ການຄຸ້ມຄອງ ຄົນງານ ຢູ່ໃນເຂດ ເສຖກິຈສະເພາະ ບໍ່ເຕັນ ຍັງຫຍຸ້ງຍາກ

ສຸພັດຕາ
2022.05.26
ການຄຸ້ມຄອງ ຄົນງານ ຢູ່ໃນເຂດ ເສຖກິຈສະເພາະ ບໍ່ເຕັນ ຍັງຫຍຸ້ງຍາກ ເຂດເສຖກິຈສະເພາະບໍ່ເຕັນ ທີ່ແຂວງຫຼວງນໍ້າທາ, ຮູບຖ່າຍ ເມື່ອວັນທີ 27 ພຶສພາ 2022.
RFA

ການຄຸ້ມຄອງຄົນງານ ຢູ່ພາຍໃນເຂດ ເສຖກິຈສະເພາະ ບໍ່ເຕັນ ແຂວງຫຼວງນໍ້າທາ ຍັງມີຄວາມຫຍຸ້ງຍາກ ຍ້ອນທາງການລາວ ບໍ່ມີການບັງຄັບໃຊ້ກົດໝາຍຢ່າງຈິງຈັງ ຈຶ່ງເຮັດໃຫ້ມີຄົນງານຈີນຈໍານວນຫຼາຍ ສາມາດເດີນທາງເຂົ້າ-ອອກ ພາຍໃນເຂດດັ່ງກ່າວ ໄດ້ຕລອດເວລາ ໂດຍບໍ່ຕ້ອງຂໍອະນຸຍາດ ຫຼືມີບັດເຮັດວຽກຈາກທາງການລາວ.

ດັ່ງເຈົ້າໜ້າທີ່ ຄຸ້ມຄອງເຂດເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ພຶສພາ ນີ້ວ່າ:

“ແຮງງານພາຍໃນ ແລະກໍແຮງງານ ຕ່າງປະເທດ ຕໍາຣວດເປັນຜູ້ຄຸ້ມຄອງ ເຂດນັ້ນ ມັນໄປຕ່າງຢູ່ດ່ານ ຄົນເຂົ້າ-ຄົນອອກ ເລີຍບໍ່ຈັກວ່າ ຄົນໃດໃນເຂດ ບໍ່ຈັກວ່າ ຄົນເຂົ້າມາທົ່ວໄປຫັ້ນນ່າ ມັນກະຄືຊິມີ ຄວາມຫຍຸ້ງຍາກຢູ່ ຄົນຈີນ ກະມີຫຼາຍ ແຕ່ວ່າ ຈໍາແຍກບໍ່ໄດ້ ມີຈັກຄົນແທ້ ກະບໍ່ຮູ້ ຄືວ່າຫັ້ນແຫຼະ ບໍ່ໄດ້ຄຸ້ມຄອງເນາະ.”

ທ່ານກ່າວຕື່ມອີກວ່າ ເຖິງແມ່ນວ່າ ຣັຖບານຈີນ ຈະຍັງປະກາດ ປິດປະເທດ ຢູ່ກໍຕາມ ແຕ່ໄລຍະການຣະບາດ ຂອງເຊື້ອໂຄວິດ-19 ມາຮອດປັດຈຸບັນ ກໍມີກຸ່ມຄົນງານຈີນ ຈໍານວນຫຼາຍ ທີ່ອາສັຍ ຢູ່ຊາຍແດນຈີນ ເດີນທາງເຂົ້າ-ອອກ ເຂດເສຖກິຈສະເພາະ ບໍ່ເຕັນ ຢ່າງຕໍ່ເນື່ອງ ເຊິ່ງອີງຕາມກົດໝາຍ ຂອງປະເທດລາວແລ້ວ ກໍຖືວ່າ ເປັນການເຂົ້າ ປະເທດແບບຜິດກົດໝາຍ.

