ນະຄອນຫຼວງວຽງຈັນ ມີແຜນສ້າງເມືອງເພີ່ມ ອີກ 1 ເມືອງ
2023.03.07
ເມື່ອວັນທີ 10 ກຸມພາ 2023, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງກວດກາ ການສ້າງຕັ້ງເມືອງໃໝ່ ຢູ່ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃນໂອກາດນີ້ ຍານາງ ດຳດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບ ຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຂອງນະຄອນຫຼວງວຽງຈັນ ໄດ້ຣາຍງານ ໃຫ້ເຈົ້າຄອງນະຄອນຫຼວງວຽງຈັນ ຊາບວ່າ ຄະນະຮັບຜິດຊອບໄດ້ສຳຣວດພື້ນທີ່ ແລະ ລົງເກັບກຳຂໍ້ມູນຕ່າງໆ ທາງດ້ານເສຖກິຈ, ສັງຄົມ ແລະ ປະຊາກອນ ມາແຕ່ປີ 2021 ນັ້ນໄດ້ສຳເຣັດລົງແລ້ວ ຕໍ່ໄປ ຈະນຳຂໍ້ມູນດັ່ງກ່າວ ປະກອບການຂຽນບົດວິພາກ ເພື່ອສເນີ ການສ້າງຕັ້ງເມືອງໃໝ່.
ໂດຍແຜນການສ້າງຕັ້ງເມືອງໃໝ່ນີ້ ຈະແຍກເອົາພື້ນທີ່ 24 ບ້ານ ຂອງເມືອງໄຊທານີ ອອກມາສ້າງຕັ້ງເປັນເມືອງໃໝ່ ແລະ ໃຫ້ມີການກຳນົດຈຸດສຸມພັທນາເມືອງໃໝ່ ຢູ່ໃນເຂດ 3 ບ້ານ ປະກອບມີ: ບ້ານນາໂງມເກົ່າ, ບ້ານນາໂງມໃໝ່ ແລະ ບ້ານນາຕານ ເຊິ່ງຈະເປັນຈຸດທີ່ຕັ້ງ ຫ້ອງວ່າການປົກຄອງເມືອງ ແລະ ບັນດາຫ້ອງການຂັ້ນເມືອງຕ່າງໆ.
ທັງນີ້, ຄະນະຮັບຜິດຊອບ ຍັງບໍ່ທັນໄດ້ປະກາດ ຊື່ເມືອງໃໝ່ຢ່າງເປັນທາງການ ເທື່ອກ່ອນໜ້ານີ້, ມີກະແສຂ່າວວ່າ ຈະໃສ່ຊື່ເມືອງໃໝ່ວ່າ “ເມືອງດ່ານຊ້າງມີໄຊ” ແລະ “ເມືອງລ້ານຊ້າງ” ຕາມລຳດັບ, ເຊິ່ງຄາດວ່າ ເພື່ອໃຫ້ສອດຄ່ອງ ກັບຊື່ກຸ່ມບ້ານຊ້າງ ທີ່ເປັນເຂດຈຸດສຸມ ພັທນາເມືອງໃໝ່ດັ່ງກ່າວ ອີກທັງ ສະທ້ອນຄວາມເປັນຊາຕລາວນຳດ້ວຍ.
ກ່ຽວກັບເຣຶ່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ຂັ້ນບ້ານຢູ່ໃນເຂດພື້ນທີ່ ສ້າງຕັ້ງເມືອງໃໝ່ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທ່ານຮັບຊາບ ກ່ຽວກັບແຜນການສ້າງຕັ້ງ ເມືອງໃໝ່ແລ້ວ ແຕ່ວ່າ ຍັງມີຣາຍລະອຽດຫຼາຍຢ່າງ ທີ່ຍັງເປີດເຜີຍບໍ່ໄດ້, ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເຫັນວ່າ ການສ້າງຕັ້ງເມືອງໃໝ່ນີ້ ຈະເຮັດໃຫ້ບ້ານທີ່ທ່ານຮັບຜິດຊອບ ຢູ່ມີຄວາມຈເຣີນຫຼາຍຂຶ້ນ.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ກຸມພາ 2023 ນີ້ວ່າ:
“ກະແນ່ນອນແຫຼະນໍ ພາຍຫຼັງມີການພັທນາ ກະບ້ານເມືອງກະຈເຣີນຂຶ້ນ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນຫຼາຍຢ່າງ.”
