UNODC ຊ່ອຍ ຂ.ຫົວພັນ ຫຼຸດຜ່ອນປູກຝິ່ນ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2019.10.22
F-OPIUM ສວນປູກຝິ່ນ ທີ່ມີຢູ່ຕາມຮ່ອມ ແລະ ເນີນພູ ທາງພາກເໜືອ ຂອງລາວ
File Photo: RFA

ສຳນັກງານ ປ້ອງກັນ ຢາເສບຕິດ ແລະ ປາບປາມ ອາຊຍາກັມ ແຫ່ງສະຫະປະຊາຊາດ ຫລື UNODC ໄດ້ໃຫ້ ການຊ່ອຍເຫຼືອລາວ ໃນການຊ່ອຍເຫຼືອ ປະຊາຊົນ ຢູ່ແຂວງຫົວພັນ ປູກກາເຟ ເພື່ອຫລຸດຜ່ອນ ການປູກຝິ່ນ.

ທ່ານ ເຈີ​ຣ໌​ມີ ດັກ​ລັ​ສ (Jeremy Douglas) ເຈົ້າໜ້າທີ່ ຂອງ UNODC ປະຈຳ ຢູ່ປະເທດໄທ ໄດ້ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນວັນທີ 22 ຕຸລາ ວ່າ:

“ພວກເຮົາມີໂຄງການຢູ່ແຂວງຫົວພັນ ພາກເໜືອຂອງລາວ ໃກ້ກັບຊາຍແດນວຽດນາມ ເປັນໂຄງການ ທີ່ຈະປ່ຽນປະຊາຊົນ ຈາກການປູກຝິ່ນມາເປັນປູກກາເຟ ຊຶ່ງເປັນກາເຟມີລາຄາສູງ ພວກເຮົາ ມີແຜນ ການປູກກາເຟເພື່ອການຄ້າ.”

ທ່ານກ່າວ ຕື່ມອີກວ່າ ໂຄງການດັ່ງກ່າວ ຕ້ອງໃຊ້ເວລາ 3 ປີ ກ່ອນທີ່ ຕົ້ນກາເຟ ຈະໃຫຍ່ ແລະ ສາມາດ ເກັບໝາກກາເຟ ໄປຂາຍໄດ້ ແລະ ຄາດວ່າ ໂຄງການດັ່ງກ່າວ ຈະສ້າງລາຍໄດ້ ໃຫ້ຊາວບ້ານ ເປັນຢ່າງດີ ຫລັງຈາກນັ້ນ ກໍຈະຂຍາຍ ໄປບ້ານອື່ນ.

ປະຊາຊົນ ທີ່ປູກຝິ່ນ ຢູ່ແຂວງຫົວພັນ ສ່ວນຫລາຍ ແມ່ນດຳລົງຊີວິດ ຢູ່ເຂດຫ່າງໄກສອກຫລີກ ແລະ ທີ່ຜ່ານມາ ກໍເຄີຍມີ ໂຄງການເຂົ້າມາ ສົ່ງເສີມ ອາຊີບຊາວບ້ານ ແຕ່ໂຄງການ ໄດ້ສິ້ນສຸດໄປ.

ທີ່ຜ່ານມາ ທາງການລາວ ກໍໄດ້ສັ່ງຫ້າມ ບໍ່ໃຫ້ມີການປູກຝິ່ນ, ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຫົວພັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 22 ຕຸລາ ວ່າ:

“ມີໃດເຣື່ອງຝິ່ນ ສ່ວນຫລາຍ ລະແມ່ນ ຢູ່ຫ່າງໄກສອກຫລີກ ກຸ່ມຊົນຊາດຊົນເຜົ່າ ໂດຍສະເພາະ ຊົນເຜົ່າ ອາຂ່າຫັ້ນ ເຂົາຍັງປູກ ຍັງກິນ ແຕ່ວ່າ ທາງພາກຣັຖເຮົານີ້ ກໍບອກຢູ່ ບໍ່ໃຫ້ປູກ ເຂົາກະຍັງປູກ.”

ນອກຈາກນີ້ ທ່ານ ນິຍົມ ເຕີມສີສຸກ ເລຂາທິການ ຄະນະກັມມະການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ປະເທດໄທ ໄດ້ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ ສິ່ງທີ່ເຮັດໄດ້ ກໍຄື ເຣື່ອງການພັທນາ ເພື່ອໃຫ້ ປະຊາຊົນ ຢູ່ໃນພື້ນທີ່ ຢູ່ໃນເຂດ ທີ່ມີການປູກຝິ່ນ ໃຫ້ມີຄຸນນະພາບ ຊີວິດ ທີ່ດີຂຶ້ນ ເມື່ອເຂົາເຈົ້າ ມີຄຸນນະພາບ ຊີວິດທີ່ດີແລ້ວ ເຂົາກໍບໍ່ເຂົ້າໄປ ຫຍຸ້ງກ່ຽວກັບເຣື່ອງ ຢາເສບຕິດ.

ປັດຈຸບັນ ທາງການລາວ ແລະ ໄທ ໄດ້ມີການຮ່ວມມືກັນ ປ້ອງກັນ ແລະ ປາບປາມ ການລັກລອບ ຂົນຢາເສບຕິດ ຕາມລຳແມ່ນ້ຳຂອງ.

ອີງຕາມຂໍ້ມູນຈາກສຳນັກງານ UNODC, ໃນປີ 2015 ມີເນື້ອທີ່ ປູກຝິ່ນ ຢູ່ປະເທດລາວ ປະມານ 5,700 ເຮັກຕ້າ​ຣ໌ ໃນນັ້ນ ຢູ່ແຂວງຜົ້ງສາລີ ກວມເອົາ 3,250 ເຮັກຕ້າ​ຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.