ເຂດທ່ອງທ່ຽວນ້ຳຊອງ ລາຄາອາຫານ ແພງຂຶ້ນ
2022.01.07
ພາຍຫຼັງທີ່ທາງການລາວ ເປີດການທ່ອງທ່ຽວເຂດສີຂຽວໃນວັນທີ 1 ມົກຣາ 2022 ທີ່ຜ່ານມາຊຶ່ງເປັນໄລຍະປີໃໝ່ສາກົລນຳດ້ວຍ ເຮັດໃຫ້ປະຊາຊົນລາວຫຼາຍຄົນອອກໄປພົບປະສັງສັນ ແລະ ໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ. ໃນນັ້ນເຂດທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມແລະ ຢູ່ໃກ້ນະຄອນຫຼວງວຽງຈັນກໍແມ່ນເມືອງວັງວຽງ ຊຶ່ງມີນັກທ່ອງທ່ຽວໄປທ່ຽວເປັນຈຳນວນຫຼາຍ. ບັນຫາທີ່ນັກທ່ອງທ່ຽວລາວຕ້ອງຕົກໃຈກໍຄືເຂດທ່ອງທ່ຽວນໍ້າຊອງ ລາຄາອາຫານແພງຫຼາຍ. ຊຶ່ງກໍໄດ້ມີນັກທ່ອງທ່ຽວທ່ານນຶ່ງກໍໄດ້ອອກມາເຕືອນ ທາງສື່ສັງຄົມອອນລາຍນ໌ວ່າ ເວລາຈະສັ່ງອາຫານກໍຂໍໃຫ້ກວດສອບ ລາຄາອານຫານໃນເມນູ ໃຫ້ຣະອຽດ.
ດັ່ງຊາວລາວເມືອງວັງວຽງທ່ານນຶ່ງກ່າວໃນວັນທີ 4 ມົກຣານີ້ວ່າ:
“ໂອແຄມນໍ້າຊອງ ບ່ອນຖໍ້າລົມຫັ້ນແຫຼະນໍາຕູບນີ້ເຕັມ ປະເພດອາຫານທະເລແບບຕົ້ມຍຳກຸ້ງບໍ່ ຫຼືປາມຶກຈະຂ້ອນຂ້າງແພງບາງໝໍ້ໝໍ້ນຶ່ງກາ 60 ພັນກໍໄດ້ໜ້ອຍດຽວເພາະວ່າຣັຖເອົາພາສີ ເຂົາເຈົ້າແພງແດ່ຫັ້ນນ່າແລະອີກຢ່າງນຶ່ງກາຊ່ວງບໍ່ເປີດກາເກັບ ຫັ້ນນ່າກາເບີ່ງເມນູກ່ອນຈະສັ່ງອັນໃດ.”
ທ່ານໄດ້ກ່າວຕື່ມວ່າສ່ວນໃຫຍ່ລາຄາທີ່ຂ້ອນຂ້າງແພງນັ້ນຈະເປັນອາຫານທະເລຢ່າງເຊັ່ນ ຕົ້ມຍຳທະເລຂາຍເປັນໝໍ້ໝໍ້ລະ 60,000-80,000 ກີບ ຊຶ່ງໄດ້ພຽງໜ້ອຍດຽວເທົ່ານັ້ນແຕ່ກໍ ເຂົ້າໃຈບັນດາຊາວຄ້າຂາຍ. ເນື່ອງຈາກຕົນເອງກໍເຄີຍສອບຖາມທາງຮ້ານ ກໍຮູ້ສາເຫດວ່າເປັນຫຍັງຄືລາຄາອາຫານ ຍັງຂ້ອນຂ້າງແພງກໍຍ້ອນອາຫານທະເລຕ້ອງນໍາເຂົ້າຈາກຕ່າງປະເທດ ແລະທາງຮ້ານກໍຕ້ອງຈ່າຍພາສີ ໃຫ້ຣັຖບານທຸກປີນຳດ້ວຍ. ເຖິງ ແມ່ນວ່າບໍ່ໄດ້ເປີດຮ້ານກໍຕາມ ແລະ ທີ່ຜ່ານມາເຈົ້າໜ້າທີ່ກໍຍັງບໍ່ສາມາດຄວບຄຸມ ການຂາຍອາຫານຂອງທາງຮ້ານອາ ຫານໄດ້ຂື້ນຢູ່ຕາມຄວາມສະມັກໃຈ ຂອງຜູ້ບໍຣິໂພກທາງຣັຖຈະຄວບຄຸມໄດ້ ແຕ່ພຽງປະເພດຊີ້ນເທົ່ານັ້ນ.
