ການອອກໃບຕາດິນ ເມືອງໄຊທານີ ມີຄວາມຫຼ້າຊ້າ
2024.01.23

ປັດຈຸບັນການອອກໃບຕາດິນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີຄວາມຫຼ້າຊ້າ ແລະຫຍຸ້ງຍາກຍ້ອນຫຼາຍສາເຫດ ເປັນຕົ້ນການວັດແທກດິນ ຍັງມີຄວາມຫຍຸ້ງຍາກ ເນື່ອງຈາກຕິດຕໍ່ຫາເຈົ້າຂອງດິນ ບໍ່ເປັນໄປຕາມກຳນົດ ເພາະຢູ່ຕ່າງແຂວງ ແລະ ສະພາບທີ່ຕັ້ງຂອງດິນ ບໍ່ເອື້ອອຳນວຍ ຕໍ່ການວັດແທກ ອີກທັງຍັງມີຂໍ້ຂັດແຍ່ງທີ່ດິນ ລະຫວ່າງຣັຖກັບບຸກຄົນນໍາດ້ວຍ ແລະ ຍ້ອນຊາວບ້ານບໍ່ຍອມຮັບເງິນ ຄ່າຊົດເຊີຍໂຄງການຕ່າງໆຂອງຣັຖ. ອີງຕາມການໃຫ້ສຳພາດ ຂອງທ່ານ ເພັດສະຫວນ ປະຖໍາມະວົງ, ຫົວໜ້າຫ້ອງການ ຊັບພະບາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ມົກກະຣາ 2024.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງໄຊທານີເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ປັດຈຸບັນກຳລັງມີການສືບຕໍ່ ແກ້ໄຂເພື່ອໃຫ້ສຳເຣັດ ໂດຍໄວທີ່ສຸດ ແລະບໍ່ສາມາດໃຫ້ຮູ້ເຖິງຣາຍລະອຽດໄດ້ ແຕ່ຖ້າມີຄວາມຄືບໜ້າ ກໍອາດແຈ້ງການໃຫ້ຮູ້ຕື່ມອີກເທື່ອນຶ່ງ.
ສ່ວນຊາວບ້ານນາງນຶ່ງ ຮູ້ຂ່າວນີ້ກ່າວວ່ານອກເໜືອ ຈາກສາເຫດທີ່ທາງເຈົ້າໜ້າທີ່ ໄດ້ຊີ້ແຈງກໍຍັງມີສາເຫດອື່ນໆທີ່ເຮັດໃຫ້ ການອອກໃບຕາດິນຫຼ້າຊ້າ ເປັນຕົ້ນທາງຜແນກ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກຳລັງມີການຫາລືກັນ ເພື່ອມອບອຳນາດໃຫ້ ຊັບພະຍາກອນທັມມະຊາຕ ຂັ້ນເມືອງ ແຕ່ລະເມືອງເປັນພາກສ່ວນ ອອກໃບຕາດິນໃຫ້ຊາວບ້ານ ຈຶ່ງເຮັດໃຫ້ມີຄວາມຫຼ້າຊ້າ.
ດັ່ງນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ມົກຣານີ້ວ່າ:
“ເຂົາເຈົ້າກໍາລັງມີປະຊຸມກັນ ຢູ່່ວ່າຊິເຮັດຢູ່ເມືອງບໍ່ເຮັດຢູ່ແຂວງ ແລ້ວກາເລີຍວ່າຊ້າ ຄວາມໝາຍກໍຄືກຳລັງປະຊຸມກັນ. ດຽວນີິ້ນ່າມັນກາເລີຍເຮັດໃຫ້ໃບຕາດິນ ຫຼາຍຄົນອອກຊ້າ ເພິ່ນກຳລັງປັບປຸງບໍ່ເຮັດຂັ້ນນະຄອນຫຼວງ ແລ້ວຈະເຮັດຂັ້ນເມືອງ ເຊັນມັນຈະໄດ້ໄວຂຶ້ນ ເພິ່ນກຳລັງປະຊຸມກັນໂຕນີ້.”
