ເປີດທ່ອງທ່ຽວ ກະຕຸ້ນເສຖກິຈ ແຕ່ກໍຍັງ ງຽບເຫງົາ
2022.01.28

ຫຼາຍພາກສ່ວນ ແລະ ຜູ້ປະກອບການຮ້ານອາຫານ ໂຮງແຮມ ເຮືອນພັກຕ່າງໆ ໄດ້ຕຣຽມຄວາມພ້ອມ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ຈາກຕ່າງປະເທດມາໄດ້ 1 ເດືອນ ຕາມແຜນການ ທ່ອງທ່ຽວສີຂຽວ ຂອງລາວ ແຕ່ຍັງບໍ່ມີນັກທ່ອງທ່ຽວ ຈາກຕ່າງປະເທດ ເຂົ້າມາທ່ຽວລາວຫຼາຍ.
ເຈົ້າໜ້າທີ່ໂຮງແຮມ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານ ນຶ່ງ ໄດ້ກ່າວວ່າ:
“ຄືຊ້ວງນີ້ ແມ່ນແຂກຍັງໜ້ອຍເນາະ ກຣຸບທົວເປັນຕ່າງປະເທດ ມັນຍັງບໍ່ມີເລີຍ ສ່ວນຫຼາຍແມ່ນນັກທ່ອງທ່ຽວພາຍໃນມາຈາກຕ່າງແຂວງ ແຕ່ວ່າ ພວກເຮົາມີການເຝິກອົບຮົມ ກ່ຽວກັບລາວເຊບຢູ່ ພະນັກງານພວກເຮົາຈະກວດ ຖ້າວ່າ ຜູ້ໃດ ທີ່ເຂົ້າມາພັກ ເຮົາຈະມີການກວດໃບສັກວັກຊີນນຳແຈກເນາະ ການປ້ອງກັນໂຕ ໃສ່ຜ້າອັດປາກ ຮັກສາໄລຍະຫ່າງ ນໍ້າຍາສີດຂ້າເຊື້ອ ເຈວແອວກໍຮໍລ້າງມື ແມ່ນຫຍັງເຮົາກະຕຣຽມພ້ອມ.”
ໃນຂະນະທີ່ຢູ່ ຢູ່ແຂວງຫລວງພຣະບາງ ກໍເຊັ່ນກັນ ບັນດາຜູ້ປະກອບການ ຫຼາຍທ່ານ ເຊັ່ນໂຮງແຮມ ກໍມີການຕຣຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ໄວ້ໝົດແລ້ວ ທັງການເຂົ້າຮວບຮວມ ໂຄງການກັບທາງການລາວ ເພື່ອເຝິກອົບຮົມ ໃນການຕ້ອນຮັບນັກທ່ອງທ່ຽວ ໃຫ້ມີຄວາມປອດໄພ ແຕ່ປັດຈຸບັນມີພຽງນັກທ່ອງທ່ຽວ ພາຍໃນປະເທດ ເທົ່ານັ້ນ.
ເຈົ້າໜ້າທີ່ໂຮງແຮມ ໃນແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ຂອງໂຮງແຮມເຮົາ ສ່ວນຫຼາຍຈະເປັນຄົນລາວ ແລະ ຄົນຕ່າງປະເທດທີ່ອາສັຍຢູ່ລາວ ທາງໂຮງແຮມເຮົາໄດ້ຮຽນ ໄດ້ເທຣນ ໝົດລະເດີ ເຮົາຈະມີເຣື່ອງເທຼນກະເປົ໋າ ເຣື່ອງເອົາແຂກລົງຣົຖ ລະກະເຣື່ອງພາແຂກເຂົ້າຫ້ອງ ແມ່ບ້ານ ເວລາແຂກ ຂໍເຄືອງອີ່ຫຍັງຕ່າງໆ ເຮົາຈະມີມີວິທີຮັບມືໝົດແລ້ວ.”
ຢ່າງໃດກໍຕາມ ສ່ວນໃຫຍ່ແລ້ວ ນັກທ່ອງທ່ຽວພາຍໃນ ຈະໄປທ່ຽວ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫລວງພຣະບາງ ກັນຫຼາຍກວ່າ ແຂວງອື່ນໆ ເນື່ອງຈາກເປັນເມືອງ ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ. ສ່ວນແຂວງອື່ນໆ ທີ່ເຂົ້າຮ່ວມໃນໂຄງການ ທ່ອງທ່ຽວສີຂຽວ ກໍແທບບໍ່ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າໄປເລີຍ ເຊັ່ນແຂວງຈຳປາສັກ, ແຕ່ທາງໂຮງແຮມ ຂນາດໃຫຍ່ ກໍມີການລົງທະບຽນ ເຂົ້າຮ່ວມໂຄງການທ່ອງທ່ຽວສີຂຽວ ສົ່ງລາຍລະອຽດໃຫ້ ແລະ ໂຮງແຮມກໍມີມາຕການ ປ້ອງກັນຢູ່ແລ້ວ ຖ້າຫາກມີຄົນ ຕ່າງແຂວງເຂົ້າມາພັກ.
