ຊາວບ້ານປະມານ 20 ປາຍ ຄອບຄົວ ພໍໃຈກັບການຊົດເຊີຍ ທີ່ນັກລົງທຶນ ຈາກບໍຣິສັດ ລາວກຣີນພາວເວີ ກອບໂປເຣຊັ້ນ ຈຳກັດ (Lao Green Power Corporation) ເອົາດິນສວນໝາກໄມ້ທັງໝົດ 33 ເຮັກຕາຣ໌ 3,294 ຕາແມ້ດ ໄປເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພຣະບາງ. ໂດຍບໍຣິສັດໄດ້ຊື້ດິນເຂົາເຈົ້າໃນຣາຄາ ເຮັກຕາຣ໌ລະ 50 ລ້ານກີບ ແຕ່ປີ 2009. ຮອດປັຈຸບັນ ເຈົ້າຂອງດິນ ແລະ ຄອບຄົວທັງໝົດນັ້ນ ສ່ວນໃຫຍ່ ກໍໄດ້ຊື້ດິນປຸກເຮືອນຫລັງໃໝ່ແລ້ວ.
ຕາມຄຳເວົ້າ ຂອງຊາວບ້ານຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພຣະບາງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 25 ເມສາ ນີ້ວ່າ:
"ເພາະວ່າດິນນີ້ ເຂົາເຈົ້າກໍຊົດເຊີຍໄປໝົດແລ້ວເດ້. ຫລັງຈາກປີ 2009 ເນາະ ເພິ່ນກໍມາຊົດເຊີຍ ເງິນກະຄ່າເນື້ອທີ່ດິນ ມີຫຍັງໆ ເພິ່ນກໍຊົດເຊີຍໝົດ. ປະຊາຊົນ ກະດີໃຈ ໄດ້ຮັບປີ້ເອົາເງິນ. ຜູ້ມາປຸກຫຍ້າວປຸກເຮືອນ ກະມີເດ້. ມັນເປັນຂອງປະຊາຊົນທັງໝົດ ຫົັ້ນແຫລະ. ກະຊົດເຊີຍໄປ ຈຳນວນ 30 ປາຍ ເຮັກຕ້າຣ໌ ."
ດິນສວນໝາກໄມ້ ທີ່ປະຊາຊົນເສັຽໃຫ້ບໍຣິສັດນັ້ນ ສ່ວນໃຫຍ່ ເຂົາເຈົ້າເຕັມໃຈຂາຍໃຫ້ບໍຣິສັດ ເພື່ອເອົາເງິນທີ່ໄດ້ ຈາກຄ່າຊົດເຊີຍ ໄປຊື້ດິນ ປຸກເຮືອນຫລັງໃໝ່ ຕາມຄວາມຕ້ອງການຂອງເຂົາເຈົ້າ. ພາຍຫລັງທີ່ບໍຣິສັດ ເຂົ້າມາຊື້ດິນຂອງຊາວບ້ານ ພາຍໃນບ້ານ ກໍເຮັດໃຫ້ຊາວບ້ານມີວຽກເຮັດງານທຳ ເປັນຕົ້ນວ່າ ຫາກບໍຣິສັດຕ້ອງການແມ່ຄົວ ໄປແຕ່ງຄົວກິນໃຫ້ໂຮງແຮມ ຫລື ຣີສອດ ທີ່ບໍຣິສັດມີເຄືອຂ່າຍຢູ່ ກໍຈະແຈ້ງໃຫ້ຊາວບ້ານ ໃນເຂດບ້ານຈ່ານໃຕ້ ທີ່ເຮັດອາຫານແຊບ ໄປເປັນແມ່ຄົວໃຫ້ໂຮງແຮມ ຫລື ຣີສອດ ອັນຖືວ່າເປັນການຈ້າງໃຫ້ເຮັດວຽກ ແບບມື້ຕໍ່ມື້ໄປ.
ດັ່ງແມ່ຄົວຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ໂອ ກະບໍ່ຈົ່ມ ເພາະວ່າ ເຂົາເຈົ້າ ກໍຊື້ເອົາເດ້ ປະຊາຊົນເຮົາເຕັມໃຈຂາຍໃຫ້ ກະບໍ່ໄດ້ຍິນຈົ່ມຫຍັງເກາະ ເພາະວ່າ ເຂົາເຈົ້າມາເຮັດຫັ້ນເນາະ ເຂົາເຈົ້າຢູ່ນີ້ ເຂົາເຈົ້າກໍມີລາຍໄດ້ນຳ ຊັ້ນເຢີ້ ບາງເທື່ອ. ເຂົາເຈົ້າໃຫ້ໄທບ້ານນີ້ເດ່ ໄປຄົວກິນໃຫ້ ຄັນວ່າ ແຂກມາຫລາຍ ລະເຂົາເຈົ້າໃຫ້ໄທບ້ານນີ້ ໄປຄົວກິນໃຫ້.”