ການເຂົ້າມາ ຂອງກຸ່ມຄົນງານຈີນ ໂດຍທີ່ບໍ່ໄດ້ ຂໍອະນຸຍາດ ຫຼືຂຶ້ນທະບຽນແຮງງານ ຍັງສ້າງຄວາມສັບສົນ ໃຫ້ກັບທາງການລາວ ເພາະບໍ່ຮູ້ວ່າ ຄົນງານເຫຼົ່ານັ້ນ ເຂົ້າມາເຮັດວຽກຫຍັງ, ເຮັດວຽກຢູ່ບໍຣິສັດໃດ ແລະພັກອາສັຍ ຢູ່ຈຸດໃດ ກໍບໍ່ໄດ້ມີການເກັບຂໍ້ມູນ ຄົນງານ ຕາມລະບຽບກົດໝາຍ.

ເມື່ອຕົ້ນປີ 2022 ທີ່ຜ່ານມາ, ກໍມີກຸ່ມຄົນງານລາວ ປະມານ 30 ປາຍຄົນ ໄດ້ເຂົ້າໄປເຮັດວຽກກໍ່ສ້າງ ຢູ່ພາຍໃນເຂດ ເສຖກິຈສະເພາະ ບໍ່ເຕັນ ແລ້ວຖືກນາຍຈ້າງຄົນຈີນ ສໍ້ໂກ້ງ ບໍ່ຈ່າຍເງິນເດືອນໃຫ້ ຕາມສັນຍາ ເຊິ່ງປັດຈຸບັນ ກຸ່ມຄົນງານລາວ ເຫຼົ່ານັ້ນ ກໍຍັງບໍ່ໄດ້ຮັບເງິນເດືອນເທື່ອ, ແຕ່ໄດ້ຮ້ອງຮຽນໃຫ້ ທາງການແຂວງຫຼວງນໍ້າທາ ຊ່ອຍດໍາເນີນການ ແກ້ໄຂໃຫ້ແລ້ວ, ແຕ່ເຣື່ອງດັ່ງກ່າວນີ້ ກໍຍັງມິດງຽບ ບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.

ຂະນະທີ່ ເຈົ້າໜ້າທີ່ ກັມມະບານລາວ ໃນແຂວງຫຼວງນໍ້າທາ ກ່າວວ່າ ການອະນຸຍາດ ໃຫ້ສ້າງຕັ້ງ ເຂດເສຖກິຈສະເພາະ ບໍ່ເຕັນ ກໍຄ້າຍຄືກັນກັບ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ທີ່ຣັຖບານລາວ ຈະໃຫ້ສິດ ແລະອໍານາດແກ່ ນັກລົງທຶນຈີນ ໃນການບໍຣິຫານງານ ແຕ່ການຄຸ້ມຄອງຕ່າງໆ ກໍຍັງຢູ່ພາຍໃຕ້ ຣັຖບານລາວ ເຊິ່ງໃນຄວາມເປັນຈິງແລ້ວ ເຈົ້າໜ້າທີ່ລາວ ກໍບໍ່ໄດ້ມີສິດ ແລະອໍານາດ ທີ່ຈະເຂົ້າໄປຕິດຕາມກວດກາ ພາຍໃນເຂດເສຖກິຈເຫຼົ່ານັ້ນໄດ້ ແລະບໍ່ຮູ້ວ່າ ມີກຸ່ມຄົນງານຈີນ ຫຼາຍປານໃດ ທີ່ເຂົ້າມາເຮັດວຽກ ຢູ່ພາຍໃນເຂດດັ່ງກ່າວ.

ດັ່ງເຈົ້າໜ້າທີ່ຫ້ອງການ ກັມມະບານລາວ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ພຶສພາ ນີ້ວ່າ:

“ເຂົ້າໄປກະໃຊ້ສິດຫຍັງບໍ່ໄດ້ ຄືວ່າ ແຫຼະເຂດພິເສດນັ້ນ ມັນຂຶ້ນກັບ ຂະເຈົ້າຢູ່ຫັ້ນໝົດເລີຍນ່າ ແບບວ່າ ຈະເຂົ້າໄປ ມັນຕ້ອງມີໃບ ອະນຸຍາດ ຫຼືວ່າ ຖາມທາງໃນພຸ້ນ ໂດຍສະເພາະ ເຖິງຈະເຂົ້າໄດ້.”

