ຄົນງານລາວ ເລືອກໄປເຮັດຽກ ຢູ່ຕ່າງປະເທດ ດ້ວຍຄ່າຕອບແທນ ສູງກວ່າ
2022.12.06
ມາຮອດປັດຈຸບັນ ປະເທດລາວ ມີເຂດເສຖກິຈພິເສດ ທີ່ໄດ້ຮັບການອະນຸມັດ ສ້າງຕັ້ງ ໃນຂອບເຂດທົ່ວປະເທດ ທັງໝົດ 22 ເຂດ. ໃນນີ້ ມີບໍຣິສັດ ເຂົ້າມາລົງທຶນ 1,184 ບໍຣິສັດ ແຕ່ຊາວລາວ ຈຳນວນຫລາຍ ຍັງບໍ່ສົນໃຈ ເຮັດວຽກ ໃນເຂດເສຖກິຈ ພິເສດເຫຼົ່ານັ້ນ ຍ້ອນຫລາຍປັດໄຈ ເປັນຕົ້ນ ຄ່າຈ້າງແຮງງານບໍ່ເໝາະສົມ ກັບສະພາບເສຖກິຈ.
ດັ່ງຊາວນະຄອນຫລວງວຽງຈັນ ທີ່ເຄີຍມີປະສົບການ ໃນການເຮັດວຽກ ຢູ່ພາຍໃນເຂດເສຖກິຈ ພິເສດທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ທັນວາ 2022 ນີ້ວ່າ:
“ມັນເວົ້າເຣື່ອງເຣທເງິນ ເວົ້າເຣື່ອງເງິນ ໂຕນັ້ນມັນເປັນແຮງຈຸງໃຈເນາະ ຍົກໂຕຢ່າງວ່າ ໄປເຮັດວຽກຢູ່ໄທຍຈັ່ງຊີ້ ມາໄລ່ເຣທເງິນ ມັນຕ່າງກັນຫັ້ນນ່າ ເຂົາກໍຈູງໃຈ ໂຕນັ້ນສ່ວນຫລາຍກ່ອນ 2,000,000–3,000,000 ນີ້ແຫລະ ປະມານນີ້ແຫລະ ບໍ່ເກີນຫັ້ນ ຄັນຢູ່ໃນໂຮງງນຕັດຫຍິບ ມີແຕ່ 1,000,000 ປາຍນຶ່ງໄດ໋ ຫາ 2,000,000 ໄດ໋, ຄັນ 1,000,000 ປາຍ ຫາ 2,000,000 ມັນກໍເທົ່າໃດ ມີແຕ່ 4,000 ບາທນີ້ແຫລະ ໂຕນີ້ແຫລະ ທີ່ເຂົາບໍ່ຢາກເຮັດຢູ່ລາວ ນີ້ນ່າ.”
ທາງດ້ານຄົນງານລາວ ອີກຈຳນວນນຶ່ງ ທີ່ບໍ່ຢາກສະມັກເຂົ້າໄປ ເຮັດວຽກພາຍໃນ ເຂດເສຖກິຈພິເສດ ເປັນຍ້ອນຫົວໜ່ວຽໂຮງຈັກ, ໂຮງງານ ຫລາຍແຫ່ງ ມັກຕ້ອງການຄົນງານ ເຂົ້າໄປເຮັດວຽກ ແຕ່ສະເພາະຕຳແໜ່ງ ກັມມະກອນ, ບາງເທື່ອພັດບໍ່ຈ່າຍເງິນ ຄ່າຈ້າງຕາມເວລາ ຫລືບາງເທື່ອ ກຳນົດໃຫ້ຄົນງານ ເຮັດວຽກກ່ອນ ເປັນໄລຍະເວລາ ຫລາຍເດືອນ ແລ້ວຈຶ່ງຈ່າຍເງິນເດືອນ ຕາມຫລັງ.
ດັ່ງຊາວນະຄອນຫລວງວຽງຈັນ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າບໍ່ຢາກເປັນກັມມະກອນ ກັມມະກອນມັນເມື່ອຍຕິ, ແມ່ນໆ ເງິນເດືອນໜ້ອຍ ຖ້າວ່າໄດ້ເງິນເດືອນຫລາຍ ເຂົາຈ່າຍໃຫ້ຫລາຍ ເຂົາກໍຊິເຮັດຂະເຈົ້າຮັບເປັນງວດ ເລີຍແບບວ່າ 15,000,000–20,000,000 ບໍ່ ຫລືວ່າ 30,000,000 ປະມານນີ້ ກໍຂຶ້ນນໍາເປັນ 6 ເດືອນ, 5 ເດືອນ, 3 ເດືອນ ເປັນແນວນີ້ ໂດຍໃຫ້ເປັນກ້ອນເລີຍ ແຕ່ວ່າຕ້ອງໄດ້ເຮັດໃຫ້ ຂະເຈົ້າກ່ອນຊິຫັ້ນນ່າ.”
