ຊາວບ້ານຢູ່ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຄ່າຊົດເຊີຍ ທີ່ເສຍດິນໃຫ້ໂຄງການສາຍສົ່ງໄຟຟ້າ

ຈຳປາທອງ
2024.07.15
ຊາວບ້ານຢູ່ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຄ່າຊົດເຊີຍ ທີ່ເສຍດິນໃຫ້ໂຄງການສາຍສົ່ງໄຟຟ້າ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນສາຍສົ່ງໄຟຟ້າແຮງສູງ ຂອງລັດວິສາຫະກິດໄຟຟ້າລາວ ໃນເຂດນະຄອນຫຼວງວຽງຈັນ, (TS) ເດືອນກໍລະກົດ 2022.
RFA

ປະຊາຊົນ 11 ຄອບຄົວ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີ ເພຍລາດ ເມືອງສັງທອງ ຫາສະຖານີ ນາຊາຍທອງ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.

ໂຄງການດັ່ງກ່າວ ກວມພື້ນທີ່ 3 ເມືອງ ຄືເມືອງສັງທອງ, ເມືອງສີໂຄດຕະ ບອງ ແລະເມືອງນາຊາຍທອງ ຮວມທັງໝົດ 16 ບ້ານ, 253 ຄອບຄົວ ໄດ້ຮັບຜົນກະທົບ. ໃນຈໍານວນຄອບຄົວທັງໝັດທີ່ວ່ານີ້ ຍັງມີ 11 ຄອບຄົວ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ. ໃນ 11 ຄອບຄົວນີ້ ຖືກຜົນກະທົບຈາກເສົາໄຟຟ້າ 2 ຄອບ ຄົວ ແລະ 9 ຄອບຄົວ ຖືກແລວສາຍສົ່ງ ຊຶ່ງທັງໝົດ ຢູ່ໃນເຂດເມືອງນາຊາຍທອງ.

ດິນ ທີ່ໄດ້ຮັບຜົນກະທົບນັ້ນ ສ່ວນໃຫຍ່ ເປັນດິນນາ ຊຶ່ງປັດຈຸບັນ ຢູ່ໃນຂັ້ນຕອນການໄກ່ເກ່ຽ ລະຫວ່າງຊາວບ້ານ ແລະຜະແນກພະລັງງານ ແລະບໍ່ແຮ່ ນະຄອນ ຫລວງວຽງຈັນ. ຊາວບ້ານຍັງບໍ່ຮັບເອົາເງິນຄ່າຊົດເຊີຍ ທີ່ທາງການສະ ເໜີໃຫ້ ຍ້ອນວ່າໃຫ້ໜ້ອຍ ຍັງບໍ່ກຸ້ມຄ່າ, ອີງຕາມຄໍາເວົ້າຂອງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ຢູ່ບ້ານຫົວຊ້າງ ເມືອງນາຊາຍທອງ ຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍລະກົດນີ້.

ຊິຍັງບໍ່ທັນ ຍັງບໍ່ທັນໄດ້ເທື່ອແມ່ນ ຍັງໄກ່ເກ່ຽກັນຢູ່ ຢູ່ນະຄອນຫລວງວຽງຈັນຍັງບໍ່ແລ້ວ ເປັນດິນນໍາໃຊ້ເຮົາຫັ້ນນ່າເນາະ ແຕ່ເຮົາຂໍຊົດເຊີຍ ຂະເຈົ້າກໍບໍ່ໄດ້ໃຫ້ເຮົາ ກໍຍັງຕົກລົງກັນບໍ່ໄດ້ ຢູ່ນາຊາບພວກເຮົາຍັງ 4-5 ຄົນທີ່ຍັງບໍ່ສໍາເລັດ ແມ່ນແລ້ວເຮົາຮຽກຮ້ອງໄປ ເຂົາກໍບໍ່ຕອບສະຫນອງໃຫ້ ຂະເຈົ້າສະເຫນີມາ ເລີ່ມຕົ້ນຫັ້ນແມ່ນລາຄາຕາມທີ່ລັດ ກໍາຫນົດ 1 ແມ່ນ 85,000 ຂະເຈົ້າກໍສເຫນີໃຫ້ເຮົາເຄິ່ງດຽວ ແລ້ວທີ່ເຫລືອເປັນດິນໍາໃຊ້ເຮົາ ແລ້ວເຮົາຂໍຢູ່ໃນແມັດ 212,000 ເນາະ ຕາມທີ່ລັດກໍາຫນົດຫັ້ນ ແຕ່ວ່າຂໍເຄິ່ງນຶ່ງ ຂະເຈົ້າກໍບໍ່ໃຫ້ກໍເລີຍວ່າຍັງຄາກັນຢູ່.