ທາງດ້ານເຈົ້າໜ້າທີ່ ຂັ້ນບ້ານ ຢູ່ໃນເຂດພື້ນທີ່ສ້າງຕັ້ງເມືອງໃໝ່ ອີກທ່ານນຶ່ງ ກ່າວວ່າ:
“ແຈ້ງການແມ່ນຫຍັງ ກໍ່ມີຫັ້ນແຫຼະ ກະບ່ອນ (ສ້າງຕັ້ງຫ້ອງການເມືອງ) ບໍ່ຮູ້ນໍ ເຂົາເຈົ້ານໍ ຂັ້ນຕອນກຳລັງບຸກເບີກອີຫຍັງຫັ້ນແຫຼະ ບຸກເບີກປ່າ ກະມີປໂຍດຫຍັງ ກະມີ ແຕ່ວ່າຈັດຕັ້ງເມືອງໃໝ່ ຂຶ້ນມາ ເພິ່ນຊິແຍກເມືອງເດຊັ້ນນ່າ. ເມືອງໄຊທານີ ມັນໃຫຍ່ ແລະ ກະຈະແຍກຊີ້ນ່າ.”
ເຈົ້າໜ້າທີ່ຂັ້ນບ້ານທ່ານນີ້ ກ່າວຕື່ມວ່າ ຊື່ເມືອງໃໝ່ ທາງອຳນາດການປົກຄອງ ນະຄອນຫຼວງວຽງຈັນ ຈະໃສ່ຊື່ວ່າ “ເມືອງລ້ານຊ້າງ,” ທັງນີ້, ຍັງບໍ່ທັນມີແຜນ ໃນການພັທນາເມືອງໃໝ່ ເປັນຕົ້ນ ດ້ານການທ່ອງທ່ຽວ ຢ່າງຈະແຈ້ງເທື່ອ ເຖິງແມ່ນວ່າພື້ນທີ່ ເທສະບານເມືອງໃໝ່ ຈະຢູ່ໃກ້ກັບພູເຂົາຄວາຍ.
ດັ່ງທີ່ທ່ານກ່າວວ່າ:
“ຊື່ເມືອງໃໝ່ ເຂົາເຈົ້າຊື່ວ່າ ເມືອງລ້ານຊ້າງ ວ່າຊັ້ນ ຕາມແຜນຂອງຂັ້ນເທິງໃຫ້ຊື່ ຊື່ກະງາມກະດີຫັ້ນແຫຼະ (ສຳລັບການສ້າງ ແຫຼ່ງທ່ອງທ່ຽວໃໝ່) ຍັງບໍ່ມີແຜນ ຂັ້ນນັກທຸຣະກິຈສົນໃຈ ກະມາພົວພັນດຸ ມີແຫຼ່ງທ່ອງທ່ຽວ ມີຫຍັງ ພູເຂົາຄວາຍ ມັນກໍ່ຄັກນ່ະ.”
ໃນຂະນະທີ່ ນັກກົດໝາຍລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງ ເຊິ່ງກໍ່ອາສັຍຢູ່ເມືອງໄຊທານີ ກ່າວວ່າ ທ່ານໄດ້ຂ່າວການກຽມສ້າງຕັ້ງ ເມືອງໃໝ່ຢູ່ ໂດຍທ່ານເຫັນວ່າ ຣັຖບານອາຈໃຫ້ບໍຣິສັດເອກະຊົນ ພາຍໃນ ຫຼື ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເມືອງໃໝ່ ເພື່ອກໍ່ສ້າງເຂດເສຖກິຈພິເສດ ແລະ ແຫຼ່ງທ່ອງທ່ຽວ.
ດັ່ງທີ່ທ່ານກ່າວວ່າ:
“ໂດຍ ໄດ້ຂ່າວຄາວຢູ່ ແຕ່ບໍ່ໄດ້ສົນໃຈກັບເຣື່ອງນີ້ປານໃດ ສ່ວນຫຼາຍຈະບໍ່ແມ່ນຣັຖເປັນຜູ້ລົງທຶນ ເຊິ່ງຈະໃຫ້ນາຍທຶນ ເຂົ້າມາສັມປະທານ ເຮັດເປັນເຂດເສຖກິຈພິເສດ ແລະ ແຫຼ່ງທ່ອງທ່ຽວ ດັ່ງເຊັ່ນ ສວນ ວັທນະທັມ ລ້ານຊ້າງ ກົງກັນຂ້າມສນາມກິລາ ແຫ່ງຊາຕ ຫຼັກ 16.”
