ປະຊາຊົນລາວ ຍັງປະເຊີນຄວາມທຸກຍາກ ຍ້ອນຣັຖບານ ແກ້ໄຂບັນຫາເສຖກິຈ ບໍ່ໄດ້

ພອນ ພູມມີທອນ
2023.10.18
ປະຊາຊົນລາວ ຍັງປະເຊີນຄວາມທຸກຍາກ ຍ້ອນຣັຖບານ ແກ້ໄຂບັນຫາເສຖກິຈ ບໍ່ໄດ້ ເຮືອນ (ຮູບຊ້າຍມື) ແລະ ສະມາຊິກຄອບຄົວ ຜູ້ມີຖານນະທຸກຍາກ ພາຍໃນເຮືອນ. ແຂວງອຸດົມໄຊ ເດືອນນີນາ ປີ 2021.
ນັກຂ່າວ ພົລເມືອງ

ວັນທີ 17 ຕຸລາ ຂອງທຸກປີ, ອົງການສະຫະປະຊາຊາຕ ໄດ້ກຳນົດໃຫ້ເປັນວັນສາກົລ ເພື່ອລຶບລ້າງຄວາມທຸກຍາກ, ແຕ່ປະຊາຊົນລາວ ຍັງປະເຊີນຄວມທຸກຍາກ ໃນຫຼາຍດ້ານ ໂດຍສະເພາະຣັຖບານບໍ່ສາມາດແກ້ໄຂ ບັນຫາເສຖກິຈ ທີ່ເກີດຂຶ້ນໄດ້ ໃນໄລຍະປັດຈຸບັນ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມປະຊາຊົນລາວ ຜູ້ນຶ່ງ ທີ່ເຮັດວຽກຢູ່ໃນປະເທດໄທຍ ວ່າ ຜ່ານຄວາມລຳບາກ ໃນການເຮັດວຽກ ຢູ່ລາວ ຊຶ່ງເຫັນວ່າ ບໍ່ມີໂອກາດທີ່ດີ ໃນການສ້າງຖານະ ແລະ ຄວາມໝັ້ນຄົງໃນຊີວິດ, ຈຶ່ງໄດ້ໄປຊອກເຮັດວຽກຢູ່ໄທຍ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 17 ຕຸລາ ນີ້ວ່າ:

“ລຳບາກມາຫຼາຍນ່າ. ນ້ອງກະເຮັດວຽກມາຫຼາຍ. ທົນມາຫຼາຍລ່ະ ມັນຊຶ່ງວ່າ ມັນຄິດວ່າເຮັດໃຫ້ເຮົາ ບໍ່ສາມາດມີທາງໄປໄດ້. ເຮົາກໍເລີຍເລືອກທີ່ວ່າ ຈະອອກມາເຮັດຈຸດນີ້.”

ພະນັກງານຣັຖ ຍານາງນຶ່ງ ຢູ່ແຂວງຫົວພັນ ກ່າວວ່າ ຍານາງ ຕ້ອງໄດ້ຂາຍສິນຄ້າກະສິກັມ ເປັນອາຊີບເສີມ ເພື່ອຫາລາຍໄດ້ລ້ຽງຄອບຄົວ ເຊັ່ນຂາຍໜໍ່ໄມ້, ຊຶ່ງຫຼາຍເທື່ອຖືກພໍ່ຄ້າຄົນກາງ ກົດໜ່ວງລາຄາ ນຳອີກ.

“ກົດໜ່ວງລາຄາ ເປັນຕາຊັງໄດ. ເງິນມີໜ້ອຍ ເຮັດຫຍັງບໍ່ເປັນເລີຍ. ອັ່ນນັ້ນກໍອ້າງ ອັ່ນນີ້ກໍອ້າງ ແມ່ນບໍ່. ກໍຢາກຢູ່ໃນເມືອງເນາະ ຄັນຖ້າມີທຸຣະກິຈໃຫຍ່ເນາະ. ແບບບໍ່ໄດ້ເຊົາຫັ້ນນ່າ, ຂາຍໜໍ່ໄມ້, ໜໍ່ໄມ້ແຂວງຫົວພັນນີ້ ຄິດລະຫວ່າງ 50-60 ໂຕນ ສະເພາະເຮົາເຮັດການເດ້ ຫັ້ນນ່າ. ຕອນແລງມາກໍຂາຍໜໍ່ໄມ້ຂົມ, ໜໍ່ໄມ້ອັ່ນ, ໜໍ່ລັນ ຫັ້ນນ່າ.”

