ຂາດເຂີນ ນ້ຳມັນແອັດຊັງ ຢູ່ບາງເຂດຂອງລາວ
2021.11.05

ນໍ້າມັນແອັດຊັງ ຢູ່ນະຄອນຫຼວງວຽງຈັນ ແລະບາງແຂວງຂອງລາວ ຂາດປໍ້າຢູ່ຫຼາຍແຫ່ງ ແລະມີບາງປໍ້າປິດບໍຣິການນໍ້າມັນຊົ່ວຄາວ ໃນທ້າຍອາທິດທີ່ຜ່ານມາ ແລະໃນຕົ້ນອາທິດນີ້ ເຮັດໃຫ້ປະຊາຊົນຜູ້ໃຊ້ຣົດໄດ້ຮັບຄວາມຫຍຸ້ງຍາກ. ເວົ້າສະເພາະປໍ້ານໍ້າມັນໃນເຂດບ້ານສີຫອມ, ບ້ານສີເມືຶອງ, ບ້ານຈອມແຈ້ງ ນະຄອນຫຼວງວຽງຈັນ ແມ່ນບໍ່ມີນໍ້າມັນຂາຍ ເຮັດໃຫ້ປະຊາຊົນຕ້ອງໄດ້ໄປຊື້ນໍ້າມັນເປັນແກ້ວ ຢູ່ຮ້ານຂາຍ ເຄື່ອງຕາມແຄມທາງ ຊຶ່ງມີຄວາມສ່ຽງທີ່ນໍ້າມັນນັ້ນ ຈະບໍ່ໄດ້ທາຕຖານ. ນັບຕັ້ງແຕ່ວັນອາ ທິດເປັນຕົ້ນມາ ປະຊາຊົນຈໍານວນນຶ່ງບໍ່ກ້າຈະຂີ່ຣົກຈັກໄປໃສ ຍ້ອນຢ້ານວ່າຈະໄດ້ຈູງຣົດກັບບ້ານ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຈັດຫານໍ້າມັນມາໃຫ້ປໍ້າ ເພື່ອບໍ່ໃຫ້ປະຊາຊົນໄດ້ຮັບ ຜົລກະທົບຫຼາຍໄປກວ່ານີ້ ດັ່ງຊາວບ້ານຢູ່ນະຄອນຫຼວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 3 ພຶສຈິການີ້ວ່າ:
“ເຫັນສະພາບໂຕຈິງນີ້ແຫຼະ ທຸກມື້ນີ້ນ່າ ນໍ້າມັນກໍຍາກແດ່ ແອັດຊັງຫັ້ນນ່າ ເຮົາກໍຍັງບໍ່ເຂົ້າໃຈເພິ່ນວ່າ ເພິ່ນເປັນຫຍັງຄືບໍ່ມາເຕີມໃຫ້ຫັ້ນນ່າ ແລ້ວບາດນີ້ ໄປຊື້ຢູ່ຮ້ານຂາຍເຄື່ອງ ເຂົາເຈົ້າບໍ່ຮູ້ວ່າຂີ້ລັກຫລືບໍ່ຂີ້ລັກ ເຮົາຊື້ນໍ້າມັນມັນກໍຕ້ອງແດງເນາະ ແຕ່ເວລາໃຊ້ນໍ້າມັນແກ້ວ ບາດຖອກມາໃສ່ຣົດ ຄືແດງຈາງ ຄືນໍ້າໃສໆນີ໋.”
