ເກີດຄວາມຫຍຸ້ງຍາກຂຶ້ນ ຢູ່ຫຼວງພຣະບາງ ເມື່ອມີນັກທ່ອງທ່ຽວຈີນຫຼາຍ
2023.03.29

ໃນໄລຍະນີ້ ນັກທ່ອງທ່ຽວຈີນ ເດີນທາງເຂົ້າມາທ່ຽວ ໃນແຂວງຫລວງພຣະບາງ ຢ່າງລົ້ນເຫລືອ ເຊິ່ງກໍຖືວ່າ ເປັນເຣື່ອງທີ່ດີ ສໍາລັບການທ່ອງທ່ຽວ ໃນລາວ ຊຶ່ງເຮັດໃຫ້ຊາວຄ້າຂາຍ ແລະ ບັນດາໂຮງແຮມ ເຮືອນພັກ ມີລາຍໄດ້ເພີ່ມຂຶ້ນ, ແຕ່ການເຂົ້າມາທ່ຽວ ຂອງຄົນຈີນຈໍານວນນຶ່ງ ໃນເມືອງຫລວງພຣະບາງ ໂດຍສະເພາະ ຄົນຈີນທີ່ມາກັນເອງ ບໍ່ມີໄກ້ນໍາທ່ຽວແນະນໍາ ກໍຖືວ່າຍັງສ້າງຄວາມວຸ້ນວາຍ ແລະ ບໍ່ມີມາລະຍາດທາງສັງຄົມຢູ່ ເຊັ່ນ ການຖົ່ມນ້ໍາລາຍໄປທົ່ວ, ສູບຢາ ແລ້ວຖິ້ມຊະຊາຍ ແລະ ເມື່ອຄົນຈີນໄປຕັກບາດ ຍາມເຊົ້າ ກໍບໍ່ໃຫ້ຄວາມເຄົາຣົບ ໃນພຣະພຸດທະສາສນາ ເປັນຕົ້ນພຣະກໍາລັງບິນທະບາດ ຄົນຈີນບາງຄົນ ກໍຢ່າງຕັດໜ້າພຣະສົງ ເຊິ່ງເຣື່ອງນີ້ ກໍຖືວ່າເປັນເຣື່ອງທີ່ໜ້າເປັນຫວ່ງ.
ດັ່ງ ຊາວລາວ ໃນເມືອງຫລວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 29 ມີນາ ນີ້ວ່າ:
“ຫລັກໆ ກໍຄືເຂົາເຈົ້າຈະສູບຢາ ຄືເຮົາຫ້າມແລ້ວ ກະຄືຈະບໍ່ຟັງເນາະ ຈະຖົ່ມນ້ໍາລາຍຊະຊາຍ ແລະ ກະບໍ່ຮັກສາຄວາມສະອາດ ຊ່ວຍກັນ ສູບໃສ ເຂົາເຈົ້າກະຖິ້ມຫັ້ນເລີຍ ການຕັກບາດ ຍາມເຊົ້າ ກະວຸ້ນວາຍ ຊາວຈີນນີ້ແຫລະ ບໍ່ໃຫ້ກຽດ ແລະກະເຄົາຣົບເນາະ ຄືເຂົາເຈົ້າໃຫ້ເປັນລະບຽບ ເຂົາເຈົ້າຈະຢ່າງວຸ້ນວາຍ.”
ຊາວບ້ານທ່ານນຶ່ງ ໄດ້ກ່າວຕື່ມວ່າ ນອກຈາກນີ້ ຄົນຈີນ ທີ່ຂັບຣົຖມາທ່ຽວເມືອງລາວກັນເອງ ກໍຍັງສ້າງຄວາມບໍ່ເປັນລະບຽບ ໃນເມືອງຫລວງພຣະບາງນໍາດ້ວຍ ບາງຄົນກໍໄປກາງເຕັ້ນ ນອນໃນສວນສາທາຣະນະ ຖິ້ມຂີ້ເຫຍື້ອໄປທົ່ວ ເຊິ່ງໃນຄວາມເປັນຈິງ ເມື່ອຄົນຕ່າງຊາຕ ຂັບຣົຖມາທ່ຽວປະເທດອື່ນ ກໍຄວນໄປເຊົ່າຫ້ອງພັກໃຫ້ຮຽບຮ້ອຍ.
