ຣັຖບານ ຂໍໃຫ້ປະຊາຄົມໂລກ ຊ່ວຍເຫຼືອລາວ ໃຫ້ບັນລຸເປົ້າໝາຍ ພັທນາແບບຍືນຍົງ
2023.05.19
ທາງການລາວ ຮຽກຮ້ອງໃຫ້ປະເທດເພື່ອນມິຕ ແລະອົງການຈັດຕັ້ງສາກົລ ສືບ ຕໍ່ຊ່ອຍເຫລືອລາວ ເພື່ອໃຫ້ບັນລຸເປົ້າໝາຍການພັທນາແບບຍືນຍົງ 18 ເປົ້າ ໝາຍສໍາລັບ ສປປ ລາວ ໃນປີ 2030 ເນື່ອງຈາກລາວ ເປັນປະເທດດ້ອຍພັທນາ ແລະມີຄວາມສ່ຽງສູງທີ່ຈະໄດ້ຮັບຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ, ຈາກພັຍທັມມະຊາຕ ແລະໂຄງການພັທນາຂນາດໃຫຍ່.
ດັ່ງທ່ານ ໂພໄຊ ໄຂຄໍາພິທູນ ຮອງຣັຖມົນຕຣີກະຊວງການຕ່າງປະເທດ ກ່າວຕໍ່ກອງປະຊຸມ ປະຈໍາປີຄັ້ງທີ 79 ຂອງຄະນະກັມມາທິການ ເສຖກິຈ-ສັງຄົມຂອງ ອົງການສະຫະປະຊາຊາຕ ປະຈໍາພາກພື້ນເອເຊັຍ-ແພຊີຟິກ ທີ່ບາງກອກ ປະເທດໄທຍ ເມື່ອວັນທີ 15 ພຶສພານີ້.
“ສປປ ລາວ ຍັງຕ້ອງການການສນັບສນູນ ແລະການຮ່ວມມືເພີ່ມຕື່ມ ຈາກປະຊາຄົມສາກົລ ທັງທາງດ້ານການເງິນແລະເທັກນິກ ເພື່ອໃຫ້ບັນລຸໂຄງການ ພັທນາແຫ່ງຊາຕ ຕາມເປົ້າໝາຍການພັທນາ ແບບຍືນຍົງ ແລະພັນທະສັນຍາ ພາຍໃຕ້ຂໍ້ຕົກລົງພາຄີ.”
ທ່ານກ່າວຕື່ມວ່າ ບັນຫາການປ່ຽນແປງຂອງດິນຟ້າອາກາດ ທີ່ສົ່ງຜົລກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະປະເທດ ທີ່ມີຄວາມບອບບາງດ້ານເສຖກິຈ-ການເງິນ ຄື ສປປ ລາວ ອາຈເປັນປັດໄຈສໍາຄັນ ທີ່ເຮັດໃຫ້ ປະເທດເຫລົ່ານັ້ນ ບໍ່ສາມາດບັນລຸເປົ້າໝາຍ ການພັທນາແບບຍືນຍົງໄດ້.
ເປົ້າໝາຍການພັທນາ ແບບຍືນຍົງສໍາລັບ ສປປ ລາວ ແມ່ນມີ 18 ເປົ້າໝາຍ ຮວມທັງ ການລົບລ້າງຄວາມທຸກຍາກ, ການຮັບປະກັນສຸຂພາບທີ່ດີ, ການເຂົ້າເຖິງການສຶກສາ, ຄວາມສເມີພາບ ລະຫວ່າງຍິງ-ຊາຍ ຊຶ່ງຈະຕ້ອງປະຕິບັດໃຫ້ໄດ້ພາຍໃນປີ 2030.
ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລົບລ້າງ ຄວາມທຸກຍາກ ຢູ່ແຂວງຫຼວງນໍ້າທາ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ພຶສພານີ້ແລ້ວແມ່ນວ່າ ເປັນໄປໄດ້ຍາກ ທີ່ຈະເຮັດໃຫ້ເປົ້າໝາຍການພັທນາ ແບບຍືນຍົງທັງ 18 ເປົ້າໝາຍນັ້ນ ບັນລຸຜົລສໍາເຣັດ ເນື່ອງຈາກຫຼາຍໂຄງການພັທນາບໍ່ມີການສືບຕໍ່, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ ແລະເຣື່ອງງົບປະມານ ກໍບໍ່ມີພຽງພໍ.