ສ່ວນນາຍໜ້າ ຮັບແລ່ນໃບຕາດິນ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ ບໍ່ພຽງແຕ່ໃນເມືອງໄຊທານີເທົ່ານັ້ນ ທີ່ອອກໃບຕາດິນຫຼ້າຊ້າ ດຽວນີ້ຢູ່ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ກໍອອກໃບຕາດິນຫຼ້າຊ້າເຊັ່ນກັນ ຍ້ອນຂັ້ນຕອນການກວດກາ ແລະອອກໃບຕາດິນ ທີ່ຂຶ້ນຢູ່ກັບຜແນກ ຊັບພະຍາກອນທັມມະຊາຕແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ນັ້ນເຮັດວຽກຫຼ້າຊ້າ ແທນທີ່ຈະມອບອຳນາດໃຫ້ ແຕ່ລະເມືອງເປັນຜູ້ດຳເນີນການເອງ.
ດັ່ງນາງກ່າວວ່າ:
“ແມ່ນບໍ່ແມ່ນສະເພາະ ແຕ່ໄຊທານີຜແນກທີ່ດິນເອງ ເພິ່ນມາປະກາດ ເນື່ອງຈາກວ່າ ເພິ່ນເຮັດວຽກເຄື່ອງປຣີ້ນໃບຕາດິນ ເຄື່ອງດຽວ. ພີມເຂົ້າໜ່ວຍດຽວ ອອກເຂົ້າປະຕູດຽວ ເທົ່ານັ້ນ. ເພິ່ນເລີຍລໍຖ້າຢູ່ໃນການກວດສອບ ແຕ່ລະບ່ອນ.”
ນາງກ່າວຕື່ມວ່າ ປັດຈຸບັນການອອກໃບຕາດິນ ຈະຕ້ອງໃຊ້ເວລາປະມານ 90 ວັນ ຫຼື ຫຼາຍກ່ວານັ້ນ ຈາກທີ່ເຄີຍມີໄລຍະເວລາ ດຳເນີນການປະມານ 45 ວັນ ແລະຖ້າຜູ້ໃດມີທີ່ດິນຫຼາຍຕອນ ແລະຈໍາເປັນຕ້ອງຂໍໃບຕາດິນ ພ້ອມກັນທັງໝົດ ກໍຕ້ອງໃຊ້ເວລາ ລໍຖ້າຫຼາຍກ່ວານັ້ນ ຈົນຮອດ 6-7 ເດືອນກໍມີ.
ນາຍໜ້າຜູ້ຮັບແລ່ນ ເຮັດໃບຕາດິນ ອີກນາງນຶ່ງກ່າວວ່່າ ການຂໍໃບຕາດິນ ຢູ່ເມືອງໄຊທານີ ແລະອີກຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ມີຄວາມຫຼ້າຊ້າແທ້ ເຊິ່ງຫຼັງຈາກຍື່ນເອກະສານ ຄຳຮ້ອງ ປະມານ 45 ວັນ ຈຶ່ງຈະໄດ້ຄໍາຕອບ ຈາກເຈົ້າໜ້າທີ່ ທີ່ວ່າຈະເຣີ່ມດຳເນີນການ ຂັ້ນຕອນອອກໃບຕາດິນ ໃຫ້ມື້ໃດ.
ດັ່ງນາງກ່າວວ່າ:
“ປະມານເດືອນປາຍ ນ້ອງຮັບແລ່ນໃບຕາດິນ ນ້ອງບໍ່ແມ່ນພະນັກງານຢູ່ຫັ້ນ. ອັນນີ້ນ້ອງກາບໍ່ຮູ້ ນ້ອງບໍ່ໄດ້ເຮັດວຽກ ຢູ່ຫັ້ນ. ນ້ອງມີແຕ່ຮັບແລ່ນ ໃບຕາດິນໃຫ້.”