ເມື່ອຖາມເຖິງ ໃນຕໍ່ໜ້າ ຖ້າຫາກບໍຣິສັດ ສ້າງແຫລ່ງທ່ອງທຽວ ຄົບວົງຈອນສຳເຣັດ ບໍ່ວ່າຈະເປັນ ສະຖານທີ່ບໍຣິການ ດ້ານການທ່ອງທ່ຽວ ແບບທັມມະຊາດ ໂດຍຈະມີໂຮງແຮມ, ຣີສອດ, ບ້ານຈັດສັນ, ເຮືອນພັກ, ສວນສັດຂະໜາດນ້ອຍ, ສວນຟືນຟູສຸຂພາບ ຫລື ສວນສາທາຣະນະ ອອກຳລັງກາຍ, ສວນພືກສາສາດ ແລະ ແຫລ່ງທ່ອງທ່ຽວທັມມະຊາດ, ຊາວບ້ານ ຈະສາມາດໄປຂາຍເຄື່ອງ ໃນເຂດນັ້ນໄດ້ເລີຍ ຫລືບໍ່ ຕ້ອງໄດ້ເສັຍຄ່າເຊົ່າພື້ນທີ່?
ຊາວບ້ານຢູ່ບ້ານຈ່ານໃຕ້ ອີກຜູ້ນຶ່ງ ກໍກ່າວວ່າ ກໍຕ້ອງໄດ້ປະສານງານ ກັບບໍຣິສັດ ເພື່ອຂາຍສິນຄ້າ ຫັຖກັມ ປະເພດເຄື່ອງຈັກສານ ຢູ່ເຂດທ່ອງທ່ຽວ ຄົບວົງຈອນ ເນື່ອງຈາກວ່າ ຊາວບ້ານ ໃນຢູ່ບ້ານຈ່ານໃຕ້ ມີສີມື ແລະພູມປັນຍາດ້ານນີ້ ຂະນະທີ່ ຊາຍແດນຕິດຈອດ ລະຫວ່າງບ້ານຈ່ານໃຕ້ ຄື ບ້ານຈ່ານເໜືອ ກໍມີສິນຄ້າ ຫັຖກັມຂື້ນຊື່ ຄື ເຄື່ອງປັ້ນດິນເຜົາ ກໍແຮ່ງເຮັດໃຫ້ ສາມາດສົ່ງເສີມການທ່ອງທ່ຽວໄດ້. ແຕ່ປັຈຸບັນ ຍັງບໍ່ສາມາດໃຫ້ຄຳຕອບອີຫຍັງໄດ້ ເນື່ອງຈາກ ແຫລ່ງທ່ອງທ່ຽວ ຄົບວົງຈອນນີ້ ຍັງສ້າງບໍ່ທັນສຳເຣັດ ອີກທັງ ຫາກໍເຊັນສັນຍາ ເມື່ອວັນທີ 20 ເມສາ ທີ່ຜ່ານມາ ເພຶ່ອຕຽມກໍສ້າງ.
ດັ່ງຊາວບ້ານຜູ້ນີ້ ກ່າວໃນມື້ດຽວກັນນີ້ວ່າ:
“ເພິ່ນກໍວ່າແນວນັ້ນແຫລະ ຖ້າຫາກເປັນແຫລ່ງທ່ອງທ່ຽວ ຄັນບ້ານເຮົາມີຫັຖກັມ ມີອັນໃດທີ່ເປັນເອກກະລັກ ເຮັດໄດ້ເພີ່ນວ່າ ກະວ່າ. ເອກກະລັກຂອງຊາວບ້ານເຮົາ ກໍແມ່ນເປັນການຈັກສານຫັ້ນແຫລະຄື ສານຫວດ ສານດົ້ງ ສານເຂິງຫັ້ນແຫລະ ແລ້ວມັນຕິດກັບບ້ານເຮົານີ້ ບ້ານຈ່ານເໜືອ ມີຂົວອູ່ ແລ້ວເພີ່ນເປັນໍຫັຖກັມ ປັ້ນດິນເຜົາ.”
