ມີການສເນີ ຂຍາຍໄລຍະເວລາສັມປະທານ ເຂດເສຖກິຈພິເສດ

ສຸພັດຕາ
2023.11.20
ມີການສເນີ ຂຍາຍໄລຍະເວລາສັມປະທານ ເຂດເສຖກິຈພິເສດ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ, ແຂວງຫຼວງນ້ຳທາ ວັນທີ 1 ເດືອນກັນຍາ ປີ 2023.
RFA

ໃນລະຫວ່າງກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ເມື່ອວັນທີ 16 ພຶສຈິກາ ທີ່ຜ່ານມານີ້, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການເພີ່ມອາຍຸສັມປະທານເຂດເສຖກິຈພິເສດ ໃຫ້ຫຼາຍກວ່າເກົ່າ ຈາກ 50 ປີ ເປັນ 70 ຫາ 80 ປີ ຕາມຄວາມເໝາະສົມ ເພື່ອດຶງດູດເອົານັກລົງທຶນໃຫ້ໄດ້ຫຼາຍທີ່ສຸດ ເນື່ອງຈາກຄັນໄລຍະເວລາສັມປະທານໜ້ອຍ ເຮັດໃຫ້ນັກລົງທຶນ ບໍ່ຢາກເຂົ້າມາລົງທຶນ, ອີງຕາມການຣາຍງານ ຂອງສໍານັກຂ່າວສານປະເທດລາວ ວັນທີ 17 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ນັກວິຊາການດ້ານອະສັງຫາລິມະຊັບ ແລະທີ່ດິນ ທ່ານນຶ່ງ ກໍໃຫ້ຄວາມເຫັນວ່າ ການສເນີດັ່ງກ່າວ ຂອງສະມາຊິກສະພາແຫ່ງຊາຕ ແຂວງຊຽງຂວາງ ນັ້ນ ກໍມີທັງຂໍ້ດີ ແລະຂໍ້ເສັຍ ຄວບຄູ່ກັນໄປ ເປັນຕົ້ນ ດ້ານດີກໍແມ່ນ ເຮັດໃຫ້ເປັນການດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ ແລະສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ສ່ວນດ້ານເສັຍ ກໍແມ່ນວ່າ ການໃຫ້ນັກລົງທຶນເຂົ້າມາສັມປະທານ ເປັນເວລາດົນເກີນໄປ ອາດເຮັດໃຫ້ຊັພຍາກອນພາຍໃນປະເທລາວ ຄ່ອຍໆເຫຼືອໜ້ອຍລົງເລື້ອຍໆ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ພຶສຈິກາ ນີ້ວ່າ:

“ຄິດວ່າ ມັນກະມີທັງຂໍ້ດີ ແລ້ວກໍຂໍ້ເສັຍເນາະ ເພາະວ່າ ດີມັນກໍແມ່ນ ເຮັດໃຫ້ຄົນລາວມີວຽກ ມີແຮງງານແບບ ມີບ່ອນເຮັດວຽກຫັ້ນນ່າ ຂໍ້ເສັຍມັນກໍມີຫຼາຍ ເພາະວ່າເຂົາເຈົ້າມາເອົາກະ ເປັນຊັພຍາກອນຂອງລາວ ມັນບໍ່ແມ່ນໜ້ອຍ ເຂົາເຈົ້າເອົາໄປນ່າ.”

ໃນຂະນະທີ່ນາຍໜ້າ ດ້ານການຊື້-ຂາຍ ທີ່ດິນ ທ່ານນຶ່ງ ເຫັນວ່າ ຄັນຂໍ້ສເນີດັ່ງກ່າວ ໄດ້ຜ່ານການພິຈາຣະນາ ແລະຖືກລົງມືຈັດຕັ້ງປະຕິບັດໂຕຈິງ ກໍເຊື່ອວ່າ ຈະມີແຕ່ນັກລົງທຶນຈີນ ທີ່ເຂົ້າມາລົງທຶນຢູ່ເຂດເສຖກິຈພິເສດ ຫຼາຍກວ່ານັກລົງທຶນ ຈາກປະເທດອື່ນໆ ເພາະທຸກມື້ນີ້ ກໍລ້ວນແຕ່ມີນັກລົງທຶນຈີນເປັນຫຼັກ ທີ່ລົງທຶນຢູ່ເຂດເສຖກິຈພິເສດຕ່າງໆ ສ່ວນຂໍ້ດີ ແລະຂໍ້ເສັຍນັ້ນ ທ່ານຍັງບໍ່ທັນສາມາດປະເມີນໄດ້ເທື່ອ.

ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍມີແຕ່ຈີນເດີ້ ລົງທຶນ ເພາະວ່າ ດຽວນີ້ ຈີນມັນລົງທຶນ ຄ້າຍໆ ແບບເຂດສາມຫຼ່ຽມ ຢູ່ບໍ່ແກ້ວນ່າ ຄົນວຽດ ແມ່ນເຂົາກັບປະເທດແລ້ວ ເນື່ອງຈາກວ່າ ບັນຫາເສຖກິຈ ເງິນເຟີ້ ແບບນີ້ຫັ້ນ ມັນກະເງິນລາວກະຊິທຽບເທົ່າກັບ ເງິນວຽດແລ້ວນ່າ ວຽດເຂົາກັບແລ້ວ.”

ສ່ວນຊາວບ້ານທ່ານນຶ່ງ ທີ່ມີຄວາມຮູ້ ກ່ຽວກັບເຂດເສຖກິຈພິເສດ ການສເນີໃຫ້ມີການເພີ່ມອາຍຸສັມປະທານ ເຂດເສຖກິຈພິເສດ ໃຫ້ຫຼາຍຂຶ້ນເປັນ 70 ຫາ 80 ປີນັ້ນ ເປັນທີ່ແນ່ນອນວ່າ ຈະສາມາດດຶງດູດນັກລົງທຶນຈີນ ໄດ້ຫຼາຍກວ່າປະເທດອື່ນໆ ເຊິ່ງການເຂົ້າມາຂອງນັກລົງທຶນຈີນ ກໍມີທັງຂໍ້ດີ ແລະຂໍ້ທີ່ໜ້າເປັນຫ່ວງ ໂດຍສະເພາະ ຈະເຮັດໃຫ້ອານາເຂດຂອງຈີນໃນລາວ ຖືກຜັນຂຍາຍອອກໄປເລື້ອຍໆ ແບບບໍ່ມີທີ່ສິ້ນສຸດ ຈົນອາຈເຮັດໃຫ້ຊາວລາວ ຕ້ອງໄດ້ອົພຍົບໄປຢູ່ບ່ອນອື່ນ.

ດັ່ງທ່ານກ່າວວ່າ:

“ຜົລດີມັນກໍສ້າງວຽກເຮັດງານທໍາ ໃຫ້ຄົນລາວນີ້ແຫຼະເນາະ ພັທນາບ້ານເມືອງໃຫ້ ຜົລເສັຍກໍຄືວ່າ ແມ່ນແລ້ວ ມັນຈະສົ່ງຜົລກະທົບ ໃຫ້ການຂຍາຍອານາເຂດກ້ວາງຂຶ້ນ ຊິເຮັດໃຫ້ປະຊາຊົນຫັ້ນ ອົພຍົບບ້າຍບ້ານ.”

ທາງດ້ານຊາວບ້ານ ອີກທ່ານນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍເຫັນວ່າ ແນວດັ່ງກ່າວ ຂອງສະມາຊິກສະພາແຫ່ງຊາຕນັ້ນ ກໍແມ່ນເພື່ອຫາລາຍໄດ້ ເຂົ້າຣັຖບ້ານເປັນຫຼັກ ເນື່ອງຈາກວ່າ ຄັນມີນັກລົງທຶນເຂົ້າມາຫຼາຍ ຣັຖກໍຈະເກັບຄ່າສັມປະທານ ແລະພາສີຕ່າງໆ ໄດ້ຫຼາຍຂຶ້ນ ສ່ວນຊາວບ້ານທັມມະດາ ກໍແທບບໍ່ໄດ້ຮັບຜົລປໂຍດແນວໃດ ຈາກການຂໍເພີ່ມອາຍຸການສັມປະທານ ທີ່ວ່ານັ້ນ.

ດັ່ງທ່ານກ່າວວ່າ:

“ອັນນີ້ ເຮົາກໍບໍ່ເຂົ້າໃຈນໍາເພິ່ນເນາະ ຄິດກໍສັມປະທານນີ້ ຈັກພັກ-ຣັຖເພິ່ນມີລາຍໄດ້ ເຮົາກໍບໍ່ຮູ້ ບໍ່ແມ່ນວຽກເຮົາ ກະບໍ່ມີຫຍັງ ຊາວບ້ານຊິມີລາຍໄດ້ລາຍຮັບ ກະບໍ່ມີຫຍັງ ມີແຕ່ພັກ-ຣັຖເທົ່ານັ້ນແຫຼະ.”

