ເມື່ອວັນທີ່ 9 ກັນຍາ ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຫຼວງພຣະບາງ ແຈ້ງເຕືອນໃຫ້ປະຊາຊົນ ຈ່າຍຄ່າໄຟຟ້າພາຍໃນວັນທີ່ 25 ຂອງທຸກເດືອນ ແລະຖ້າຫາກ ບໍ່ປະຕິບັດຕາມ ເຈົ້າໜ້າທີ່ ຈະດໍາເນີນການຕັດກະແສໄຟຟ້າ ໃນຂະນະທີ່ ປະຊາຊົນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາຫຼຸດຜ່ອນເງື່ອນໄຂດັ່ງກ່າວນີ້ລົງ ຍ້ອນໃນໄລຍະນີ້ ເສຖກິຈຂ້ອນຂ້າງຝືດເຄືອງ ແລະ ການຫາຢູ່ ຫາກິນ ກໍຫຍຸ້ງຍາກລໍາບາກ.
ດັ່ງຊາວບ້ານ ຢູ່ບ້ານພະບາດໃຕ້ ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 14 ກັນຍາ 2022 ນີ້ວ່າ:
“ສ່ວນຫຼາຍຂະເຈົ້າ ບໍ່ຢາກໃຫ້ຕັດເທື່ອ ຂະເຈົ້າກໍຖ້າເບິ່ງເງິນ ໄປຊໍາລະຊີ້ຫັ້ນນ່າ ສ່ວນຫຼາຍຂະເຈົ້າກະຈົ່ມແບບນີ້ວ່າ ບາງທີກໍໄປຕັດ ແລ້ວກໍບໍ່ບອກເລີຍ ປົກກະຕິຮອດກໍານົດ ບໍ່ໄດ້ໄປຊໍາລະເງິນ ກໍໄປຕັດໄຟເລີຍຫັ້ນນ່າ ໂດຍແມ່ນ ຂະເຈົ້າບໍ່ມັກປານໃດ ສົມມຸດວ່າມີແຕ່ຕູ້ເຢັນ ພັດລົມ ແມ່ນຫຍັງຈັ່ງຊີ້ເນາະ ບໍ່ມີເຄື່ອງຊັກຜ້າແມ່ນຫຍັງນີ້ ກໍເປັນ 70-80 ບໍ່ ແສນຊີ້ຫັ້ນນ່າ.”
ເຖິງແມ່ນວ່າ ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະມີການປັບຫຼຸດເງື່ອນໄຂ ໃນການຄິດໄລ່ຄ່າໄຟຟ້າລົງ ແຕ່ຢ່າງໃດກໍຕາມ ຄ່າໄຟຟ້າຢູ່ພາຍໃນປະເທດລາວ ພັດຍັງມີ ລາຄາຂ້ອນຂ້າງສູງ ເປັນຕົ້ນ ຄອບຄົວຂອງປະຊາຊົນທົ່ວໄປ ທີ່ມີແຕ່ພັດລົມ ແລະຕູ້ເຢັນ ຈະມີຄ່າໄຟຟ້າປະມານເດືອນລະ 100,000 ກີບ ຫຼື ກວມເອົາປະມານ 10-20% ຂອງ ຄ່າແຮງງານຂັ້ນຕໍ່າ.
ດັ່ງຊາວບ້ານ ຢູ່ບ້ານວັດແສນ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນໄຟຂອງຄົວເຮືອນທົ່ວໄປ ກໍແພງຢູ່ ແຕ່ອັນນີ້ເປັນລາຄາປັບລົງຈາກ 2-3 ປີກ່ອນເນາະ ປີນັ້ນ ແມ່ນພັກເຂົາຈະໄລ່ ເປັນເຣດພັນປາຍເນາະ ດຽວນີ້ລົງມາ 875 ກີບ ປີກາຍ ຍັງບໍ່ທັນຕັດເນາະ ເລື່ອນໄດ້ປະມານ 1 ເດືອນເນາະ ເປັນ 2 ເດືອນກໍໄດ້ຢູ່ເນາະ ແຕ່ຖ້າກາຍຫັ້ນ ກາຍ 2 ເດືອນພໍດີ ຕັດເລີຍ.”
