ພາຍໃນ 9 ເດືອນ ເມືອງໄຊທານີ ເກີດຄະລັກຊັບຂຶ້ນຫຼາຍ ເມື່ອທຽບໃສ່ປີກາຍນີ້

ໄຊຍາ
2024.10.01
ພາຍໃນ 9 ເດືອນ ເມືອງໄຊທານີ ເກີດຄະລັກຊັບຂຶ້ນຫຼາຍ ເມື່ອທຽບໃສ່ປີກາຍນີ້ ໃນປີ 2024 ພຽງ 9 ເດືອນຢູ່ເມືອງໄຊທານີ ນະຄອນຫຼວງວຍງຈັນມີຄະດີເກີດຂຶ້ນທັງໝົດ 425 ເລື່ອງ, ເດືອນກັນຍາ 2024.
ຮູບພາບຈາກ ຄວາມສະຫງົບ Lao Security News

ໃນປີ 2024 ພຽງ 9 ເດືອນຢູ່ເມືອງໄຊທານີ ນະຄອນຫຼວງວຍງຈັນມີຄະດີເກີດຂຶ້ນທັງໝົດ 425 ເລື່ອງເຊິ່ງໃນນີ້ບໍ່ລວມຄະດີຢາເສບຕິດ ແລະທີ່ເປັນບັນຫາໜັກໃນສັງຄົມຄືຄະດີ ລັກຊັບພົນລະເມືອງມີຈຳນວນ 300 ເລື່ອງເພີ່ມຂຶ້ນຫຼາຍກ່ວາເກົ່າເມື່ອທຽບໃສ່ປີ 2023 ໄລຍະ 9 ເດືອນເພີ່ມຂຶ້ນ 113 ເລື່ອງ. ອີງຕາມການລາຍງານຂອງ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທີ່ຜ່ານມາກໍ່ມີບາງກໍລະນີ ທີ່ເຈົ້າໜ້າທີ່ສາມາດຈັບມາດຳເນີນຄະດີໄດ້ ແລະບາງກໍລະນີກໍ່ຍັງຈັບບໍ່ໄດ້ກໍ່ມີ. ການແກ້ໄຂຂອງເຈົ້າໜ້າທີ່ກໍ່ມີພຽງແຕ່ປຸກລະດົມ ແລະໂຄສະນາໃຫ້ປະຊາຊົນລະມັດລະວັງໂຕ ເພາະພວກໂຈນຂີ້ລັກງັດແງະປຸ້ນຈີ້ ພວກນີ້ຈັບມາໃສ່ຄຸກກໍ່ຈະບໍ່ມີວັນໝົດໄປ. ດັ່ງເຈົ້າໜ້າທີ່ຕຳຫຼວດທີ່ຂໍສະຫງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ຕຸລາ ນີ້ວ່າ:

“ພວກລັກເລັກລັກນ້ອຍຫັ້ນນ່າງັດແງະ ເຮົາກໍ່ຈັບໄດ້ສ່ວນໜຶ່ງກໍ່ພວກມົ້ວສຸມພວກເລລ່ອນ ກໍ່ມີມັນກໍ່ມີຫຼາຍໆ ກຸ່ມຄົນມັນບໍ່ໝົດເປັນດອກພວກນີ້ ເຮົາກໍ່ນໍາໃຊ້ມາດຕະການກັກຂັງໂທດໜັກ ກໍ່ສານຕັດສິນກາຂຶ້ນກັບກໍລະນີມີຄວາມຮຸນແຮງ ຂອງມັນແກ້ໄຂນີ້ ເຮົາມີແຕ່ສະກັດກັ້ນປຸກລະດົມຊຸມຊົນ ໃຫ້ມີສະຕິຫັ້ນແຫຼະ.”

ຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງໄຊທານີກ່າວວ່າບັນຫາໂຈນລັກຊັບສິນ ຊາວບ້ານປຸ້ນຈີ້ຍັງມີຫຼາຍໃນສັງຄົມ. ສ່ວນໃຫຍ່ເປັນພວກຫວ່າງງານບໍ່ມີອາຊີບເຮັດ ແລະບາງສ່ວນກໍ່ຕິດຢາເສບຕິດກໍ່ຈະໄປຫາລັກງັດແງະປຸ້ນຊິງຊັບ ເອົາຊັບສິນຄົນອື່ນໄປຂາຍເອົາເງິນໄປໃຊ້ບາງຄົນກໍ່ນໍາເງິນໄປຫຼີ້ນ ການພະນັກກໍມີເຊິ່ງຜູ້ໃດທີ່ເປັນເສັຍຫາຍກໍ່ຄວນໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຫຼວດເພາະບາງເທື່ອເຈົ້າໜ້າທີ່ກໍ່ສາມາດຈັບໄດ້ແລະນໍາຊັບສິນຄືນໃຫ້.

“ໂຕນີ້ມັນກໍ່ຫຼາຍກໍລະນີນີ້ລັກລົດງັດເຮືອນງັດຫ້ອງແຖວ ລັກໄດ້ກໍ່ເອົາໄປຂາຍຊື້ຢາກິນໄປຫຼີ້ນກິນຟຸມເຟືອຍ ຫຼີ້ນການພະນັນໄປຊັ້ນແຫຼະໜຶ່ງພວກທີ່ວ່າ ບໍ່ມີວຽກເຮັດງານທຳພວກກິນຢາບໍ່ມີອາຊີບ ອາໄສແຕ່ໄປຊອກລັກກິນພໍກຸ້ມມື້ກຸ່ມວັນ ມັນໄປຫັ້ນແຫຼະຜູ້ໃດເສັຍຫາຍຕ້ອງໄປແຈ້ງຕໍ່ເຈົ້າໜ້າທີ່ເດ້ ບາງສ່ວນກໍ່ຈັບໄດ້ດອກ.”

