ຈຳປາສັກ ຕຣຽມເປີດ ທ່ອງທ່ຽວສີຂຽວ

ສຸພັດຕາ
2022.04.26
ຈຳປາສັກ ຕຣຽມເປີດ ທ່ອງທ່ຽວສີຂຽວ ນັກທ່ອງທ່ຽວພາຍໃນປະເທດ ກຳລັງທ່ຽວຊົມ ບໍຣິເວນວັດພູ ຈຳປາສັກ, ວັນທີ່ 16 ກັນຍາ 2017.
RFA

ແຂວງຈໍາປາສັກ ຈະເປີດການທ່ອງທ່ຽວສີຂຽວ ໃນວັນທີ່ 1 ພຶສພາ 2022 ນີ້ ຕາມນະໂຍບາຍຂອງຣັຖບານ ທີ່ໄດ້ເປີດການທ່ອງທ່ຽວສີຂຽວໃນໄລຍະທີ່ 1 ມາແລ້ວ ຢູ່ນະຄອນຫຼວງວຽງຈັນ, ວັງວຽງ ແຂວງວຽງຈັນ ແລະແຂວງຫຼວງພຣະບາງ ໂດຍແຂວງຈໍາປາສັກ ຈະເປີດເສັ້ນທາງ 3 ເມືອງ ຄື: ເມືອງປາກຊ່ອງ, ເມືອງຈໍາປາສັກ ແລະເມືອງໂຂງ ເພື່ອຕ້ອນຮັບນັກທ່່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ຽວ ເຊິ່ງກໍຍັງມີມາຕການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ ຕາມນະໂຍບາຍຂອງຣັຖບານ ແລະກໍາລັງປະເມີນຄວາມພ້ອມ ຕາມສະຖານທີ່ພັກຕ່າງໆ ແລະຮ້ານອາຫານ ໃຫ້ເຂົາເຈົ້າມີຄວາມພ້ອມ.

ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 26 ເມສາ ນີ້ວ່າ:

ແມ່ນ ຕາມແຜນກໍແມ່ນວັນທີ່ 1 ພຶສພາ ນີ້ແຫຼະ ມາຕການກໍມີມາຕການຄືເກົ່າ ເພາະວ່າກ່ອນທີ່ຈະເປີດ ເພິ່ນກໍຕ້ອງໄດ້ກະກຽມຄວາມພ້ອມ ດຽວນີ້ກໍາລັງສຸມໃສ່ ການປະເມີນຫັ້ນແຫຼະ ພື້ນຖານໂຄງລ່າງ ກ່ຽວກັບຮອງຮັບການທ່ອງທ່ຽວ ດຽວນີ້ກໍາລັງສົມລົງໃສ່ໂຕນີ້ແຫຼະ ຮອງຮັບດ້ານທີ່ພັກ ລະກະສະຖານທີ່ ການທ່ອງທ່ຽວອິຫຍັງຕ່າງໆ ອັນນັ້ນໃຫ້ເຂົາເຈົ້າຕຣຽມຄວາມພ້ອມ.”

ທີ່ຜ່ານມາ ທາງການແຂວງຈໍາປາສັກ ກໍໄດ້ຕຣຽມຄວາມພ້ອມໄວ້ແລ້ວ ໂດຍໄດ້ເລັ່ງສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະ ປະຊາຊົນທີ່ອາສັຍ ໃນເສັ້ນທາງສີຂຽວ ເຊິ່ງປັດຈຸບັນນີ້ ກໍສັກໄດ້ເກີນ 50% ແລ້ວ, ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນວັນທີ່ 19 ເມສາ 2022 ນີ້ ທົ່ວແຂວງຈໍາປາສັກ ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 1 ໃຫ້ປະຊາຊົນ ໄດ້ 560,504 ຄົນ ຫຼືຄິດເປັນປະມານ 73%, ເຂັມທີ່ 2 ສັກໄດ້ 474,127 ຄົນ ຫຼືຄິດເປັນ ປະມານ 62%.  