ທີ່ຜ່ານມາ ປະຊາຊົນສາມາດຈ່າຍຄ່າໄຟຟ້າ ໄດ້ຫຼາຍຊ່ອງທາງ ເປັນຕົ້ນ ເດີນທາງໄປຈ່າຍຄ່າໄຟຟ້າ ຢູ່ຫ້ອງການຣັຖວິສາຫະກິຈ ໄຟຟ້າລາວ ຫຼືສູນບໍຣິການໄຟຟ້າ ຂອງແຕ່ລະແຂວງ, ຈ່າຍຜ່ານລະບົບໂທຣະສັບມືຖື ທີ່ໄດ້ຕິດຕັ້ງ ແອັບພິເຄຊັ້ນ ຫຼື ຕູ້ ATM ຂອງທະນາຄານ ຫຼື ສາມາດຈ່າຍໃຫ້ກັບໂຕແທນ ຮັບຈ່າຍບິນຄ່າໄຟຟ້າ ຂອງບັນດາ ທະນາຄານຕ່າງໆ ເຊິ່ງບໍ່ສາມາດລະບຸໄດ້ຢ່າງຄັກແນ່ ວ່າໂຕແທນຮັບຈ່າຍບິນຄ່າໄຟຟ້າດັ່ງກ່າວນີ້ ຈະເດີນທາງມາຮອດບ້ານເຮືອນ ຂອງປະຊາຊົນໃນມື້ໃດ ຍ້ອນຂຶ້ນຢູ່ກັບ ຄວາມສະດວກ ຂອງພວກເຂົາເຈົ້າ.
ດັ່ງຊາວບ້ານ ຢູ່ບ້ານຊຽງທອງ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ຈ່າຍຄ່າໄຟຟ້າ ກໍແມ່ນຢູ່ຊີ້ຫັ້ນນ່າ ກໍປະມານນັ້ນແຫຼະ ຂະເຈົ້າກໍມາເກັບທຸກໆເດືອນ ແລະຂະເຈົ້າກໍບໍ່ໃຫ້ຈ່າຍ ແຕ່ມັນກໍບໍ່ຕົງມື້ ບາງເທື່ອກໍບໍ່ຕົງມື້ດອກ.”
ນັບແຕ່ທາງການລາວ ເປີດປະເທດຢ່າງເປັນທາງການ ໃນໄລຍະຕົ້ນເດືອນພຶສພາ ທີ່ຜ່ານມາ ພາຍຫຼັງສະຖານະການການ ແຜ່ຣະບາດຂອງເຊື້ອໂຄວິດ-19 ຫຼຸດຜ່ອນລົງ ເຮັດໃຫ້ພາກທຸຣະກິຈ ຈໍານວນນຶ່ງ ສາມາດກັບມາເປີດໃຫ້ບໍຣິການ ແລະສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ໄດ້ຈໍານວນນຶ່ງ ສະນັ້ນ ຣັຖວິສາຫະກິຈໄຟຟ້າລາວ ຈຶ່ງເຫັນດີ ໃຫ້ດໍາເນີນການເກັບຄ່າໄຟຟ້າ ທີ່ປະຊາຊົນຄ້າງຈ່າຍໃນໄລຍະທີ່ຜ່ານມາ ແລະອະນຸຍາດໃຫ້ປະຊາຊົນ ຄ້າງຈ່າຍຄ່າໄຟຟ້າ ໄດ້ແຕ່ພຽງ 45 ມື້ເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຂແນງການຕິດຕາມໜີ້ສິນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:
“ເຮົາກໍບໍ່ໝັ້ນໃຈເໝາະ ບາງຄົວເຮືອນມັນກະໜ້ອຍ ບາງຄົວເຮືອນມັນກະຫຼາຍ ບາງຄົວເຮືອນ ກະຮອດລ້ານກວ່າກີບ ຫຼືວ່າ 2-3 ແສນຊິບໍ ແຕ່ວ່າຈໍານວນ ທີ່ຂະເຈົ້າໃຊ້ ຫັ້ນມັນໜ້ອຍ ແຕ່ວ່າຈໍານວນເດືອນ ທີ່ຂະເຈົ້າຄ້າງຫັ້ນຫຼາຍ, 45 ວັນແລ້ວ ດຽວນີ້ເນາະ ແຕ່ວ່າຊ່ວງໂຄວິດ-19 ເພິ່ນກໍມີນະໂຍບາຍຢູ່ 3 ເດືອນ ຄັນວ່າກາຍ 3 ເດືອນແລ້ວເພິ່ນກໍງົດ ຕັດກະແສໄຟຟ້າ ໄວ້ຊົ່ວຄາວ.”