ອີງຕາມມາດຕຣາ 61 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສບັບປັບປຸງ ປີ 2016 ລະບຸວ່າ ອາຍຸສັມປະທານທີ່ດິນ ເພື່ອພັທນາເຂດເສຖກິຈພິເສດ ແມ່ນໄດ້ສູງສຸດບໍ່ເກີນ 50 ປີ ແຕ່ສາມາດຕໍ່ໄດ້ອີກ ຕາມການຕົກລົງ ຂອງສະພາແຫ່ງຊາຕ ແລະຕາມການສເນີຂອງຣັຖບານ ເຊິ່ງກ່ອນໜ້ານັ້ນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສບັບເກົ່າ ປີ 2009 ໄດ້ລະບຸໃຫ້ມີອາຍຸສັມປະທານສູງສຸດ 99 ປີ ແຕ່ກໍໄດ້ຫຼຸດລົງມາ ເຫຼືອ 50 ປີ ໃນປັດຈຸບັນ.

ນອກຈາກນີ້ແລ້ວ ກົດໝາຍວ່າດ້ວຍ ເຂດເສຖກິຈພິເສດ ສບັບສ້າງໃໝ່ ກໍໄດ້ຖືກນໍາສເນີ ໃນລະຫວ່າງ ກອງປະຊຸມສະພາແຫ່ງຊາຕລາວ ສໄມມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 16 ພຶສຈິກາ ທີ່ຜ່ານມານີ້ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາຕ ຄົ້ນຄວ້າ, ພິຈາຣະນາ ແລະຮັບຮອງກົດໝາຍດັ່ງກ່າວ ເພື່ອແນ່ໃສ່ ເຮັດໃຫ້ການພັທນາເຂດເສຖກິຈພິເສດ ມີການຫັນປ່ຽນທີ່ກ້າວໜ້າກວ່າເກົ່າ.

ໂດຍທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການແລະການລົງທຶນ ໄດ້ກ່າວໃນກອງປະຊຸມສະພາແຫ່ງຊາຕ ວ່າ ພາຍຫຼັງທີ່ກົດໝາຍ ວ່າດ້ວຍເຂດເສຖກິຈພິເສດ ສບັບສ້າງໃໝ່ຖືກຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການແລ້ວ ຈະເຮັດການພັທນາ ແລະຄຸ້ມຄອງ ເຂດເສຖກິຈພິເສດ ມີຄວາມໜັກແໜ້ນ, ຮັດກຸມ, ຈະແຈ້ງ, ຄົບຖ້ວນ ແລະສັກສິດຂຶ້ນຕື່ມ ພ້ອມທັງສ້າງຄວາມເຊື່ອໝັ້ນຕໍ່ຜູ້ພັທນາ ແລະຜູ້ລົງທຶນ ຈາກທັງພາຍໃນ ແລະຕ່າງປະເທດ ທັງຍັງຮັບປະກັນການແບ່ງຜົລປໂຍດ ໃຫ້ທຸກພາກສ່ວນ ທັງຣັຖ, ຜູ້ລົງທຶນ ແລະສັງຄົມ, ອີງຕາມການຣາຍງານ ຂອງສໍານັກຂ່າວສານປະເທດລາວ ວັນທີ 17 ພຶສຈິກາ 2023.

ປັດຈຸບັນ ປະເທດລາວ ມີເຂດເສຖກິຈພິເສດ ແລະເຂດເສຖກິຈສະເພາະ ທັງໝົດຈໍານວນ 22 ເຂດ ໃນ 8 ແຂວງ ທົ່ວປະເທດ ເປັນຕົ້ນ ເຂດເສຖກິຈສະເພາະ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ໃນເນື້ອທີ່ 1,640 ເຮັກຕ້າຣ໌, ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ, ເຂດເສຖກິຈພິເສດສວັນ-ເຊໂນ ແຂວງສວັນນະເຂດ, ເຂດພັທນາເສຖກິຈໃໝ່ ສີທັນດອນ ແຂວງຈໍາປາສັກ ແລະອື່ນໆ ໂດຍມີບໍຣິສັດ ເຂົ້າມາລົງທຶນໃນແຕ່ລະເຂດ ລວມທັງໝົດ 1,184 ບໍຣິສັດ, ອີງຕາມການຣາຍງານ ຂອງໜັງສືພິມເສຖກິຈ-ການຄ້າ ເມື່ອປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.