ເມື່ອຖາມເຖິງ ຜົລກະທົບ ດ້ານສິ່ງແວດລ້ອມ ຊາວບ້ານມີຄວາມກັງວົນໃຈຫລືບໍ່? ຊາວບ້ານກໍຕອບວ່າ ບໍ່ມີຄວາມກັງວົນອີຫຍັງເລີຍ ເນື່ອງຈາກແຫລ່ງທ່ອງທ່ຽວ ຄົບວົງຈອນ ຫ່າງໄກຈາກບ້ານປະມານ 1 ກິໂລປາຍ ແລະ ການເດີນທາງ ຕ້ອງໄດ້ເດີນທາງດ້ວຍເຮືອ ເຂົ້າໄປແຫລ່ງທ່ອງທ່ຽວ ຄົບວົງຈອນ ພຽງຢ່າງດຽວ ຈຶ່ງບໍ່ມີການກໍສ້າງອັນໃດ ທີ່ຈະກະທົບຕໍ່ສິ່ງແວດລ້ອມ.
ດັ່ງຊາວບ້ານ ຜູ້ນີ້ ກ່າວຕື່ມວ່າ:
“ບໍ່ມີອີຫຍັງດອກ ບໍ່ມີກະທົບກັບສິ່ງແວດລ້ອມ ເພາະອັນນຶ່ງ ທັນກະຫ່າງໄກບ້ານໜ້ອຍນຶ່ງ ປະມານ 1 ກິໂລແມ້ດ. ສອງມາ ມັນກະເບິ່ງທັມມະຊາດແຖວນັ້ນ ມັນກໍຍັງອຸດົມສົມບູນຢູ່ ຍັງບໍ່ໄດ້ມີການຮັບການພັທນາ.”
ປັຈຸບັນແຫລ່ງທ່ອງທ່ຽວ ຄົບວົງຈອນ ຂອງບໍຣິສັດ ລາວກຣີນພາວເວີ ກອບໂປເຣຊັ້ນ ຈຳກັດ (Lao Green Power Corporation) ຍັງບໍ່ທັນໄດ້ສ້າງເທື່ອ ມີພຽງເຊັນສັນຍາ ເພື່ອຕຽມດຳເນີນ ການກໍສ້າງເທົ່ານັ້ນ ແລະ ຄ່າຊົດເຊີຍດິນ ທີ່ຊາວບ້ານ 20 ປາຍຄອບຄົວໄດ້ຮັບເຮັກຕ້າຣ໌ລະ 50 ລ້ານກີບ ແມ່ນຖືເປັນທີ່ໜ້າພໍໃຈແລ້ວ.
ສ່ວນດິນສວນໝາກໄມ້ 33 ເຮັກຕ້າຣ໌ 3,294 ຕາແມ້ດ ທີ່ບໍຣິສັດຊື້ນຳຊາວບ້ານ ແມ່ນບໍຣິສັດຊື້ໄວ້ແຕ່ດົນ ເພຶ່ອເອົາມາເປັນດິນຂອງຕົວເອງ ແລ້ວມາປີນີ້ ຈຶ່ງໄດ້ຂໍອະນຸຍາດ ທາງຂັ້ນເທິງ ເອົາດິນຂອງຕົນເອງເຂົ້າສັມປະທານ ເຮັດໃຫ້ເປັນແຫລ່ງທ່ອງທ່ຽວຄົບວົງຈອນ ຕາມທີ່ວາງແຜນ ແລະ ອອກແບບໄວ້ກ່ອນໜ້ານັ້ນ. ດັ່ງເຈົ້າໜ້າທີ່ ຂັ້ນເມືອງ ກ່າວໃນມື້ດຽວກັນນີ້ວ່າ:
"ເພິ່ນໄດ້ຊຳຣະກັນ ຕັ້ງແຕ່ກ່ອນເມື່ອຕອນ 10 ປີຫລັງພຸ້ນເດ. ຊື້ເປັນດິນເປັນຕອນແລ້ວ ດຽວນີ້ນ່າ ມາພັທນາດິນ ມີແຕ່ເພີ່ນເຊັນສັນຍາ ບາດນີ້ພໍດີ ເຂົ້າໂຄງການສັມປທານ ແລ້ວເພິ່ນຊິມາພັທນາດິນຫັ້ນ. ແຕ່ເວົ້າເຣຶ່ອງການຊົດເຊີຍ ລະແມ່ນເພິ່ນຊົດເຊີຍກ່ອນໜ້ານັ້ນ 10 ປີຫລັງແລ້ວ. ຕອນນັ້ນ ປະຊາຊົນ ພໍໃຈໝົດເຂດນັ້ນໄດ້ຫລາຍ. ຕອນທາງບໍ່ຮອດ ບໍ່ມີທາງ ເສັ້ນທາງຮອດເນາະ ມີແຕ່ທາງເຮືອ ."
