ໂຮງໄຟຟ້າຫົງສາສ້າງຄວາມກັງວົນໃຈ ຊາວບ້ານບໍ່ມີດິນທຳກິນ
2021.10.29
ຊາວບ້ານ ບ້ານກິ່ວງິ້ວ ເມືອງເງິນ ແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ແລະ ສູນເສັຽທີ່ດິນ ໃຫ້ກັບໂຄງການຂຍາຍພື້ນທີ່ ສັມປະທານ ຂອງໂຮງໄຟຟ້າຫົງສາ ຍັງກັງວົນໃຈ ຢ້ານບໍ່ມີທີ່ດິນ ທຳການກະເສຕ ພາຍຫຼັງທີ່ຈະຖືກໂຍກຍ້າຍ ໄປຢູ່ເຮືອນຈັດສັນໃໝ່ ໃນທ້າຍປີ 2021 ນີ້. ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ອອກຈາກພື້ນທີ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ຕຸລາ ນີ້ວ່າ:
“ເຂົາເຮັດແລ້ວ ກະຈຳເປັນຕ້ອງໄດ້ຢູ່ນຳເຂົາ ບໍ່ເທົ່າຫຼັງເກົ່າດອກ. ດິນກະສິກັມນີ້ ດຽວນີ້, ຍັງບໍ່ໄດ້ເທື່ອນ່າ ມີແຕ່ເຂົາວ່າ ຄອບຄົວນຶ່ງ ໄດ້ 3 ເຮັກຕ້າຣ. ຖ້າວ່າເປັນແນວໃດ ກະກ່ອນຊິຍ້າຍ ແມ່ນຕ້ອງໄດ້ໄປຈັດ ດິນໂຕຫັ້ນໄປໝົດ ແລ້ວກະຄ່ອຍໄປໂຕນີ້ນ່າ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ກ່ອນຈະໄດ້ຮັບການໂຍກຍ້າຍ ໄປຢູ່ເຮືອນຈັດສັນໃໝ່ ກໍຢາກໃຫ້ທາງການແຂວງ ແລະ ບໍຣິສັດ ຜູ້ພັທນາໂຄງການ ໄດ້ບຸກເບີກ ແລະ ຈັດສັນ ທີ່ດິນທຳການກະເສຕ ໃຫ້ກັບຊາວບ້ານກ່ອນ ເພາະປັດຈຸບັນ ຍັງບໍ່ເຫັນມີພາກສ່ວນທີ່ກ່ຽວຂ້ອງ ໄປບຸກເບີກເນື້ອທີ່ເທື່ອ ແລະ ຍັງບໍ່ຮູ້ວ່າ ພື້ນທີ່ທຳການກະເສຕ ຂອງຊາວບ້ານ ຈະຢູ່ຈຸດໃດ.
ຊາວບ້ານທີ່ໄດ້ຮັບຜົລກະທົບ ອີກຜູ້ນຶ່ງ ກໍຮູ້ສຶກອຸກໃຈຄືກັນ ເນື່ອງຈາກ ທີ່ດິນທຳການກະເສຕ ຂອງຊາວບ້ານ ໃນປັດຈຸບັນ ກໍມີໜ້ອຍຢູ່ແລ້ວ, ແຕ່ກະສູນເສັຽໃຫ້ກັບໂຄງການໄປແລ້ວ ແລະ ຄາດຫວັງວ່າ ທາງການລາວ ຈະເລັ່ງຈັດສັນທີ່ດິນ ໃຫ້ກັບຊາວບ້ານ ໄວທີ່ສຸດ.
ນອກຈາກນີ້, ຊາວບ້ານກໍຍັງກັງວົນ ເຣື່ອງປ່າໄມ້ ແລະ ແຫຼ່ງນ້ຳ, ເຊິ່ງເປັນແຫຼ່ງທຳມາຫາກິນ ຂອງຊາວບ້ານ ຈະໄດ້ຮັບຜົລກະທົບ ຈາກໂຄງການຂຍາຍພື້ນທີ່ ສັມປະທານ ຂອງໂຮງໄຟຟ້າຫົງສາ. ຊາວບ້ານ ອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ແລະ ສູນເສັຽທີ່ດິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊິແບ່ງດິນ ດິນປ່າແນວໃດ ໃຫ້ພໍ່-ແມ່ປະຊາຊົນ ຄິດບໍ່ອອກວ່າ ປະຊາຊົນຊິກິນແນວໃດ ເຮັດແນວໃດ. ເວົ້າລວມນີ້ກະ ກະທົບຫຼາຍກວ່າ ແລ້ວກະປ່າກັນຊົນ ປ່າຊົມໃຊ້ ປ່າແຫຼ່ງນ້ຳມໍ່ນີ້. ຄຶດເບິ່ງແລ້ວ ກະໜັກໃຈ ຊາວບ້ານນ່າ.”
ປັດຈຸບັນ, ຊາວບ້ານ ບ້ານກິ່ວງິ້ວ ມີອາຊີບເຮັດນາ ແລະ ລ້ຽງສັດ ເປັນອາຊີບຫຼັກ, ແຕ່ຫຼັງຈາກທີ່ຊາວບ້ານ ຖືກໂຍກຍ້າຍ ອອກຈາກບ້ານເກົ່າ ໄປຢູ່ເຮືອນຈັດສັນໃໝ່ແລ້ວ ອາຊີບການເຮັດນາ ຂອງຊາວບ້ານ ຈະບໍ່ສາມາດເຮັດໄດ້ຄືເກົ່າ ເນື່ອງຈາກພື້ນທີ່ ບໍ່ເໝາະສົມ ໃນການເຮັດນາ. ແຕ່ໄລຍະ 3 ປີ, ຫຼັງຈາກທີ່ຖືກໂຍກຍ້າຍ ໄປແລ້ວນັ້ນ, ບໍຣິສັດໄຟຟ້າຫົງສາ ຈະມອບເຂົ້າສານ ຫຼືເງິນສົດ ໃຫ້ກັບຊາວບ້ານ ເພື່ອເປັນການທົດແທນ.
