ເຂດເສຖກິຈພິເສດ ບາງແຫ່ງ ບໍ່ໄດ້ສ້າງວຽກງານ ໃຫ້ຄົນທ້ອງຖິ່ນ
ການສັມປະທານ ໂຄງການເຂດເສຖກິຈພິເສດ ທີ່ຜ່ານມາ ໄປກວມເອົາທີ່ດິນທຳກິນ ຂອງປະຊາຊົນ ຈາກທີ່ປະຊາຊົນ ເຄີຍເຮັດນາ, ເຮັດກະສິກັມ ເພື່ອລ້ຽງຊີບ ແຕ່ຕໍ່ມາ ກາຍເປັນລູກຈ້າງຂອງບໍຣິສັດ ຂ້າມຊາດ.
ບາງກໍຣະນີ ປະຊາຊົນ ເຄີຍຂາຍເຄື່ອງຢູ່ແຫຼ່ງທ່ອງທ່ຽວ ແຕ່ຫຼັງຈາກບໍຣິສັດ ເຂົ້າມາສັມປະທານ ເຮັດເຂດເສຖກິຈ ພິເສດແລ້ວ ປະຊາຊົນ ຈຳເປັນຕ້ອງ ເສັຽຄ່າເຊົາທີ່ແພງກວ່າເກົ່າ ຢູ່ເຂດນ້ຳຕົກຕາດ ຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ທີ່ ຣັຖບານ ໄດ້ມອບໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ.
ປະຊາຊົນ ຢູ່ ເມືອງໂຂງ ແຂວງນຳປາສັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຄືແຫຼ່ງທ່ອງທ່ຽວຄອນພະເພງ ເຂົາກະປະມູນເອົາໝົດລະຫັ້ນລະ ດຽວນີ້ ພວກຄົນຂາຍເຄື່ງປະຊາຊົນເຮົາບາດນີ້ ກະໄດ້ຈ້າງເຂົ້າຫັ້ນ ຂັ້ນບໍ່ຈ້າງເຂົາກະໄລ່ໜີຫັ້ນແຫຼບາດນີ້ ຕ້ອງໄດ້ເສັຽຄ່າເຊົ້າໃຫ້ເຂົາແຫຼ ຂອງເຂົາສັມປະທານລະເດ້ ບໍ່ເສັຽເຂົາກະໄລ່ໜີຕີ້ ດິນດອນຕ່ອນຫຍ້າ ກະຖືກໄຮ່ຖືກນາ ເຂົາກະເສັຽເງິນໃຫ້ ລາງເທື່ອກະບໍ່ໄດ້ເສັຽກະມີນ່າ.”
ຊາວບ້ານ ທ່ານນີ້ ກ່າວວ່າ ເສັຽອາກອນໃຫ້ເມືອງ 40,000-50,000 ກີບຕໍ່ເດືອນ ໃນການຕັ້ງຮ້ານຂາຍເຄື່ອງຢູ່ເຂດ ທ່ອງທຽວ, ແຕ່ ຫຼັງຈາກບໍຣິສັດ ຈິນເຂົ້າມາເຊົ່າ ແລະ ສັມປະທານ ເຂົາເຈົ້າຕ້ອງໄດ້ເສັຽຢ່າງໜ້ອຍ 400,000 ກີບ ຕໍ່ເດືອນ.
ການໃຫ້ສັມປະທານ ເຂດເສຖກິຈພິເສດ ແກ່ນັກລົງທຶນຈີນ ແລ້ວໄປກວມເອົາທີ່ດິນທຳກິນ ຂອງປະຊາຊົນ ເກີດຂຶ້ນຢູ່ຫຼາຍແຂວງ ໃນປະເທດລາວນັ້ນ ເຮັດໃຫ້ປະຊາຊົນ ຜູ້ທີ່ເປັນເຈົ້າຂອງທີ່ດິນ ມາແຕ່ກ່ອນ ປັດຈຸບັນ ເຂົາເຈົ້າບໍ່ມີທີ່ດິນທຳກິນ.
ປະຊາຊົນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ມັນເປັນໝົດປະເທດຊາດບ້ານເມືອງ ມັນບໍ່ເປັນແຕ່ສະເພາະຄອນພະເພັງ ດິນດອນຕ່ອນຫຍ້າ ເຂົາເອົາໃຫ້ຈີນໝົດລະເດ້ ປະຊາຊົນບໍ່ມີຮອດດິນ ມັນບໍ່ມີລະມັນບໍ່ມີຄຳຊິອະທິບາຍ ບໍ່ມີຄຳຊິເວົ້າ ດິນຮົ້ວດິນສວນ ຜູ້ໃດມີຫຼາຍ ແດ່ພວກເຮັດມາແຕ່ກ່ອນກະຖືກ ຈີນເຂົ້າໄປສັມປະທານ ເຂົາກະເອົາໄປໝົດລະດິນດອນຕ່ອນຫຍ້າຂອງປະຊາຊົນ ເຂົາກະຍັງເອົາໄປໝົດ ປູກມັນແລ້ວ ເຂົາກະດຸດມັນຖິ້ມ.”
ນອກຈາກນີ້, ປະຊາຊົນ ທີເຄີຍເຮັດນາລ້ຽງຊີບ ແຕ່ຫຼັງຈາກສູນເສັຽດິນ ໃຫ້ໂຄງການເຂດເສຖກິຈ ພິເສດ ບຶງທາດຫລວງແລ້ວ ເຂົາເຈົ້າຈຳເປັນຕ້ອງໄດ້ຊື້ເຂົ້າກິນ ແລະ ໄປຫາຮັບຈ້າງກິນ.
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄການເຂດເສຖກິຈ ພິເສດບຶງທາດຫລວງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ແຕ່ກ່ອນເຮັດນາກິນ ເຂົ້າກະໄດ້ຂາຍ ປູກຜັກ ລ້ຽງປາກິນ, ແຕ່ ຫຼັງຈາກເສັຽດິນໃຫ້ໂຄງການ ເຂດເສຖກິຈພິເສດແລ້ວ ກໍບໍ່ໄດ້ເຮັດນາ ແລະ ໄປຫາຮັບຈ້າງກິນ ມັນຊິຫຼຸດພົ້ນຈາກຄວາມທຸກຍາກແນວໃດ ມີແຕ່ມັນທຸກລົງ.”
ຖ້າເວົ້າເຣື່ອງເສຖກິຈພິເສດ ປະຊາຊົນສ່ວນຫຼາຍ ເຂົ້າໃຈ ແລະ ເຫັນພາບ ຊາວບ້ານຕ້ອງສູນເສັຽທີ່ດິນໃຫ້ໂຄງການ, ການຈ່າຍຄ່າຊົດເຊີຍ ທີ່ບໍ່ເປັນທັມ ແລະ ຊາວບ້ານຈຳນວນນຶ່ງ ຈຳເປັນຕ້ອງໄດ້ຍົກຍ້າຍບ້ານເຮືອນ ຂອງຕົນເອງ.
ບາງກໍຣະນີ ກໍມີການໄລ່ຈັບປະຊາຊົນ ຜູ້ທີ່ເປັນເຈົ້າຂອງທີ່ດິນ ເຊັ່ນໂຕຢ່າງ ກໍຣະນີຂໍ້ຂັດແຍ່ງ ທີ່ດິນສ້າງສນາມບິນສາກົນ ຢູ່ເຂດເສຖກິຈພິເສດ ຂອງກຸ່ມບໍຣິສັດ ຄິງສ໌ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເມື່ອຫຼາຍປີກ່ອນ.
ນັກກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຖ້າເວົ້າເຣື່ອງການສັມປະທານ ທີ່ດິນສ້າງເຂດເສຖກິຈພິເສດ ກໍຈະເຫັນວ່າ ບາງໂຄງການ ປະຊາຊົນ ທ້ອງຖິ່ນບໍ່ໄດ້ຮັບຜົລປໂຍດຫຍັງ ແຕ່ ຍັງເສັຽທີ່ດິນ ນຳອີກ.”