ສຳລັບມາຕການຢູ່ແຄມນໍ້າຊອງ ກໍບໍ່ໄດ້ມີການກວດກາວ່າຜູ້ໃດສັກວັກຊີນຄົບໂດສ ຫຼືບໍ່ສ່ວນໃຫຍ່ຫຼາຍຄົນຈະນັ່ງຢູ່ແຕ່ກັບຄອບຄົວໃຜຄອບຄົວລາວ ແລະກໍປ້ອງກັນຕົນເອງເອົາເທົ່ານັ້ນ. ແຕ່ຫຼາຍຄົນທີ່ມາທາງຣົຖໄຟລາວ-ຈີນ ແນ່ນອນວ່າ ຈະຕ້ອງມີການກວດບັດສັກວັກຊີນປ້ອງກັນ ເຊື້ອໂຄວິດ-19 ຄົບໂດສຢູ່ແລ້ວ. ດັ່ງຊາວລາວເມືອງວັງວຽງທ່ານນີ້ກ່າວຕື່ມອີກວ່າ:
“ບໍ່ໄດ້ກວດເລີຍບໍ່ມີມາຕການປ້ອງກັນ ເອົາໃຜເອົາມັນມີແຕ່ເຮົາໄປຊິໄປກັບໝູ່ເຮົາ ກໍໃສ່ແມັສເອົາແລ້ວແຕ່ຜູ້ຢາກໃສ່ນ່າ ແລ້ວບາດນີ້ມັນມາບວກໃສ່ກັບທາງຣົຖໄຟລາວ-ຈີນນີ້ນ່າຄົນກໍຢາກມາທ່ຽວຢາກຂີ່ຣົຖໄຟ ແຕ່ວ່າຣົຖໄຟນີ້ຈະຕ້ອງໄດ້ກວດເບີ່ງບັດສັກຢາຫັ້ນລະ.”
ຊາວລາວຢູ່ເມືອງວັງວຽງອີກທ່ານນຶ່ງ ກ່າວວ່າລາຄາອາຫານທະເລ ກໍຍອມຮັບວ່າຂ້ອນຂ້າງແພງ ບໍ່ສາມາດຫຼີກລ້ຽງໄດ້ ຖ້າຫາກຕ້ອງການກິນ ກໍຕ້ອງຍອມຮັບສ່ວນມາຕການປ້ອງກັນ ເຊື້ອໂຄວິດ-19 ກໍປ້ອງກັນຕົນເອງ.
“ຄັນສົມມຸດວ່າເຈົ້າໄປສັ່ງເຄື່ອງທະເລ ມັນກໍແພງເດ້ດຽວນີ້ເນາະກາຫຼີກລ້ຽງບໍ່ໄດ້ດອກ ມີບາງຮ້ານທີ່ເຂົາເກັບນອກລາຄາຫັ້ນນ່າໄທຍເຮືອນຂ້ອຍເນາະ ກາແມ່ນແຕ່ວ່າມີກຸ່ມທົວຂ້ອຍນັ່ງ ເຂົາຈະບໍ່ມົ້ວກັນສ່ວນຫຼາຍແມ່ນແຕ່ວ່າເຮົາປ້ອງກັນໂຕເອງຫັ້ນແຫຼະ.”
ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ທ່ອງທ່ຽວເມືອງວັງວຽງ ແຕ່ເຈົ້າໜ້າທີ່ບໍ່ສາມາດຕິດຕໍ່ໄດ້.
ຂນະທີ່ຢູ່ແຂວງຫຼວງພຣະບາງ ກໍມີນັກທ່ອງທ່ຽວລາວຈຳນວນຫຼາຍຄົນ ນັ່ງຣົຖໄຟລາວ-ຈີນ ຫຼື ຂັບຣົຖສ່ວນໂຕເຂົ້າມາທ່ຽວຫຼວງພຣະບາງຫຼາຍ ໃນໄລຍະວັນພັກປີໃໝ່ສາກົລທີ່ຜ່ານມານີ້. ບັນດາຮ້ານອາຫານຕ່າງ ໆ ກໍມີມາຕການປ້ອງກັນໂຄວິດ-19 ຕາມການແນະນຳ ຂອງທາງການໂດຍມີເຄື່ອງວັດແທັກອຸນຫະພູມ, ເຈວລ້າງມື ແລະ ທຸກຄົນເຂົ້າຮ້ານອາຫານ ຕ້ອງໄດ້ໃສ່ຜ້າອັດປາກ ອັດດັງ. ສ່ວນລາຄາອາຫານ ຢູ່ແຂວງຫຼວງພຣະບາງ ກໍຂ້ອງຂ້າງປົກກະຕິບໍ່ໄດ້ແພງເກິນໄປ ແຕ່ເຣື່ອງເຄື່ອງດື່ມມືນເມົາກໍມີລັກຂາຍກັນຢູ່.