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ກ່າວວ່າ ຢາກໃຫ້ທາງການລາວ ເຂັ້ມງວດ ໃນການຕິດຕາມກວດກາ ກຸ່ມຄົນງານຈີນ ທີ່ເຂົ້າມາເຮັດວຽກ ຢູ່ພາຍໃນເຂດເສຖກິຈສະເພາະ ບໍ່ເຕັນ ເພາະກັງວົນ ເຣື່ອງການເຂົ້າມາ ຕັ້ງຖິ່ນຖານ ແບບບໍ່ຖືກຕ້ອງ ຮວມເຖິງ ການຄ້າຊາຍແດນ ເພາະຕາມການສັງເກດແລ້ວ ກຸ່ມຄົນງານຈີນ ທີ່ເດີນທາງເຂົ້າມາລາວ ກໍມັກຈະນໍາເຄື່ອງຂອງ ແລະສິນຄ້າຕ່າງໆ ເຂົ້າມາຂາຍນໍາດ້ວຍ ເຊິ່ງຈະເຮັດໃຫ້ຄົນລາວ ໃນພື້ນທີ່ ເສັຽຜົນປໂຍດ ເພາະບໍ່ສາມາດ ຄ້າຂາຍສິນຄ້າລາວໄດ້.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ພຶສພາ ນີ້ວ່າ:

“ເປັນຫ່ວງເຣື່ອງອັນ ຖ້າມັນມີການຕັ້ງຖິ່ນຖານ ການຄ້າຊາຍແດນ ລະກະການລັກລອບຂົນເຄື່ອງ ທີ່ໜີພາສີ ເຮົາກະຕ້ອງໄດ້ໃຫ້ ຣັຖບານຮັບຮູ້ ມັນຊິເສັຽປຽບ ໃນດ້ານໃດຫັ້ນນ່າ.”

ຊາວລາວອີກຜູ້ນຶ່ງ ກ່າວວ່າ ທາງການລາວ ຕ້ອງເຂັ້ມງວດກວດກາ ກຸ່ມຄົນງານຈີນ ທີ່ເຂົ້າມາເຮັດວຽກຢູ່ພາຍໃນ ເຂດເສຖກິຈສະເພາະ ບໍ່ເຕັນ ແລະພື້ນທີ່ອື່ນໆ ເພື່ອຄຸ້ມຄອງຄົນງານເຫຼົ່ານັ້ນ ໃຫ້ຢູ່ພາຍໃຕ້ກົດໝາຍ ຂອງປະເທດລາວ ແລະປ້ອງກັນຄວາມສ່ຽງຕ່າງໆ ທີ່ອາຈເກີດຂຶ້ນພາຍໃນປະເທດ ເປັນຕົ້ນ: ການກໍ່ອາສຍາກັມ, ການສໍ້ໂກງ ແລະອື່ນໆ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ພຶສພາ ນີ້ວ່າ:

“ເວົ້າຕາມທາງເຣື່ອງທາງດ້ານກົດໝາຍນີ້ ເຮົາກະອ່ອນ ທັມມະດາຕ່າງປະເທດນີ້ ມັນມາລົງທຶນ ຢູ່ບ້ານເຮົາ ມັນຕ້ອງຢູ່ພາຍໃຕ້ກົດໝາຍ ຂອງລາວເຮົາ ທຸກສິ່ງທຸກຢ່າງ ເຮົາລະບໍ່ມີສິດໄປກວດໄປກາແມ່ນຫຍັງ ຢູ່ພາຍໃນ ຂອງເຂົາ ການພົວພັນກັນ ລະຫວ່າງ 2 ຊາດໃດ໋ ຈີນກັບລາວນີ້ແຫຼະ ຄວນປຶກສາຫາລືກັນ.”

ທາງດ້ານເຈົ້າໜ້າທີ່ ຜແນກແຮງງານແລະສວັດດິການສັງຄົມ ແຂວງຫຼວງນໍ້າທາ ກ່າວວ່າ ນັບແຕ່ມີການກໍ່ຕັ້ງ ເຂດເສຖກິຈສະເພາະບໍ່ເຕັນ ຂຶ້ນມາ ກໍຍັງບໍ່ສາມາດເກັບກໍາຂໍ້ມູນ ກຸ່ມຄົນງານຈີນ ພາຍໃນເຂດດັ່ງກ່າວ ໄດ້ໝົດເທືື່ອ ເພາະຜ່ານມາ ກຸ່ມຄົນງານຈີນ ເດີນທາງເຂົ້າ-ອອກ ພາຍໃນເຂດດັ່ງກ່າວຕລອດເວລາ ເນື່ອງຈາກເຂດເສຖກິຈ ດັ່ງກ່າວ ຕິດຈອດກັບຊາຍແດນຈີນ ຈຶ່ງເຮັດໃຫ້ການເຂົ້າ-ອອກສະດວກສະບາຍ.