ສາເຫດທີ່ທາງການແຂວງຈໍາປາສັກ ຈະເປີດການທ່ອງທ່ຽວສີຂຽວ ໃນ 3 ເມືອງນີ້ກ່ອນ ຍ້ອນວ່າ ມີແຫຼ່ງທ່ອງທ່ຽວທີ່ສວຍງາມ ແລະມີເສັ້ນທາງໄປ-ມາ ສະດວກສະບາຍ ເຊັ່ນ: ຢູ່ເມືອງປາກຊ່ອງ ມີນໍ້າຕົກຕາດ ຕາດຟານ, ຕາດເຍືອງ, ຕາດຄູ່, ສວນອາຫານ ທະນາວະດີ ຣີສອດ, ຕາດສະເມັກ, ສວນຜັກອາໂກເຕັກ, ຫ້ອງການໄຟຟ້າເກົ່າ ບ້ານໜອງຫຼວງ.
ສໍາລັບເມືອງຈໍາປາສັກ ກໍຈະມີ ຜາສາດຫິນວັດພູ, ວັດເມືອງກາງ, ວັດສີສຸມັງ, ວັດພຣະນອນ, ວັດພູງອຍ, ວັດພະທາດຍາຄູຂີ້ຫອມ, ວັດເກົ່າແກ່.
ສ່ວນເມືອງໂຂງ ກໍຈະມີແຫຼ່ງທ່ອງທ່ຽວ ນໍ້າຕົກຕາດຄອນພະເພັງ, ສົມພະນິດ, ວັງປາຂ່າ, ເຂື່ອນໄຟຟ້າດອນສະໂຮງ, ທ່າຈອດກໍ່າປັ່ນບ້ານດອນແດດ ແລະຊຸມຊົນເມືອງໂຂງ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າຂອງໂຮງແຮມ ໃນແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ກໍໄດ້ຍິນຂ່າວໃນເບື້ອງຕົ້ນເທົ່ານັ້ນ ຍັງບໍ່ຮູ້ຂໍ້ມູນໂດຍລະອຽດ ແຕ່ກໍຕ້ອງລໍຖ້າ ການແຈ້ງການຣາຍລະອຽດອີກເທື່ອນຶ່ງ ເຊິ່ງການເປີດແຫຼ່ງທ່ອງທ່ຽວສີຂຽວນີ້ ກໍຍັງມີມາຕການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ, ແຕ່ຕ້ອງລໍຖ້າເບິ່ງວ່າ ນັກທ່ອງທ່ຽວຈະມາທ່ຽວຫຼາຍຫຼືບໍ່:

ເພິ່ນກະບໍ່ໄດ້ແຈ້ງຣາຍລະອຽດນ່າ ເພິ່ນມີແຕ່ບອກວ່າ ຊິແຈ້ງເປີດພື້ນທີ່ສີຂຽວ ໃຫ້ທຸກທ່ານ ອັນທຸກໆພາກສ່ວນທີ່ກ່ຽວຂ້ອງ ການທ່ອງທ່ຽວ ໃຫ້ມີມາຕການ ຫຼືວ່າໃຫ້ມີປ້ອງກັນຄືເກົ່າ ກະບໍ່ທັນຮູ້ວ່າເປີດໄປແລ້ວ ຈະມີແຂກມາຫຼືບໍ່.”

ຂະນະທີ່ ພະນັກງານໂຮງແຮມ ໃນແຂວງຈໍາປາສັກ ອີກທ່ານນຶ່ງ ກໍກ່າວວ່າ ເຣື່ອງການເປີດການທ່ອງທ່ຽວສີຂຽວນີ້ ກໍຍັງບໍ່ຮູ້ຣາຍລະອຽດຄືກັນ ຕ້ອງລໍຖ້າແຈ້ງການອີກເທື່ອນຶ່ງ ແຕ່ທາງໂຮງແຮມເອງ ກໍມີມາຕການປ້ອງກັນເຊື້ອໂຄວິດ-19 ຢູ່ແລ້ວ ເຊິ່ງນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ກໍຍັງຕ້ອງຜ່ານບໍຣິສັດທົວເທົ່ານັ້ນ:

ເພິ່ນຍັງປະຊຸມກັນຢູ່ ເພິ່ນຍັງບໍ່ທັນໄດ້ເປັນທາງການ ລອງຖ້າຟັງປະກາດ ວັນທີ່ 1 ກ່ອນເນາະ ວ່າຈັ່ງໃດ ໂຮງແຮມເຮົາກະຕ້ອງອັນນີ້ແລ້ວ ບໍ່ທັນໄດ້ເປີດເປັນທາງການ ຜ່ານທົວເອົາ ສະດວກກວ່າ.”

ຂະນະທີ່ ແຂວງຫຼວງພຣະບາງ ພາຍຫຼັງທີ່ເປີດການທ່ອງທ່ຽວສີຂຽວ ກໍມີຄວາມຄຶກຄັກດີຂຶ້ນກວ່າແຕ່ກ່ອນ ອີງຕາມ ທ່ານ ວຽງທອງ ຫັດສະຈັນ ເຈົ້າຄອງນະຄອນຫຼວງພຣະບາງ ຣາຍງານໃນວັນທີ່ 20 ເມສາ 2022 ນີ້ວ່າ ໃນໄລຍະ 3 ເດືອນ ສເລັ່ຍໂຕເລຂ ນັກທ່ອງທ່ຽວ ເຂົ້າມາທ່ຽວຫຼວງພຣະບາງ ມີຈໍານວນ 67,860 ຄົນ ຖືວ່າເພີ່ມຂຶ້ນຫຼາຍ ຈາກປີກາຍນີ້ 74% ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວ ມີນັກທ່ອງຈາກຕ່າງແຂວງ ເດີນທາງເຂົ້າມາທ່ອງທ່ຽວກັນຫຼາຍ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ທ່ອງທ່ຽວ ໃນແຂວງຫຼວງພຣະບາງແລ້ວ ແຕ່ທ່ານ  ຍັງບໍ່ສະດວກໃຫ້ຂໍ້ມູນ. ພ້ອມດຽວກັນນີ້ ພະນັກງານໂຮງແຮມ ໃນຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ສ່ວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໃນຫຼວງພຣະບາງ ຈະເປັນນັກທ່ອງທ່ຽວພາຍໃນ ສ່ວນຄົນຕ່າງປະເທດ ຍັງບໍ່ຄ່ອຍເຂົ້າມາຫຼາຍເທົ່າທີ່ຄວນ ເພາະເຫັນວ່າ ການແຈ້ງເອກກະສານຕ່າງໆ ຍັງມີຄວາມສັບສົນຢູ່.