“ໂຕນີ້ກໍເຫັນຢູ່ ເຂົາເຈົ້າຈະເອົາຣົຖບ້ານມາເລີຍ ກະຈອດຣົຖຢູ່ແຖວແຄມທາງ ບາງຄົນເຂົາເຈົ້າກໍກາງເຕັ້ນນອນ ຢູ່ບ່ອນສວນສາທາຣະນະ ກໍມີປະກົດການນີ້ ໃຫ້ເຫັນຢູ່ຕລອດເນາະ ບໍ່ເປັນລະບຽບ ແລະ ກໍບໍ່ແມ່ນແນວຢູ່ແລ້ວ ເຂົາເຈົ້າເຂົ້າມາເມືອງລາວ ເຂົາເຈົ້າກໍຕ້ອງໃຫ້ກຽດຄົນລາວ ຫລືວ່າເຂົ້າພັກຢູ່ໂຮງແຮມ ບ່ອນໃດບ່ອນນຶ່ງເນາະ ໃຫ້ເປັນລະບົບລະບຽບ.”
ຂະນະທີ່ຊາວລາວ ໃນເມືອງຫລວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ບໍ່ແມ່ນແຕ່ຄົນຈີນທີ່ຂັບຣົຖ ມາທ່ຽວເມືອງລາວກັນເອງເທົ່ານັ້ນ ທີ່ສ້າງຄວາມວຸ່ນວາຍ ຍັງມີ ຄົນຈີນຈໍານວນນຶ່ງ ທີ່ເຂົາເຈົ້າມາກັບກຸ່ມທົວຣ໌ ກໍສ້າງຄວາມວຸ່ນວາຍຄືກັນ ບາງຄົນກິນອາຫານອິ່ມແລ້ວ ເສດອາຫານເຫລືອ ບໍ່ໄປຖິ້ມໃນຖັງຂີ້ເຫຍື້ອ ຢາກຖິ້ມບ່ອນໃດກະຖິ້ມ ບໍ່ຮັກສາຄວາມສະອາດ.
“ຄົນຈີນນີ້ມັນກໍຂຶ້ນກັບບາງຄະນະ, ບາງກຸ້ບ ເພາະເຂົາເຈົ້າຊື້ແພັກເກັດມາ ມັນມີຫ້ອງພັກ ກັບທ່ຽວພ້ອມເດ້ເນາະ ມັນລວມທຸກຢ່າງ ເຂົາເຈົ້າຈະບຸກມາເປັນຄະນະໃຫຍ່ ເປັນກຸ້ບໃຫຍ່ ແລ້ວກະຈະວຸ່ນວາຍໜ້ອຍນຶ່ງ ເພາະຄົນຫລາຍຫັ້ນນ່າ ອາຫານກໍຖິ້ມບໍ່ເປັນບ່ອນ ກະມີຢູ່ເນາະ.”
ຂະນະດຽວກັນ ພະນັກງານໂຮງແຮມ ແຫ່ງນຶ່ງໃນເມືອງຫລວງພຣະບາງ ກໍກ່າວກັບເຣື່ອງນີ້ວ່າ ປັດຈຸບັນ ກໍພົບຄົນຈີນ ທີ່ບໍ່ມີມາລະຍາດທາງສັງຄົມຢູ່ ເຊັ່ນ ມັກສຽງດັງ ເມື່ອເຂົາເຈົ້າເຂົ້າມາພັກໂຮງແຮມ ແຕ່ສ່ວນໜ້ອຍເທົ່ານັ້ນ ເພາະເຂົາເຈົ້າບໍ່ຮູ້ພາສາອື່ນ ຮູ້ແຕ່ພາສາຈີນເປັນຫລັກ ແຕ່ສ່ວນຫລາຍ ຄົນຈີນທີ່ມີຖານະຂ້ອນຂ້າງດີ ເຂົາເຈົ້າຈະມີມາລະຍາດ ແລະ ຮູ້ຈັກເກັງໃນຄົນອື່ນຢູ່.
“ກະມີແຕ່ເວົ້າແຮງ ເວົ້າດັງຫັ້ນ ເຂົາເຈົ້າຫັ້ນ ບໍ່ຮູ້ພາສາອື່ນເນາະ ເຂົາເຈົ້າຮູ້ແຕ່ພາສາຈີນເປັນຫລັກຫັ້ນ ເປັນຄົນຈີນທີ່ຖານະ ບໍ່ປານໃດ ຄົນທີ່ມີຖານະຂ້ອນຂ້າງດີໜ້ອຍນຶ່ງ ເຂົາເຈົ້າຈະຮູ້ລະບຽບ ຮູ້ກົດ ເຂົາເຈົ້າຈະເກັງໃຈ ຄົນອື່ນນໍາ.”