ເຖິງຢ່າງໃດກໍຕາມ ທາງການຫຼວງນໍ້າທາ ກໍໄດ້ພຍາຍາມ ທີ່ຈະປັບປຸງລະບຽບການຕ່າງໆ ເພື່ອໃຫ້ສອດຄ່ອງ ກັບກົດໝາຍຄຸ້ມຄອງແຮງງານ ທີ່ຣັຖບານລາວ ກໍານົດໄວ້  ໂດຍຈະເລັ່ງ ຂຶ້ນທະບຽນຄົນງານຈີນ ແລະຄົນງານຕ່າງປະເທດອື່ນໆ ທີ່ເຮັດວຽກຢູ່ພາຍໃນເຂດ ເສຖກິຈສະເພາະ ບໍ່ເຕັນ ເພື່ອເປັນຖານຂໍ້ມູນ ແລະແກ້ໄຂບັນຫາ ການເຂົ້າ-ອອກ ໂດຍບໍ່ໄດ້ຮັບອະນຸຍາດ.

ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 26 ພຶສພາ ນີ້ວ່າ:

“ຕາມລະບຽບເຮົາກະແມ່ນ ອັນນ່າຜູ້ທີ່ມາອອກແຮງງານ ຢູ່ແຂວງນີ້ເນາະ ດຽວນີ້ຫັ້ນ ແຂວງກໍາລັງອອກຂໍ້ຕົກລົງຢູ່ ຊິເມືອປະຈໍາຢູ່ພຸ້ນ ແລ້ວກະຊິລະດົມໃຫ້ ຄົນອອກແຮງງານຢູ່ຫັ້ນ ທຸກໆປະເທດເນາະ ຊິມາອອກບັດນິ່ໝົດ.”

ທ່ານພັນໂທ ສົມມີ ຄິດທະໄຊ ຫົວໜ້າກອງບັນຊາການ ປກສ ເຂດເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ກ່າວຕໍ່ສື່ມວນຊົນລາວ ໃນມື້ວັນທີ່ 24 ພຶສພາ 2022 ນີ້ວ່າ ເພື່ອຮັກສາດ້ານການເມືອງ, ສັງຄົມ ທີ່ມີຄວາມສງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສ້າງຄວາມເຊື່ອໝັ້ນ ໃຫ້ຫົວໜ່ວຍທຸຣະກິຈ ຜູ້ປະກອບການ ທັງພາຍໃນ ແລະຕ່າງປະເທດທີ່ມາລົງທຶນ ແລະພັທນາແຂວງຫຼວງນໍ້າທາເພີ່ມຂຶ້ນ, ກອງບັນຊາການ ປກສ ກໍມີແຜນສືບຕໍ່ເຄື່ອນໄຫວຕິດຕາມ ເກັບກໍາສະພາບການເຄື່ອນໄຫວ ແລະເປົ້າໝາຍການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີ ໃຫ້ເປັນປົກກະຕິ ແລະຮັດກຸມກວ່າເກົ່າ.

ສືບຕໍ່ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກຣັຖ ແລະເອກກະຊົນ ໃນການປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ເພື່ອເປັນເອກກະພາບ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ໃຫ້ໄປລວງດຽວກັນ, ອີງຕາມການຣາຍງານ ຂອງໜັງສືພິມ ຂ່າວສານປະເທດລາວ.

ເຂດເສຖກິຈສະເພາະບໍ່ເຕັນ ເຣີ່ມພັທນາມາແຕ່ປີ 2003 ປັດຈຸບັນ ມີບໍຣິສັດທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍຣິສັດ, ມີທຶນຈົດທະບຽນແລ້ວ 676.7 ຕື້ກີບ ແລະບຸກເບີກເນື້ອທີ່ໄປແລ້ວ ປະມານ 1,131 ເຮັກຕ້າຣ໌ ຈາກເນື້ອທີ່ທັງໝົດ 1,640 ເຮັກຕ້າຣ໌ ຕາມສັນຍາສັມປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.