ທ່ານກ່າວຕື່ມວ່າ ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເຮັດໃຫ້ການດໍາເນີນທຸຣະກິຈ ຂອງຜູ້ປະກອບການຫຼາຍຫົວໜ່ວຍ ຈໍາເປັນຕ້ອງໄດ້ປິດກິຈການຊົ່ວຄາວ ໃນຂະນະທີ່ ປະຊາຊົນລາວຈໍານວນຫຼາຍ ຈໍາເປັນຕ້ອງໄດ້ອອກຈາກການເຮັດວຽກ ແລະບໍ່ມີລາຍຮັບ ສໍາລັບໃຊ້ຈ່າຍໃນຊີວິຕປະຈໍາວັນພໍເທົ່າໃດ ຈຶ່ງເຮັດໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ອະນຸຍາດໃຫ້ພວກເຂົາເຈົ້າ ສາມາດຄ້າງຈ່າຍຄ່າໄຟຟ້າ ໄດ້ປະມານ 3 ເດືອນ ໂດຍບໍ່ຖືກຕັດ ກະແສໄຟຟ້າ.
ການກໍານົດໃຫ້ປະຊາຊົນ ຈ່າຍຄ່າໄຟຟ້າພາຍໃນວັນທີ່ 25 ຂອງທຸກເດືອນ ດໍາເນີນການ ຈັດຕັ້ງປະຕິບັດຄືກັນ ໃນຂອບເຂດທົ່ວປະເທດ ບໍ່ແມ່ນແຕ່ສະເພາະ ແຂວງຫຼວງພຣະບາງ ທັງນີ້ ກໍເພື່ອເປັນການແຈ້ງເຕືອນ ໄປຍັງຜູ້ປະກອບການກິຈການ ປະເພດຕ່າງໆ ແລະປະຊາຊົນທົ່ວໄປ ໃຫ້ດໍາເນີນການ ຈ່າຍຄ່າໄຟຟ້າຕຣົງເວລາ ເພື່ອຫຼຸດຜ່ອນບັນຫາ ການຄ້າງຈ່າຍຄ່າໄຟຟ້າ ເປັນຈໍານວນຫຼາຍ ຈົນບໍ່ສາມາດຈ່າຍໄດ້.
ດັ່ງພະນັກງານສົ່ງບິນຄ່າໄຟຟ້າ ຢູ່ນະຄອນ ຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ຖ້າບໍ່ຈ່າຍທັນເດືອນ ໜີ້ມັນຈະຄ້າງໄປເນາະ ຄວາມໝາຍເນາະ ບາດນີ້ຖ້າຫາກວ່າ ຄູ່ມື້ນີ້ເພິ່ນວ່າ ເພິ່ນຢາກໃຫ້ຈ່າຍ ທັນກ່ອນວັນທີ່ 25 ຫັ້ນນ່າ ຈະເປັນເດືອນເວັນເດືອນເນາະ ຄວາມໝາຍແບບວ່າ ຖ້າເປັນ ລູກຄ້າຣາຍໃຫຍ່ ພວກອຸດສາຫະກັມ ເປັນທຸຣະກິຈເນາະ ເພິ່ນຈະໃຫ້ຈ່າຍໃຫ້ມັນທັນເດືອນ ຄວາມໝາຍຫັ້ນນ່າ ຖ້າວ່າເປັນປະຊາຊົນທີ່ນໍາໃຊ້ ປະຈໍາວັນຕ່າງໆ ເດືອນນີ້ຄ້າງ ເດືອນໜ້າ ຈັ່ງຈ່າຍໄດ້.”
