ຄົນງານລາວ ເຂດເສຖກິຈພິເສດ ຍິນດີໄດ້ກັບບ້ານ

ໄຊຍາ
2021.12.08
ຄົນງານລາວ ເຂດເສຖກິຈພິເສດ ຍິນດີໄດ້ກັບບ້ານ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ, ວັນທີ 10 ກໍຣະກະດາ 2020.
RFA

ຄະນະຄຸ້ມຄອງ ເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ໄດ້ແຈ້ງການ ວັນທີ 7 ທັນວາ 2021 ເຖິງບັນດາຄົນງານລາວ ທີ່ຢູ່ພາຍໃນວ່າ ຜູ້ໃດຕ້ອງການຈະກັບຄືນ ບ້ານກໍ່ສາມາດກັບໄດ້ແລ້ວ ແລະໃຫ້ລົງທະບຽນກັບເຈົ້າໜ້າທີ່ ຮັບຜິດຊອບເທົ່ານັ້ນ ໂດຍບໍ່ເສັຽຄ່າໃຊ້ຈ່າຍ ແລະຢ່າໄປຫຼົງເຊື່ອຄຳຕົວະຍົວະຫຼອກລວງ ເອົາເງິນລົງທະບຽນເດັດຂາດ.

ສາເຫດແຈ້ງການ ຍ້ອນມີຄົນງານລາວຫຼາຍຄົນ ບໍ່ມີວຽກເຮັດງານທຳ ແລະໝົດສັນຍາກັບບໍຣິສັດ ທີ່ມີຈຸດປະສົງຕ້ອງການ ກັບຄືນບ້ານ. ເຈົ້າໜ້າທີ່ຜແນກແຮງງານ ແລະສວັສດີການສັງຄົມ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕຳແໜ່ງກ່າວໃນວັນທີີ 8 ທັນວາ ນີ້ວ່າ:

ກາມີຜູ້ໃດທີ່ວ່າມີເງື່ອນໄຂທີ່ຢາກກັບບ້ານຢາກອອກ ເງື່ອນໄຂຜູ້ທີ່ຈະ ອອກຢູ່ໃນນັ້ນອັນທີນຶ່ງທີ່ວ່າບໍ່ໄດ້ເຮັດວຽກບໍ່ມີບໍຣິສັດຮັບຮອງຜູ້ໃດມີຄວາມຈຳເປັນຫັ້ນຄ່າໃຊ້ ຈ່າຍກໍບໍ່ໄດ້ເສັຽແລ້ວມີແຕ່ວ່າລົງທະບຽນອອກ ອອກສື່ ໆ ບໍ່ໄດ້ເສັຽຄ່າຫຍັງ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາເຈົ້າໜ້າທີ່ ຕ້ອງການຄັດກອງ ການເຂົ້າ-ອອກຢ່າງເຂັ້ມງວດເນື່ອງຈາກສະພາບການ ຣະບາດຂອງ ເຊື້ອໂຄວິດ-19 ຈຶ່ງເຮັດໃຫ້ຄົນງານ ຈຳນວນນຶ່ງທີ່ໄດ້ຮັບຜົລກະທົບຢາກຈະອອກເຂດດ່ານ ແຕ່ຍັງບໍ່ເຖິງຄີວອອກມານັ້ນ ກໍໄດ້ຍອມເສັຽເງິນເປັນຄ່າດຳເນີນການ ໃຫ້ກັບບາງກຸ່ມຄົນເພື່ອໃຫ້ພາອອກໄປ.

ພວກທີ່ໄດ້ເສັຽຫັ້ນກໍສຸດແລ້ວແຕ່ໃຈ ສົມມຸດວ່າຜູ້ທີ່ວ່າມັນມີຄວາມຈຳເປັນ ຢາກອອກດ່ວນເນາະກໍໄດ້ໃຊ້ຄ່າໃຊ້ຈ່າຍ ເອີໃຫ້ຄ່ານໍ້າຄ່າໃນເຂົາເຈົ້າບໍ່ຄ່າບໍຣິການ ການໄປການມາຄ່າໄປຮັບໄປສົ່ງ.

ປັຈຈຸບັນທາງການ ແຂວງບໍ່ແກ້ວເຣີ່ມຜ່ອນຜັນແລ້ວ ເພື່ອໃຫ້ການດຳຣົງຊີວິດຂອງປະຊາຊົນ ໃຫ້ເດີນໜ້າຕໍ່ໄປໂດຍໄດ້ໃຫ້ຄົນງານ ຕ່າງແຂວງເຂົ້າມາເຮັດວຽກ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳໄດ້ ແຕ່ຕ້ອງມີເອກະສານຄົບຖ້ວນ ມີບໍຣິສັດຮອງຮັບຈຶ່ງເຂົ້າມາໄດ້ ຊຶ່ງຕ້ອງມີໃບສັກວັກຊິນຄົບໂດສ ແລະຂໍ້ມູນຕ່າງໆ ຕາມແຈ້ງການ ໃຫ້ຖືກຕ້ອງຄົບຖ້ວນ.

ສ່ວນຄົນງານລາວ ທີ່ຕອ້ງການຈະກັບຄືນບ້ານເກີດ ກໍຕ້ອງມີເອກະສານຖືກຕ້ອງ ຕາມແຈ້ງການເຊັ່ນກັ່ນ. ເຈົ້າໜ້າທີ່ຮັບຜິດຊອບ ຂອງຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄຳກ່າວວ່າ:

ແມ່ນ ໆ ເຮັດຕາມແຈ້ງການຫັ້ນແຫຼະ ອ່ານຕາມແຈ້ງການດີໆ ເດີ້ ມີແຕ່ຄົນຢາກເຂົ້າ ມີຄົນຢາກກັບມີຕາມແຈ້ງການຫັ້ນແຫຼະ.