ທ່ານກ່າວຕື່ມວ່າ ບາງປໍ້າ ເຖິງຂັ້ນວ່າຕິດປ້າຍປິດຈໍາໜ່າຍ ນໍ້າມັນທຸກປະເພດຊົ່ວຄາວ, ປະຊາຊົນຫຼາຍຄົນບໍ່ຮູ້ສາເຫດວ່າ ເປັນຍ້ອນຫຍັງ ແຕ່ກໍຄາດເດົາວ່າ ໃນຕໍ່ໜ້າ ຣາຄານໍ້າມັນອາຈເພິ່ມສູງຂຶ້ນ, ເຈົ້າຂອງປໍ້າກັກຕຸນນໍ້າມັນໄວ້ ເພື່ອຂາຍໃນຣາຄາແພງ. ຢູ່ເຂດນອກຂອງນະຄອນຫຼວງວຽງຈັນ ມາເຖິງມື້ວັນທີ 2 ພຶສຈິກາ ປໍ້ານໍ້າມັນຫຼາຍແຫ່ງ ຂາດນໍ້າມັນແອັດຊັງຈໍາໜ່າຍ ໂດຍສະເພາະປໍ້ານໍ້າມັນໃນເຂດບ້ານໂນນແຕ້. ມາເຖິງມື້ວັນທີ 3 ພຶສຈິການີ້ ກໍບໍ່ຮູ້ວ່າ ປໍ້ານໍ້າມັນທີ່ຕິດກັບຖນົນໃຫຍ່ ເປັນຕົ້ນໃນເຂດຫລັກ 21 ຈະມີນໍ້າມັນແອັດຊັງຂາຍ ຫລືບໍ່ ເພາະບໍ່ໄດ້ໄປແວ່ ດັ່ງປະຊາຊົນຢູ່ນະຄອນຫຼວງວຽງຈັນເວົ້າໃນມື້ດຽວກັນນີ້ວ່າ:
“ແຕ່ວ່າເຫັນມື້ວານນີ້ໝົດ ແຕ່ມື້ນີ້ບໍ່ໄດ້ແວ່ເລີຍ ຮູ້ວ່າມື້ວານບໍ່ມີ ເອື້ອຍກໍບໍ່ແວ່ເນາະ ຢາກໃຫ້ມີສມໍ່າສເມີເນາະ ເພາະວ່າເຮົາກໍກະບໍ່ໄດ້ ມື້ນີ້ເຮົາສິໃສ່ ມືໃດເຮົາສິໃສ່ຫັ້ນນ່າ ບໍ່ຢາກໄປຊື້ແບບຂ້າງທາງ ທີ່ເປັນແກ້ວເປັນຕຸກຫັ້ນນ່າ ມັນຈະເສັຽຣົດເຮົາມັນມີນໍ້າມີຫຍັງຣົດຕິດບໍ່ໄດ້ ມັນກໍຕ້ອງໄດ້ໄປແປງໄປຫຍັງຈັ່ງຊີ້ນ່າ.”
ພ້ອມກັນນັ້ນ ນາງກໍເວົ້າຕື່ມວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາລາຄານໍ້າມັນແພງນໍາດ້ວຍ ໂດຍສະເພາະນໍ້າມັນແອັດຊັງ ທີ່ປະຊາຊົນໃຊ້ຫຼາຍ ຍ້ອນວ່າ ປັດຈຸບັນ ເຕີມນໍ້າມັນແອັດຊັງເຕັມຖັງ ກໍ 40 ພັນກີບ ຄືແພງຂຶ້ນຫຼາຍສົມຄວນ ຊຶ່ງເມື່ອກ່ອນມີແຕ່ 35 ພັນກີບ ໃນຂະນະທີ່ຄົນງານບໍ່ໄດ້ເງິນເດືອນເຕັມຈໍານວນຕາມທີ່ເຄີຍໄດ້, ຈໍານວນນຶ່ງ ໄດ້ເງິນເດືອນພຽງເຄິ່ງດຽວເທົ່ານັ້ນ. ປະຊາຊົນຢູ່ນະຄອນຫຼວງວຽງຈັນອີກຜູ້ນຶ່ງ ກໍເວົ້າວ່າ ໃນມື້ວັນທີ 2 ພຶສຈິກາ ບໍ່ໄດ້ໄປເລາະຫາເຕີມນໍ້າມັນແອັດຊັງຫຼາຍບ່ອນ ໄດ້ໄປພຽງບ່ອນດຽວ ເພາະເຖິງຈະໄປຫາຊື້ຫຼາຍບ່ອນ ກໍບໍ່ມີນໍ້າມັນຂາຍຢູ່ດີ, ທຸກມື້ນີ້ກໍຢູ່ແຕ່ເຮືອນ ແລະກັງວົນວ່າ ຫາກສະຖານະການນໍ້າມັນໃນລາວບໍ່ດີຂຶ້ນ ແລະທັງລາຄາແພງ ກໍອາຈເຮັດໃຫ້ຕົນຕ້ອງໄດ້ປັບຕົວມາຍ່າງ ຫລືຂີ່ຣົດຖີບໄປຊອກຫາຢູ່ຫາກິນ ດັ່ງທີ່ທ່ານກ່າວວ່າ:
“ນໍ້າມັນມັນໝົດອກໍບໍ່ຮູ້ວ່າ ມັນເປັນຈັ່ງໃດ ກໍຍາກຢູ່ ບໍ່ໄດ້ໄປໃສໄກ ຢາກໃຫ້ມັນມີຕລອດ ບໍ່ໃຫ້ຂາດ ຢ້ານໄດ້ຍ່າງຢ້ານໄດ້ຖີບຣົດຖີບ.”
ນອກຈາກນະຄອນຫຼວງວຽງຈັນແລ້ວ ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ຕາມປໍ້າຕ່າງໆກໍບໍ່ມີນໍ້າມັນແອັດຊັງຂາຍໃຫ້ປະຊາຊົນຄືກັນ ຍ້ອນທາງບໍຣິສັດເອກກະຊົນ ບໍ່ໄດ້ນໍານໍ້າມັນນັ້ນເຂົ້າມາ, ສ່ວນວ່ານໍ້າມັນປະເພດອື່ນ ແມ່ນມີຂາຍຕາມປົກກະຕິ ດັ່ງຜູ້ຈັດການປໍ້ານໍ້າມັນຢູ່ເມືອງປາກກະດິງຜູ້ນຶ່ງເວົ້າວ່າ ປໍ້ານໍ້າມັນຂອງຕົນບໍ່ໄດ້ກັກຕຸນນໍ້າມັນ ເພື່ອຂຶ້ນລາ ຄາໃນຕໍ່ໜ້າແຕ່ຢ່າງໃດ:
“ມີແຕ່ແອັດຊັງ ເພາະວ່າເຂົາເຈົ້າບໍ່ໄດ້ເອົາເຂົ້າ ບໍຣິສັດບໍ່ໄດ້ເອົາເຂົ້າມາ ຂ້ອຍກໍບໍ່ຮູ້ສິໄປຊື້ຢູ່ໃສ ກາຊັວນມີຢູ່ເດີ.”
ກ່ຽວກັບບັນຫາດັ່ງກ່າວ ຣັຖວິສາຫະກິດເຊື້ອໄຟລາວ ຊຶ່ງເປັນບໍຣິສັດສນອງວັດຖຸ ເຊື້ອເພີງໃນປະເທດລາວ ກໍຮັບຮູ້ບັນຫາ ທີ່ປະຊາຊົນໄດ້ຮັບຜົລກະທົບ ແລະໄດ້ເວົ້າເຖິງສາເຫດ ຂອງການຂາດນໍ້າມັນແອັດຊັງ ຢູ່ປໍ້າຫຼາຍແຫ່ງວ່າ ຍ້ອນຣັຖວິສາຫະກິດເຊື້ອໄຟລາວ ບໍ່ມີເງິນໂດລາຣ໌ທີ່ຈະເອົາໄປຊື້ນໍ້າມັນມາຈາກຕ່າງປະເທດ ເພາະທະນາຄານຂອງລາວ ບໍ່ສາມາດສນອງເງິນໂດລາຣ໌ ໃຫ້ໄດ້ຕາມທີ່ຕ້ອງການ ດັ່ງນັ້ນຈຶ່ງເຮັດໃຫ້ນໍ້າມັນໃນລາວບາງປະເພດ ບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ດັ່ງເຈົ້າໜ້າທີ່ຣັຖວິສາຫະກິດເຊື້ອໄຟລາວ ເວົ້າວ່າ:
“ເປັນສ່ວນທີ່ວ່າ ເຮັດໃຫ້ມັນຂາດ ມັນກໍມີສ່ວນ ເພາະວ່າເລດເງິນໂດລາເຮົາຖືວ່າ ຄວບຄຸມບໍ່ໄດ້ເລີິຍ ມັນສູງຫຼາຍ ເຮົາຊື້ເປັນອັດ ຕຣາຕ່າງປະເທດ ແລະຊ່ວງນີ້ນໍ້າມັນເຮົາ ມັນຂາດແດ່ຫັ້ນນ່າ.”