ຂະນະທີ່ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຄ່າໃຊ້ຈ່າຍ ໃນການດຳຣົງຊີວິດ ປະຈຳວັນ ມີແຕ່ແພງຫຼາຍຂຶ້ນ ຊຶ່ງສົ່ງຜົລກະທົບ ຕໍ່ຄວາມເປັນຢູ່ ປະຊາຊົນຫຼາຍ.

“ຄ່າສິນຄ້າ, ລາຄານ້ຳມັນ. ມັນກະຂຶ້ນ ເຮົາຊິຢູ່ຈັ່ງໄດ໋ລະບາດນີ້. ໂອ້ຍ! ດຽວນີ້ມັນບໍ່ແມ່ນທຸກຍາກແລ້ວ ມັນທຸກງ່າຍແລ້ວ. ຕື່ນມາກະທຸກແລ້ວ.”

ທາງດ້ານ ຊາວບ້ານ ນາງນຶ່ງ ຢູ່ແຂວງຊຽງຂວາງ ກ່າວວ່າ ຣັຖບານລາວ ຄວນສົ່ງເສີມໃຫ້ ມີການສ້າງຕັ້ງໂຮງງານ ທີ່ເປັນຂອງຄົນລາວ ເພື່ອຊ່ອຍເຫຼືອ ຊາວກະສິກອນລາວ ບໍ່ໃຫ້ຖືກເອົາປຽບ ຈາກນັກລົງທຶນຊາວຕ່າງຊາຕ.

“ຖ້າເຮົານີ້ມີໂຮງຈັກ, ໂຮງງານ ມີທຶນຫຼາຍ ກໍຍັງແຄນເນາະ. ໂຕຢ່າງວ່າ ປູກສາລີ ຜະລິດໂຮງງານອັ່ນນ່າ ເຮັດໂຮງງານແບບ ຜະລິດຫົວອາຫານເອງຫັ້ນນ່າ. ປູກເອງ, ລ້ຽງເອງ, ເຮັດເອງ ມັນຊິຍັງຢູ່. ຄົນລາວເຮົາ. ອັນນີ້ລະແມ່ນ ປູກໄດ້ມາຊື້ຂອງເຂົາມາເຮັດວຽກແລ້ວ ແລ້ວກະຂາຍໃຫ້ເຂົາ. ເຂົາກໍເອົາກຳໄລໂຕເອງອີກ ຂາຍເຮົາອີກ. ຄັນທຶນຫຼາຍນີ້ ເຮັດແບບນັ້ນລ່ະດີກວ່າ ຕັ້ງເປັນໂຮງງານເລີຍ.”

ຂະນະທີ່ ຜູ້ເຮັດວຽກຢູ່ພາກປະຊາສັງຄົມ ເພື່ອຫຼຸດຜ່ອນຄວາມທຸກຍາກ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ສຽງ ກ່າວວ່າ ທ່ານໄດ້ປະກອບສ່ວນ ໃນໂຄງການສົ່ງເສີມອາຊີບ ໃຫ້ແກ່ຊາວບ້ານ ຢູ່ແຂວງຊຽງຂວາງ ຊຶ່ງປະສົບຜົລຂ້ອນຂ້າງດີ ແຕ່ວ່າ ສະພາບເສຖກິຈທີ່ຝືດເຄືອງ ເປັນແຮງຍູ້ດັນ ໃຫ້ຊາວບ້ານ ຈຳນວນນຶ່ງ ຕັດສິນໃຈ ໄປເຮັດວຽກຕ່າງຖິ່ນ ເພື່ອໃຫ້ຄອບຄົວຢູ່ລອດ.