ສ່ວນເຣື່ອງຈັດສັນທີ່ດິນ ໃຫ້ກັບຊາວບ້ານນັ້ນ, ອຳນາດການປົກຄອງເມືອງເງິນ ແລະ ແຂວງໄຊຍະບູຣີ ເຫັນວ່າ ຈະບໍ່ມີການບຸກເບີກເນື້ອທີ່ ໃຫ້ກັບຊາວບ້ານ ເນື່ອງຈາກພື້ນທີ່ ເປັນເຂດພູສູງ ແລະ ເນື້ອທີ່ບໍ່ເໝາະສົມ ຕໍ່ການບຸກເບີກ, ແຕ່ທາງການ ຈະຈັດສັນເນື້ອທີ່ປ່າ ໃຫ້ກັບຊາວບ້ານ ເພື່ອນຳໄປເຮັດໄຮ່ ແລະ ລ້ຽງສັດແທນ. ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ, ດິນກະສິກັມ ແມ່ນງວດຕໍ່ໄປ ບໍ່ໄດ້ບຸກເບີກ ມີແຕ່ຈັດສັນໃຫ້ເລີຍ ທາງບໍຣິສັດໄຟຟ້າຫົງສາ ນີ້ ຈະເຮັດທາງເຂົ້າໄປດິນ ທີ່ເຮົາຈັດສັນໃໝ່ ໃຫ້ເຂົາເຈົ້ານັ້ນ. ເຮັດທາງແດງເຂົ້າໄປ ທົດແທນໃຫ້ຂະເຈົ້າຄືນ, ແຕ່ວ່າ ມັນເປັນປ່າເນາະ.”
ເຣື່ອງການຊົດເຊີຍເງິນ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ປັດຈຸບັນ, ບໍຣິສັດໄຟຟ້າຫົງສາ ໄດ້ມອບໃຫ້ແລ້ວ ໃນຄັ້ງທີ 1 ຄື ເງິນຊົດເຊີຍ ເຮືອນຫຼັງເກົ່າ ຈຳນວນ 106 ຫຼັງ ມີ 114 ຄອບຄົວ ແລະ ດິນປຸກສ້າງ ຈຳນວນ 240 ຕອນ ລວມມູລຄ່າ 7 ຕື້ປາຍກີບ.
ສ່ວນການຊົດເຊີຍ ໃນຄັ້ງທີ 2 ຈະເປັນການຊົດເຊີຍເງິນ ປະເພດ ທີ່ດິນທຳການກະເສຕ, ເຊິ່ງຈະຊົດເຊີຍ ໃຫ້ກັບຊາວບ້ານ ໃນຕອນໂຍກຍ້າຍ ເຂົ້າໄປຢູ່ເຮືອນຈັດສັນໃໝ່ ໃນເດືອນທັນວາ ທ້າຍປີ 2021 ນີ້. ເຈົ້າໜ້າທີ່ທ້ອງຖິ່ນ ເມືອງເງິນ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເງິນອັນຊົດເຊີຍຫັ້ນ ມີແຕ່ເຮືອນຫຼັງເກົ່າ ກັບພື້ນທີ່ດິນປຸກສ້າງ ມັນຖືກຢູ່ 7 ຕື້ປາຍພຸ້ນນ່າ, ກະຫາມອບເປັນຄັ້ງທີ 1. ຂະເຈົ້າກຳລັງເລັ່ງ ການກໍ່ສ້າງເຮືອນນີ້ ໃຫ້ມັນແລ້ວ.”
ສ່ວນຄວາມຄືບໜ້າ ວຽກງານການກໍ່ສ້າງ ເຮືອນຈັດສັນ ຈຳນວນ 136 ຫຼັງ, ການກໍ່ສ້າງ ໂຮງຮຽນປະຖົມ, ການກໍ່ສ້າງ ໂຮງຮຽນອະນຸບານ, ການກໍ່ສ້າງ ຫໍປະຊຸມບ້ານ, ການກໍ່ສ້າງ ຣະບົບໄຟຟ້າ-ນ້ຳປະປາພາຍໃນບ້ານ ແລະ ການກໍ່ສ້າງເສັ້ນທາງພາຍໃນບ້ານ ປະມານ 2.5 ກິໂລແມັຕ. ປັດຈຸບັນ, ທຸກໜ້າວຽກ ຄືບໜ້າໄປແລ້ວ ປະມານ 70-90%, ໂດຍອີງຕາມແຜນການ ຈະຕ້ອງສຳເຣັດ ແລະ ສົ່ງມອບ ພາຍໃນທ້າຍປີ 2021 ນີ້.
ສຳລັບການໂຍກຍ້າຍ ຊາວບ້ານ ບ້ານກິ່ວງິ້ວ ຈຳນວນ 114 ຄອບຄົວ ເພື່ອໄປຢູ່ເຮືອນຈັດສັນໃໝ່ ໃນທ້າຍປີ 2021 ນີ້, ແມ່ນໄດ້ຮັບຜົລກະທົບ ຈາກໂຄງການຂຍາຍພື້ນທີ່ ສັມປະທານ ຂອງໂຮງໄຟຟ້າຫົງສາ ຈຳນວນ 2,700 ເຮັກຕ້າຣ ເພື່ອໃຫ້ຊາວບ້ານ ມີຄວາມປອດພັຍ ຈາກໂຮງໄຟຟ້າ.