ນາງເວົ້າຕື່ມວ່າ ໃນຕໍ່ໜ້າ ບາງເຂດ ບາງແຂວງ ຍັງຈະມີປາກົດການນີ້ເກີດຂຶ້ນຢູ່ ເນື່ອງຈາກຣັຖວິສາຫະກິດເຊື້ອໄຟລາວ ນໍານໍ້າມັນເຂົ້າມາໄດ້ຈໍານວນໜ້ອຍ ຂຶ້ນຢູ່ກັບຄວາມສາມາດທີ່ຈະຊື້ໄດ້ ແລະໄດ້ແບ່ງໃຫ້ປໍ້ານໍ້າມັນຕົວແບບ ແລະປໍ້ານໍ້າມັນຕົວແທນ ຂອງຕົນໃນຈໍານວນຈໍາກັດ, ແຕ່ກໍຄິດວ່າ ບັນຫານີ້ອາຈເປັນໄລຍະສັ້ນໆເທົ່ານັ້ນ. ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ ຫົວໜ້າກົມທີ່ກ່ຽວຂ້ອງ ຂອງກະຊວງອຸດສາຫະກັມ ແລະການຄ້າ ໄດ້ປະຊຸມກັນກັບຣັຖວິສາຫະກິດເຊື້ອໄຟລາວ. ສ່ວນແຜນການ ແກ້ໄຂບັນຫານັ້ນ ຍັງຕ້ອງໄດ້ລໍຖ້າເບິ່ງຂໍ້ສລຸບ ຂອງກອງປະຊຸມນັ້ນກ່ອນ ໂດຍສະເພາະກ່ຽວກັບເຣື່ອງການ ນໍານໍ້າມັນເຂົ້າມາໃນທ້າຍປີນີ້ ດັ່ງເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ເວົ້າວ່າ:
“ຫຼາຍໆ ພາກສ່ວນນ່າຈະຮູ້ແລ້ວ ເຮົາກໍຕ້ອງໄດ້ເບິ່ງທາງຣັຖວິສາຫະກິດກ່ອນ ເພິ່ນແຜນເຂົ້າທ້າຍປີນີ້ ມັນຫຼາຍສໍ່າໃດ ມື້ນີ້ເພິ່ນປະຊຸແລ້ວ ເພິ່ນໜ້າຈະມີຄໍາສັ່ງກ່ຽວກັບໂຕນີ້.”
ທ່ານກ່າວຕື່ມວ່າ ທາງກະຊວງອຸດສາຫະກັມ ແລະການຄ້າ ກໍບໍ່ໄດ້ລົດລະຫາທາງອອກໃນການແກ້ໄຂບັນຫາທີ່ວ່ານີ້ ຜົລອອກມາ ຈະເປັນຄືແນວໃດນັ້ນ ກໍຈະແຈ້ງໃຫ້ປະຊາຊົນ ໃນປະເທດຊາບທົ່ວເຖິງກັນ.