ຂຶ້ນບັນຊີ ພວກຄ້າ ຢາເສບຕິດ 2,000 ປາຍຄົນ

0:00 / 0:00

ປັດ​ຈຸ​ບັນ ການ​ຜ​ລິດ ແລະ ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ໄດ້​ກາຍ​ເປັນ​ຂບວນ​ການ​ຂ້າມ​ຊາດ ທີ່​ຣັ​ຖ​ບານລາວ ຕ້ອງ​ເລັ່ງ​ສະ​ກັດ ແລະ ປາບ​ປາມ ຢ່າງ​ເຂັ້ມ​ງວດ ເພາະວ່າ ບັນ​ຫາ​ຢາ​​ເສບ​ຕິດ​ໃນ​ລາວ ຍັງ​ບໍ່​ຫຼຸດ​ລົງ ແລະ ມີ​ທ່າ​ອ່ຽງ​ຂ​ຍາຍ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຫຼ້າ​ສຸດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບຂອງ​ລາວ ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ 2,272 ຄົນ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາດ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນຄວາມ​ສ​ງົບ ທ່ານນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 11 ກຸມ​ພາ.

" ຕາມ ​ທິດ​ທາງ​ຊີ້​ນຳຂອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳ​ຣວດ ຫັ້ນ​ແຫຼະ ຫຼາຍ​ໄດ໋ໆ ເພາະ​ວ່າ ມັນ ເປັນ​ໝາຍ​ເກົ່າໆ ມັນ​ຂຶ້ນ​ຊຸດ​ທີ່​ເຊົາ​ກະ​ເປົ້າ​ໝາຍ​ໃໝ່ ຂຶ້ນ​ຕໍ່​ມັນ​ກະ​ມີ​ຕ​ລອດ​ແຫຼະ, ເມື່ອ​ເຮົາ​ເກັບ​ຂໍ້​ມູນ ແລະ ຂຶ້ນ​ບັນ​ຊີ​ເປົ້າ​ໝາຍ ແລ້ວ​ເນາະ ໄທ​ເຮົາ​ກະ​ໄດ້​ຕິດ​ຕາມ ດ້ວຍ ການ​ເຄື່ອນ​ໄຫຍ​ຂອງ​ເຂົາ ຣາຍ​ໃຫຍ່ ຣາຍ​ຍ່ອຍ ຄື​ກັນ​ໝົດ​ຫັ້ນ​ນ່າ."

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ຄົນ​ທີ່​ຖືກ​ຂຶ້ນລາຍ​ຊື່ ທັງ​ໝົດ ຖ້າ​ເປັນ​ກຸ່ມ​ເຄືອ​ຂ່າຍ ຂອງ​ຂບວນ​ການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ ຈະ​ເປັນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູນ​ກາງ ເປັນ​ຜູ້​ຕິດ​ຕາມ ແລະ ເຝົ້າ​ລະ​ວັງ ທຸ​ກ​ການ​ເຄື່ອນ​ໄຫວ, ແຕ່​ກໍ​ຕ້ອງ​ມີ​ຫຼັກ​ການ​ຫຼາຍ​ຢ່າງ ໃນ​ການ​ເຂົ້າ​ໄປ​ກວດ​ຄົ້ນ ຫຼື ຈັບ​ໂຕ ມາ​ສືບ​ສວນ-​ສອບ​ສວນ. ສ່ວນ​ກຸ່ມ ຄ້າ​ຂາຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ ກໍ​ຈະ​ໃຫ້​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ເມືອງ ແລະ ແຂວງ ເປັນ​ຜູ້​ຕິດ​ຕາມ ແລະ ດຳ​ເນີ​ນ​ຄ​ະ​ດີ.

ສຳ​ລັບ​ການ ຂຶ້ນ​ບັນ​ຊີ ລາຍ​ຊື່ ນັກ​ຄ້າຢາ​ເສບ​ຕິດ ຈຳ​ນ​ນວນ 2,272 ຄົນ, ສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ ​ອີກ​ຈຳ​ນວນ​ນຶ່ງ ຊຶ່ງກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ບໍໍ່​ເປີດ​ເຜີຍ​ລາຍ​ຊື່ ເພາະ​ກັງ​ວົນວ່າ ຈະ​ກະ​ທົບ​ຕໍ່​ການ​ຕິດ​ຕາມ ມາສືບ​ສວນ-ສອບ​ສວນ.

