢຶດຊັບສິນ ຂອງພວກຄ້າຢາ. ນັກວິຊາການລາວ ທ່ານ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ລາວບໍ່ເຊື່ອວ່າ ເຈົ້າໜ້າທີ່ຈະດຳເນີນຕາມກົດໝາຍຢ່າງຈິງຈັງ ກັບຜູ້ຄ້າຢາເສບຕິດຣາຍໃຫຍ່:
“ກະໄດ້ຍິນປະຊາຊົນເວົ້າ ຄືເກົ່າຫັ້ນແຫລະ ຄືເກົ່າກະຄືທີ່ຜ່ານມາຫັ້ນແຫລະ ເວົ້າລະກະແລ້ວໄປ ເວົ້າຈິງຈັງຂຶງຂັງແນວນັ້ນແນວນີ້ ເຮັດພໍຄືຄື ກະແລ້ວໄປຫັ້ນນ່າ ເຂົາຈັ່ງວ່າຄືເກົ່າຫັ້ນແຫລະ.”
ທ່ານ ກ່າວຕື່ມອີກວ່າ:
“ຄື ທ່ານ ວິໄລ ຫລ້າຄຳຟອງ ເຮັດວ່າງກີ້ນີ້ ກະຊີໄດ້ມາຈາກ 2 ມາ ເປັນ 3 ຫລື 4 ຄະແນນເຕັມ 10 ທໍ່ນັ້ນ ກ່ອນໜ້ານັ້ນ ບໍ່ໄດ້ຮອດ 1 ໄດ໋ ພຽງ 2014 ລົງໄປ ຄະແນກບໍ່ຮອດ 1 ໄດ໋ ເຕັມ 10.”
ໃນວັນທີ 12 ພືສພາ 2021, ສຳນັກງານາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ເລກທີ 498/ຫສນຍ ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍ ຊີ້ນຳຂອງກົມການເມືອງ ສູນກາງພັກ ຮ່ວມກັບ ຄະນະເລຂາທິການ ສູນກາງພັກ ກ່ຽວກັບແຜນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ. ເນື້ອໃນແຈ້ງການ ໄດ້ລະບຸຕອນນຶ່ງວ່າ ຖ້າເຈົ້າໜ້າທີ່ ຫາກກະທຳຜິດ (ເຂົ້າໄປພົວພັນຢາເສບຕິດ) ໃຫ້ມີໂທດໜັກກວ່າປະຊາຊົນ. ທີ່ຜ່ານມາ ມີເຈົ້າໜ້າມີ່ຕຳຣວດ ແລະທະຫານຈຳນວນນຶ່ງ ເຂົ້າໄປພົວພັນກັບຢາເສບຕິດ. ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສະງົບ ໄດ້ກ່າວຢູ່ໃນກອງປະຊຸມ ຂອງກະຊວງປ້ອງກັນຄວາມສະງົບທີ່ຜ່ານມາ ຕອນນຶ່ງວ່າ:
“ອັນຢູ່ນິ ສັງຄົມເຂົາເຈົ້າກະສ່ອງແສງມາ ເປັນຫຍັງມັນມີຫວ້ານ ມີຢາຫຼາຍແທ້ ເຮົາວ່າຕຳຫລວດທະຫານນີ້ເຂົ້າຮ່ວມ ຫຼາຍເຕີບໄດ໋ ຮອດຫົວໜ້າພຸ້ນແຫລະລົງໄປ.”
ທ່ານ ຍັງກ່າວຕື່ມອີກວ່າ:
“ບາດນີ້ສັງຄົມກະເວົ້າ ສະພາກໍເວົ້າ ມັນບໍ່ແມ່ນຄືໂຕແມງມີ່ແມງວັນ ມັນເປັນທໍ່ໃດໂຕນ ຂ້າມສົ່ງໄປໄດ້ ມັນຍ້ອນຫຍັງຂອງຕຳຣວດອຳນວຍຄວາມສະດວກ ທະຫານພາກັນໄປເຮັດເຂົາວ່ານະ.”
ທີ່ຜ່ານມາເຈົ້າໜ້າທີ່ຕຳຣວດຈັບຢາເສບຕິດໄດ້ຄື:
- ວັນທີ 11 ພືສພາ 2021, ເຈົ້າໜ້າທີ່ໄທຍ ຈັບພວກຄ້າຢາເສບຕິດ ຄືຄົນລາວ 3 ຄົນ ພ້ອມຂອງກາງຢາມ້າປະມານ 6 ລ້ານເມັດ, ທີ່ລັກຂົນ ເຂົ້າມາຢູ່ແຄມແມ່ນໍ້າຂອງ ໝູ່ 2, ກຸ່ມໂພນສາ ເມືອງທ່າບໍ່ ແຂວງໜອງຄາຍ ຊຶ່ງຢາບ້າດັ່ງກ່າວຂ້າມມາແຕ່ຝັ່ງລາວ.
- ໃນວັນທີ 1 ມີນາ, ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສະງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ຈໍານວນ 6 ລ້ານເມັດ ຢູໃນເຮືອກາບ ທີ່ຈອດໄວ້ຢູ່ແຄມແມ່ນໍ້າຂອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
- ເມື່ອວັນທີ 28 ກຸມພາ 2021, ເຈົ້າໜ້າທີ່ໄທຍ ຢູ່ແຂວງນະຄອນພະນົມ ປະເທດໄທຍ ກວດຍຶດ ກັນຊາອັດແທ່ງໄດ້ 900 ກິໂລກຣາມ ພ້ອມເຮືອ 1 ລຳ ຊຶ່ງຂ້າມມາແຕ່ຝັ່ງລາວ.
- ໃນວັນທີ 25 ກຸມພາ 2021, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສພຕິດ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ໄດ້ຣາຍງານວ່າ ເຈົ້າໜ້າທີ່ໄດ້ຈັບຢາເສດຕິດ ຣາຍໃຫຍ່ ເປັນ ເຮໂຣອິນ (Heroin) 600 ແທ່ງ ຫຼືປະມານ 600 ກິໂລ, ຢາບ້າ 4,000 ເມັດ ແລະ ກັກໂຕຜູ້ ຕ້ອງຫາໄດ້ 4 ຄົນ, ຢູ່ບ້ານໂພນເມືອງນ້ອຍ, ເມືອງຄໍາເກີດ.
- ວັນທີ 15 ມົກກະຣາ 2021, ກອງບັນຊາການຕຳຣວດປ້ອງກັນຄວາມສະງົບ ເມືອງຕົ້ນເຜິ້ງ ສົມທົບກັບ ກຳລັງປ້ອງກັນຄວາມສະງົບ ແຂວງບໍ່ແກ້ວ ສາມາດຈັບຢາບ້າໄດ້ 5 ລ້ານເມັດ ແລະ ຜູ້ຕ້ອງສົງໄສໄດ້ 4 ຄົນ.