ແລະຊາວບ້ານຫົວຊ້າງ ອີກຜູ້ນຶ່ງກໍເວົ້າວ່າ ໃນເຂດບ້ານຂອງຕົນນີ້ ດິນທີ່ຖືກຜົນກະທົບ ສ່ວນໃຫຍ່ເປັນດິນນາ ແລະບໍ່ໄດ້ຖືກຫຼາຍຄອບຄົວປານໃດ. ສ່ວນເຂດທີ່ໄດ້ຮັບຜົນກະທົບຫຼາຍ ແມ່ນບ້ານນາຊາຍທອງ ແລະບ້ານນາຄູນ.

ແມ່ນແລ້ວ ຜ່ານ ແຕ່ວ່າມັນຜ່ານຢູ່ປາຍໆບ້ານ ມັນເປັນທົ່ງນາ ບໍ່ໄດ້ເຂົ້າເຖິງຕົວບ້ານເຮືອນປະຊາຊົນ ຫັ້ນນ່າ ມັນຖນືກຕົວໄຮ່ນາພຸ້ນ ຄັນມັນຖືກໂຕບ້ານນາຊາຍເດ້ ບ້ານນາຊາຍທອງ ນາຄູນທີ່ຖືກເດີ່ນບ້ານຫັ້ນນ່າ ພວກເຮົາຢູ່ຫົວຊ້າງ ມັນຖືກແຕ່ໄຮ່ນາ ບໍ່ໄດ້ເສັຽ ບໍ່ໄດ້ຫລາຍຄອບຄົວປານໃດ ຫລາຍຄົນທີ່ຍັງບໍ່ໄດ້ຄ່າຊົດເຊີຍ ເພາະວາສຊິວ່າຈັ່ງໃດ ບບບີບບັງຄັບອອກ ກໍວ່າແມ່ນຫັ້ນນ່າ ຂັ້ນເມືອງເຮົາແລ້ວ ເຮັດໄປແລ້ວ ບາດນີ້ເງິນຍັງບໍ່ໄດ້ຫັ້ນນ່າ ຄົນກໍຍັງໂຈມຕີກັນຢູ່.

ພ້ອມດຽວກັນນີ້ ຊາວບ້ານນາຄູນ ເມືອງນາຊາຍທອງ ກໍເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນເຂດບ້ານນີ້ ຢູ່ໃກ້ສວນຂອງຕົນ ສ່ວນຫຼາຍສາຍໄຟຟ້າ ແມ່ນຜ່ານທົ່ງນາ, ແຕ່ກໍບໍ່ແນ່ໃຈວ່າ ຖ້າມັນຜ່ານມາທາງໃນ ຈະຜ່ານບ້ານຄົນ ຫລືບໍ່. ສ່ວນເລື້ອງຄ່າຊົດເຊີຍນັ້ນ ຊາວບ້ານສ່ວນຫຼາຍ ກໍຍັງເຫັນວ່າ ບໍ່ສົມເຫດບໍ່ສົມຜົນ ແຕ່ກໍບໍ່ສາມາດເຮັດຫຍັງໄດ້.

ແຖວບ້ານເຮົານີ້ສ່ວນຫລາຍ ມັນຈະຜ່າທົ່ງນານະ ເຈົ້າແຕ່ວ່າຄັນມາເສັ້ນຢູ່ທາງໃນນີ້ ບໍ່ແນ່ໃຈວ່າຜ່າບ້ານຄົນບໍ່ ເຂດເຮົາຢູ່ນີ້ສ່ວນຫລາຍ ຂະເຈົ້າຈະເອົາລົງໄປທາງທົ່ງນາ ຄ່າຊົດເຊີຍກໍຖືວ່າ ຍັງບໍ່ທັນສົມເຫດສົມຜົນຢູ່ເທື່ອຫັ້ນແຫລະ ກໍໄດ້ຍິນວ່າຢູ່ ແຕ່ວ່າຂະເຈົ້າກໍບໍ່ຄ່ອຍອິຫຍັງກໍມີແຕ່ເວົ້າ ຫັ້ນແຫລະ.

ສ່ວນຊາວບ້ານນາຊາຍເໜືອ ນາງນຶ່ງ ກໍເວົ້າເຖິງເລື້ອງສາຍສົ່ງໄຟຟ້າແຮງສູງນັ້ນວ່າ ສ້າງເສັດແລ້ວ ໂດຍຜ່ານທັງບ້ານຄົນ ແລະດິນນາ ໃນເຂດບ້ານນີ້ ແລະບ້ານນາຄູນ. ແຕ່ກໍບໍ່ຮູ້ຄັກວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບນັ້ນ ໄດ້ຮັບຄ່າຊົດເຊີຍໝົດແລ້ວ ຫລືຍັງ.