ນັກກົດໝາຍ ທ່ານນີ້ ກ່າວຕື່ມວ່າ:
“ການສ້າງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນເປັນສະຖານທີ່ກະທຳຜິດກົດໝາຍ ເປັນຕົ້ນ ການຕົວະຄົນລາວ ແລະ ຄົນຕ່າງປະເທດ ເຂົ້າໄປເຮັດວຽກຕອບແຊັດ ຫຼື ແກ້ງຄໍລ໌ເຊັນເຕີຣ໌ ເພື່ອຕົວະ ແລະ ຫຼອກລວງເອົາເງິນຄົນ(ອື່ນ).”
ນັກກົດໝາຍ ທ່ານນີ້ ຍັງກ່າວຕື່ມວ່າ:
“ເຂດເສຖກິຈພິເສດ ສາມຫລ່ຽມຄຳ ກາຍເປັນບ່ອນຄ້າມະນຸສ ແລະ ສິ່ງຜິດກົດໝາຍ ເຊິ່ງເຣື່ອງນີ້ ຣັຖບານລາວກໍຮູ້ດີ ແຕ່ ກໍບໍ່ສາມາດເຮັດຫຍັງໄດ້ ຍ້ອນວ່າ ເຂົາມີກົດໝາຍຄຸ້ມຄອງພິເສດ.”
ແຕ່ ໂຄງການເສດກິຈ ພິເສດບາງແຫ່ງ ທີ່ເນັ້ນລົງທຶນໃສ່ໂຮງງານ ການຜລິດສິນຄ້ານັ້ນ ເຫັນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ.
ນັກກົດໝາຍ ທ່ານນີ້ ກ່າວວ່າ:
“ໂຄງການເຂດເສຖກິຈພິເສດ ສວັນ-ເຊໂນ ມີການຕັ້ງໂຮງງານ ອຸດສາຫະກັມ ແລະ ມີການຈ້າງງານປະຊາຊົນ ທ້ອງຖິ່ນ ເພື່ອໃຫ້ມີວຽກເຮັດງານທຳ.”
ເຖິງຢ່າງໃດກໍຕາມ, ຣັຖບານລາວ ກໍເຫັນວ່າ ການໃຫ້ສັມປະທານທີ່ດິນ ເພື່ອສ້າງເຂດເສຖກິຈພິເສດ ກໍເປັນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ.
ໜັງສືພິມວຽງ ຈັນທາມສ໌ຂອງລາວ ໄດ້ຣາຍງານ ໂດຍອ້າງຄຳເວົ້າຂອງ ທ່ານ ສອນປະເສີດ ດາລາວົງ, ຫົວໜ້າກອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສຖກິຈພິເສດ ກະຊວງແຜນການ ແລະ ການລົງທຶນ ວ່າ: ມີບໍຣິສັດປະມານ 1,200 ບໍຣິສັດ ຢູ່ໃນເຂດເສຖກິຈພິເສດ ທົ່ວປະເທດ ວ່າຈ້າງປະຊາຊົນ 63,000 ຄົນ. ຣັຖບານ ໄດ້ເຊັນສັນຍາສ້າງ ເຂດເສຖກິຈພິເສດໄປແລ້ວ ໃນເນື້ອທີ່ດິນ 34,000 ເຮັກຕ້າຣ໌ ແຕ່ວ່າ ມາຮອດປັດຈຸບັນ ສາມາດດຳເນີນການໄປໄດ້ 13,000 ເຮັກຕ້າຣ໌.
ອີງຕາມຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ, ນັກລົງທຶນທີ່ເປັນເຈົ້າຂອງ ໂຄງການເຂດເສຖກິຈພິເສດ ສ່ວນຫຼາຍ ແມ່ນ ຈີນ, ໄທຍ ແລະ ຍີ່ປຸ່ນ.