ຊາວບ້ານອີກທ່ານນຶ່ງ ທີ່ເຄີຍຂໍໃບຕາດິນ ເມື່ອບໍ່ດົນມານີ້ກ່າວວ່າ ຖ້າຢາກໄດ້ໃບຕາດິນ ແບບຮີບດ່ວນ ແທ້ກໍສາມາດຂໍແບບດ່ວນໄດ້ ແຕ່ຈະຕ້ອງເສັຍຄ່າດຳເນີນການ ໃຫ້ທັງນາຍໜ້າ ຜູ້ຮັບແລ່ນ ແລະເຈົ້າໜ້າທີ່ຜູ້ອອກໃບຕາດິນ ໃນລາຄາຫຼາຍລ້ານກີບ ຂຶ້ນຢູ່ກັບຂນາດຂອງທີ່ດິນ ຈຶ່ງຈະໄດ້ຮັບໃບຕາດິນ ແບບດ່ວນ.
ດັ່ງທ່ານກ່າວວ່າ:
“ຖ້າວ່າເຮົາແລ່ນທັມມະດາ ເຮົາກໍຈະຈ່າຍຖືກ. ຄັນວ່າເຮົາເອົາດ່ວນ ມັນກາລາຄາແພງ ຕອນນັ້ນເນື້ອທີ່ດິນເຮົາຫັ້ນແມ່ນ 6,000 ປາຍຕາແມັດ ມັນຕົກຢູ່ປະມານ 4-5 ລ້ານຊີ້ນ່າ. ກາເອົາບໍ່ຄືກັນເພາະວ່າເຮົາກະຖາມຫຼາຍ. ເຈົ້າ ຄັນວ່າເຮົາເອົາດ່ວນກາ 2-3 ອາທິດ ຫຼື ວ່າ 2-3 ເດືອນຊິນ່າ”
ປັດຈຸບັນ ສະເພາະຢູ່ເມືອງໄຊທານີ ໄດ້ຂຶ້ນທະບຽນອອກໃບຕາດິນ ສໍາເຣັດ 66,910 ຕອນ ຈາກຈຳນວນທັງໝົດ 72,619 ຕອນ ໃນທົ່ວເມືອງ. ສະເພາະປີ 2023 ທີ່ຜ່ານມາ ສາມາດອອກໃບຕາດິນ ໄດ້ 6,019 ຕອນ ພ້ອມທັງເບີກຈ່າຍໃບຕາດິນ ໃຫ້ເຈົ້າຂອງສິດນໍາໃຊ້ ທີ່ດິນທັງໝົດ 4,500 ຕອນ.
ສໍາລັບຜູ້ ຊື້-ຂາຍ ດິນ ແລະນຳເອົາຕອນດິນ ໄປຄໍ້າປະກັນຕ່າງໆນັ້ນ ກໍຕ້ອງໄດ້ພົວພັນຫ້ອງການຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງກ່ອນ ເພື່ອຢັ້ງຢືນຄວາມຖືກຕ້ອງ ທາງດ້ານກົດໝາຍ ແລະເປັນການຮັບປະກັນ ວ່າເປັນທີ່ດິນ ທີ່ບໍ່ນອນຢູ່ໃນແຜນພັທນາ ໂຄງການຕ່າງໆ ຂອງຣັຖເພື່ອຫຼີກລ້ຽງ ການເກີດຜົລກະທົບຕາມມາ. ອີງຕາມການໃຫ້ສຳພາດ ຂອງທ່ານ ເພັດສະຫວນ ປະຖໍາມະວົງ, ຫົວໜ້າ ຫ້ອງການຊັບພະຍາກອນ ທັມມະຊາຕ ແລະສິ່ງແວດ ລ້ອມເມືອງໄຊທານີ.