“ວຽກໂຕນີ້ໆ ຄັນມັນບໍ່ຕໍ່ເນື່ອງກໍຫຍູ້ງຍາກ ຄືວ່າຍາມໃດກະກັບມາຕັ້ງສູນໃໝ່ນ່າ ເຮັດໄປຕາມໜ້າວຽກໄປ ຫຼາຍໆອັນຄາກັບ ສະພາບວຽກນີ້ແຫຼະ ເຣື່ອງເສຖກິຈ ຂັ້ນເມືອງຂັ້ນແຂວງກະດາຍ.”
ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ກໍເວົ້າເຖິງປະຊາຊົນ ທີ່ຍັງປະເຊີນກັບຄວາມທຸກຍາກ ແລະບໍ່ໄດ້ຮັບການພັທນາໃນດ້ານຕ່າງໆ ເທົ່າທີ່ຄວນວ່າ ຍັງມີຈໍານວນຫຼາຍ ໂດຍສະເພາະໃນເຣື່ອງການສົ່ງເສີມອາຊີບ, ການເຂົ້າເຖິງການສຶກສາ, ໄຟຟ້າຍັງບໍ່ທົ່ວເຖິງ, ເສັ້ນທາງຍັງໄປ-ມາ ບໍ່ສະດວກ ແລະອື່ນໆອີກຫຼາຍຢ່າງ. ເພາະສະນັ້ນແລ້ວ ຫາກທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ເອົາໃຈໃສ່ ໃນການພັທນາຢ່າງຈິງຈັງ ແລະເປັນຮູບປະທັມແລ້ວ ກໍມີໂອກາດໜ້ອຍຫຼາຍ ທີ່ຈະບັນລຸເປົ້າໝາຍ ຊຶ່ງໄດ້ກໍານົດໄວ້ນັ້ນ.
“ສ່ວນຫຼາຍຈະເຮັດໄຮ່ ເຮັດສວນ ບາງບ້ານ ກະໄຟຟ້າຍັງບໍ່ຮອດເທື່ອ ເສັ້ນທາງກະຍັງບໍ່ສະດວກ ສ່ວນຫຼາຍແລ້ວຖ້າມອບໃຫ້ເມືອງ ຫລືມອບໃຫ້ແຂວງແລ້ວ ໝົດໂຄງການແລ້ວບໍ່ສືບຕໍ່ ແບບນັ້ນຫັ້ນນ່າ.”
ຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງ ກໍກ່າວເຖິງເຣື່ອງການສຶກສາວ່າ ປັດຈຸບັນ ຍັງມີເດັກນ້ອຍຈໍານວນຫຼາຍ ເປັນຕົ້ນເດັກນ້ອຍຊົນເຜົ່າ, ເດັກນ້ອຍ ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະເດັກນ້ອຍທຸກຍາກ ຍັງຂາດໂອກາດ ທີ່ຈະໄດ້ຮຽນໜັງສື. ຖ້າຢາກເຮັດໃຫ້ບັນລຸເປົ້າໝາຍນີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນຫາທາງແກ້ໄຂບັນຫານັ້ນ ໃຫ້ໄດ້ກ່ອນ.
ດັ່ງທີ່ທ່ານກ່າວວ່າ:
“ນັກຮຽນ ທີ່ບໍ່ໄດ້ຮຽນໜັງສື ພໍ່-ແມ່ ຂະເຈົ້າກະ ຄືວ່າຫັ້ນແຫຼະ ທຸກຍາກບໍ່ ຫລືວ່າເອົາໄປເຝົ້ານ້ອງ ຢູ່ໄຮ່ຢູ່ປ່າເຂົາທໍາການຜລິດຫັ້ນນ່າ ບໍ່ມີໃຊ້ຈ່າຍໃນຄອບຄົວເລີຍດຶງເອົາລູກຫັ້ນ ອອກໂຮງ ຮຽນກະມີ ແມ່ນຍ້ອນສະພາບແວດລ້ອມໃນຄອບຄົວຫັ້ນເລີຍເນາະ.”