ດັ່ງຊາວລາວແຂວງ ຫຼວງພຣະບາງທ່ານນຶ່ງກ່າວວ່າ:
“ຄວບຄຸມກັນຢູ່ເພີ່ນວ່າບໍ່ໃຫ້ມີການປັບຂື້ນລາຄາ ແມ່ນຫຍັງຫັ້ນຈຳກັດກັນວ່າບໍ່ໃຫ້ຂາຍ ປະເພດເຄື່ອງດື່ມທີ່ວ່າມີເຄື່ອງມືນເມົາຫຍັງຫັ້ນນ່າ ແຕ່ເຂົາເຈົ້າກໍລັກຂາຍຫັ້ນ ແຫຼະເນາະຢູ່ພີ້ກໍບໍ່ໄດ້ແພງຫຍັງດອກ ກາບໍ່ຄືຢູ່ວັງວຽງເຫັນເຈົ້າລົມກັນວ່າ ເວົ້າແພງຫຼາຍ.”
ໃນໄລຍະບຸນປີໃໝ່ສາກົລ 2022 ມານີ້ມີຄົນລາວເຂົ້າມາທ່ຽວ ແຂວງຫຼວງພຣະບາງຫຼາຍຂື້ນ. ສ່ວນນຶ່ງສືບເນື່ອງມາຈາກທາງການລາວ ເປີດທ່ອງທ່ຽວສີຂຽວນໍາດ້ວຍແລະພາກສ່ວນ ທີກ່ຽວຂ້ອງກໍມີມາຕການປ້ອງກັນເຊື້ອໂຄວິດ-19 ເນື່ອງຈາກວ່າກໍຍັງມີຜູ້ຕິດ ເຊື້ອໂຄວິດ-19 ຢູ່ເຖິງແມ່ນວ່າຈະບໍ່ຫຼາຍກໍຕາມ.
ເຈົ້າໜ້າທີ່ທ່ອງທ່ຽວແຂວງຫຼວງພຣະບາງ ທ່ານນຶ່ງທີ່ຂໍສງວນສື່ແລະຕຳແໜ່ງກ່າວໃນມື້ດຽວກັນວ່າ:
“ສ່ວນໃຫຍ່ຈະເປັນນັກທ່ອງທ່ຽວລາວ ມີຂໍ້ແນະນຳຜແນກສາທາແຂວງເນາະວ່າ ຮ້ານອາຫານຕ່າງໆ ທີ່ຈະເປີດໄດ້ພະນັກງານຕ້ອງໄດ້ຮັບ ການສັກວັກຊີນຄົບໝົດຈັ່ງຄ່ອຍໃຫ້ໄປບໍຣິການໄດ້ ຜູ້ໃດເຂົ້າຮ້ານອາຫານຕ່າງມີວັດແທກອຸນຫະພູມລ້າງມືອີ່ຫຍັງຕ່າງໆ ກາຕ້ອງໄດ້ເຮັດຕາມມາຕການ.”
ເຖິງຢ່າງໃດກໍຕາມ ສະຖານະການການຣະບາດຂອງໂຄວິດ-19 ໃນລາວກໍຍັງພົບຜູ້ຕິດເຊື້ອເພີ່ມຂື້ນເຣື້ອຍໆ. ຫຼ້າສຸດ ຄນະສະເພາະກິຈຣາຍງານ ເມື່ອວັນທີ 7 ມົກຣາ2022 ຜ່ານມາພົບຜູ້ຕິດເຊື້ອໃໝ່ 1,020 ຄົນ ເສັຽຊີວິດ 10 ຄົນ ສົ່ງຜົລໃຫ້ມີຜູ້ຕິດເຊື້ອສະສົມ 116,890 ຄົນ ແລະ ເສັຽຊີວິດຮວມ 421 ຄົນ.
ສຳລັບການເປີດການທ່ອງທ່ຽວ ໂດຍທາງການໄດ້ເໜັ້ນໜັກວ່າ ເປັນການທ່ອງທ່ຽວແບບສີຂຽວ ແລະມີເງື່ອນໄຂ ໂດຍສະເພາະແມ່ນການສັກວັກຊີນ ຄົບໂດສແລະກໍມີການກຳນົດປະ ເທດທີ່ຈະເດີນທາງເຂົ້າມາ. ນອກຈາກນີ້ການເປີດການທ່ອງທ່ຽວ ຄັ້ງນີ້ກໍເພື່ອເປັນການ ຟື້ນຟູການທ່ອງທ່ຽວ ທີ່ໄດ້ຮັບຜົລກະທົບຈາກໂຄວິດ-19 ໃນປີ 2021 ການທ່ອງທ່ຽວລາວ ເປັນຂແນງການທີ່ເສັຽຫາຍເປັນອັນດັບນຶ່ງ.