ສ່ວນຄ່າສັມປະທານ ແມ່ນປະຕິບັດ ຕາມຣັຖບັນຍັດ ຂອງປະທານປະເທດ ວ່າດ້ວຍອັດຕຣາຄ່າເຊົ່າ ແລະ ສັມປທານທີ່ດິນ ຂອງຣັຖ ສບັບທີ່ 20/ປປທ ລົງວັນທີ 18 ພຶສຈິກາ 2009. ດັ່ງນັ້ນ ທາງຜແນກການເງິນແຂວງ ຈຶ່ງໄດ້ຄິດໄລ່ ຄ່າສັມປທານ ນຳບໍຣິສັດ ໃນເນື້ອທີ່ສ້າງໂຮງແຮມ-ຣີສອດ 1 ເຮັກຕ້າຣ໌ ແມ່ນ 70,000 ໂດລ້າຣ໌ຕໍ່ປີ, ຄ່າສັມປທານ ເນື້ອທີ່ສ້າງແຫລ່ງທ່ອງທ່ຽວ 27 ເຮັກຕ້າຣ໌ 3,294 ຕາແມ້ດ 10,932 ໂດລ້າຣ໌ຕໍ່ປີ, ຄ່າສັມປະທານ ທີ່ສ້າງບ້ານຈັດສັນ-ບ້ານພັກ ລວມ 5 ເຮັກຕ້າຣ໌ ແມ່ນ 50,000 ໂດລ້າຣ໌ຕໍ່ປີ, ລວມຄ່າສັມປທານ ທີ່ໄດ້ຈາກທີ່ດິນ ທັງໝົດ 130,932 ໂດລ້າຣ໌ຕໍ່ປີ.
ປະຊາຊົນສ່ວນໃຫຍ່ ທີ່ໄດ້ຂາຍດິນ 33 ເຮັກຕ້າຣ໌ 3,294 ຕາແມ້ດ ໃຫ້ບໍຣິສັດ ແມ່ນໄດ້ໄປ ຊື້ດິນ ໄປປຸກເຮືອນຫລັງໃໝ່ ຢູ່ບ້ານໂພລາດ ເປັນສ່ວນໃຫຍ່ແລ້ວ ແລະຄ່າຊົດເຊີຍ ທີ່ຊາວບ້ານໄດ້ຮັບຈາກບໍຣິສັດ ກໍຖືວ່າເປັນທີ່ໜ້າພໍໃຈແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນແຂວງ ກ່າວໃນມື້ດຽວກັນນີ້ວ່າ:
“ປະຊາຊົນຫັ້ນຂະເຈົ້າໄດ້ໂຍກຍ້າຍ ມາຢູ່ບ່ອນໃໝ່ໝົດແລ້ວເກາະ. ຄັນຖ້າວ່າແມ່ນຕອນເພິ່ນຊົດເຊີຍ ກະຊົດເຊີຍ ແມ່ນ 10 ປີຫລັງ. ໄດ້ຍ້າຍມາຢູ່ບ້ານໂພລາດ ນີ້ໝົດແລ້ວ ເພາະວ່າ ປະຊາຊົນຫັ້ນ ເອົາດິນໃຫ້ເພີ່ນ ແລ້ວເຂົາເຈົ້າຍ້າຍມາຢູ່ບ້ານໂພລາດ ພີ້ໝົດແລ້ວ ແລ້ວເຂົາເຈົ້າມາຊື້ດິນເອງໝົດ. ຖືວ່າມີເຮືອນເປັນຂອງຕົວເອງໝົດແລ້ວ ກະໄດ້ຍິນຜູ້ທີ່ ເພິ່ງພໍໃຈໝົດແລ້ວ.”
ບໍຣິສັດ ລາວກຣີນພາວເວີ ກອບໂປເຣຊັ້ນ ຈຳກັດ (Lao Green Power Corporation) ຊື້ເນື້ອທີ່ດິນຂອງຊາວບ້ານ 33 ເຮັກຕ້າຣ໌ 3,294 ຕາແມ້ດ ເພື່ອສ້າງແຫລ່ງທ່ອງທ່ຽວຄົບວົງຈອນ ໂດຍມີອາຍຸ ສັມປທານ 30 ປີ, ມູນຄ່າການລົງທຶນ 15 ລ້ານໂດລ້າຣ໌ສະຫະຣັຖ ແລະ ທຶນຈົດທະບຽນ 5 ລ້ານໂດລ້າຣ໌ສະຫະຣັຖ. ພ້ອມນັ້ນ ບໍຣິສັດ ຈະມອບເງິນຄໍ້າປະກັນໂຄງການ ຈຳນວນ 30,000 ລ້ານໂດລ້າ ສະຫະຣັຖ ເຊິ່ງເງິນດັ່ງກ່າວ ຈະໄດ້ສົ່ງຄືນບໍຣິສັດ ພາຍຫລັງໄດ້ກໍສ້າງ ພື້ນຖານໂຄງການ ຂອງໂຄງການສຳເຣັດ ເກີນ 25%. ສະບາຍດີ.