ທີ່ແຂວງຫົວພັນ ເຈົ້າໜ້າທີ່ລົບລ້າງຄວາມທຸກຍາກ ກໍເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 19 ພຶສພານີ້ວ່າ ຕລອດໄລຍະ 10 ປີທີ່ຜ່ານມາ ຢູ່ແຂວງນີ້ ກໍມີການ ພັທນາໄປໃນທາງທີ່ດີຂຶ້ນ ເຮັດໃຫ້ປະຊາຊົນມີອາຊີບ, ມີລາຍໄດ້ ແລະມີຊີວິດການເປັນຢູ່ດີຂຶ້ນ ແຕ່ກໍຍັງມີປະຊາຊົນຈໍານວນນຶ່ງ ທີ່ບໍ່ສາມາດເຂົ້າເຖິງການ ພັທນານັ້ນໄດ້ ຫລືບາງໂຄງການພັທນາ ກໍປະຕິບັດບໍ່ສອດຄ່ອງກັບ ວິຖີຊີວິດຂອງປະຊາຊົນ ໃນພື້ນທີ່ ເຮັດໃຫ້ການພັທນາເຫຼົ່ານັ້ນ ບໍ່ບັນລຸເປົ້າໝາຍ, ເປັນຕົ້ນ ໂຄງການຂຸດຄົ້ນບໍ່ແຮ່, ໂຄງການສ້າງເຂື່ອນໄຟຟ້າບາງໂຄງການ ໄດ້ມີການໂຍກຍ້າຍປະຊາຊົນ ອອກໄປຢູ່ບ່ອນໃໝ່ ທີ່ບໍ່ມີດິນທໍາການຜລິດ, ບໍ່ມີລາຍໄດ້ ເຮັດໃຫ້ກາຍເປັນຄອບຄົວ ທຸກຍາກໄປຕື່ມ.
“ຂ້າພະເຈົ້າເຮັດວຽກຢູ່ນີ້ເນາະ ຂ້າພະເຈົ້າສັງເກດການເບິ່ງວ່າຂະເຈົ້າ ຍັງບໍ່ມີລາຍຮັບຫຍັງຫຼາຍ ເຂດເຮົານີ້. ໂອ໋ ຍັງຫຼາຍພວກເຮົາດຽວນີ້ ຍັງເຄິ່ງໆກາງໆຢູ່ ບໍ່ວ່າໂຄງການໃດເຂົ້າມານ່າ ຫຼາຍຄົນມັນຍາກເນາະເຮົາຕ້ອງເຮັດໃຫ້ຂະເຈົ້າເບິ່ງແຫຼະ ຂະເຈົ້າຈຶ່ງຊິນໍາມາເຮັດຫັ້ນນ່າ.”
ມາເຖິງປີ 2023 ນີ້ ເປົ້າໝາຍການພັທນາແບບຍືນຍົງ ກໍຜ່ານມາໄດ້ເຄິ່ງທາງແລ້ວ ນັບແຕ່ປີ 2015 ມາ ສປປ ລາວ ແລະຫຼາຍປະເທດໃນໂລກ ກໍໄດ້ຈັດຕັ້ງປະຕິບັດ. ສຳຣັບເປົ້າໝາຍທີ 1 ຄື ລົບລ້າງຄວາມທຸກຍາກ; ປັດຈຸບັນ ທາງການລາວເວົ້າວ່າ ຢູ່ ສປປ ລາວ ຍັງມີຄົນທຸກຍາກຢູ່ປະມານ 18% ຂອງຈໍານວນປະຊາກອນທັງໝົດ, ແຕ່ບັນຫາມີຢູ່ວ່າ ຖ້າຍັງມີຄົນທຸກຍາກ ໃນຈໍານວນທີ່ວ່ານັ້ນແທ້ ທາງການລາວຈະສາມາດລົບລ້າງ ໃຫ້ໝົດໄປໄດ້ບໍ່ພາຍໃນປີ 7 ປີຂ້າງໜ້າ ແລະເຊັ່ນດຽວກັນ ກັບເປົ້າໝາຍທີ 2 ຄື ລົບລ້າງຄວາມອຶດຫິວ ຊຶ່ງປັດຈຸບັນ ເວົ້າພຽງແຕ່ເຖິງເດັກນ້ອຍລາວ ທີ່ຂາດສານອາຫານ ກໍມີເຖິງ 33%. ສຳລັບເປົ້າ ໝາຍທີ 3 ແລະທີ 4 ຄື ໃຫ້ຄົນລາວ ໄດ້ຮັບການຮັກສາສຸກຂະພາບ ແລະການສຶກສາທີ່ດີ ມີຄຸນນະພາບນັ້ນ ກໍເປັນໄປໄດ້ຍາກ ທີ່ ສປປ ລາວ ຈະປະຕິບັດໄດ້ ພາຍໃນປີ 2030 ທີ່ຈະມາເຖິງນີ້.