ທ່ານກ່າວຕື່ມວ່າ ສໍາລັບກໍຣະນີ ຜູ້ທີ່ບໍ່ສາມາດອອກໄປ ຈ່າຍຄ່າໄຟຟ້າດ້ວຍຕົນເອງໄດ້ ເປັນຕົ້ນ ຜູ້ສູງອາຍຸ ຜູ້ທີ່ບໍ່ມີຍານພາຫະນະ ໃນການເດີນທາງ, ຜູ້ທີ່ບໍ່ມີບັນຊີໃນທະນາຄານ ແລະຜູ້ທີ່ ບໍ່ຮູ້ວິທີການຈ່າຍເງິນ ຜ່ານທາງໂທຣະສັບມືຖື ສາມາດຈ່າຍຄ່າໄຟຟ້າ ໃຫ້ແກ່ພະນັກງານໄຟຟ້າ ຫຼືໂຕແທນຜູ້ສົ່ງບິນ ຄ່າໄຟຟ້າປະຈໍາເດືອນ ໄດ້ທັນທີ ທັງນີ້ ກໍເພື່ອແກ້ໄຂບັນຫາ ພໍ່ແມ່ປະຊາຊົນ ຈ່າຍຄ່າໄຟຟ້າບໍ່ຕຣົງເວລາ ຈົນເປັນເຫດໃຫ້ຖືກຕັດກະແສໄຟຟ້າ ອີກທັງ ທີ່ຜ່ານມາ ສະເພາະ ນະຄອນຫຼວງພຣະບາງ ມີປະຊາຊົນໄດ້ຄ້າງການຈ່າຍຄ່າໄຟຟ້າ ຢູ່ປະມານ 10 ຕື້ກີບ.
ອີງຕາມແຈ້ງການ ຂອງຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຫຼວງພຣະບາງ ສບັບເລຂທີ 1943/ຟຟລ.ຫຼບ ລົງວັນທີ່ 9 ກັນຍາ 2022 ໄດ້ລະບຸໃຫ້ບັນດາລູກຄ້າປະເພດຕ່າງໆ ເປັນຕົ້ນ ລູກປະເພດທຸຣະກິຈທົ່ວໄປ, ອຸດສາຫະກັມ, ກະສິກັມ ແລະ ທີ່ຢູ່ອາສັຍ ຕ້ອງດໍາເນີນການ ຈ່າຍຄ່າກະແສໄຟຟ້າ ພາຍໃນວັນທີ່ 25 ຂອງທຸກເດືອນ ຖ້າຫາກບໍ່ປະຕິບັດຕາມ ພາກສ່ວນ ທີ່ກ່ຽວຂ້ອງຈະງົດການຈ່າຍກະແສໄຟຟ້າຊົ່ວຄາວ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າ ແລະຈະສາມາດກັບມາ ໃຊ້ໄຟຟ້າໄດ້ອີກຄັ້ງ ເມື່ອຈ່າຍຄ່າໄຟຟ້າຄົບຕາມໃບບິນ ທັງນີ້ ຖ້າຫາກມີຜົລກະທົບໃດໆ ເກີດຂຶ້ນກັບລູກຄ້າ ແລະອຸປະກອນໄຟຟ້າ ໃນໄລຍະເວລາ ທີ່ຖືກຕັດກະແສໄຟຟ້າ ທາງຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຫຼວງພຣະບາງ ຈະບໍ່ຮັບຜິດຊອບ ຜົລເສັຍຫາຍໃດໆ ທີ່ເກີດຂຶ້ນ.