ຣັຖບານ ໄດ້ໃຫ້ສັມປະທານ ເຂດເສຖກິຈພິເສດ ປະມານ 10 ແຫ່ງ ຢູ່ 8 ແຂວງ ໂດຍມີມູນຄ່າການລົງທຶນຫຼາຍຕື້ໂດລ້າຣ໌.
ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ຢູ່ ແຂວງບໍ່ແກ້ວ, ເຂດເສຖກິຈບໍ່ເຕັນ ຢູ່ແຂວງຫຼວງນ້ຳທາ, ເຂດເສຖກິຈພິເສດສວັນ-ເຊໂນ ແຂວງສວັນນະເຂດ, ແລະ ເຂດເສຖກິຈພິເສດບຶງທາດຫຼວງ ຢູ່ນະຄອນຫລວງວຽງຈັນ ນັ້ນໄດ້ເສັຽອາກອນ ມູນຄ່າ 1,000 ຕື້ ກີບ ເຂົ້າງົບປະມານຂອງຣັຖ ຕາມການຣາຍງານ ຂອງ ທ່ານ ສອນປະເສີດ ດາລາວົງ.
ບັນຫາສັງຄົມ ທີ່ເກີດຂຶ້ນ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໂດຍສະເພາະການຄ້າມະນຸສ, ມີທັງຄົນລາວ ແລະ ຄົນຕ່າງປະເທດ ຖືກຕົວະມາຄ້າມະນຸສ.
ສະຖານທູຕ ອິນເດັຽ ປະຈຳລາວ ໄດ້ຊ່ວຍເຫຼືອ ຄົນອິນເດັຽ 11 ຄົນ ທີ່ຖືກກັກໂຕຢູ່ ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແລ້ວສົ່ງເຂົາເຈົ້າກັບຄືນ ປະເທດອິນເດັຽ.
ໃນເດືອນກັນຍາ 2022 ທີ່ຜ່ານມາ, ຣັຖບານອິນເດັຽ ໄດ້ອອກແຈ້ງເດືອນ ໃຫ້ຊາວໜຸ່ມອິນເດັຽ ທີ່ມີຄວາມຮູ້ດ້ານ ໄອທີ (IT) ບໍ່ໃຫ້ໄປຫຼົງເຊື່ອ ການປະກາດຮັບສມັກວຽກ ທີ່ຫລອກລວງ ຢູ່ຕາມຊື່ສັງຄົມອອນລາຍນ໌.
ເນື້ອໃນແຈ້ງການ ຂອງທາງການອິນເດັຽ ໄດ້ລະບຸວ່າ:
“ຄົນອິນເດັຽ ທີ່ຕົກເປັນເຫຍື່ອ ອີກທັງ ຖືກພາໂຕ ລັກຂ້າມໄປເຮັດວຽກ ຜ່ານຊາຍແດນ ປະເທດພະມ້າ ແລ້ວມາຖືກກັກໂຕ ແລະ ບັງຄັບໃຫ້ເຮັດວຽກ ພາຍໃຕ້ເງື່ອນໄຂທີ່ບໍ່ດີ.”
ໃນວັນທີ 20 ຕຸລາ 2022 ທີ່ຜ່ານມາ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan) ຣັຖມັນຕຣີກະຊວງພາຍໃນ ຂອງປາກິສຖານ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ທາງການປາກີສຖານ ສາມາດຊ່ອຍເຫລືອ ຄົນງານເພດຊາຍ ທີ່ໄປເຮັດວຽກ ຕອບແຊັດ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ 44 ຄົນ. ຄົນງານເຫຼົ່ານັ້ນ ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ຜ່ານຊ່ອງທາງ ອອນລາຍນ໌ ໄປຍັງທາງການ ປາກີສຖານ ໃນເດືອນສິງຫາ 2022.
ອີງຕາມຣາຍງານ ຂອງ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan), ນາຍໜ້າໄດ້ຕົວະຄົນງານ ປາກີສຖານ ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດວ່າ ພວກເຂົາເຈົ້າຈະມີວຽກເຮັດ ທີ່ມີລາຍໄດ້ດີ ແຕ່ເມື່ອເດີນທາງ ໄປຮອດປະເທດລາວ ຄົນງານກຸ່ມດັ່ງກ່າວນີ້ ພັດຖືກນາຍຈ້າງ ແລະ ນາຍໜ້າຍຶດໜັງສືເດີນທາງ, ບັງຄັບໃຫ້ສ້າງບັນຊີອອນລາຍນ໌.
