ໃນປີ 2022 ເກີດບັນຫາ ຫຼາຍຢ່າງ ຕາມເສັ້ນທາງ ຣົຖໄຟ ລາວ-ຈີນ
2023.03.14
ຕລອດປີ 2022 ທີ່ຜ່ານມາ ໄດ້ເກີດເຫດການບໍ່ດີ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ທັງໝົດ 52 ຄະດີ ເປັນຕົ້ນ ລັກເຫຼັກ ແລະອຸປະກອນຕາມເສັ້ນທາງຣົຖໄຟ ລາວ-ຈີນ ເຊິ່ງໃນນັ້ນ ຜແນກຕໍາຣວດຣົຖໄຟ ສາມາດແກ້ໄຂໄດ້ 22 ຄະດີ ພ້ອມທັງກັກໂຕຜູ້ກໍ່ເຫດໄດ້ 18 ຄົນ, ຍຶດຂອງກາງ ໄດ້ຫຼາຍຣາຍການ ພ້ອມກັບນໍາສົ່ງຄືນ ໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ, ອີງຕາມການຣາຍງານ ຂອງພັນໂທ ຈັນສະມຸດ ພົມມະຈັນ ຮອງຫົວໜ້າ ຜແນກຕໍາຣວດຣົຖໄຟ ຫ້ອງການຕໍາຣວດ ປກສ ນະຄອນຫຼວງວຽງຈັນ ເມື່ອວັນທີ 12 ມິນາ ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງຜແນກຣວດຣົຖໄຟ ຫ້ອງການຕໍາຣວດ ປກສ ນະຄອນຫຼວງວຽງຈັນ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການດໍາເນີນຄະດີ ຕໍ່ຜູ້ຕ້ອງຫາ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຣາຍລະອຽດ ຕື່ມໄດ້ເທື່ອ, ແຕ່ເຖິງຢ່າງໃດກໍຕາມ ພະນັກງານຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ນາງນຶ່ງ ກ່າວວ່າ ສໍາລັບຢູ່ຂອບເຂດ ເສັ້ນທາງຣົຖໄຟ ລາວ-ຈີນ ແລະສະຖານີຣົຖໄຟ ແຕ່ລະແຫ່ງ ກໍມີເຈົ້າໜ້າທີ່ຮັກສາ ຄວາມປອດພັຍ ແລະເວນຍາມຢູ່ຕລອດ ແລະຫາກເກີດເຫດການບໍ່ດີຂຶ້ນ ກໍໄດ້ມີການໂຄສະນາ ໃຫ້ຜູ້ທີ່ເຫັນເຫດການ ແຈ້ງຕໍ່ພະນັກງານ ປະຈໍາສະຖານີຣົຖໄຟ ຫຼືເຈົ້າໜ້າທີ່ຕໍາຣວດໃກ້ບ້ານ ເພື່ອໄປແກ້ໄຂເຫດການດັ່ງກ່າວ ແບບຮີບດ່ວນ.
ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 14 ມິນາ ນີ້ວ່າ:
“ຖ້າເຫັນເຫດການໂຕນີ້ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ຫຼືວ່າ ພະນັກງານທີ່ປະຈໍາຢູ່ບ່ອນ ຢູ່ທາງຣົຖໄຟ ຂອງພວກເຮົາເລີຍນ່າເຈົ້າ ແຈ້ງເຈົ້າໜ້າທີ່ ທີ່ຢູ່ຈຸດຫັ້ນ ແຈ້ງພະນັກງານເລີຍ.”
ໃນຂະນະທີ່ ຜູ້ໂດຍສານຣົຖໄຟ ລາວ-ຈີນ ຈໍານວນຫຼາຍ ທີ່ຮັບຮູ້ຂ່າວດັ່ງກ່າວ ກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພີ່ມການກວດກາ ແລະຮັກສາຄວາມປອດພັຍ ຕາມເສັ້ນທາງຣົຖໄຟ ລາວ-ຈີນ ໃຫ້ຫຼາຍຂຶ້ນ ຍ້ອນວ່າ ຄັນມີຄົນບໍ່ດີຍັງສວຍໂອກາດ ລັກເຫຼັກ ແລະອຸປະກອນຕ່າງໆ ຢູ່ ຢ້ານວ່າ ອາຈກະທົບຕໍ່ການແລ່ນຣົຖໄຟ ຫຼືກະທົບຕໍ່ຄວາມປອດພັຍ ຂອງຜູ້ໂດຍສານໃນອະນາຄົດ.