ໃນຂະນະດຽວກັນ ຊາວບ້ານໃນເມືອງໄຊທານີ ໄດ້ກ່າວວ່າເຈົ້າໜ້າທີ່ແກ້ໄຂທີ່ປາຍເຫດ ຈຶ່ງເຮັດໃຫ້ມີໂຈນຂີ້ລັກງັດແງະນີ້ຫຼາຍຂຶ້ນ ເຊິ່ງທີ່ຜ່ານມາກໍ່ເຫັນວ່າມີຫຼາຍກໍລະນີເຊັ່ນການດຶງສາຍຄໍຄໍາ ຂອງຊາວບ້ານ, ລັກເອົາລົດໃຫຍ່ ແລະການລັກເອົາລົດຈັກ.

“ໂອ້ຍມັນກໍ່ແກ້ຢູ່ປາຍເຫດ ບາງເທື່ອກໍ່ດາຍເອີມັນກໍ່ຫຼາຍຫັ້ນແລ້ວກາຫຼາຍ ກໍລະນີຍົກຕົວຢ່າງມັນດຶງສາຍຄໍເບາະສະພາບເຈິກັບໜ້າກັບຕາ ມັນເຮັດໂລດຫັ້ນນ່າມັນເຈດຕະນາແບບວ່າ ປຸ້ນເອົາລົດໃຫຍ່ພຸ້ນເດ້ບໍ່ໄດ້ວ່າແຕ່ລົດຈັກເດ້.”

ພ້ອມດຽວກັນຊາວບ້ານ ໃນເມືອງໄຊທານີອີກທ່ານກ່າວວ່າ ທີ່ສັງຄົມມີພວກໂຈນຫຼາຍຂຶ້ນກໍ່ແມ່ນຍ້ອນເສດຖະກິດລາວຕົກຕໍ່າ, ຄ່າຄອງຊີບໃນລາວສູງ ແຕ່ລາຍຮັບກັບຕໍ່າເງິນເດືອນໜ້ອຍ ຈຶ່ງເຮັດໃຫ້ເຂົາເຈົ້າມີແນວຄິດຢາກໄປລັກງັດແງະ ເພາະຫາເງິນງ່າຍ. ປັດຈຸບັນພວກໂຈນລັກລົດຈັກ ຫຼາຍພວກນີ້ບໍ່ໄດ້ຢ້ານກົວກົດໝາຍເຮັດແບບບໍ່ຫຍັງເກີດຂຶ້ນ ບາງເທື່ອມີກ້ອງວົງຈອນປິດກໍ່ຍັງເຂົ້າໄປລັກເອົາລົດຍ່າງງ່າຍດາຍ ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ກໍ່ບໍ່ເຫັນວ່າຈະໄດ້ຄືນ.

“ອີງໃສ່ເສດຖະກິດຫັ້ນນ່າຄ່າຄອງຊີບມັນຂຶ້ນເລື້ອຍໆ ນ່າຄືວ່າຄົນຫາເຊົ້າກິນຄໍ່ານີ້ນະເຂົາກໍ່ບໍ່ໄຫວຈັ່ງຊິນ່າເກີດມີແນວຄິດໂຕນີ້ຂຶ້ ນມາເດສ່ວນຫຼາຍລະແມ່ນລົດເດ້ດຽວນີ້ນ່າ ເປັນຂະບວນເລີຍນ່າພວກລັກລົດເອົາແບບເສີຍໆ ເບິ່ງກ້ອງກໍ່ເຫັນຢູ່ແຕ່ຫາກວ່ານໍາເຂົາບໍ່ທັນຫັ້ນນ່າ ໄປແຈ້ງສ່ວນຫຼາຍກໍ່ບໍ່ໄດ້ຄືນ.”

ອີງຕາມການລາຍງານຂອງ ປກສ ເມືອງໄຊທານີ ລະບຸຕື່ມວ່າ ຄະດີຮອງລົງມາຈາກຄະດີລັກຊັບພົນລະເມືອງ ໃນເມືອງໄຊທານີແມ່ນຄະດີສໍ້ໂກງຊັບສິນພົນລະເມືອງ ເກີດຂຶ້ນ 89 ຄັ້ງທີ່ມີຜູ້ເຂົ້າມາແຈ້ງຄວາມໄວ້ສ່ວນຫຼາຍການສໍ້ໂກງທາງອ໋ອນລາຍນ໌ ເປັນຕົ້ນໂອນເງິນເພື່ອສັ່ງສິນຄ້າໄປແລ້ວ ແຕ່ກັບບໍ່ໄດ້ສິນຄ້າ. ຢ່າງໃດກໍ່ຕາມຈາກຈຳນວນຄະດີ 425 ເລື່ອງນີ້ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 217 ຄະດີ, ກັກຜູ້ຕ້ອງຫາໄດ້ ຈຳນວນ 308 ຄົນ ແລະມີຜົນເສັຍຫາຍ ເປັນເງິນກີບ 1.4 ຕື້ກີບ, 428,500 ບາດ(ໄທ),  37,500 ໂດລ້າສະຫະລັດ ແລະ ຊັບສິນອື່ນໆ ອີກຫຼາຍລາຍການ ແລະ ເກັບກູ້ຂອງກາງໄດ້ຈຳນວນໜຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.