ຮຽກຮ້ອງປັບຂຶ້ນເງິນເດືອນ ຣັຖກອນ
2021.10.27

ພະນັກງານຣັຖກອນ ທີ່ມີເງິນເດືອນບໍ່ຮອດ 2 ລ້ານກີບ ສເນີປັບຂຶ້ນເງິນເດືອນ ຍ້ອນວ່າ ໃນໄລຍະທີ່ມີການແຜ່ຣະບາດຂອງໂຄວິດ-19 ມານີ້ ຄ່າຄອງຊີບໃນລາວແພງຂຶ້ນ ໂດຍສະເພາະລາຄານໍ້າມັນ ແລະລາຄາສິນຄ້າຕ່າງໆ ທີ່ຂ້ອນຂ້າງຈະປັບຂຶ້ນ ສູງຫຼາຍສົມຄວນ, ດັ່ງພະນັກງານຣັຖກອນຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄໍາມ່ວນ ກ່າວຕໍ່ວິເອເຊັຽເສຣີ ໃນວັນທີ 26 ຕຸລາ ນີ້ວ່າ:
“ບໍ່ພໍແຫຼະ ເພາະວ່າຄືຮູ້ເນາະ ລາຄາເຄື່ອງກໍແພງ ຄືເອື້ອຍລະມີລູກນ້ອຍເນາະ ລາຍຈ່າຍມັນຊິໄປນໍາລູກຫັ້ນຫຼາຍ ຜົວເອື້ອຍພັດຍັງເປັນພະນັກງານອາສາ ໄດ້ເງິນແຕ່ຫ້ວງດຽວວ່າຊັ້ນສ່າ ແລ້ວເງິນເດືອນເອື້ອຍມີແຕ່ 1 ລ້ານ 4 ແສນປາຍ ມັນກະບໍ່ພໍໄດ້ຈ່າຍປານໃດ.”
ພະນັກງານຣັຖກອນຜູ້ນີ້ ກ່າວອີກວ່າ ປັດຈຸບັນໄດ້ຮັບເງິນເດືອນ ປະມານ 1,400,000 ປາຍກີບ ຄ່າໃຊ້ຈ່າຍຕໍ່ມື້ປະມານ 70,000 ກີບ ຫາ 100,000 ກີບ ປະກອບມີ ຄ່າເຂົ້າ 3 ຄາບ, ຄ່ານໍ້າມັນຣົດຈັກ 5,000 ກີບຕໍ່ມື້ ແລະທີ່ເຫຼືອຈະເປັນຄ່າໃຊ້ຈ່າຍ ສໍາລັບການເບິ່ງແຍງ ລູກນ້ອຍໃນແຕ່ລະມື້ ໂດຍສລຸບແຕ່ລະເດືອນ ເງິນບໍ່ພໍເກັບອອມ.
ຢູ່ນະຄອນຫຼວງວຽງຈັນ ຄ່າໃຊ້ຈ່າຍແມ່ນເດືອນຕໍ່ເດືອນ ບໍ່ມີການເກັບອອມ ຫາກເປັນພະນັກງານຣັຖກອນ ທີ່ມີເຮືອນພັກ ຢູ່ໃກ້ກັບບ່ອນເຮັດວຽກ ຫຼືມີເຮືອນເປັນຂອງໂຕເອງ ກໍຈະຫຼຸດຄ່າໃຊ້ຈ່າຍ ໄປໄດ້ຣະດັບນຶ່ງ ແຕ່ພະນັການຣັຖກອນຄົນໃດ ທີ່ຢູ່ຫໍພັກ ແລະເດີນທາງໄກ ກໍຈະກະທົບໜັກ ເພາະຄ່າຫໍພັກກໍແພງ ຂັ້ນຕໍ່າກໍ 5 ແສນກີບຕໍ່ເດືອນ ແລະນໍ້າມັນກໍແພງຂຶ້ນຫຼາຍ ໃນປີ 2021 ນີ້ ຣັຖບານລາວ ປະກາດຂຶ້ນລາຄານໍ້າມັນໄປແລ້ວ 16 ຄັ້ງ.