ນັບແຕ່ປີ 2020 ທີ່ມີການແຜ່ຣະບາດ ຂອງພະຍາດ ໂຄວິດ-19 ເປັນຕົ້ນມາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ອອກແຈ້ງການ ໄປຫາເຂດເສຖກິຈພິເສດ ໃນຂອບເຂດທົ່ວປະເທດ ຖ້າຫາກຕ້ອງການນຳເຂົ້າ ຄົນງານທັງພາຍໃນ ແລະຕ່າງປະເທດ ເພື່ອໄປເຮັດວຽກຢູ່ພາຍໃນເຂດ ເສຖກິຈພິເສດຈະຕ້ອງດຳເນີນການ ຜ່ານກະຊວງແຮງງານ ແລະສວັດດີການສັງຄົມ, ແຕ່ເຂດເສຖກິຈພິເສດ ສ່ວນໃຫຍ່ກໍຍັງບໍ່ທັນໄດ້ແຈ້ງຂໍ້ມູນມາຫາ ທາງການເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງຄົນງານ ພາຍໃນປະເທດ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ສົ່ງຂໍ້ມູນ ກ່ຽວກັບຕຳແໜ່ງງານ ທີ່ຕ້ອງການ ແລ້ວພວກເຮົາ ຈະຊອກແຮງງານ ເພື່ອຕອບສນອງໃຫ້ ແຕ່ວ່າທາງນັ້ນ ກໍເລີຍປະສານງານ ມາແຕ່ຢ່າງດຽວກໍເລີຍວ່າ ບໍ່ໄດ້ສົ່ງກ່ຽວກັບຕຳແໜ່ງງານ ວ່າງມັນມີຫຍັງເນາະ ຫລືວ່າບໍຣິຫານບໍ່ ກັມມະກອນ ຫລືບໍ່ ພນັກງານບັນຊີ ອີ່ຫຍັງຕ່າງໆ ຫັ້ນນ່າບໍ່ໄດ້ປະສານເນາະ ເຂົາບໍ່ໄດ້ສົ່ງຂໍ້ມູນມາໃຫ້ເຮົາວ່າຊັ້ນ ໃນການປະກາດຮັບສະມັກ ພວກເຮົາກໍຍັງບໍ່ທັນໄດ້ ປະກາດຍັງບໍ່ໄດ້ສນອງແຮງງານ ໃຫ້ກັບທາງເຂດ.”
ທ່ານໄດ້ກ່າວຕື່ມວ່າ ກະຊວງແຮງງານ ແລະສວັດດີການສັງຄົມ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ຂອງລາວ ບໍ່ໄດ້ມີສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານດ້ານການຄຸ້ມຄອງ ຄົນງານພາຍໃນເຂດເສຖກິຈພິເສດ ເທື່ອ. ໂດຍທາງການລາວ ກໍມີຄວາມພະຍາຍາມ ທີ່ຈະປະສານງານ ແລະຄຸ້ມຄອງ ກ່ຽວກັບການນຳໃຊ້ ຄົນງານພາຍ ໃນເຂດເສຖກິຈພິເສດ ໃຫ້ຫລາຍຂຶ້ນ ເປັນຕົ້ນການຂຶ້ນທະບຽນ ຄົນງານຜ່ານລະບົບ ທັນສໄມ ຊຶ່ງຫາກໍໄດ້ທົດລອງໃຊ້ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເປັນແຫ່ງທຳອິດ.
ພາຍຫລັງ ອະນຸມັດສ້າງຕັ້ງ ເຂດເສຖກິຈພິເສດ ໃຫ້ແກ່ນັກລົງທຶນແລ້ວ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະບໍ່ສາມາດ ເຂົ້າໄປດຳເນີນການ ກວດສອບ ພາຍໃນເຂດເສຖກິຈ ພິເສດໄດ້ ແລະຖ້າຫາກຕ້ອງການ ຂໍ້ມູນຫລືດຳເນີນການ ເຄື່ອນໄຫວແນວໃດ ກໍຈະຕ້ອງຂໍອະນຸຍາດ ໄປຫາຄະນະຄຸ້ມຄອງ ຂອງເຂດເສຖກິຈພິເສດ ແຕ່ລະຫົວໜ່ວຍກ່ອນ ເປັນຕົ້ນຕ້ອງການຮູ້ວ່າ ຄົນງານລາວ ແລະຄົນງານຕ່າງປະເທດ ທີ່ເຮັດວຽກ ແລະອາໄສ ຢູ່ພາຍໃນນັ້ນ ເປັນຈຳນວນເທົ່າໃດ.