ພະນັກງານໂຮງແຮມ ທ່ານນຶ່ງຍັງກ່າວຕື່ມວ່າ ປັດຈຸບັນໂຮງແຮມກໍມີຄົນຈີນ ນວນນຶ່ງ ເຂົ້າມາພັກຢູ່ ແລະຍັງມີ ຊາວຕ່າງຊາຕ ອີກນໍາດ້ວຍ ຄິດວ່າໃນໄລຍະບຸນປີໃໝ່ລາວ ກໍຈະມີນັກທ່ອງທ່ຽວເພີ່ມຂຶ້ນ ທາງໂຮງແຮມ ກໍມີການປັບປຸງ ຕໍ່ເຕີມຫ້ອງພັກ ເພື່ອຮອງຮັບລູກຄ້າໄວ້ຢູ່ ໂດຍສ້າງເປັນເຮືອນພັກອີກ 1 ຫລັງ ພ້ອມດຽວກັນນີ້ ພະນັກງານເຮືອນພັກ ອີກແຫ່ງນຶ່ງ ໃນເມືອງຫລວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ສໍາລັບການເຂົ້າມາທ່ຽວ ຂອງຄົນຈີນໃນລາວ ກໍເປັນເຣື່ອງດີ ສໍາລັບໂຮງແຮມ ເຮືອນພັກ ເພາະຈະໄດ້ມີລາຍຮັບເພີ່ມຂຶ້ນ. ປັດຈຸບັນນີ້ຄົນຈີນທີ່ເຂົ້າມາທ່ຽວ ຮູ້ຈັກການຮັກສາຄວາມສະອາດ ດີຂຶ້ນກວ່າແຕ່ກ່ອນ ຫ້ອງພັກ ບໍ່ຄ່ອຍເປື້ອນປານໃດ ສ່ວນມາລະຍາດທາງສັງຄົມ ຍັງພົບວ່າ ເວົ້າຈາສຽງດັງຄືເກົ່າຢູ່ ຍ້ອນເຂົາເຈົ້າ ບໍ່ຮູ້ພາສາອື່ນ ຕ້ອງໄດ້ໃຊ້ ກູເກີ້ລ ແປພາສາຊ່ວຍອີກເທື່ອ.
“ມັນກໍດີຫັ້ນແຫລະ ມັນກໍມີຣາຍຮັບແມ່ນຫຍັງຫລາຍຂຶ້ນ ເຂົາເຈົ້າກໍໂອເຄຢູ່ ສ່ວນໃຫຍ່ກໍດີຂຶ້ນກວ່າແຕ່ກ່ອນ ເພິ່ນມາທໍາອິດຕະກີ້ ມັນຢາກເປື້ອນຫລາຍ ດຽວນີ້ໄຄແລ້ວ ຫຍັງໜ້ອຍນື່ງ ຍັງມີແຕ່ມາລະຍາດ ການເວົ້າການວ່າ ສຽງປາກກໍຢາກແຮງໜ້ອຍນື່ງ ໂວກເວກ ໂວເວ ໂຕນີ້ກໍຍັງຍາກຢູ່ ເພາະເຂົາເຈົ້າມາສ່ວນໃຫຍ່ ເຂົາເຈົ້າເວົ້າພາສາຈີນນ່າ ເຮົາຕ້ອງໄດ້ໃຊ້ ກູເກິ້ລແປ.”