ກະໄຄກວ່າເກົ່າ ໄຄກວ່າປີກາຍໜ້ອຍນຶ່ງ ໄດ້ແຕ່ເປັນນັກທ່ອງທ່ຽວພາຍໃນກ່ອນ ເພາະວ່າຣະບຽບການເພິ່ນຍັງເຄັ່ງຄັດໜ້ອຍນຶ່ງ ຂັ້ນຕອນການແຈ້ງເອກກະສານ ມັນຢາກຊັບຊ້ອນໜ້ອຍນຶ່ງນ່າ.”

ຂະນະທີ່ ເຈົ້າຂອງເຮືອນພັກ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ພາຍຫຼັງທີ່ ທາງການເປີດການທ່ອງທ່ຽວສີຂຽວ ກໍເຫັນວ່າ ມີແຕ່ນັກທ່ອງທ່ຽວພາຍໃນ ເດີນທາງມາຈາກນະຄອນຫຼວງວຽງຈັນ ແລະວັງວຽງ ເຂົ້າມາທ່ຽວຫຼວງພຣະບາງ ກັນຫຼາຍ.

ແມ່ນແລ້ວ ມີແຕ່ພວກເຮົາຢູ່ພາຍໃນຫັ້ນແຫຼະ ຄົນລາວ ຫຼາຍຢູ່ ພວກຕ່າງປະເທດ ຢູ່ໄທຍຫັ້ນແຫຼະ.”

ຢ່າງໃດກໍຕາມ ການເປີດການທ່ອງທ່ຽວສີຂຽວ ຕາມແຜນຂອງຣັຖບານລາວ ໃນໄລຍະທີ່ 2 ແມ່ນຈະເຣີ່ມຂຶ້ນ ໃນໄລຍະເດືອນພຶສພາ ຫາເດືອນມິຖຸນາ 2022 ເຊິ່ງຈະປະຕິບັດ 5 ແຂວງ ຄື: ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຄໍາມ່ວນ​, ແຂວງໄຊຍະບູຣີ ແລະແຂວງຈໍາປາສັກ ແລະຫຼາຍແຂວງ ກໍໄດ້ເຣີ່ມກະຕຣຽມຄວາມພ້ອມແລ້ວ ໂດຍສະເພາະ ເຣື່ອງການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ປະຊາຊົນ ໃນເສັ້ນທາງພື້ນທີ່ສີຂຽວ ແລະປະຊາຊົນຫຼາຍແຂວງ ກໍໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ເກີນ 70-80% ກັນແລ້ວ.

ຫຼ້າສຸດ ໃນວັນທີ 26 ເມສາ 2022 ນີ້ ກົມພັທນາການທ່ອງທ່ຽວ, ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກຣັຖ ແລະ ພາກທຸຣະກິຈ ຈັດກອງປະຊຸມເພື່ອປຶກສາຫາລື ກ່ຽວກັບບັນດາເງື່ອນໄຂ ແລະ ມາຕການຕ່າງໆ ໃນການກະຕຣຽມ ເປີດປະເທດແບບເຕັມຮູບແບບ ໃນຕົ້ນເດືອນ ພຶສພາ 2022 ນີ້, ອີງຕາມການ ຣາຍງານຂອງ ໜັງສືພິມ ລາວພັດທະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ton
Sep 09, 2022 05:50 PM

ເປີດທ່ອງທ່ຽວກະເປັນພັດທະນາເຂດຊຸມຊົນດີຕາວາຊາວຈຳປາສັກແຫ່ງພູມໃຈມີແຂກມາທ່ຽວໃຜຫວາຄວາມຄິດເຫັນເສື້ອຊຸດນັກຮຽນມີຕາອ່ານໃຫ້ເຂົ້າໃຈແນ່ຄົນລະສາຍພັນສັດນຳ້ຊີປົນທຳມະຊາດກູຢາກເຕະແພງກະອົມເອົາຕາວາ