ສຳລັບຊື່ ຂອງເມືອງລ້ານຊ້າງນີ້ ຜູ້ໃຊ້ເຟສບຸກຄ໌ ຊາວລາວຫຼາຍຄົນ ສະແດງຄວາມເຫັນ ຕໍ່ເຣຶຶ່ອງນີ້ໄປໃນທາງບໍ່ເຫັນດີ ເປັນສ່ວນຫຼາຍ ຍ້ອນວ່າ ຊື່ລ້ານຊ້າງ ແມ່ນເປັນຊື່ອານາຈັກລາວບູຮານ ເປັນຊື່ທີ່ມີຄວາມຍິ່ງໃຫຍ່ ບໍ່ຄວນນຳມາໃຊ້ ກັບເມືອງນ້ອຍໆ ດັ່ງທີ່ຜູ້ໃຊ້ເຟສບຸກຄ໌ ທ່ານນຶ່ງ ລະບຸວ່າ:
“ທີ່ຈິງ ບໍ່ຄວນໃສ່ຊື່ ເມືອງລ້ານຊ້າງເລີຍ ຊ່ຳກັບລົບປວັຕສາຕ ຄວາມຍິ່ງໃຫຍ່ ໄປໃນໂຕ ຄຳວ່າລ້ານຊ້າງ ໃຫຍ່ເກີນທີ່ຈະມາໃສ່ຊື່ເມືອງນ້ອຍໆ ໜ້າຈະຊອກຊື່ອື່ນ ຫຼື ເຮັດບົດສຳຣວດ ລົງປະຊາມະຕິວ່າມີ ປະຊາຊົນ ເຫັນດີນຳຫຼາຍປານໃດ.”
ທາງດ້ານ ນັກວິຊາການລາວ ສຶກສາຢູ່ປະເທດໄທຍ ຍານາງນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ສັງກັດຂອງຍານາງ ກ່າວວ່າ ການໃຊ້ຊື່ເມືອງໃໝ່ວ່າ ເມືອງລ້ານຊ້າງ ມີຄວາມໝາຍ ໃນການສ້າງຄວາມຮັກຊາຕ ຮັກ ລະບອບຂອງພັກ ປະຊາຊົນປະຕິວັດລາວ ແກ່ປະຊາຊົນລາວ ໂດຍພັກປະຊາຊົນ ປະຕິວັດລາວ ຕ້ອງການໃຫ້ ນະຄອນຫຼວງວຽງຈັນ ເປັນສູນກາງຄວາມຮຸ່ງເຮືອງ ຂອງຊາຕ ເພື່ອສ້າງຄວາມຊອບທັມ ທາງການເມືອງ ຂອງຕົນ ເຊັ່ນດຽວກັບການສ້າງ ອານຸສາວະຣີ ບັນດາວິຣະກະສັດ ຢູ່ທີ່ນະຄອນຫຼວງວຽງຈັນ.
ດັ່ງທີ່ຍານາງ ກ່າວວ່າ:
“ຜູ້ກຳອຳນາດ ຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ພະຍາຍາມທີ່ຈະໃຊ້ ນະຄອນຫຼວງວຽງຈັນ ເປ້ນບ່ອນທີ່ສະແດງເຖິງ ຄວາມຮຸ່ງເຮືອງ ຂອງຊາຕ ໂດຍທີ່ບໍ່ຕ້ອງຫວນ ຄືນກັບໄປວ່າ ເວລາເວົ້າເຖິງຍຸກລ້ານຊ້າງ ເຊິ່ງຖືເປັນຍຸກ ຮຸ່ງເຮືອງຂອງຄົນລາວ ມັນຈະໄປຢູ່ທີ່ຫຼວງພຣະບາງ ແຕ່ຜູ້ກຳອຳນາດຕ້ອງການ ຈະຍົກເອົາຄວາມໝາຍ ຂອງ ລ້ານຊ້າງລົງມາຢູ່ ນະຄອນຫຼວງວຽງຈັນ ແທນ.”
ສຳລັບເມືອງໃໝ່ນີ້ ແມ່ນມີປະຊາກອນປະມານ 35 ພັນກວ່າຄົນ ມີເນື້ອທີ່ທັງໝົດ 360 ຕາແມັດ ໂດຍນອນຢູ່ໃນພື້ນທີ່ ກ້ຳທິດເໜືອ ຂອງນ້ຳງື່ມຢູ່ເມືອງໄຊທານີເດີມ ເບື້ອງທິດເໜືອຕິດກັບເມືອງທຸຣະຄົມ ແຂວງວຽງຈັນ ເບື້ອງທິດຕະເວັນອອກ ຕິດກັບເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ເບື້ອງທິດຕາເວັນຕົກ ແລະ ທິດໃຕ້ຕິດກັບເມືອງໄຊທານີ, ນອກຈາກນີ້ແລ້ວ, ບໍຣິເວນເຂດຈຸດສຸມພັທນາເມືອງໃໝ່ ຍັງຕັ້ງຢູ່ໃກ້ກັບເຂດພື້ນທີ່ ປ່າສງວນພູເຂົາຄວາຍ ເຊິ່ງສາມາດພັທນາ ເປັນແຫຼ່ງທ່ອງທ່ຽວ ໃໝ່ໄດ້.