ຢາ​ເສບ​ຕິດ​ ມີ​ການ​ຣະ​ບາດຢູ່​ໃນ​ໂຮງ​ຮຽນ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ສຶ​ສາ​ທິ​ການ ແລະ ກິ​ລາ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສັ​ຣີ ໃນ​ວັນ​ທີ 11 ກຸມ​ພາ ວ່າ:

“ແຕ່​ດຽວນີ້ ຢູ່ນອກ ກັບ​ໃນ​ເມືອງ ກິນ​ຄື ກັນ ສະ​ເພາະ​ໂຕນີ້ ກະ​ຫຼາຍ​ເດັກ​ນ້ອຍ ພວກ​ນັກ​ຮຽນ​ຫັນ ພວກ​ນັກ​ຮຽນ​ບາງ ກະ​ອອກ​ໂຮງ​ຮຽນ ຍ້ອນ​ສິ່ງ​ເສບ​ຕິດ ການ​ສຶກ​ສານ​ເຮົາ​ກະ​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ​ເຣື່ອງ​ຢາ​ເສບ​ຕິດ ທຸກມື້​ນິ​ນ່າ ຕ້ອງ​ມີ​ໂຄງ​ການ​ກິ​ຈ​ກັມ​ແນວ​ໃດ ຊຸກ​ຍູ້​ໂຕ​ນັ້ນ ຫັ້ນ​ນ່າ ບໍ່​ໃຫ້​ເຂົາ​ກິນ ເຂົາ​ເສບ​ຫັ້ນ​ນ່າ.”

ເຈົ້າ​ໜ້າ​ທີ່ ທ່ານນີ້ ກ່າວ​ຕື່ມ​ວ່າ ປັດ​ໃຈ ທີ່​ເຮັດ​ໃຫ້​ເດັກ​ນັກ​ຮຽນ ຫຼື ກຸ່ມ​ຊາວ​ໜຸ່ມພາ​ກັນ​ຕິດ​ຢາ​ເສບ​ຕິດ ເປັນ​ຈຳ​ນ​ວນ​ຫຼາຍ ກໍ​ຍ້ອນ​ວ່າ ຢາ​ບ້າ ຫາ​ຊຶ້​ໄດ້​ງ່າຍ ແລະ ມີ​ລາ​ຄາ​ຖືກ ​ປະ​ມານ 5,000 ກີບ ​ຕໍ່​ແມັດ. ນອກ​ຈາກນີ້ ທາງ​ການ​ລາວ ແລະ ໄທ​ຍ ກໍ​ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັນຕ້ານ ແລະ ສະ​ກັດ​ກັ້ນການ​ຄ້າ​ຂາຍ​ ຢາ​ເສບ​ຕິດ​ຂ້າມ​ຊາດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ປະ​ເທດ​ໄທ​ຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 11 ກຸມ​ພາ ວ່າ:

" ໃນ ​ໂຕ​ສາມ​ຫຼ່ຽມ​ຄຳ ແລ້ວ ພື້ນ​ທີ່​ໂຄງ​ສ​ໂຣ​ມັນ ເນື່ອງ​ຈາກວ່າ ມັນ​ບໍ່​ແມ່ນ​ພື້ນ​ທີ່​ຂອງ​ເຮົາ ຊິ​ໃຫ້​ເຮົາ​ໄປ​ຄວບ​ຄຸມ​ພື້ນ​ທີ່ ຄົງ​ເປັນ​ໄປ​ບໍ່​ໄດ້ ແຕ່​ເຮົາ​ຄວບ​ຄຸມ​ສ​ຖານະ​ການ ໂດຍ​ທີ່​ວ່າ ຄວບ​ຄຸມ​ຄົນ​ໄທ​ຍ ແລະ ການ​ເຂົ້າ-​ອອກ ການກວດ​ສອບ​ປວັດ ການ​ຕິດ​ຕັ້ງ​ອຸ​ປກອນພິ​ເສດ​ຕ່າງໆ ເພື່ອ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ ຄົນ​ທີ່​ຂ້າມ​ໄປ ຂ້າມ​ມາ ອັນ​ນີ້ ຄື ໃນ​ສິ່​ງທີ່​ທາງ​ການ​ໄທ​ຍ​ເຮົາ​ໃຫ້​ຄວາ​ມ​ສຳ​ຄັນ."

ຂະ​ນະ​ທີ່ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ນຳ​ເອົາ​ບັນ​ຫາ​ຢາ​ເສບ​ຕິດ ຂຶ້ນ​ມາ​ເປັນ​ວາ​ລະ​ແຫ່ງ​ຊາດ ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ ໃຫ້​ຫຼຸດໜ້ອຍ​ຖອຍ​ລົງ ແລະ ເນັ້ນ​ຢ້ຳ​ໃຫ້ ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ເອົາ​ໃຈ​ໃສ່ ຄອຍ​ເປັນ​ຫູ​ເປັນ​ຕາ.