ແຕ່ສ່ວນໂຕຂອງພະນັກງານຜູ້ນີ້ ປັດຈຸບັນໄດ້ຮັບເງິນເດືອນປະມານ 1,700,000 ກີບ ໂດຍບໍ່ມີລາຍຮັບຈາກບ່ອນອື່ນ ຊຶ່ງພໍກິນສໍາລັບຄ່າເຂົ້າ 3 ຄາບ, ຄ່ານໍ້າມັນຣົດໄປການ ແຕ່ບໍ່ພຽງສໍາລັບຈະຊື້ເຄື່ອງຂອງຈໍາເປັນ ຫຼືອອກໄປຫຼີ້ນກິນເຂົ້າກັບໝູ່ເພື່ອນ ແລະບໍ່ພຽງພໍສໍາລັບການເກັບອອມ, ດັ່ງພະນັກງານຣັຖກອນຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສເລັ່ຽ 30 ຫາ 50 ຕໍ່ມື້ໄດ໋ ອາຫານການກິນນີ້ ໃສ່ນໍ້າມັນຣົດ ບໍ່ກຸ້ມຫັ້ນແລ້ວເຈົ້າ ເງິນເດືອນຂ້ອຍໄດ້ຕັ້ງແຕ່ ລ້ານຫົກ-ລ້ານເຈັດ ເດ້ ໄດ້ເງິນແຕ່ລະເດືອນເລີຍ ຖ້າເປັນພະນັກງານວິຊາການແທ້ກໍ ຢາກມີຜົລກະທົບແນ່ຫັ້ນແຫະ.”
ສ່ວນພະນັກງານທີ່ມີ ຕໍາແໜ່ງເປັນຮອງຂແນງການ ເງິນເດືອນປະມານ 5 ລ້ານກີບ ກໍບອກ່າ ເຖິງແມ່ນວ່າ ເງິນເດືອນຈະສູງກວ່າ ພະນັກງານຣັຖກອນຄົນອື່ນໆ ແຕ່ຍານາງ ກໍເປັນຫົວໜ້າຄອບຄົວ ແລະເບິ່ງແຍງພໍ່ແມ່ນໍາດ້ວຍ ກໍຈະມີຄ່າໃຊ້ຈ່າຍເພີ່ມຂຶ້ນ ທັງຄ່າອາຫານການກິນ, ເຄື່ອງໃຊ້ຈໍາເປັນໃນຄົວເຮືອນ, ຄ່ານໍ້າມັນຣົດໄປການ ຍິ່ງພໍ່ແມ່ອາຍຸຫຼາຍ ບໍ່ມີວຽກເຮັດງານທໍາ ກໍຈະມີຄ່າໃຊ້ຈ່າຍເຣື່ອງຢາປິ່ນປົວ ແລະກວດສຸຂພາບ ໃນແຕ່ລະເດືອນ ພໍໃຊ້ຈ່າຍໄປແຕ່ລະເດືອນ ແຕ່ບໍ່ພຽງພໍສໍາລັບເກັບອອມ, ດັ່ງພະນັກງານຣັຖກອນ ອີກທ່ານນຶ່ງກ່າວວ່າ:
“ກໍປະມານ 5-6 ແສນກີບ ມັນມີຫຼາຍອັນເດ້ ຕ້ອງໃຊ້ປົກກະຕິເລີຍ ຄັນຖ້າເຈົ້າເປັນຄອບຄົວໃຫຍ່ເລີຍ ມັນແຮງມື້ລະລ້ານກີບນີ້ບໍ່ຫຼຸດແຫຼະ ຊື້ອາຫານການກິນນູ້ນນີ້ນັ້ນ ໃສ່ນໍ້າຣົດ ກໍເດືອນນຶ່ງ ປະມານລ້ານສອງ ທຽວວຽກ ກໍຖູໆໄຖໆ.”
ນັບແຕ່ເກີດການຣະບາດຂອງໂຄວິດ-19 ກໍເຮັດໃຫ້ປະຊາຊົນລາວ ປະເຊີນກັບຄ່າຄອງຊີບແພງຂຶ້ນຫຼາຍ ແລະເງິນກີບກໍເຟີ້ສູງຮອດ 3% ເມື່ອທຽບໃສ່ເງິນໂດລາຣ໌ສະຫະຣັຖ ແລະເງິນບາດ ໃນຂນະທີ່ສິນຄ້າເກືອບທຸກປະເພດ ກໍຂຶ້ນລາຄາ, ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນຫຼວງວຽງຈັນ ກໍເວົ້າວ່າ:
“ຂຶ້ນຫຼາຍ ສິນຄ້າຜລິດພາຍໃນປະເທດ ກໍຍັງຂຶ້ນ ເຂົາເຈົ້າວ່າວັດຖຸດິບ ຕ້ອງນໍາເຂົ້າຈາກຝັ່ງໄທຍມາ ເຂົາສວຍໂອກາດແລ້ວເນາະ ຂຶ້ນແລ້ວກໍຂຶ້ນໄປຕາມນັ້ນ ລາຄາກໍປ່ຽນແປງໄປຕລອດ.”