ດັ່ງຍານາງ ກ່າວວ່າ:
“ຖ້າວ່າຍັງມີອີກ ກະຕ້ອງໄດ້ແກ້ໄຂ ກະຢາກໃຫ້ແກ້ໄຂ ຢາກໃຫ້ມີເຊັບຕີ້ ກວ່ານີ້ອີກຫັ້ນນ່າ ເພາະບໍ່ຢາກໃຫ້ມັນເກີດຂຶ້ນ ຖ້າວ່າມັນເກີດຂຶ້ນ ມັນກະຜິດພາດ ມັນມີຂໍ້ຜິດພາດມາ ມັນກະຍາກ ເພາະວ່າ ມັນຫຼາຍຊີວິດຢູ່ຫັ້ນ.”
ສ່ວນຊາວບ້ານອີກທ່ານນຶ່ງ ທີ່ຮັບຮູ້ຂ່າວດັ່ງກ່າວ ກໍໄດ້ກ່າວວ່າ ທ່ານເອງກໍຮູ້ສຶກໜ້າເປັນຫ່ວງ ທີ່ຍັງເກີດເຫດການກຸ່ມຄົນບໍ່ດີ ກໍ່ເຫດລັກເຫຼັກ ແລະອຸປະກອນຢູ່ທາງຣົຖໄຟ ລາວ-ຈີນ ເຖິງແມ່ນວ່າຢູ່ຫຼາຍຈຸດ ຈະມີເຈົ້າໜ້າທີ່ທະຫານ ໄດ້ປະຈໍາການຮັກສາຄວາມປອດພັຍ ແລະລາດຕະເວນຢູ່ກໍຕາມ ແຕ່ພວກດັ່ງກ່າວ ກໍຍັງມັກສວຍໂອກາດ ເຮັດຢູ່ເລື້ອຍໆ.
ດັ່ງທ່ານກ່າວວ່າ:
“ໂອ ມີຄົນລັກ ກະມີຜົລກະທົບແຫຼະເນາະ ສ່ວນຫຼາຍກະພວກກິນຢາບ້າ ຢາເມົາຫັ້ນນ່າ ພວກໄປລັກເຫຼັກລັກຫຍັງນີ້ ເຂົາເຈົ້າມີທະຫານ ຢູ່ເປັນຈຸດໆແຫຼະ ພວກທະຫານຊາຍແດນ ຂະເຈົ້າໃຫ້ຢູ່ຕັ້ງເຮືອນຢູ່ເປັນຈຸດໆນີ້.”
ເຖິງຢ່າງໃດກໍຕາມ ສໍາລັບຢູ່ບໍຣິເວນສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ກໍມີການຮັກສາຄວາມປອດພັຍຢ່າງເຂັ້ມງວດ ແລະມີພະນັກງານຮັກສາຄວາມປອດພັຍ ລາດຕະເວນ ຢູ່ບໍຣິເວນສະຖານີຣົຖໄຟ ຕລອດ 24 ຊົ່ວໂມງ ເນື່ອງຈາກເປັນບ່ອນທີ່ສໍາຄັນ ຕໍ່ຜູ້ໂດຍສານ ຈຶ່ງເຮັດໃຫ້ຢູ່ບໍຣິເວນ ສະຖານີຣົຖໄຟ ບໍ່ຄ່ອຍເກີດເຫດການບໍ່ດີ.