ສ່ວນກໍຣະນີ ທີ່ມີຄົນຈີນຫລັ່ງໄຫລ ໄປຕັກບາດຍາມເຊົ້າ ໃນເມືງຫລວງພຣະບາງ ແລ້ວເກີດຄວາມວຸ່ນວາຍແອອັດນັ້ນ ພຣະອາຈານຢູ່ວັດຊຽງທອງ ທ່ານນຶ່ງ ກໍກ່າວກັບເຣື່ອງນີ້ວ່າ ຕາມທີ່ສັງເກດ ກໍເຫັນວ່າ ນັກທ່ອງທ່ຽວຈີນ ຫລາຍຂຶ້ນ ເຊິ່ງທ່ານກໍບໍ່ໄດ້ຮູ້ສຶກວ່າ ເປັນຄົນແປກ ໃນສາຍຕານັກທ່ອງທ່ຽວ ເພາະເປັນເຣື່ອງປົກກະຕິຢູ່ແລ້ວ ທີ່ນັກທ່ອງທ່ຽວ ມາທ່ຽວເມືອງຫລວງພຣະບາງ ກໍຕ້ອງໃຫ້ຄວາມສົນໃຈ ໃນປະເພນີ ວັດທະນະທັມ ຂອງລາວ ໂດຍສະເພາະການຕັກບາດ ຍາມເຊົ້າ ທ່ານເອງກໍຮູ້ສຶກວ່າ ເປັນເຣື່ອງທີ່ດີ ເຫັນວ່າເປັນການສົ່ງເສີມ ວັດທະນະທັມ ໃຫ້ຄົນຕ່າງຊາຕ. ສ່ວນທີ່ວ່າ ມີບາງຄົນບໍ່ມີມາລະຍາດ ຢ່າງຕັດໜ້າພຣະສົງ ຂະນະທີ່ ບິນທະບາດນັ້ນ ທ່ານເປັນພຣະສົງ ກໍບໍ່ໄດ້ຖືສາ ເພາະເຂົາເຈົ້າ ອາຈບໍ່ຮູ້ຈັກ ວັດທະນະທັມ ຂອງຄົນລາວຢ່າງທ່ອງແທ້.
“ມັນກໍເປັນບາງມື້ ມັນກໍບໍ່ປານນັ້ນດອກເນາະ ເຮົາກະມີຄວາມຮູ້ສືກ ກະດີໃຈ ເພາະວ່າ ເພິ່ນໄດ້ສົ່ງເສີມ ວັດທະນະທັມເຮົາ ປະເພນີການໃສ່ບາດຫັ້ນນ່າ ແຕ່ມັນກໍມີບາງຈໍານວນ ເລັກໆໜ້ອຍໆແຫລະ ເວລາທີ່ເອົາໃສ່ບາດ ຈະຢ່າງຕັດໄປຕັດມາຫັ້ນນ່າ ເຮົາກະບໍ່ມີບັນຫາຫຍັງດອກ ບາງທີ່ເພິ່ນມາ ເພິ່ນກໍຢາກມາເຫັນປະເພນີເຮົາ.”
ອີງຕາມການຣາຍງານ ຂອງທ່ານ ໂພສີ ແກ້ວມະນີວົງ ຣັຖມົນຕຣີ ວ່າການກະຊວງຖແລງຂ່າວ, ວັດທະນະທັມ ແລະ ການທ່ອງທ່ຽວ ໃນວັນທີ 24 ກຸມພາ ທີ່ຜ່ານມາ ວ່າ ໃນປີ 2023 ນີ້ ທາງການລາວໄດ້ຄາດຄະເນວ່າ ຈະມີຊາວຈີນ ເດີນທາງເຂົ້າມາຍັງປະເທດລາວ ປະມານ 368,000 ຄົນ, ສ່ວນນຶ່ງເປັນຍ້ອນທາງການຈີນ ໄດ້ອານຸມັດ ແພັກເກັດທົວຣ໌ ໃຫ້ແກ່ພົນລະເຮືອນຈີນ ຈໍານວນ 20 ປະເທດ ເຊິ່ງໃນນີ້ກວມເອົາປະເທດລາວນໍາ ໂດຍຈະມີນັກທ່ອງທ່ຽວຈີນ ເດີນທາງໄປທ່ອງທ່ຽວ ຕາມຕ່າງປະເທດເປັນຈໍານວນ 250,000 ຄົນຕໍ່ມື້, ປະມານ 7.5 ລ້ານຄົນຕໍ່ເດືອນ ຫລື 56 ລ້ານຄົນຕໍ່ປີ. ທີ່ຜ່ານມາ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ລະຫວ່າງປີ 2019 ຫາຕົ້ນປີ 2020 ມີນັກທ່ອງທ່ຽວຈີນ ເດີນທາງ ເຂົ້າມາປະເທດລາວ 1,022,727 ຄົນ.
ສ່ວນໃນປີ 2022 ທີ່ທາງການຈີນ ຍັງບໍ່ທັນໄດ້ ດໍາເນີນການເປິດປະເທດຢ່າງເປັນທາງການ ມີຊາວຈີນເດີນທາງມາຍັງປະເທດລາວຜ່ານປະເທດທີ່ສາມ 45,249 ຄົນ.