(ບົດອ່ານ) “ທີ່ຜ່ານມາ, ເຮົາກໍໄດ້ຮັບການຊ່ອຍເຫຼືອ ມາຈາກອົງການຊ່ອຍເຫຼືອ ລະຫວ່າງປະເທດ ແຫ່ງນຶ່ງ ໃນໂຄງການສົ່ງເສີມ ອາຊີບຕັດຫຍິບ. ຊຶ່ງກໍເຮັດໃຫ້ຊາວບ້ານ ມີອາຊີບລ້ຽງໂຕເອງ ພໍກຸ້ມຢູ່ກຸ້ມກິນ. ແຕ່ສະພາບເສຖກິຈປັດຈຸບັນ ກໍເຮັດໃຫ້ຫຼາຍຄົນ ຕ້ອງໄດ້ອອກໄປຊອກວຽກເຮັດງານທຳ ຢູ່ບ່ອນອື່ນ ຍ້ອນລາຍໄດ້ຍັງບໍ່ທັນພຽງພໍ ຕໍ່ຄ່າໃຊ້ຈ່າຍໃນຄອບຄົວ.”

ອີງຕາມການຣາຍງານ ຂອງທະນາຄານໂລກ ໃນເດືອນຕຸລາ 2023 ນີ້ ລະບຸວ່າ ເສຖກິຈມະຫາພາກຂອງລາວ ກຳລັງຢູ່ໃນສະພາບ ບໍ່ໝັ້ນຄົງ ປະກອບກັບໄພພິບັດ ທາງທັມມະຊາຕ ທີ່ເຮັດໃຫ້ ການຫຼຸດຜ່ອນຄວາມທຸກຍາກ ບໍ່ກ້າວໜ້າປານໃດ. ລາຄາເຂົ້າເພີ່ມຂຶ້ນ 55.6 % ໃນເດືອນມິຖຸນາ 2023 ແລະ ລາຄາສິນຄ້າ ປະເພດສະບຽງອາຫານ ເພີ່ມຂຶ້ນ 42.7 %, ເຮັດໃຫ້ຄົນລາວ ຫຼຸດຜ່ອນການບໍຣິໂພກອາຫານ ຫຼື ຫັນປ່ຽນໄປບໍຣິໂພກ ອາຫານທີ່ມີລາຄາຖືກລົງ.

ທີ່ຜ່ານມາ, ຣັຖບານ ໄດ້ຮັບການຊ່ອຍເຫຼືອ ເພື່ອການຫຼຸດຜ່ອນຄວາມທຸກຍາກ ຈາກນານາຊາຕ ທັງໃນຮູບແບບເງິນກູ້ດອກເບັ້ຽຕ່ຳ ລວມທັງ ໂຄງການຫຼຸດຜ່ອນ ຄວາມທຸກຍາກຕ່າງໆ ເປັນຕົ້ນ ໂຄງການສົ່ງເສີມວິຊາຊີບ, ໂຄງການສົ່ງເສີມການປູກຝັງ-ລ້ຽງສັດ ແລະ ອື່ນໆ. ອີກທັງ ຣັຖບານລາວ ໄດ້ກຳນົດຄາດໝາຍ ໃຫ້ປະເທດລາວ ຫຼຸດພົ້ນອອກຈາກຄວາມທຸກຍາກ ພາຍໃນປີ 2020, ຊຶ່ງຕໍ່ມາ ໄດ້ຂຍາຍເວລາອອກໄປ ຍ້ອນບໍ່ສາມາດຈັດຕັ້ງປະຕິບັດ ໃຫ້ສຳເຣັດໄດ້.

ນອກຈາກນີ້ແລ້ວ, ການແຜ່ຣະບາດຂອງ ໂຄວິດ-19, ການສໍ້ຣາສບັງຫຼວງ ໂຄງການຊ່ອຍເຫຼືອ ແລະ ການມີທ່າທີເອນອ່ຽງ ໄປຫາຈີນຫຼາຍຂຶ້ນ ຂອງຣັຖບານລາວ ໄດ້ສົ່ງຜົລໃຫ້ ບັນດາປະເທດ ທີ່ເຄີຍໃຫ້ການຊ່ອຍເຫຼືອລາວ ບໍ່ສືບຕໍ່ສນັບສນູນເງິນທຶນ ແລະ ໂຄງການຊ່ອຍເຫຼືອອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.