ດິນຕິດກັນນີ້ຖືກ ແຕ່ວ່າເປັນຂອງເຂົາເຈົ້ານຶ່ງຫັ້ນນ່າ ໄຟຟ້າແຮງສູງຫັ້ນຕໍ່ກັບດິນຕົວນີ້ ແຕ່ບໍ່ຮູ້ວ່າແມ່ນບ້ານດຽວກັນບໍ່ ບໍ່ຮູ້ວ່າມັນຂຶ້ນກັບນາຄູນຫລືນາຊາຍຫັ້ນນ່າ ເສົາໄຟຟ້າແຮງສູງຫັ້ນ ເຮືອນຄົນກໍຜ່ານ ນາກໍຜ່ານມັນຕິດກັນ ກໍບໍ່ຮູ້ຄືກັນ ມັນຂຶ້ນຕິດເຮືອນເລີຍຫັ້ນນ່າ ກໍມີເຮືອນຄືເກົ່າຕອນ ເພາະວ່າຕອນມາຊື້ດິນຫັ້ນ ຂະເຈົ້າກໍາລັງເຮັດເສົາໄຟ ແຕ່ວ່າເຮືອນກໍຍັງເຮັດຄືເກົ່າແລ້ວເສົາໄຟກໍຍັງເຮັດ ແຕ່ວ່າແລ້ວໆເສົາໄຟ.

ເພື່ອຂໍຮູ້ຄວາມກະຈ່າງແຈ້ງ ກ່ຽວກັບເລື່ອງທີ່ວ່ານີ້ ວິທະຍຸເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ພະແນກພະລັງງານ ແລະບໍ່ແຮ່ ນະຄອນຫຼວງວຽງຈັນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ກ່ຽວກັບເລື່ອງນີ້ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກໍໄດ້ຊີ້ແຈງ ໃນວັນທີ 9 ກໍລະກົດນີ້ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ວ່າສາເຫດ ທີ່ພາໃຫ້ເກີດຂໍ້ຄົງຄ້າງ ໃນການທົດແທນຜົນເສຍຫາຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ກໍຍ້ອນວ່າ ຜູ້ທີ່ໄດ້ຮັບຜົນກະທົບ ບໍ່ຍອມຮັບເອົາຄ່າທົດແທນ ທີ່ຄະນະຮັບຜິດຊອບໂຄງການໄດ້ຄິດໄລ່ໃຫ້ ໂດຍເວົ້າວ່າ ໃຫ້ມູນຄ່າຕໍ່າ ແລະມີບາງຄອບຄົວ ໄດ້ຮຽກຮ້ອງໃຫ້ທົດແທນ ແບບໃຫ້ຊື້ເອົາດິນໝົດຕອນ ເຮັດໃຫ້ທາງໂຄງການບໍ່ສາມາດຈ່າຍໄດ້. ສຳລັບ ວິທີການແກ້ໄຂ ແມ່ນຈະປຸກ ລະດົມ ຂົນ ຂວາຍຄອບຄົວ ທີ່ຖືກຜົນກະ ທົບ ຈາກໂຄງການ ໃຫ້ເຂົ້າໃຈ ແລະເສຍສະລະ ປະກອບສ່ວນໃຫ້ແກ່ປະເທດຊາດ.

ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ທີ່ວ່ານັ້ນ ແມ່ນຊ່ວງຕໍ່ຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ແຕ່ຊຽງຂວາງ ຫາ ເພຍລາດ, ເປັນສາຍສົ່ງ 4 ວົງຈອນ ແລະ ສາມາດລຳລຽງກະແສໄຟຟ້າໄດ້ 2,320 ເມກະວັດ ທີ່ຜະລິດຢູ່ພາກເໜືອ ຮວມທັງເຂື່ອນໄຟຟ້າ ນ້ຳງື່ມ 4 ທີ່ຈະສ້າງສຳ ເລັດໃນປີ 2024 ນີ້, ເພື່ອໃຊ້ຢູ່ພາຍໃນ ແລະສົ່ງໄປຕ່າງປະເທດ ໂດຍແມ່ນ ລັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງໂຄງການ.

ໂຄງການນີ້ ນຳໃຊ້ເງິນກູ້ຢືມຈາກ ທະນາຄານຂາອອກ-ຂາເຂົ້າ ສປ ຈີນ, ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2021, ມີຄວາມຍາວປະມານ 48 ກິໂລແມັດ, ມີຈຸດຕັ້ງເສົາທັງໝົດ 123 ເສົາ, ຜ່ານ 3 ເມືອງ, 16 ບ້ານ ຢູ່ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.