ທ່ານ ພັນຄຳ ວິ​ພາ​ວັນ ນາ​ຍົກຣັັຖ​ມົນ​ຕ​ຣີ ກ່າວ​ໃນ​ກອງ​ປະ​ຊຸມ​ສ​ມັມ​ສາ​ມັນ ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ໃນ​ທ້າຍ​ປີ 2021 ຕອນນີ້​ວ່າ:

“ສຸມ​ໃສ່​ແກ້​ໄຂ ບັນ​ຫາ​ຢາ​ເສບ​ຕິດຂອງ​ປະ​ເທດ​ເຮົາ ໃຫ້​ຜ່ອນ​ຄາຍລົງ ຢ່າງ​ຈະ​ແຈ້ງ ຈຳ​ເປັນ ແລະ ຮີບ​ດ່ວນຂອງ​ຊາດ ທີ່​ສະ​ສົມ​ມາ​ຫຼາຍ​ປີ ໃຫ້​ຜ່ອນ​ຄາຍ​ລົງ​ໃນ​ກຳ​ນົດ​ເວ​ລາ​ທີ່​ແນ່ນອນ ໂດຍ​​ຖື​ເອົາ ການ​ແກ້​ໄຂບັນ​ຫາ​ດັ່ງ​ກ່າວ ນັ້ນ ເປັນ​ໜ້າ​ທີ່​ພັນ​ທະ ແລະ ຄວາ​ມ​ຮັບ​ຜິດ​ຊອບ​ ຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ.”

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດເສບ​ຕິດ​ທັງ​ໝົດເກືອບ 3,000 ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ ຢຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄສ 2,500 ກິ​ໂລກຼັມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ. ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ. ນອກ​ຈາກນີ້ ຍັງ​ສາ​ມາດ​ຂຶ້ນ​ບັນ​ຊີ​ລາຍ​ຊື່ ເປົ້າ​ໝາຍ ຂົນ​ສົ່ງ-ຄ້າ​ຂາຍ​ຢາ​ເສບ​ຕິດ ​ທົ່ວ​ປະ​ເທດໄດ້ເກືອບ 2,000 ຄົນ, ເປົ້າ​ໝາຍຢ​າ​ເສບ​ຕິດ ທີ່​ໂຕນ​ໜີ​ຈາກ​ຄ້າຍ​ຄຸມ​ຂັງ 7 ຄົນ, ເປົ້າ​ໝາຍ ທີ່​ພົ້ນ​ໂທດ​ອອກ​ໄປແລ້ວ ໄປ​ເຄື່ອນ​ໄຫວ​ຄ້າ​ຢາ​ເສບ​ຕິດ ເກືອບ 200 ຄົນ ແລະ ເປົ້າ​ໝາຍ​ທີ່​ມີ​ຄຳ​ສັ່ງ​ຈັບ​ໂຕ 100 ຄົນ.

ສຳ​ລັບ​ເປົ້າ​ໝາຍ​ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ຢາ​ເສບ​ຕິ​ດ ມີ 9 ຈຸດ ແລະ ເຂດ​ລໍ່​ແຫຼມ ນຳ​ເຂົ້າ-ອອກ ສານ​ຕັ້ງ​ຕົ້ນ ທີ່​ໃຊ້​ໃນ​ການ​ການ​ຜ​ລິດ​ຢາ​ເສບ​ຕິດ​ມີ 4 ຈຸດ ແຕ່​ຈຸດ​ສຳ​ຄັນ ທີ່​ສຸດ​ຄື ພື້ນ​ທີ່​ສາມ​ຫຼ່ຽມ​ຄຳ ແຂວງ ບໍ່​ແກ້ວ.

ໃນ​ປີ 2020 ທີ່​ຜ່ານ​ມາ ອົງ​ການ UNODC ໄດ້​ຣາຍ​ງານ​ວ່າ ປະ​ເທດ​ໄທ​ຍ ແລະ ລາວ​ມີ​ການ​ຜ​ລິດ​ຢາ​ເສບ​ຕິດ ແລະ ຄ້າ​ມະ​ນຸດ ຂ​ຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ ມີ​ການ​ຢຶດ​ສານ​ເສບ​ຕິດ ປະ​ເພດ Methamphetamine ສະ​ເພາະ ໃນ​ເຂດ​ເອ​ເຊັຽ​ຕາ​ເວັນ​ອອກ ແລະ ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຫຼາຍເຖິງ 140 ຕັນ ໂດຍ ສ່ວນ​ໃຫຍ່ຜ​ລິດ​ໃນ​ຣັ​ຖ​ສານ ຂອງ​ພະ​ມ້າ ຕ​ຣົງ​ກັນ​ຂ້າມ ທາຍ​ແດນ​ໄທ​ຍ ແລະ ລາວ ແລະ ດ້ວຍ​ການ​ຜ​ລິດ​ເພີ່ມ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ໄທ​ຍ ແລະ ລາວ ກາຍ​ເປັນ​ຈຸດ​ຄ້າ​ຂາຍ ​ຢາ​ເສບ​ຕິດ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ຂອງ​ໂລກ.