ດັ່ງຊາວບ້ານ ນາງນຶ່ງ ກ່າວວ່າ:
“ປົກກະຕິເລີຍ ພະນັກງານເຂົາເຈົ້າກະກວດຢູ່ ລປພ ແລ້ວກະ ພະນັກງານຍາມຕລອດ ຍ່າງໄປຍ່າງມາຕລອດ ກາງຄືນກະມີຢູ່ ມີພະນັກງານ ບໍ່ຄ່ອຍໄດ້ຍິນ ລັກເຄື່ອງລັກຫຍັງ.”
ສໍາລັບການລັກເຫຼັກ ແລະອຸປະກອນຕາມເສັ້ນທາງຣົຖໄຟ ລາວ-ຈີນ ດັ່ງກ່າວ ນອກຈາກເຈົ້າໜ້າທີ່ຂັ້ນບ້ານ ແລະຊາວບ້ານ ຈະຊ່ອຍເປັນຫູເປັນຕາ ແລະແຈ້ງຂໍ້ມູນໃຫ້ແກ່ທາງເຈົ້າໜ້າທີ່ແລ້ວ ກໍຍັງມີຜູ້ປະກອບການຮັບຊື້ເຫຼັກເສດ ທີ່ຊ່ອຍເປັນຫູເປັນຕາ ໃຫ້ເຈົ້າໜ້າທີ່ຕື່ມ ເຊິ່ງຫາກມີການພົບເຫັນກຸ່ມຄົນບໍ່ດີ ນໍາເຫຼັກເສດຈາກທາງຣົຖໄຟລາວ-ຈີນ ມາຂາຍ ກໍຈະໄດ້ແຈ້ງໃຫ້ເຈົ້າໜ້າທີ່ຮັບຊາບທັນທີ.
ດັ່ງຜູ້ປະກອບການ ຮັບຊື້ເຫຼັກເສດ ກ່າວໃນກ່ອນໜ້ານີ້ວ່າ:
“ມີຄົນມາຂາຍເຮົາກະໄດ້ກວດ ໄດ້ອັນນັ້ນເບິ່ງ ສິ່ງໃດທີ່ວ່າເຮົາສົງສັຍ ເຮົາກະບໍ່ເອົາເນາະ ເຮົາກະເບິ່ງເຫຼັກຢູ່ຫັ້ນເນາະ ຂອງທາງຣົຖໄຟ ເຮົາກະບໍ່ໄດ້ຊື້ນ່າ.”
ເມື່ອປີ 2022 ທີ່ຜ່ານມາ ກໍເກີດເຫດການຄົນບໍ່ດີລັກເຫຼັກ ແລະອຸປກອນຕາມເສັ້ນທາງຣົຖໄຟ ລາວ-ຈີນ ຈໍານວນຫຼາຍເຫດການ ເປັນຕົ້ນ ເມື່ອວັນທີ 16 ສິງຫາ ປີ 2022 ໄດ້ເກີດເຫດການ ຄົນບໍ່ດີລັກຮົ້ວປ້ອງກັນຄວາມປ້ອງພັຍ ຂອງທາງຣົຖໄຟ ໂດຍບໍ່ໄດ້ລະບຸຄັກແນ່ ວ່າ ເຫດເກີດຢູ່ບ້ານໃດ ແລະເມືອງໃດ ແລະກ່ອນໜ້ານັ້ນ ໃນເດືອນມິຖຸນາ ປີ 2022 ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍໄດ້ເກີດເຫດການລັກເຫຼັກທາງຣົຖໄຟ ໂດຍຄົນຮ້າຍຖືກຈັບໄດ້ 9 ຄົນ ພ້ອມຂອງກາງເປັນເຫຼັກຣາງຣົຖໄຟ 14 ອັນ ແລະຝາປົກຄອງ 2 ອັນ ເຊິ່ງບັນດາຜູ້ຕ້ອງຫາ ຮັບສາຣະພາບວ່າ ຕັ້ງໃຈລັກໄປຂາຍ ເພື່ອເອົາເງິນໄປຊື້ຢາເສບຕິດ ແລະໃຊ້ຈ່າຍຟູມເຟືອຍ.