ເຈົ້າໜ້າທີ່ໂຮງແຮມ ໃນແຂວງຈຳປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:
“ເປີດເສັ້ນທາງຢູ່ ບ້ານເຮົາຍັງບໍ່ທັນເຫັນມາ ທີ່ຈິງເຮົາກະລົງທະບຽນໄປແລ້ວ ແຕ່ກໍຍັງບໍ່ແນ່ໃຈ ເຂົາຕ້ອງມີ ອີ່ຫຍັງຢັ້ງຍືນໃຫ້ເຮົາອີກບໍ່ ເຊິ່ງວ່າ ເຮົາຍັງບໍ່ທັນໄດ້ຮັບເອກສານ ທາງໜ້າກໍມີວັດອຸນພູມ ຕາມປົກຕິ ແລ້ວກະລູກຄ້າມາກໍຕ້ອງໄດ້ ລົງທະບຽນ ຂຽນທາມລາຍ ຍ້ອນຫຼັງ ວ່າ 2 ອາທິດຜ່ານມາໄດ້ໄປໃສບໍ່ ມືອາການໄຂ້ນັ້ນ ໂນ້ນນີ້ອີ່ຫຍັງບໍ່ ເຮົາກໍຍັງໄດ້ເກັບກຳຂໍ້ມູນຢູ່.”
ພາຍໃນເວລາ ນຶ່ງເດືອນມານີ້, ນັກທ່ອງທ່ຽວຈາກຕ່າງປະເທດ ບໍ່ມີເຂົ້າມາທ່ອງທ່ຽວກັນຫຼາຍ ສ່ວນໃຫຍ່ກໍມີພຽງນັກທ່ອງທ່ຽວພາຍໃນເທົ່ານັ້ນ ແຕ່ວ່າ ຜູ້ປະກອບການ ແລະ ເຈົ້າໜ້າທີ່ຫຼາຍພາກສ່ວນ ກໍໄດ້ຕຣຽມຄວາມພ້ອມໄວ້ໝົດແລ້ວ.
ເຈົ້າໜ້າທີ່ເມື່ອງວັງວຽງ ແຂວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ກະແມ່ນລະ ສ່ວນຫຼາຍນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກໍຢູ່ນີ້ແຫຼະ ດຽວນີ້ ຖືວ່າ ໄດ້ກະຕຣຽມຄວາມພ້ອມໝົດແລ້ວໂຮງແຮມ ສຖານທີ່ທ່ອງທ່ຽວ ມັນຕ້ອງຮັບປະກັນຕ້ານສະກັດກັ້ນໂຄວິດນີ້ ຖ້າວ່ານັກທ່ອງທ່ຽວຕ່າງປະເທດເຂົາຈະເຂົ້າມາ ຢູ່ ໃນກຣຸບໂຕທ່ອງທ່ຽວສີຂຽວ.”
ທ່ານ ກ່າວວ່າ ການເປີດທ່ອງທ່ຽວສີຂຽວນີ້ ຖືວ່າ ເປັນເຣື່ອງດີທີ່ຈະກະຕຸ້ນ ເສຖກິຈພາຍໃນໃຫ້ດີຂຶ້ນ ແລະ ທຸກຄົນຈະໄດ້ມີລາຍໄດ້ນຳດ້ວຍ ຈາກທີ່ຜ່ານມາ ໄດ້ຮັບຜົລກະທົບຈາກ ໂຄວິດ-19 ບໍ່ໄດ້ເປີດທຸຣະກິຈ ມາດົນກໍໄດ້ກັບມາເປີດ ແລະ ຫຼາຍຄົນກໍມີວຽກງານທຳ ເພີ່ມຂຶ້ນນຳດ້ວຍ. ຕັ້ງແຕ່ມີການເປີດທ່ອງທ່ຽວສີຂຽວ ກໍຍັງບໍ່ມີນັກທ່ອງທ່ຽວ ຈາກຕ່າງປະເທດເຂົ້າມາ ແຕ່ມີພຽງຄົນລາວມາທ່ຽວກັນເອງ.
ເຈົ້າໜ້າທີ່ກ່ຽວຂ້ອງແຂວງຫລວງພຣະບາງ ໄດ້ກ່າວວ່າ:
“ດຽວນີ້ນັກທ່ອງທ່ຽວມີແຕ່ລາວ ເພິ່ນກໍເອົາພະນັກງານໄປເຝິກອົບຮົມ ການບໍຣິການ ການຮັບແຂກແບບໃດ ແລ້ວ ເຂົາເຈົ້າກວ້າງເຄື່ອງ ວັດແທກອຸນພູມ ກັບເຈວໃຫ້ມັນມີໝົດຫັ້ນນ່າ”
ອີງຕາມການຣາຍງານຂອງ ໜັງສືພິມ ວຽງຈັນທາຍ ໃນວັນທີ 10 ມົກກະຣາ 2022 ທີ່ຜ່ານມາ ນັບຕັ້ງແຕ່ ທາງການລາວ ເປີດການທ່ອງທ່ຽວ ໃນຕົ້ນປີ 2022 ນີ້ ກໍມີພຽງແຕ່ນັກຮຽນ ແລະ ຄຣູ ຈາກປະເທດເກົາຫຼີ ປະມານ 20 ປາຍຄົນ ເດີນທາງເປັນກຸ່ມ ເພື່ອແລກປ່ຽນວັດທະນະທັມ ແລະ ການເຝິກຊ້ອມກອຟ ແລະ ກໍໄດ້ ມີການເດີນທາງ ໄປທ່ອງທ່ຽວໃນວັງວຽງ ແລະ ເມືອງຫລວງພຣະບາງ ໃນເຂດພື້ນທີ່ສີຂຽວ.