ດັ່ງເຈົ້າໜ້າທີ່ ຜູ້ດຽວກັນນີ້ກ່າວອີກວ່າ:
“ສ່ວນຫລາຍແຮງງານໃນຫັ້ນ ກໍມີຫລາຍປະເທດຄືກັນ ແຕ່ສ່ວນຫລາຍກໍຫລັກໆ ກໍແຮງງານຈີນເນາະ ບໍ່ຊັ້ນກໍຢູ່ໃນນັ້ນກໍມີຄົນງານລາວ ກໍຈຳນວນຫລາຍພັນ ແຕ່ວ່າສະຖິຕິໂຕນີ້ ດັ່ງທີ່ພວກເຮົາຮູ້ແຫລະວ່າ ເຮົາກໍບໍ່ໄດ້ມີການກວດກາເນາະ ເພາະວ່າມັນບໍ່ໄດ້ມີ ມັນເປັນເຂດ ເສຖກິຈ ພິເສດ ພວກເຮົາກໍບໍ່ກ້າວກ່າຍ ຍົກໂຕຢ່າງວ່າ ເຮົາຕ້ອງການຂໍ້ມູນ ໂຕໃດ ພວກເຮົາຊິເຮັດໜັງສື ສເນີຂຶ້ນເມືອ ຜ່ານທາງເຂດນັ້ນ ໃຫ້ເຂົາຣາຍງານວ່າ ມີໂຕເລຂ ເທົ່າໃດໆຄ້າວໆ.”
ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະກຳນົດໃຫ້ຜູ້ປະກອບການ ພາຍໃນເຂດເສຖິຈພິເສດຕ່າງໆ ແຈ້ງຈຳນວນ ຄວາມຕ້ອງ ການຄົນງານໃຫ້ໄດ້ຮັບຮູ້ ແຕ່ເຂດເສຖກິຈ ພິເສດ ສ່ວນຫລາຍຍັງນິຍົມ ຊອກຫາຄົນງານລາວ ແບບບໍ່ຜ່ານກະຊວງແຮງງານ ແລະສວັດດີ ການສັງຄົມ.
ດັ່ງເຈົ້າໜ້າທີ່ ຝ່າຍປະຊາສັມພັນ ຢູ່ເຂດເສຖກິຈ ພິເສດ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ກໍມັນມີບັນດາບໍຣິສັດ ມາລົງທຶນເດ້ເຮັດການຜລິດເດ້ ໂຮງຈັກ, ໂຮງງານເດ້ ຖ້າມັນມີບໍຣິສັດ ມາລົງທຶນຕ້ອງການແຮງງານ ແລ້ວພວກເຮົາເປັນສູນບໍຣິການ ການລົງທຶນເນາະ ກໍຈະໂພສຕ໌ ຈະຊ່ອຍບໍຣິສັດໃນການເຜີຍແຜ່ ຂໍ້ມູນຄວາມຕ້ອງການ ແຮງງານເນາະ (ສ່ວນເຣື່ອງຄ່າຈ້າງ ແຮງງານ) ກໍຄືກັນຄ້າຍໆ ຄືກັນ ແລ້ວແຕ່ສວັດດີການ ຂອງແຕ່ລະບໍຣິສັດ ໂຕຢ່າງວ່າ ບໍຣິສັດໃດເຂົາມີລາຍໄດ້ສູງເນາະ ເຂົາກໍໃຫ້ເງິນເດືອນສູງ.”
ນັບແຕ່ປີ 2003 ເປັນຕົ້ນມາ ປະເທດລາວມີເຂດເສຖິຈ ພິເສດທີ່ໄດ້ຮັບອະນຸມັດ ສ້າງຕັ້ງໃນຂອບເຂດທົ່ວປະເທດ ທັງໝົດຈຳນວນ 22 ເຂດ ຢູ່ພາຍໃນ 8 ແຂວງຄື ແຂວງບໍ່ແກ້ວ, ຫລວງນໍ້າທາ, ຫລວງພຣະບາງ, ອຸດົມໄຊ, ນະຄອນຫລວງວຽງຈັນ, ຄຳມ່ວນ, ສວັນນະເຂດ ແລະ ແຂວງຈຳປາສັກ ໃນນີ້ມີບໍຣິສັດເຂົ້າມາລົງທຶນທັງໝົດ 1,184 ບໍຣິສັດ, ມອບພັນທະເຂົ້າງົບປະມານ ຂອງຣັຖໄດ້ທັງໝົດ 809 ຕື້ປາຍກີບ, ສົ່ງອອກສິນຄ້າໄດ້ 3 ຕື້ປາຍໂດລ້າຣ໌ ສະຫະຣັຖ, ມີຄົນງານທັງໝົດ 61,482 ຄົນ, ໃນນີ້ຄົນງານລາວ 32,059 ຄົນ, ກວມເອົາ 52%. ຄົນຕ່າງປະເທດ 29,432 ຄົນ, ກວມເອົາ 48% ຂອງຈຳນວນຄົນງານທັງໝົດ.