ທີ່ຜ່ານມາຄົນງານລາວ ຫຼາຍຄົນໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ຖືກຜົລກະທົບຈາກ ໂຄວິດ-19 ເຮັດໃຫ້ບໍ່ມີວຽກເຮັດງານທຳ. ຖ້າຫາກຢູ່ຕໍ່ກໍຈະບໍ່ມີເງິນ ໃຊ້ຈ່າຍຕ່າງໆ ຍ້ອນພາຍໃນລາຄາສິນຄ້າແພງ ແລະບາງບໍຣິສັດທີ່ປິດໂຕໄປ ພະນັກງານຕິດເຊື້ອ ໂຄວິດ-19 ກໍບໍ່ໄດ້ຮັບຜິດຊອບ. ທຸກຄົນຕ້ອງດິ້ນຮົນ ແລະ ຫາກມີແຈ້ງການແບບນີ້ ບໍ່ເສັຽຄ່າໃຊ້ຈ່າຍ ຄົນທີ່ຢາກຈະກັບບ້ານ ກໍຮູ້ສຶກດີໃຈ. ຄົນງານລາວທີ່ເຮັດວຽກໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳກ່າວວ່າ:

ຄັນວ່າເປັນແນວນັ້ນ ມັນກໍດີຄົນບໍ່ມີເງິນ ກໍຢາກອອກໄປ ເຮັດຫຍັງກໍຍາກ ແມ່ນຫຍັງກໍແພງ ເຮົາຊື້ຫຍັງກິນກໍແພງ ບາງບໍຣິສັດນີ້ເປັນໂຄວິດຊິ ທາງບໍຣິສັດເພິ່ນຕັດຖີ້ມເລີຍເດ້ ເພິ່ນບໍ່ສົນໃຈເລີຍ ເອົາເງິນໃຫ້ເຈົ້າ 1,000 ຢວນ ເຈົ້າກັບໄດ້ເຈົ້າກໍກັບ ເຈົ້າກັບບໍ່ໄດ້ເຈົ້າເຮັດ ເອົາໂຕລອດຂອງເຈົ້າຜູ້ດຽວ ຄັນວ່າຜູ້ໂຊກຮ້າຍນາຍໜ້າຜູ້ທີ່ແບບວ່າເຂົາຢາກໄດ້ແຕ່ເງິນເຈົ້າ ມາຮອດຕົ້ນເຜີ້ງຊິ ເຂົາເຈົ້າຖີ້ມເຈົ້າເລີຍ ເພາະມັນບໍ່ແມ່ນໜ້າທີ່ເຂົາແລ້ວເດ.

ສ່ວນອີກສາເຫດນຶ່ງ ທີ່ຄົນງານລາວຢູ່ພາຍໃນ ເຂດເສຖກິຈ ຢາກກັບຄືນບ້ານເກີດ ຍ້ອນໝົດສັນຍາກັບບໍຣິສັດແລ້ວ, ທໍ້ແທ້ກັບວຽກງານ ຖ້າຫາກຢູ່ຕໍ່ ຫາວຽກງານທຳໃໝ່ ກໍຕ້ອງໄດ້ເສັຽຄ່າໃຊ້ຈ່າຍເອງຫຼາຍ ກໍຕ້ອງການກັບຄືນບ້ານກ່ອນ ພໍໄດ້ບໍຣິສັດໃໝ່ຮອງຮັບກໍກັບເຂົ້າມາເຮັດ. ຄົນງານລາວທີ່ເຮັດວຽກໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳກ່າວວ່າ:

ພວກທີ່ເຂົາກັບຫັ້ນ ບາງຄົນທີເຂົາເຈົ້າກໍບໍ່ໄດ້ເຮັດແລ້ວ ນໍາບໍຣິສັດນີ້ໝົດແລ້ວ ຕ້ອງໄດ້ຈ່າຍເອງຄ່າອາຫານການກິນ ເອກະສານ ແລະ ບາງຄົນກໍເອີທໍ້ແທ້ເຮັດວຽກ ບໍ່ໄດ້ຊ່ວງໂຄວິດໜັກໆ ຊ່ວງເດືອນທີ່ແລ້ວ ເດືອນກ່ອນນີ້ແຫຼະ ເພິ່ນກໍໃຫ້ອອກຢູ່ ແຕ່ມັນກໍອອກບໍ່ໄດ້ ຫັ້ນແຫຼະເນາະ.

ສ່ວນສະຖານະການ ການຣະບາດຂອງ ໂຄວິດ-19 ໃນວັນທີ 8 ທັນວາ 2021 ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19 ຣາຍງານວ່າ ກວດພົບຜູ້ຕິດເຊື້ອໃໝ່ 1,209 ຄົນ ຈາກການກວດວິເຄາະ ຫາເຊື້ອທັງໝົດ 10,593 ຄົນ. ປັຈຈຸບັນຮວມຍອດຜູ້ຕິດເຊື້ອ ສະສົມທັງໝົດ 83,291 ຄົນ ແລະ ເສັຽຊີວິດໃໝ່ 5 ຄົນ, ຍອດສະສົມຜູ້ເສັຽຊີວິດ 219 ຄົນ.

ໃນສ່ວນຂອງການສັກວັກຊິນ ມາຮອດວັນທີ 8 ທັນວາ 2021 ຜູ້ທີ່ໄດ້ຮັບວັກຊິນເຂັມທີ 1 ຮວມມີ 4,136,072 ຄົນ ຄິດເປັນ 56.37% ແລະ ສັກຄົບ 2 ເຂັມຮວມມີ 3,253,943 ຄົນ ຄິດເປັນ 44.35%.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.