ກ່ຽວກັບເຣື່ອງນີ້ ເຟສບຸກ ທີ່ມີຊື່ວ່າ ນັກທຸຣະກິຈ New CEO Laos ຊຶ່ງເປັນເຟສບຸກ ສໍາລັບແລກປ່ຽນຂໍ້ມູນເຣື່ອງທຸຣະກິຈ ໃນປະເທດລາວ ກໍໄດ້ອອກມາປຽບທຽບ ເຣື່ອງລາຄາສິນຄ້າ ກັບເງິນເດືອນຂັ້ນຕໍ່າ ລະຫວ່າງ ລາວແລະໄທຍ ກໍຣະບຸວ່າ ເງິນເດືອນຂັ້ນຕໍ່າຂອງລາວຕໍ່ເດືອນ ໄດ້ປະມານ 1,100,000–1,200,000 ກີບ ສ່ວນໄທຍ ໄດ້ປະມານ 5,000,000 ກີບ ແຕ່ລາຄາສິນຄ້າ ເກືອບທຸກປະເພດໃນລາວ ພັດແພງກວ່າໄທຍ ປະມານ 3-5% ຂອງລາຄາສິນຄ້າ.
ໂຕຢ່າງນໍ້າດື່ມຕຸກນ້ອຍ ຢູ່ລາວຂາຍ 5 ພັນກີບ, ຢູ່ໄທຍ ຂາຍ 3 ພັນກີບ, ເຝີ ຢູ່ລາວ ຂາຍຖ້ວຍນຶ່ງ 15,000-20,000 ກີບ, ຢູ່ໄທຍ ຂາຍຖ້ວຍນຶ່ງ 12,000-15,000 ກີບ, ນໍ້າມັນແອັດຊັງ ຢູ່ລາວ ຂາຍ 13,000 ປາຍກີບຕໍ່ລິດ, ຢູ່ໄທຍຂາຍ 9,000 ປາຍກີບຕໍ່ລິດ, ນໍ້າມັນກາຊວນ ຢູ່ລາວຂາຍ 10,000 ປາຍກີບຕໍ່ລິດ ຢູ່ໄທຍຂາຍ 9,000 ປາຍກີບຕໍ່ລິດ.
ເປັນເຣື່ອງທີ່ຫຍຸ້ງຍາກທີ່ສຸດ ໃນການແກ້ໄຂບັນຫາເຣື່ອງລາຄາສິນຄ້າ ເພາະສິນຄ້າເກືອບຈະທຸກຢ່າງ ແມ່ນເປັນສິນຄ້ານໍາເຂົ້າ ແຕ່ຣັຖບານລາວ ກໍຈະພຍາຍາມສຸດຄວາມສາມາດ ເພື່ອຄວບຄຸມລາຄາສິນຄ້າ, ລາຄານໍ້າມັນ ບໍ່ໃຫ້ແພງເກີນໄປ, ດັ່ງເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ຕຸລາ ນີ້ວ່າ:
“ກໍຍາກຢູ່ໂຕນີ້ ຄືເວົ້າຫັ້ນແຫຼະເນາະ ການຄ້າການຂາຍນີ້ ພວກເຮົາກໍພຍາຍາມຮັດກຸມ ເຂົ້າສູ່ຣະບຽບກົດໝາຍເທື່ອລະກ້າວ ເຮັດແນວໃດກໍໃຫ້ມັນເພື່ອປົກປ້ອງ ຜູ້ບໍຣິໂພກນີ້ ໃຫ້ມັນດີຂຶ້ນຫັ້ນແຫຼະເນາະ.”
ເພື່ອຫຼຸດຜ່ອນຜົລກະທົບ ຈາກຄ່າຄອງຊີບແພງ ທາງສູນກາງສະຫະພັນກັມມະບານລາວ ກໍໄດ້ປຶກສາຫາລື ຮ່ວມກັບ ກະຊວງແຮງງານແລະສວັດດີການສັງຄົມ ເມື່ອຕົ້ນເດືອນ ຕຸລາ ທີ່ຜ່ານມາ ກ່ຽວກັບເຣື່ອງການປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ຈາກ 1,100,000 ກີບ ມາເປັນ 1,500,000 ກີບ ເນື່ອງຈາກປະເທດລາວ ປະເຊີນກັບອັດຕຣາເງິນເຟີ້ສູງ ເຮັດໃຫ້ເງິນກີບອ່ອນຄ່າລົງ ສົ່ງຜົນໃຫ້ຄ່າຄອງຊີບແພງຂຶ້ນ ແລະກະທົບຕໍ່ພະນັກງານຣັຖກອນ ແລະຄົນງານລາວ ເປັນຈໍານວນຫຼາຍ.
ສໍາລັບ ການປັບຂຶ້ນຄ່າແຮງງານ ຂັ້ນຕໍ່າໃນປະເທດ ຄັ້ງຫຼ້າສຸດແມ່ນປີ 2018 ທີ່ຜ່ານມາ ໂດຍເປັນການສເນີ ຂອງສູນການສະຫະພັນກັມມະບານລາວ ຈາກ 900,000 ກີບ ມາເປັນ 1,200,000 ກີບ ແຕ່ຣັຖບານລາວພິຈາຣະນາເຫັນດີ ປັບຂຶ້ນພຽງ 1,100,000 ຕໍ່ເດືອນເທົ່ານັ້ນ.