ຄົນມາເລເຊັຽ 7 ຄົນ ກໍຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະ ຖືກຊ່ອຍເຫຼືອອອກມາໄດ້. ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ ກະຊວງ ການຕ່າງປະເທດ ຂອງມາເລເຊັຽ ອອກຖແຫລງການວ່າ ໄດ້ດຳເນີນການ ຜ່ານສະຖານທູຕມາເລເຊັຽ ປະຈຳປະເທດລາວ ໃນການຊ່ອຍເຫລືອ ຄົນງານມາເລເຊັຽ ທີ່ຖືກຕົວະ ໄປເຮັດວຽກຕອບແຊັດ ຫຼື ຄໍລ໌ເຊັນເຕີຣ໌ ໄດ້ຈຳນວນ 7 ຄົນ. ທ່ານ ດາໂຕະ ຮິຊາມຸ໋ດດິ໋ນ ຮາຮິມ (Dato Hishamuddin Hahim) ເລຂາທິການ ອົງການເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ຫລື Malaysia International Humanitarian Organization (MHO) ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາ ວ່າ ຍັງມີຄົນງານມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ ຕອບແຊັດ, ຢູ່ພາຍໃນປະເທດລາວ ເທົ່າທີ່ມີຂໍ້ມູນ ແມ່ນມີປະມານ 50-100 ຄົນ ທີ່ບໍ່ສາມາດຊ່ອຍເຫລືອ ອອກມາໄດ້.
ນອກຈາກນີ້ ໃນຕົ້ນປີ 2022 ທີ່ຜ່ານມາ, ກໍມີຄົນໄທຍ ຫຼາຍ 10 ຄົນ ຖືກຕົວະໄປເຮັດວຽກຢູ່ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ແລະ ຖືກບັງຄັບໃຫ້ເຮັດວຽກ ຫຼາຍຊົ່ວໂມງ. ທາງການລາວ ໄດ້ຮັບແຈ້ງຣາຍຊື່ ຄົນງານໄທຍ 37 ຄົນ ທີ່ຖືກຕົວະໄປເຮັດວຽກ ຢູ່ໃນເຂດດັ່ງກ່າວ. ໃນນັ້ນ 16 ຄົນ ສາມາດຕິດຕໍ່ໄດ້ ແລະຢູ່ໃນລະຫວ່າງ ການປະສານງານ ສົ່ງກັບປະເທດ ຈາກເມືອງຫ້ວຍຊາຍ (ສປປ ລາວ) ໄປຫາເມືອງຊຽງຂອງ ປະເທດໄທຍ. ສ່ວນທີ່ເຫລືອອີກ 21 ຄົນ ຢູ່ໃນລະຫວ່າງ ການຕິດຕາມຫາຕົວຢູ່. ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈ ພິເສດ ແຂວງບໍ່ແກ້ວ ຈະຂໍຄວາມຮ່ວມມື ນໍາບໍຣິສັດດອກງິ້ວຄໍາ ເຈົ້າຂອງເຂດ ເສຖກິຈ ພິເສດ ສາມຫຼ່ຽມຄຳ ໃນການກວດກາ ບັນດາບໍຣິສັດອອນລາຍນ໌ ທີ່ນໍາໃຊ້ຄົນງານ ຕອບແຊັດ ແລະຈະສຶກສາອົບຮົມ ທັງຄົນງານລາວ ແລະ ທັງບໍຣິສັດ ບໍ່ໃຫ້ໃຊ້ຄວາມຮຸນແຮງ ຮວມທັງການທໍາຮ້າຍຮ່າງກາຍ ຍ້ອນເຮັດວຽກຕອບແຊັດບໍ່ໄດ້.